ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ FBI ຈັບຜູ້ນຳ​ກຸ່ມ​ ​ທີ່ເຂົ້າຍຶດ ​​​ເຂດຮັກສາພັນສັດປ່າ ຢູ່ລັດ Oregon


ທ້າວ Ammon Bundy ທີ່ເຫັນນັ່ງຢູ່ໂຕະ ທີ່ສູນກາງຮັກສາສັດປ່າ Malheur ໃນລັດ Oregon.
ທ້າວ Ammon Bundy ທີ່ເຫັນນັ່ງຢູ່ໂຕະ ທີ່ສູນກາງຮັກສາສັດປ່າ Malheur ໃນລັດ Oregon.

ອົງການ​ສັນຕິ​ບານຫຼື FBI ຂອງ​ສະຫະລັດ ​ໄດ້​ຈັບ​ບັນດາ​ຜູ້ນຳ
ຂອງ​ກຸ່ມ​ ທີ່​ໄດ້​ເຂົ້າ​ຍຶດ​ເອົາເຂດ​ຮັກສາພັນສັດປ່າ ຢູ່​ລັດ Oregon
ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງສະຫະລັດ ມາ​ເປັນ​ເວລາ​
ເກືອບ​ໜຶ່ງ​ເດືອນ​ແລ້ວ
ນັ້ນ.

ທ້າວ Ammon Bundy ຜູ້ນຳ​ຂອງ​ກຸ່ມ ແລະ​ອີກ​ຫລາຍ​ຄົນ​ອຶ່ນໆ
​ໄດ້​ອອກ​ຈາກເຂດ​ດັ່ງກ່າວ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ມີລາຍ​ງານ​
ວ່າພວມ ຂັບ​ລົດໄປກ່າວຖະ​ແຫຼງຢູ່ບ່ອນປະຊຸມປະຊາ​ຄົມຄົມ ​
ເວລາ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຢຸດ​ລົດ​ຂອງ​ເຂົາ​ເຈົ້າ.

ຖະ​ແຫລ​ງຂ່າວ​ຂອງ​ອົງການ FBI ສະບັບ​ໜຶ່ງກ່າວ​ວ່າ ​ໄດ້​ເກີດ​ມີ​ການ​ຍິງ​ກັນຂຶ້ນ ​ໃນ
ລະຫວ່າງການ​ປະຕິບັດ​ງານຮ່ວມ ກັບ​ຕຳຫລວດ​ປະຈຳ​ລັດ ​ເຮັດ​ໃຫ້​ຜູ້​ຕ້ອງ​ສົງ​ໄສ​ຄົນ​
ໜຶ່ງ​ເສຍ​ຊີວິດແລະອີກ​ຄົນ​ໜຶ່ງ​ໄດ້​ຮັບ​ບາດ​ເຈັບ.

ທ້າວ Bundy ​ແລະ​ນ້ອງ​ຊາຍ​ຂອງລາວ ທ້າວ Ryan ໄດ້​ຖືກ​ຈັບພ້ອມ ກັບທ້າວ Brian
Cavalier ທ້າວ Shawna Cox ​ແລະທ້າວ Ryan Waylen Payne. ຢູ່​ໃນ​ການ​ຈັບ​
ກຸ​ມອີກ​ຕ່າງຫາກນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ນຳ​ໂຕ ທ້າວ Peter Santilli ​ແລະທ້າວ
Joseph Donald O’Shaughnessy ມາ​ກັກ​ຂັງ.

ເຂົາ​ເຈົ້າທັງ​ໝົດ​ຖືກ​ກ່າວ​ຫາວ່າ ກະທຳ​ຄວາມຜິດຮ້າຍ​ແຮງ​ທາງ​ອາຍາ​ໃນ​ການສົມຮູ້​ຮ່ວມ
ຄິດ ຂັດຂວາງ​ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ບໍ່​ໃຫ້​ປະ ຕິ​ບັດໜ້າ​ທີ່​ການ​ຂອງ​ເຂົາ​ເຈົ້າ ​ໂດຍ
ການ​ໃຊ້​ກຳລັງ ຂູ່​ເຂັນ ຫລື​ຂົ່ມຂູ່.

ການ​ປະ​ເຊີນ​ໜ້າຢູ່ເຂດ​ຮັກສາ​ພັນ​ສັດ​ປ່າ ​ໄດ້​ເລີ້ມ​ເກີດ​ຂື້ນ​ໃນ​ວັນ​ທີ 2 ມັງກອນ ເວ​ລາທ້າວ
Bundy ​ໄດ້​ນຳພາ​ກຸ່ມພວກ​ສະ​ໜັບສະ​ໜູນ ​ເຂົ້າ ຍຶດ​ເອົາ​ເຂດດັ່ງກ່າວ. ​ເຂົາ​ເຈົ້າ​ໄດ້​ຈົ່ມ​
ທຸກ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ດິນ​ທີ່ ລັດຖະບານ​ກາງ​ເປັນ​ເຈົ້າຂອງ ​ແລະ​ຮຽກຮ້ອງ​ໃຫ້​ສົ່ງ​ເຂດ​
ຮັກສາ​ພັນ​ສັດ ປ່ອານີ້ ​ຄືນ​ໃຫ້​ແກ່​ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ.

US Wildlife Refuge Standoff
please wait

No media source currently available

0:00 0:00:56 0:00

XS
SM
MD
LG