ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣັກ ເລີ່ມປະຕິບັດການ ກອບກູ້ເອົາເມືອງ Ramadi ຄືນຈາກກຸ່ມ IS


ທະຫານ​ບ້ານ​ມຸສລິ​ມ ນິກາຍ​ Shi’ite ກຳລັງຍົກປືນຂອງຕົນຂຶ້ນ
ທີ່ແຂວງ Anbar ທາງພາກຕາເວັນຕົກຂອງ ນະຄອນຫຼວງ Baghdad, ທີ 19 ພຶດສະພາ, 2015
ທະຫານ​ບ້ານ​ມຸສລິ​ມ ນິກາຍ​ Shi’ite ກຳລັງຍົກປືນຂອງຕົນຂຶ້ນ ທີ່ແຂວງ Anbar ທາງພາກຕາເວັນຕົກຂອງ ນະຄອນຫຼວງ Baghdad, ທີ 19 ພຶດສະພາ, 2015

ພວກທະຫານ​ບ້ານ​ມຸສລິ​ມ ນິກາຍ​ Shi’ite ​ແລະທະຫານ​ລັດຖະບານ ອີຣັກ ​ໄດ້​ເປີດ​ການ​ໂຈ​ມຕີ​ໂຕ້​ຕອບ ພວກ​ກະບົດ​ລັດ​ອິດສະ​ລາມ​ ໃນ​ວັນ​ເສົາ​ວານ​ນີ້ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Ramadi ​ໃນ​ການດຳ​ເນີນ​ພະຍາຍາມ​ຄັ້ງ​ທຳ​ອິດ​ ເພື່ອ​ຍຶດ​ເອົາ​ຕົວ​ເມືອງຄືນ ຕັ້ງ​ແຕ່​ມັນ​ໄດ້​ຕົກ​ຢູ່​ໃນກຳ​ມື​ ຂອງ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ ​ເມື່ຶອ​ໜຶ່ງ​ສັບປະດາ​ທີ່​ຜ່ານ​ມາ.

ການ​ເສຍ​ເມືອງ Ramadi ​ຂອງ​ແຂວງ​ Anbar ​ໄປ ໃນ​ວັນ​ທີ 17 ພຶດສະພາ ໄດ້​ສ້າງ​ຄວາມເສຍຫາຍ ທີ່​ອາດ​ເຖິງ​ຂັ້ນໜັກໜ່ວງທີ່​ສຸດ ​ໃຫ້​ແກ່ລັດຖະບານກາງຂອງ Baghdad.

Shi'ite Militias Battle Islamic State Militants in Beiji
please wait

No media source currently available

0:00 0:00:45 0:00

ປະຈຸບັນນີ້ ກຸ່ມຫົວຮຸນແຮງ ມຸສລິມ ຊຸນນີ ລັດອິດສະລາມນັ້ນ ​ແມ່ນ ຄວບຄຸມພາກສ່ວນ ໃຫຍ່ ຂອງແຂວງ Anbar ທີ່​ກ້ວາງ​ໃຫຍ່ ຢູ່ໃນພາກ ຕາເວັນຕົກຂອງ​ ອີຣັກ ​ເຊິ່ງມີ​ຊາຍແດນ​ຕິດ​ກັບ ​
ປະ​ເທດ Syria, Jordan ​ແລະ Saudi Arabia. ພວກນັກ ວິ​ເຄາະ​ເວົ້າ​ວ່າ ຖ້າ​ຫາກບໍ່​ຖືກ​ຍັບ​ຍັ້ງ​ໄວ້​ແລ້ວ ພວກນັກ​ຕໍ່ສູ້​ສົງຄາມ​ສັກ​ສິດ​ທາງ​ສາສະໜາ ກໍອາດ​ຂົ່ມ​ຂູ່​ເສັ້ນ ທາງ​ເຂົ້າ​ສູ່​ນະຄອນຫຼວງ Baghdad ​ທາງກ້ຳຕາ​ເວັນ​ຕົກ​ໄດ້.

ພວກ​ເຫັນ​ເຫດການບອກ​ກັບ​ອົງການ​ຂ່າວ Reuters ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ພວກ ນັກລົບ ມຸສລິ​ມ Shi’ite ​ໄດ້​ເຄື່ອນ​ຍ້າຍ​ເຂົ້າ​ໄປສູ່​ສາມ​ເມືອງ​ ໃກ້​ກັບ​ເມື​ອງ Ramadi, ໜຶ່ງ​ໃນ​ນັ້ນ​ແມ່ນ ​
ເມື​ອງ Husaiba al-Sharqiya ​ເຊິ່ງ​ຄວບຄຸມ​ໂດຍ​ພວກ IS ຕັ້ງ​ຢູ່​ຫ່າງ​ຈາກ Ramadi ​ໄປທາງ ກ້ຳຕາ​ເວັນ​ອອກ 7 ກິໂລ​ແມັດ. ພ້ອມ​ກັນ​ນັ້ນ​ ຜູ້​ເຫັນ​ເຫດການຍັງ​ໄດ້​ລາຍ​ງານ​ວ່າ ​ມີ​ການ​ຍິງ​ກັນ ​ແຕ່​ບໍ່​ໄດ້​ບອກກ່ຽວ​ກັບ​ຜູ້​ບາດເຈັບ ​ແລະ ​ເສຍ​ຊີ​ວິດ.

In Ramadi’s Wake, No Hint of New US Strategy
please wait

No media source currently available

0:00 0:01:26 0:00

XS
SM
MD
LG