ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລົດໝື່ນກ່ວາຄັນ ຕິດຄ້າງ ຢູ່ເທິງພູເຂົາ Alps ໃນຝຣັ່ງ ຍ້ອນຫິມະຕົກໜັກ


ການສັນຈອນໄປຫຼິ້ນສະ​ກີ້​ຫິມະ ຢູ່ສະຖານທີ່ພັກຜ່ອນ ເທິງພູເຂົາ Alpine ເຄື່ອນຍ້າຍໄປຢ່າງຊ້າໆ ຕາມເສັ້ນທາງຫລວງ ທີ່ເນັ່ງໄປ ຫາທາງ ເມືອງ Montiers ຈາກເມືອງ Albertville, ວັນທີ 28 ທັນວາ 2014.
ການສັນຈອນໄປຫຼິ້ນສະ​ກີ້​ຫິມະ ຢູ່ສະຖານທີ່ພັກຜ່ອນ ເທິງພູເຂົາ Alpine ເຄື່ອນຍ້າຍໄປຢ່າງຊ້າໆ ຕາມເສັ້ນທາງຫລວງ ທີ່ເນັ່ງໄປ ຫາທາງ ເມືອງ Montiers ຈາກເມືອງ Albertville, ວັນທີ 28 ທັນວາ 2014.

ຫິມະ ​ແລະ ນ້ຳ​ກ້ອນ ​ໃນ​ເຂດ​ພູ​ເຂົາ Alps ໃນ​ປະ​ເທດ​ຝຣັ່ງ
ໄດ້​ເຮັດ​ໃຫ້​ລົດ​ຈຳນວນ 15,000 ຄັນ ​ຕົກ​ຄ້າງ​ຢູ່​ຕາມ​ພູ ສົ່ງ​
ຜົນ​ກະທົບໃຫ້​ເກີດ​ການ​ຕິດ​ຂັດຢ່າງ​ໜັກ ​ໃນ​ການ​ຈະລາຈອນ
ໄປ ​ແລະກັບຈາກ​ສະຖານ​ທີ່​ຫຼິ້ນສະ​ກີ້​ຫິມະຕ່າງໆຢູ່​ເຂດ​ພູ​ເຂົາ
Alps ໃນ​ຊ່ວງ​ພັກ​ບຸນຄຣິສມັສ.

ລັດຖະບານໄດ້​ຂໍ​ຮ້ອງ​ ໃຫ້​ບັນດາ​ຜູ້​ຂັບ​ລົດທັງຫຼາຍ “ຈົ່ງ​ໃຊ້​
ຄວາມ​ລະ​ມັ​ດລະວັງ​ຢ່າງທີ່​ສຸດ”
​ແລະ​ໃຫ້​ຫລີກ​ລ່ຽງ​ການ​
ເດີນທາງ ​ຖ້າ​ເປັນ​ໄປ​ໄດ້.

ຊາຍ​ຄົນ​ໜຶ່ງເສຍ​ຊີວິດ ເວລາ​ລົດ​ຂອງ​ລາວ​ແລ່ນເຈືອກລົງເຫວ ລະຫວ່າງຮ່ອມ​ພູ.

ຫຼາຍກວ່າ ສາມ​ສ່ວນ​ສີ່​ຂອງ​ປະ​ເທດ ​ແມ່ນ​ຕົກ​ຢູ່​ພາຍ​ໃຕ້​ການ​ເຕືອນ​ໃຫ້​ຕິດຕາມ​ເບິ່ງ
ອາກາດປັ່ນປ່ວນທີ່ຮ້າຍ​ແຮງ. ບັນດາ​ນັກ​ພະຍາກອນ​ອາກາດ ​ເຕືອນ​ວ່າ​ ຈະ​ມີ​ຫິມະ​
ຕົກລົງມາ​ຕື່ມ​ອີກ ​ແລະ “ຫິມະ​ຈະ​ແຂງ​ຕົວ​ຄືນ​ ​ໃນ​ບໍລິ​ເວນກວ້າງຂວາງ” ​ ໃນ​ຕອນ
​ຂ້າມ​ຄືນ ​ແລະ​ໄດ້​ເຕືອນ​ອີກ​ວ່າ ຖະໜົນສາຍ​ຕ່າງໆ ຈະ​ໝື່ນຫຼາຍ.

ລົມ ​ພັດ​ຢ່າງ​ແຮງ​ກໍໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ໃນເຂດ​ອື່ນໆ​ຂອງຝຣັ່ງ ສົ່ງ​ຜົນ​ໃຫ້​ປິດ​ທ່າ​ເຮືອ​ ​ເມືອງ Calais ລົງ ​ແລະ ສວນ​ທີ່​ມີ​ຊື່​ສຽງ​ຂອງ​ພະລາດ​ຊະ​ວັງ​ເກົ່າ Versailles.

ຫິມະ​ທີ່​ຕົກລົງ​ມາ​ຢ່າງ​ໜັກ ຍັງໄດ້​ລົບ​ກວນ​ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ​ສາຍ​ຕ່າງໆ ​
ໃນ​ເຢຍຣະມັນ ສົ່ງ​ຜົນໃຫ້​ເກີດສະພາບ​ລົດ​ຕິດ ຍາວ​ເຖິງ 25 ກິ​ໂລ​ແມັດ ຢູ່​ຖະໜົນ​ໃຫຍ່
motorway ​ເລກ A8 ​ໃກ້​ກັບ​ນະຄອນ Stuttgart.

​ຢູ່ໃນ​ອັງກິດ ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ອອກ​ຄຳ​ເຕືອນໃຫລະວັງ​ການກ້າມ​ເປັນ​ນ້ຳກ້ອນ​ຂອງ
​ຫິມະ ​ແລະຫິມະ​ທີ່​ຕົກລົງ​ມາ​ ຢ່າງ​ໜັກ​ໃນ​ບາງເຂດ. ​ເຮືອນ​ຊານຫຼາຍຮ້ອຍຫຼັງ​ບໍ່​ມີ​ໄຟຟ້າ
ໃຊ້ ​ຢູ່​ໃນ​ບາງເຂດຂອງອັງກິດ.

FRANCE WEATHER VO
please wait
Embed

No media source currently available

0:00 0:00:23 0:00

XS
SM
MD
LG