ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

6 ປະເທດ ໃນເຂດ ລຸ່ມແມ່ນ້ຳ ຂອງ-ແມ່ນ້ຳ ລ້ານຊ້າງ ຕົກລົງກັນ ຮ່ວມມື ພັດທະນາ ໃນ 5 ດ້ານ ບຸລິມະສິດ


ລັດຖະມົນຕີວ່າການຕ່າງປະເທດ ຈາກ 6 ປະເທດທີ່ປະກອບດ້ວຍ ຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ໄດ້ປະຊຸມຮ່ວມກັນ ຄັ້ງປະຖົມມະເລີກ ຢູ່ທີ່ເມືອງຊຽງຮຸ່ງ ໃນເຂດສິບສອງພັນນາ ແຂວງຢຸນໜານ ຂອງຈີນ.
ລັດຖະມົນຕີວ່າການຕ່າງປະເທດ ຈາກ 6 ປະເທດທີ່ປະກອບດ້ວຍ ຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ໄດ້ປະຊຸມຮ່ວມກັນ ຄັ້ງປະຖົມມະເລີກ ຢູ່ທີ່ເມືອງຊຽງຮຸ່ງ ໃນເຂດສິບສອງພັນນາ ແຂວງຢຸນໜານ ຂອງຈີນ.

ລັດຖະມົນຕີ ຈາກ 6 ປະເທດໃນເຂດລຸ່ມແມ່ນ້ຳຂອງ-ແມ່ນ້ຳ
ລ້ານຊ້າງ ຕົກລົງຮ່ວມມືເຂົ້າໃນການພັດທະນາ ໃນ 5 ດ້ານ
ບຸລິມະສິດ ທີ່ແນໃສ່ການພັດທະນາຢ່າງຍືນຍົງ ແລະ ຍົກລະ
ດັບຊີວິດການເປັນຢູ່ ຂອງປະຊາຊົນ.

ລັດຖະມົນຕີວ່າການຕ່າງປະເທດ ຈາກ 6 ປະເທດທີ່ປະກອບດ້ວຍ ຈີນ ມຽນມາ ລາວ ໄທ
ກຳປູເຈຍ ແລະ ຫວຽດນາມ ໄດ້ປະຊຸມຮ່ວມກັນຢູ່ທີ່ເມືອງຊຽງຮຸ່ງ ໃນເຂດສິບສອງພັນນາ
ແຂວງຢຸນໜານ ຂອງຈີນ ໂດຍຖືເປັນກອງປະຊຸມລະດັບລັດຖະມົນຕີ ຄັ້ງປະຖົມມະເລີກ
ພາຍໃຕ້ຂອບການຮ່ວມມືໃນເຂດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ລິເລີ້ມ ແລະ ເປັນ
ເຈົ້າພາບໂດຍລັດຖະບານຈີນ ເມື່ອກາງເດືອນພະຈິກ 2015 ນີ້.

ໂດຍກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການຮ່ວມ ວ່າດ້ວຍການສ້າງຕັ້ງກົນໄກ
ການຮ່ວມມື ໃນເຂດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢ່າງເປັນທາງການ ພ້ອມທັງການ
ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັນ ບັນດາໂຄງການຮ່ວມມື ທີ່ເຫັນຜົນ
ໄວ ທີ່ນອນຢູ່ໃນຂົງເຂດການເມືອງ-ຄວາມໝັ້ນຄົງ ຂົງເຂດເສດຖະກິດ ແລະ ການພັດທະ ນາຢ່າງຍືນຍົງ ຂົງເຂດສັງຄົມ ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ ກັບ
ປະຊາຊົນ.

ລັດຖະມົນຕີດ້ານການທ່ອງທ່ຽວ ຂອງມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງອື່ນໆ ເຂົ້າຮ່ວມກອງປະຊຸມ ACMECS ຢູ່ທີ່ນະຄອນໂຮຈີມິນ ຊີຕີ ຂອງຫວຽດນາມ ເມື່ອປີກາຍນີ້.
ລັດຖະມົນຕີດ້ານການທ່ອງທ່ຽວ ຂອງມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງອື່ນໆ ເຂົ້າຮ່ວມກອງປະຊຸມ ACMECS ຢູ່ທີ່ນະຄອນໂຮຈີມິນ ຊີຕີ ຂອງຫວຽດນາມ ເມື່ອປີກາຍນີ້.

ພ້ອມກັນນີ້ ກອງປະຊຸມຍັງໄດ້ຕົກລົງຮ່ວມມືກັນ ເຂົ້າໃນການພັດ
ທະນາ ໃນ 5 ຂົງເຂດບຸລິມະສິດ ຄືການເຊື່ອມຈອດ ການຍົກລະ
ດັບຄວາມສາມາດໃຫ້ແກ່ການຜະລິດ ການຄຸ້ມຄອງຊັບພະຍາ
ກອນ ຢ່າງຍືນຍົງ ການພັດທະນາເຂດເສດຖະກິດຂ້າມຊາຍແດນ
ແລະ ການຫລຸດຜ່ອນບັນຫາຄວາມທຸກຍາກ ຂອງປະຊາຊົນ
ໂດຍກອງປະຊຸມ ໄດ້ເນັ້ນໜັກ ໃຫ້ຄວາມສຳຄັນເປັນພິເສດ ຕໍ່
ການພັດທະນາທາງດ້ານການທ່ອງທ່ຽວ ທີ່ເຊື່ອມໂຍງເປັນເຂດ
ດຽວກັນໃຫ້ໄດ້ຢ່າງເປັນຮູບປະທຳ.

ກ່ອນໜ້ານີ້ ລັດຖະມົນຕີດ້ານການທ່ອງທ່ຽວຂອງມຽນມາ ລາວ
ໄທ ກຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກລົງຮ່ວມກັນ ໃນລະຫວ່າງການປະຊຸມກັນ ຢູ່ທີ່
ນະຄອນຫລວງເນປີຕໍ ຂອງມຽນມາ ເມື່ອບໍ່ນານມານີ້ ວ່າຈະເສີມຂະຫຍາຍ ການຮ່ວມມື
ດ້ານການທ່ອງທ່ຽວ ຢ່າງຮອບດ້ານລະຫວ່າງກັນ ຢ່າງເປັນຮູບປະທຳ ດ້ວຍການພັດທະນາ
ທັງ 5 ປະເທດ ໃຫ້ເປັນຂົງເຂດເປົ້າໝາຍດຽວກັນ ສຳລັບຮອງຮັບບັນດານັກທ່ອງທ່ຽວ ທັງ
ໃນອາຊຽນ ແລະຈາກພູມິພາກອື່ນໆ ໃນທົ່ວໂລກໃຫ້ໄດ້ໄວທີ່ສຸດ.

ແຕ່ຢ່າງໃດກໍຕາມ ທ່ານນາງກອບການ ວັດທະນະວະຣາງກູນ ລັດຖະມົນຕີວ່າການທ່ອງ
ທ່ຽວ ແລະ ກິລາຂອງໄທ ກໍຍອມຮັບວ່າ ແຜນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ
ປະເທດໃນລຸ່ມແມ່ນ້ຳຂອງ ດັ່ງກ່າວນີ້ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ຢ່າງແທ້ຈິງ.

ທັງນີ້ ໂດຍສະເພາະແມ່ນການນຳໃຊ້ລະບົບການກວດສອບ ແລະ ລົງຕາ Visa ຄັ້ງດຽວ
(Single Visa) ນັ້ນ ຖືເປັນບັນຫາທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ ໂດຍມີສາເຫດ
ມາຈາກຄວາມບໍ່ພ້ອມ ໃນປະເທດສະມາຊິກສ່ວນໃຫຍ່ ທັງໃນດ້ານບຸກຄະລາກອນ ແລະ
ເທັກນິກ ແຕ່ທີ່ນັບວ່າເປັນບັນຫາສຳຄັນທີ່ສຸດ ກໍຄືການທີ່ລັດຖະບານ ຂອງປະເທດສະມາ
ຊິກ ເຊັ່ນລາວນັ້ນ ໄດ້ໃຫ້ຄວາມສຳຄັນກັບດ້ານຄວາມໝັ້ນຄົງສູງກວ່າ ໃນດ້ານການທ່ອງ
ທ່ຽວ ດັ່ງທີ່ທ່ານນາງກອບການ ໄດ້ໃຫ້ການຢືນຢັນວ່າ:

“ການເຊື່ອມໂຍງຂອງການທ່ອງທ່ຽວລະຫວ່າງກັນນີ້ ທີ່ຍັງມີບັນຫາຢູ່ ກໍຄືເລື້ອງ
ຂອງ Single Visa ໃນແງ່ຂອງຄວາມຕັ້ງໃຈທຸກປະເທດນີ້ ກໍບອກວ່າ ໜ້າຈະ
ເຮັດໄດ້ ແຕ່ໃນຄວາມເປັນຈິງນັ້ນ ໃນແງ່ຂອງການທຳງານຕົວຈິງ ກໍຍັງຕິດຂັດ
ບັນຫາເລື້ອງກ່ຽວກັບ ເລື້ອງຄວາມໝັ້ນຄົງ ດັ່ງນັ້ນແລ້ວ ຈຸດນີ້ເປັນຈຸດທີ່ທາງ
ກະຊວງເອງນັ້ນ ກຳລັງຈະເລັ່ງໂອ້ລົມ ວ່າຈະເຮັດຢ່າງໃດ ໃຫ້ເກີດ Single
Visa ໄດ້ຢ່າງແທ້ຈິງ.”

ທ່ານນາງກອບການ ຢືນຢັນວ່າ ໄທໄດ້ທຳການຮ່າງແຜນການຮ່ວມມື ທາງດ້ານການທ່ອງ
ທ່ຽວກັບປະເທດເພື່ອນບ້ານ ໃນລຸ່ມແມ່ນ້ຳຂອງດ້ວຍກັນ ສຳເລັດສົມບູນແລ້ວ ແລະກໍໄດ້
ນຳສະເໜີຕໍ່ລັດຖະບານ ຂອງປະເທດເພື່ອນບ້ານ ໃນໂອກາດການປະຊຸມລະດັບລັດຖະ
ມົນຕີ ທ່ອງທ່ຽວຂອງອາຊຽນ ທີ່ໄດ້ມີຂຶ້ນຢ່າງເປັນທາງການ ໃນທ້າຍເດືອນມັງກອນ 2015
ຢູ່ນະຄອນຫລວງເນປິຕໍ ຂອງສະຫະພາບມຽນມາດັ່ງກ່າວ.

ໂດຍແຜນການດັ່ງກ່າວນີ້ ໃຫ້ຄວາມສຳຄັນເປັນພິເສດ ໃນການລົນນະລົງ ແລະ ການປະ
ຊາສຳພັນ ເພື່ອການສົ່ງເສີມ ແລະ ຂະຫຍາຍຕະຫລາດການທ່ອງທ່ຽວ ໃນຕ່າງປະເທດ
ຮ່ວມກັບປະເທດເພື່ອບ້ານ ໃນເຂດລຸ່ມແມ່ນ້ຳຂອງດ້ວຍກັນ ໃຫ້ກວ້າງຂວາງຫຼາຍຂຶ້ນ
ລວມເຖິງການນຳໃຊ້ລະບົບ Single Visa ແລະ ຈັດກິດຈະກຳການທ່ອງທ່ຽວຮ່ວມກັນດ້ວຍ.

ທ່ານນາງກອບການ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດັ່ງກ່າວ ຈະເຮັດໃຫ້
ນັກທ່ອງທ່ຽວຊາວຕ່າງຊາດ ພາກັນເດີນທາງມາທ່ອງທ່ຽວ ໃນເຂດລຸ່ມແມ່ນ້ຳຂອງ ຫຼາຍ
ຂຶ້ນຢ່າງຕໍ່ເນື່ອງ ເພາະເຫັນວ່າ ການເດີນທາງມາທ່ອງທ່ຽວ ໃນເຂດລຸມແມ່ນ້ຳຂອງ ມີ
ຄວາມຫຼາກຫຼາຍ ທັງທາງດ້ານວັດທະນະທຳ ປະເພນີ ປະວັດສາດ ແລະ ທຳມະຊາດທີ່
ສວຍງາມອີກດ້ວຍ.

XS
SM
MD
LG