ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊິແອຣາ ລີອອນ ປະກາດ ພາວະສຸກເສີນ ຮັບມືກັບ ເຊື້ອໄວຣັສ ອີໂບລາ (ວີດີໂອສະ/ໄລດ໌)


WEST AFRICA EBOLA CNPK
please wait

No media source currently available

0:00 0:01:49 0:00

ປະ​ທາ​ນາ​ທິບໍດີ ​ຊິ​ແອຣາ ​ລີອອນ ທ່ານ​ Ernest Bai Koroma ​
ໄດ້​ປະກາດ​ພາວະ​ສຸກ​ເສີນ ​ເພື່ອ​ຊ່ວຍ​ປະ​ເທດຮັບ​ມື​ກັບການລະ
ບາດທີ່​ຮ້າຍ​ແຮງສຸດຢ່າງບໍ່​ມີ​ມາ​ກ່ອນ ​ຂອງເຊື້ອ​ໄວຣັສ ອີ​ໂບລາ.

​ຢູ່ໃນ​ຄຳຖະ​ແຫລ​ງຕໍ່​ປ​ະ​ເທດຊາດ ທ່ານ Koroma ກ່າວວ່າ ລັດ
ຖະບານກຳລັງ ແຍກ​ແລະ​ກັນຫລາຍໆ​ເຂດ​ໄວ້​ຕ່າງຫາກ ບ່ອນ
​ທີ່ມີ​ການ​ພົບ​ເຫັນເຊື້ອ​ໄວຣັສດັ່ງ ກ່າວ ພ້ອມ​ກັບ​ຈຳ​ກັດ​ການເຕົ້າ
​ໂຮມ​ກັນ​ຂອງ​ສາທາລະນະຊົນ ກວດ​ຄົ້ນຕາມ ເຮືອນ​ຊານເພື່ອ​
ຊອກຫາ​ແລະ​ລະບຸ​ໂຕຄົນ​ທີ່​ຕິດ​ເຊື້ອ​ພະຍາດ ​ແລະວາງ​ລະບຽບ​
ການ​ໃໝ່ ສຳ​ຫລັບບັນດາ​ຜູ້​ໂດຍສານ​ທີ່​ເດີ່ນ​ບິນ​ແຫ່ງ​ຊາດ ຊຶ່ງ​ມາດ​ຕະການເຫລົ່າ​ນີ້​ ຈະຖືກ​ຈັດ​ຕັ້ງປະຕິບັດ ​ເປັນ​ເວລາ 60 ຫາ 90 ມື້.

ທ່ານ​ກ່າວ​ວ່າ ​ຊິ​ແອຣາ ລີ​ອອນ ກຳລັງປະ​ເຊີນ​ກັບ “ການ​ຕໍ່ສູ້​ອັນ​ໃຫຍ່​ຫລວງ” ​ແລະ ອີ​ໂບລາ ແມ່ນ​ຮ້າຍ​ແຮງ​ກ່ວາ​ທີ່ ປະ​ເທດນຶ່ງປະ​ເທດດຽວ ຫລື​ປະຊາ​ຄົມ​ດຽວ ຈະສາມ​າດ​ເອົາ​ຊະນະ​ໄດ້. ​ແລະ​ທ່ານ​ປະກາດ​ວ່າ ທ່ານ​ຈະ​ເດີນທາງ​ໄປ​ຍັງ ປະ​ເທດ​ກີ​ນີ ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ​ເພື່ອ​ພົບ​ປະ​ຫາລື​ກັບ​ຄູ່​ຕຳແໜ່​ງຂອງ​ທ່ານ​ຈາກ ກີ​ນີ ກັບ ​ໄລບີ​ເຣຍ.

ທັງ​ສາມປະ​ເທດ​ໄດ້​ເປັນ​ສູນ​ກາງ​ຂອງ​ການ​ລະ​ບາດຂອງ​ໄວຣັສນີ້ ຊຶ່ງ​ອົງການ​ອານາ​ໄມ​ໂລກ ກ່າວ​ວ່າ ​ໄດ້​ເຮັດໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 672 ຄົນ ນັບ​ຕັ້ງ​ແຕ່​ການ​ລະ​ບາດ​ໄດ້​ເກີດ​ຂື້ນ ​ໃນ​ເດືອນ​ກຸມພາ.

ທ່ານ Koroma ​ໄດ້​ລົບ​ລ້າງ​ການ​ເດີນ​ທາງໃນອາທິດ​ໜ້າ ​ມາຍັງນະຄອນຫລວງ ວໍ​ຊິງ​ຕັນ ບ່ອນ​ທີ່ປະທານາທິບໍດີສະຫະລັດ ທ່ານ Barack Obama ຈະ​ເປັນ​ເຈົ້າພາບກອງ​ປະຊຸມສຸດ​ຍອດ ຂອງ​ບັນດາ​ຜູ້ນຳ​ອາຟຣິກາ.

​ໄລ​ບີ​ເລຍ ​ກໍໄດ້​ປະກາດ​ມາດ​ຕະການ​ຕົນ​ເອງ ​ໃນ​ວັນ​ພຸດ​ວານ​ນີ້ ​ໃນ​ຄວາມ ພະຍາຍາມຕໍ່ສູ້
ກັບ ​ການ​ແຜ່​ລະ​ບາດ ຮວ​ມທັງປິດ​ໂຮງຮຽນຢູ່​ທົ່ວປະ​ເທດ ​ແລະ​ສັ່ງ​ໃຫ້​ບັນດາ​ພະນັກງານ​ລັດຖະບານ ທີ່​ບໍ່​ມີໜ້າ​ທີ່​ສຳຄັນ​ແລະຈຳ​ເປັນ ລາ​ພັກ​ເປັນ​ເວລາ 30 ມື້.

​ໃນ​ຂະນະ​ດຽວກັນ ນັກອາສາ​ສະມັກໜ່ວຍ​ສັນຕິພາບ​ຫລື Peace Corps ຂອງ ສະຫະລັດ ສອງ​ຄົນຢູ່​ໃນ​ໄລ​ບີເຣຍ ​ໄດ້​ຖືກ​ແຍກ​ອອກຢູ່​ຕ່າງຫາກ​ ຫລັງ​ຈາກທີ່ອາດໄດ້​ຖືກ​ເຜີຍ​ແບ​ໃສ່​ກັບ​ເຊື້ອ ອີ​ໂບລາ.

​ໂຄສົກ​ຍິງ​ຄົນ​ນຶ່ງຢືນຢັນໃນ​ວັນ​ພຸດ​ວານ​ນີ້​ວ່າ ທັງ​ສອງ​ຄົນ “​ໄດ້​ມີ​ການ​ຕິດ​ຕໍ່​ກັບ​ບຸກຄົນ​ຜູ້ນຶ່ງ
ຊຶ່ງ​ຕໍ່​ມາ​ໄດ້​ເສຍ​ຊິວິດ​ ຍ້ອນເຊື້ອ ອີ​ໂບລາ.”

ອົງການ Peace Corps ກຳລັງ​ຖອນ​ບັນດາ​ອາສາ​ສະມັກ ອອກເປັນ​ການ ຊົ່ວຄາວ​ຈາກ ​
ໄລ​ບີ​ເຣຍ ຊິ​ແອຣາ ​ລີອອນ ​ແລະ​ກີ​ນີ ໃນ​ການ​ເອົາ​ມາດ​ຕະການ​ປ້ອງ​ກັນລ່ວງ​ໜ້າ.

ບໍ່ມີ ​ຢາປ້ອງ​ກັນ ຫລື​ປົວ​ການ​ຕິດເຊື້ອ ອີ​ໂບລາ ທີ່​ມີອາການເປັນໄຂ້ ຮາກ ຖອກທ້ອງ ​ເຈັບ​ປວດ​ຮ່າງກາຍ ​ແລະ​ມີ​ເລືອດ​ໄຫລ​ອອກ​ມາ​ບໍ່​ຢຸດ ຢູ່ບໍລິ​ເວນຕາ ຫູ ​ແລະ​ດັງ.

Rapid Spread of Ebola in West Africa Prompts Global Alert
please wait

No media source currently available

0:00 0:02:28 0:00

XS
SM
MD
LG