ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີແອຣາລີອອນ ຫ້າມອອກນອກເຮືອນ 3 ມື້ ເພື່ອຄວບຄຸມ ອີໂບລາ (ສະໄລດ໌/ວີດີີໂອ)


Health worker, left, uses a thermometer to screen a man at a makeshift road block run by Guinean security forces outside the town of Forecariah, Guinea, Sept. 7, 2014.
Health worker, left, uses a thermometer to screen a man at a makeshift road block run by Guinean security forces outside the town of Forecariah, Guinea, Sept. 7, 2014.

ປະ​ເທດ​ຊ​ີແອ​ຣາ​ລີ​ອອນ ໄດ້ເລີ້​ມທຳ​ການ ​ຫ້າມ​ອອກ​ນອກ​ເຮືອນ
​ເປັນ​ເວລາສາມ​ມື້ໃນທົ່ວ​ປະ​ເທດ ຊຶ່ງ​ເປັນ​ບັນຫາ​ໂຕ້​ແຍ້​ງກັນ ​ໃນ
​ຂະນະ​ທີ່​ປະເທດດັ່ງກ່າວດີ້ນ​ລົນຫາທາງຄວບ​ຄຸມ ​ການລະບາດ
ຂອງເຊື້ອ​ໄວຣັສອີ​ໂບລາ ທີ່​ຮ້າຍ​ແຮງ.

ປະຊາ​ກອນ​ຫົກ​ລ້ານ​ຄົນຂອງ ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ ຕົກດັ່ງ
ກ່າວ​ໄດ້​ຖືກ​ບອກ​ໃຫ້​ຢູ່​ໃນ​ບ້ານ​ເຮືອນ​ໃນ​ວັນ​ສຸກ​ມື້​ນີ້ ວັນ​ເສົາແລະ
​ວັນ​ອາທິດ ​ໃນ​ຂະນະ​ທີ່​ພວກ​ອາ ສາ​ສະມັກ​ພາກັນ​ໄປ​ຫາ​ ແຕ່ລະ​
ເຮືອນ ​ເພື່ອ​ຊອກ​ຫາ​ບັນດາກໍລະນີຕິດເຊື້ອອີ​ໂບລາ ທີ່ບໍ່ມີການ
ລາຍງານແລະ​ບອກ​ໃຫ້​ຜູ້​ຄົນ​ຊາບ​ເຖິງ​ຂໍ້ມູນລາຍ​ລະອຽດວ່າ ຄວນ
ຫລີກ​ລ່ຽງພະຍາດທີ່ຮ້າຍ​ແຮງ​ນີ້​ຢ່າງໃດ.

ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ແພດ ​ໄດ້​ຕິຕຽນ​ການຫ້າມອອກນອກເຮືອນນີ້ ​ໂດຍ​ໂຕ້​ຖຽງ​ວ່າ
ມາດ​ຕະການບີບ​ບັງຄັບອາດ​ຈະ​ເຮັດ​ໃຫ້​ຄົນ​ຈຳນວນ​ນຶ່ງ​ພາກັນ​ໜີໄປ​ລີ້​ຊ່ອນ ​ແລະ​ຈະ​ເປັນ​
ການ​ຍາກ​ລຳບາກ​ທີ່​ສຸດ​ທີ່​ຈະ​ຈັດຕັ້ງ​ປະ​ຕິ​ບັດໄດ້.

​ໃນ​ຂະນະ​ດຽວ​ກັນ ນາງ​ໝໍ​ອາສາ​ສະມັກ​ຝຣັ່ງຄົນ​ນຶ່ງ ທີ່​ເຮັດ​ວຽກ​ໃຫ້​ແກ່ອົງການ ນາຍ​ແພດ
ບໍ່​ມີ​ພົມ​ແດນ ທີ່ຕິ​ດ​ເຊື້ອ​ອີ​ໂບລາ​ ຢູ່​ປະ​ເທດ​ໄລ​ບີ​ເລຍນັ້ນ ໄດ້​ເດີນທາງ ກັບ​ຄືນ​ປະເທດ ​ໃນ
​ວັນ​ສຸກ​ມື້​ນີ້ ບ່ອນ​ທີ່​ນາງ​ໄດ້​ຮັບ​ການປິ່ນປົວ​ແບບທົດລອງຢູ່​ໃນ​ຂະນະ​ນີ້.

World Leaders to Tackle ISIL, Ebola at UN Meetings
please wait

No media source currently available

0:00 0:02:45 0:00

​ໃນ​ວັນ​ພະ​ຫັດວານ​ນີ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ວ່າ ເຊື້ອໄວຣັສ
ນີ້ “​ເປັນ​ໄພຂົ່ມຂູ່​ຕໍ່​ສັນຕິພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງນາ​ໆ​ຊາດ.”

ຄະນະ​ສຶກສາກ່ຽວ​ກັບ​ອີ​ໂບລາກຸ່ມນຶ່ງ ໄດ້ຖືກພົບເຫັນເສຍຊີວິດ ໃນວັນພະຫັດ ວານນີ້ ຢູ່
​ໃນ​ພາກ​ຕາ​ເວັນອອກສຽງ​ໃຕ້ ຂອງປະເທດກີເນຍ. ບັນດາ​ເຈົ້າ​ໜ້າ​ທີ່ກີ​ເ​ນຍກ່າວ​ວ່າ ພະ
ນັກງານ​ສາທາລະນະສຸກທ້ອງ​ຖິ່ນ ​ແລະ​ບັນ​ດາ​ນັກ​ຂ່າວ​ໄດ້​ຖືກ​ຂ້າ​ຕາຍ “ຢ່າງ​ເລືອດ​ເຢັນ” ​
​ໂດຍ​ພວກຊາວບ້ານທີ່​ເມືອງ Wome ໃນພາກ​ ຕາ​ເວັນ​ອອກສຽງໃຕ້ຂອງປະເທດ​.

ຂະນະດຽວກັນ ອົງການ​ອາ​ນະ​ໄມໂລກ ​ໄດ້​ລາຍ​ງາ​ນໃຫ້ຊາບ ກ່ຽວກັບ​ຈຳນວນ​ກໍລະນີ​ຕິດ​
ເຊື້ິອອີໂບລາວ່າ ມີຫລາຍ​ກວ່າ 5,300 ຄົນ​ໂດຍທີ່ 2,600 ກວ່າຄົນ​ໄດ້ເສຍຊີວິດໄປແລ້ວ
ຢູ່ໃນ​ກີເນຍ​ ​ໄລ​ບີ​ເລຍ ​ແລະ ຊີ​ແອ​ຣາ​ລີອອນ. ​ໄນ​ຈີ​ເຣຍ ຍັງ​ລາຍ​ງາ​ນວ່າ ມີຜູ້ຕິດເຊື້ອ 21
ກໍລະນີ ຊຶ່ງມີ​ແປດ​ຄົນ​ໄດ້​ເສຍ​ຊີວິດແລ້ວ.

EBOLA CNPK
please wait
Embed

No media source currently available

0:00 0:01:44 0:00

XS
SM
MD
LG