ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອບິນ ໃຊ້ແສງຕາເວັນ ເດີນທາງໄປເຖິງ ລັດຮາວາຍແລ້ວ


ເຮືອບິນໃຊ້ພະລັງແສງຕາເວັນ Solar Impulse 2 ໄດ້ເດີນທາງ ໄປເຖິງລັດຮາວາຍ ໃນວັນສຸກວານນີ້.
ເຮືອບິນໃຊ້ພະລັງແສງຕາເວັນ Solar Impulse 2 ໄດ້ເດີນທາງ ໄປເຖິງລັດຮາວາຍ ໃນວັນສຸກວານນີ້.

ເຮືອບິນ​ພະລັງງານແສງຕາ​ເວັນ Swiss ​ໄດ້​ລົງຈອດຢູ່​ເກາະ​
Hawaii ​ໃນ​ເວ​ລາ 06:00 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ຫລື
1600 ຕາມ​ເວລາມາດຕະຖານ​ສາກົນ ​ໃນ​ວັນ​ສຸກ​ວານ​ນີ້ ຊຶ່ງ​
ໄດ້ສີ້​ນສຸດ​ຖ້ຽວບິນ​ປະຫວັດສາດ​ ​ຂ້າມ​ມະຫາ​ສະມຸດ​ປາຊິ​ຟິກ
​ຊຶ່ງເປັນຊ່ວງທີ່​ສ່ຽງ​ທີ່​ສຸດ​ໃນການເດີນທາງອ້ອມໂລກ ​35,000
ກິ​ໂລ​ແມັດ ໂດຍ​ປາດ​ສະ​ຈາກ​ການ​ໃຊ້ນຳ້ມັນ​ແມ່ນ​ແຕ່​ຢົດດຽວ.

​ນັກບິນຂອງເຮືອ​ບິນ Solar Impulse 2 ທ່ານ Andre Bors-
chberg ທີ່ໃຊ້​ເວລາ​ເດີນທາງ 120 ຊົ່ວ​ໂມງນັ້ນ ໄດ້ທຳລາຍສະ
ຖິຕິທີ່ມີມາແຕ່ກ່ອນ ໃນການບິນດ່ຽວໄກທີ່ສຸດເປັນປະຫວັດການ
ທີ່ຄອງຕຳແໜ່ງໂດຍນັກຜະຈົນໄພອາເມຣິກັນ ທ່ານ Steve Fossett ​ທີ່​ໄດ້​ບິນ​ອ້ອມ​
ໂລກ​ໃນ 76 ຊົ່ວ​ໂມງ​ໂດຍ​ເຮືອບິນ​ທີ່ໄດ້ ອອກ​ແບບພິ​ເສດ.

ທ່ານ Borchberg ໄດ້ມ້ອຍຫລັບໄປເປັນເວລາ 20 ນາທີ ໃນລະຫວ່າງການ ເດີນທາງ
ເປັນເວລາຫ້າມື້ ຢູ່ໃນບ່ອນຄົນຂັບທີ່ສ້າງພິເສດ ໃນຂະນະທີ່ເຮືອບິນຢູ່ ພາຍໃຕ້ການ
ຄວບຄຸມໂດຍເຄື່ອງຂັບອັດຕະໂນມັດ.

ເຮືອ​ບິນ Solar Impulse 2 ໄດ້ບິນຂຶ້ນຈາກສະໜາມບິນ Nagoya ປະເທດ ຍີ່ປຸ່ນໃນ
ຕອນເຊົ້າວັນຈັນຜ່ານມາຫລັງຈາກໄດ້ຢຸດພັກແບບບໍ່ມີໝາຍກຳນົດລ່ວງ ໜ້າເປັນເວລາ
ນຶ່ງເດືອນ ໃນຕົ້ນເດືອນມິຖຸນາ ໃນລະຫວ່າງທີ່ພວມເດີນທາງ ແຕ່ນະຄອນນານຈິງ ທາງ
ພາກຕາເວັນອອກຂອງຈີນ.

ນັກ​ບິນ Swiss ທ່ານ Bertrand Piccard ຈະ​ຂັບ​ເຮືອບິນ​ລໍາດຽວ​ກັນ​ໃນ​ຊ່ວງ​ຕໍ່​ໄປຈາກ
​ເກາະ Hawaii ຫາ​ນະຄອນ Phoenix ລັດ Arizona​. ຈາກ​ນັ້ນ ​ເຣືອບິນ Solar Impulse
ກໍ​ມີ​ກຳນົດ​ຈະ​ບິນ​ໄປນະຄອນ New York ກ່ອນ​ຂ້າມ​ມະຫາ​ສະມຸດ Atlantic ​ໄປ​ສູ່ຈຸດ​
ໝາຍ​ສຸດ​ທ້າຍທີ່​ Abu Dhabi ​ໃນສະ ຫະລັດ ອາຣັບ ​ເອ​ເມີ​ເຣັສ ບ່ອນທີ່​ການ​ເດີນທາງ​ໄດ້
​ເລີ້ມ​ໃນ ວັນ​ທີ 9 ​ເດືອນ​ມີນາຜ່ານມາ.

​ເຮືອບິນ Solar Impulse 2 ແມ່ນ​ການ​ຜະລິດ​ຄິດ​ສ້າງ​ໂດຍນັກວິທະຍາສາດ Swiss ສອງ​
ຄົນຄື ທ່ານ Borschberg ​ແລະ ທ່ານ Piccard ຜູ​ທີ່​ໄດ້​ເລີ້​ມ​ຕົ້ນ ໂຄງການ​ໃນ​ປີ 2002.

Solar Plane
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG