ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

Sierra Leone ຢືນຢັນ ການເສຍຊີວິດໃໝ່ ຈາກໂຣກ ອີໂບລາ


ຮູບພາບສີ ຖ່າຍທອດຜ່ານກ້ອງຈຸລະທັດ ທີ່ບໍ່ລະບຸມື້ນີ້ ແມ່ນໄດ້ມາຈາກ CDC ສະແດງໃຫ້ເຫັນ ການຕິດຕໍ່ຂອງເຊື້ອໄວຣັສ ອີໂບລາ.
ຮູບພາບສີ ຖ່າຍທອດຜ່ານກ້ອງຈຸລະທັດ ທີ່ບໍ່ລະບຸມື້ນີ້ ແມ່ນໄດ້ມາຈາກ CDC ສະແດງໃຫ້ເຫັນ ການຕິດຕໍ່ຂອງເຊື້ອໄວຣັສ ອີໂບລາ.

​ໃນ​ວັນ​ອາທິດ​ວານ​ນີ້ ເຈົ້າ​ໜ້າ​ທີ່​ສະ​ທາ​ລະນະ​ສຸກ​ໃນປະ​ເທດ Siera Leone ​ໄດ້​ຢືນຢັນ​ການ​ຕາຍ​ຄັ້ງໃໝ່​ຈາກ​ເຊື້ອ​ໄວຣັສ
ອີ​ໂບລາ, ບໍ່ເກີນ​ໜຶ່ງ​ອາທິດ​ຫຼັງ​ຈາກ​ຄົນ​ໄຂ້ ອີ​ໂບລາ ຄົນ​ສຸດ​ທ້າຍ​ໄດ້​ຖືກ​ປ່ອຍໂຕ​ອອກ​ຈາກໂຮງ​ໝໍ.

ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການແພດ​ ຂອງ​ປະ​ເທດ ​ໃນ​ພາກ​ຕາວັນ​ຕົກ​ຂອງ ອາ​ຟຣິກາ ດັ່ງກ່າວ ທ່ານ Brima Kargbo ​ໄດ້​ກ່າວ​ວ່າ ຕົວຢ່າງ​ຈາກ​ສົບ​ຂອງ​ຜູ້​ເຄາະ​ຮ້າ​ຍອາຍຸ 67 ປີ ທີ່​ໄດ້​ເສຍ​ຊີວິດ​ເມື່ອ​ບໍ່​ດົນ​ມາ​ນີ້​ໃນ​ເຂດ​ຊົນນະບົດໃກ້​ກັບ​ເຂດ​ຊາຍ​ແດນ​ຂອງປະ​ເທດ Guinea, ​ໄດ້​ຖືກ​ກວດ​ພົບ​ວ່າ​ຕິດ​ເຊື້ອ​ໂຣກຮ້າຍແຮ​ງດັ່ງກ່າວ. ທ່ານ Kargbo ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວ Reuters ວ່າການ​ທົດ​ສອບ​ເພີ່ມ​ເຕີມແມ່ນ​ກຳລັງ​ດຳ​ເນີນ​ຢູ່​ ເພື່ອ​ຢືນຢັນ​ໃນ​ການ​ກວດກາ​ໂຣກນັ້ນ.

ສູນ​ຕອບ​ຮັບຕໍ່​ເຊື້ອ ອີ​ໂບລາ​ ​ແຫ່ງ​ຊາດ​ຂອງ​ປະ​ເທ​ດ ​ໄດ້​ກ່າວ​ວ່າ ພວກ​ເຂົາເຈົ້າກຳລັງ​ຕາມ​ຫາ​ຄົນ​ທີ່​ໄດ້​ສຳພັດ​ກັບ​ແມ່ຍິງ​ຄົນ​ດັ່ງກ່າວ.

​ຄົນ​ເ​ຈັບ​ຄົນ​ສຸດ​ທ້າຍ​ຂອງ Siera Leone ​ແມ່ນ​ໄດ້​ຖືກ​ປ່ອຍ​ໂຕ​ອອກ​ຈາກ​ໂຮງໝໍ​ໃນ​ວັນ​ທີ 24 ສິງຫາ​ທີ່​ຜ່ານມາ, ກະ​ຕຸ້ນ​ໃຫ້​ປະ​ເທດຕ້ອງ​ໄດ້​ກຳນົດ​ໄວ້ 42 ມື້​ ກ່ອນ​ຈະ​ປະກາດ​ວ່າ ​ປອດ​ເຊື້ອ​ໂຣກ ອີ​ໂບລາ​ໄດ້.

ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ປະຊາຊົນ​ຫຼາຍ​ກວ່າ​ 11,300 ຄົນ​ໃນປະ​ເທດ Siera Leone, Guinea ​ແລ​ະ Liberia ​ໄດ້​ເສຍ​ຊີ​ວິດ​ຈາກ​ໂຣກ ອີ​ໂບລາ. ພື້ນທີ່ຫຼາຍ​ກວ່າ 1 ສ່ວນ 3 ຂອງ​ ​ພາກ​ຕາ​ເວັນ​ຕົກ ອາ​ຟຣິກາ ​ທັງ​ໝົດ ແມ່ນໄດ້ຖືກ​ຮັບ​ຮູ້​ວ່າຕິດ​ເຊື້ອ ອີ​ໂບລາ. ວິ​ກິດ​ການ​ປະຈຸ​ບັນ​ນີ້ ​ເປັນ​ຄັ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ເລີ່​ມຂຶ້ນ​ໃນ​ຕົ້ນ​ເດືອນ ກໍລະກົດ 2014.

XS
SM
MD
LG