ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄາດກັນວ່າ ການຂັດແຍ້ງ ຢູ່ທະເລຈີນໃຕ້ ຈະຄອບງຳ ການຫາລື ສຫລ ກັບ ຈີນ (ວີດີໂອ)


South China Sea Disputes Likely to Dominate Lead US-China Talks
please wait

No media source currently available

0:00 0:02:24 0:00

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ​John Kerry ແລະ
ລັດຖະມົນຕີກະຊວງປ້ອງກັນປະເທດທ່ານ Chuck Hagel ກຳລັງ
ຢູ່ທີ່ປັກກິ່ງເພື່ອ​ເຈລະຈາ​ຫາລືກັບຄູ່ຕຳແໜ່ງຝ່າຍຈີນກ່ຽວກັບເລື່ອງ
ການຄ້າແລະຄວາມໝັ້ນຄົງ. Scott Stearns ຜູ້ສື່ຂ່າວວີໂອເອປະ ຈຳກະຊວງການຕ່າງປະເທດລາຍງານມາວ່າ ການເຈລະຈາເຫຼົ່ານີ້
ແມ່ນຄາດວ່າ ຈະຮວມທັງການຫາລືກ່ຽວກັບການຕັ້ງຖານເຈາະນ້ຳ
ມັນແຫ່ງໃໝ່ຂອງຈີນ ຢູ່ໃນເຂດນ່ານນ້ຳທີ່ມີການຂັດແຍ້ງກັນນອກ
ຝັ່ງທະເລຫວຽດນາມ ທີ່ໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງຂຶ້ນ ຢູ່ໃນທະເລ
ຈີນໃຕ້ນັ້ນ. ໄພສານ ຈະນຳເອົາລາຍລະອຽດ ຂອງເລື່ອງນີ້ ມາສະ
ເໜີທ່ານ.

ຫວຽດນາມເວົ້າວ່າ ຖານເຈາະນ້ຳມັນຂອງຈີນ ແມ່ນຢູ່ໃນເຂດນ່ານນ້ຳຂອງຕົນ ແລະໄດ້ ນຳອອກເຜີຍແຜ່ວີດີໂອ ທີ່ຫວຽດນາມກ່າວວ່າ ເປັນພາບກຳປັ່ນຈີນແລ່ນເຂົ້າຕຳເຮືອຫາ ປາຂອງຫວຽດນາມລຳນຶ່ງ ໃກ້ໆຖານເຈາະນ້ຳມັນດັ່ງກ່າວ.

ຫວຽດນາມ ກຳລັງດຳເນີນງານ ຮ່ວມກັນກັບຟີລິບປິນ ເພື່ອທ້າທາຍທາງດ້ານກົດໝາຍ ຕໍ່ ການກ່າວອ້າງຂອງຈີນ ຢູ່ໃນທະເລຈີນໃຕ້ ບ່ອນທີ່ມາເລເຊຍ ບຣູນາຍ ແລະໄຕ້ຫວັນຕ່າງ ກໍອ້າງເອົາກຳມະສິດເຊັ່ນດຽວກັນນັ້ນ. ສາສະດາຈານ Hillary Mann Leverett ຈາກມະ ຫາວິທະຍາໄລ American University ກ່າວວ່າ ຫວຽດນາມແມ່ນຢູ່​ໃນສະຖານະພາບ ​
ທີ່​ອ່ອນ​ແອເປັນພິເສດ.

ທ່ານນາງ Leverett ເວົ້າວ່າ “ທັງຍີ່ປຸ່ນ ແລະຟີລິບປິນ ຕ່າງ​ກໍມີສົນທິສັນຍາປ້ອງກັນ ປະເທດກັບສະຫະລັດ ຊຶ່ງສະຫະລັດມີພັນທະທີ່ຈະຕ້ອງມາຊ່ອຍປ້ອງກັນເຂົາເຈົ້າ ເຖິງແມ່ນມັນ​ຈະ​ເປັນ​ພຽງບັນຫາກ່ຽວກັບເກາະຫີນກໍຕາມ. ແຕ່ພວກເຮົາບໍ່ມີສົນທິ ສັນຍາດັ່ງກ່າວ ກັບຫວຽດນາມ ດັ່ງນັ້ນ ຈີນຈຶ່ງສາມາດກົດດັນຫວຽດນາມໄດ້ຫຼາຍ ກວ່າທີ່ໄດ້ກົດດັນຍີ່ປຸ່ນ ຫລືຟີລິບປິນ.”

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Qin Gang ກ່າວວ່າ ພວກທີ່ຊຸກຍູ້ ຢາກໃຫ້ມີ ການໄກ່​ເກ່ຍ​ແລະຕັດສິນຂອງນາໆຊາດຢູ່ໃນທະເລຈີນໃຕ້ ແມ່ນລະເມີດຕໍ່ມາດຕະຖານ ທາງດ້ານກົດໝາຍ.

ທ່ານ Qin Gang ເວົ້າວ່າ “ບາງປະເທດພາກັນຍົກປ້າຍຂອງກົດໝາຍຂຶ້ນມາບັງໜ້າ ເພື່ອບຸກລຸກລ່ວງລ້ຳສິດທິທີ່ຖືກຕ້ອງຕາມກົດໝາຍແລະຜົນປະໂຫຍດຂອງປະເທດ ອື່ນ ໂດຍ​ໃຊ້​ຂໍ້​ອ້າງ​ວ່າ ຖືກຕ້ອງຕາມກົດໝາຍ ມາປິດບັງ ພຶດຕິກຳ ທີ່ລະເມີດກົດ ໝາຍຂອງພວກເຂົາ.”

​ເຖິງ​ແມ່ນ​ວ່າ ໃນຂະນະນີ້ ສະຫະລັດກຳລັງຊ່ອຍປັບປຸງຍົກລະດັບກອງທັບເຮືອຂອງຟີລິບ ປິນຢູ່​ກໍ​ຕາມ ແຕ່ວໍຊິງຕັນກໍບໍ່ໄດ້ເອົາທ່າທີ ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ໃນບັນຫາການອ້າງ ກຳມະສິດຢູ່ໃນທະເລຈີນໃຕ້ນັ້ນ. ທ່ານ Michael Ausli ນັກວິເຄາະທີ່ສະຖາບັນ Ameri-
can Enterprise ໃຫ້ການຊີ້ແຈງວ່າ.

“ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ນະໂຍບາຍຂອງພວກເຮົາ ຄວນຖືກ​ໂຈະ​ໄວ້ຫຼືປ່ອຍ ໃຫ້ເປັນອຳມະພາດ ເວລາພວກເຮົາເຫັນຈີນດຳເນີນການແບບບີບບັງຄັບຫລືດຳ ເນີນການແບບຮຸກຮານ. ມີຫລາຍໆຢ່າງ ທີ່ພວກເຮົາສາມາດເຮັດໄດ້. ແຕ່ລັດຖະ ບານທ່ານໂອບາມາ ຢ່າງນ້ອຍກໍແມ່ນສະໄໝນີ້ ໄດ້ຕັດສິນໃຈວ່າ ຕົນຈະສວຍໃຊ້ ຄວາມຄຸມເຄືອທາງດ້ານກົດໝາຍ ເພື່ອວ່າຈະບໍ່ໄດ້ເຂົ້າໄປພົວພັນ.”

ທ່ານ Auslin ເວົ້າວ່າ ​ແລະ​ນັ້ນ​ແມ່ນຈະຕັດຮອນຄຸນຄ່າຂອງການເຈລະຈາຫາລືທາງດ້ານ ຍຸດທະສາດ ແລະເສດຖະກິດ ລະຫວ່າງ​ສະຫະລັດ​ກັບ​ຈີນ ​ໃນ​ອາທິດ​ນີ້ລົງ.

ທ່ານ Auslin ເວົ້າວ່າ “ທີ່ຈິງແລ້ວພວກເຮົາຕ້ອງໄດ້ຖາມວ່ານີ້ແມ່ນຈຸດຂອງການຫາ ລືທາງດ້ານຍຸດທະສາດ ແລະເສດຖະກິດ ອີກຕໍ່ໄປບໍ? ມັນບໍ່ໄດ້ບັນລຸຫຍັງເລີຍ ທີ່ ເປັນລ້ຳເປັນສັນ.”

ການເຈລະຈາລະຫວ່າງລັດຖະມົນຕີ ການຕ່າງປະເທດແລະລັດຖະມົນຕີກະຊວງປ້ອງກັນ ປະເທດທີ່ນະຄອນຫຼວງປັກກິ່ງມີຂຶ້ນຫຼັງຈາກກອງທັບເຮືອຂອງຈີນໄດ້ເຂົ້າຮ່ວມການຊ້ອມ ລົບທາງທະເລ ພາຍໃຕ້ການນຳພາຂອງສະຫະລັດເປັນເທື່ອທຳອິດ. ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ນັ້ນອາດຈະຊ່ອຍແກ້ໄຂບັນຫາທ້າທາຍຫຼາຍຝ່າຍໄດ້. ທາງເຈົ້າໜ້າທີ່ຈີນກ່າວວ່າ ນັ້ນ​ແມ່ນສະແດງໃຫ້ເຫັນອັນທີ່ຕົນເອີ້ນວ່າ ທ່າ​ທີໃນທາງບວກຂອງກອງທັບຈີນຕໍ່ການຮັກ ສາຄວາມໝັ້ນຄົງ ແລະສະຖຽນລະພາບ ຢູ່ໃນຂົງເຂດ.

CN-US, China Split Over More Active Japanese Military
please wait

No media source currently available

0:00 0:02:27 0:00

XS
SM
MD
LG