ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແສ​ງນະພາ ດາຣານ້ອຍ - ໄທ​ດຳ​ລຳ​ພັນ (karaoke)


ແສງນະພາ - ດາຣານ້ອຍ
ແສງນະພາ - ດາຣານ້ອຍ

ນັ້ນ​ແມ່ນເພງ ​ໄທ​ດຳ​ລຳ​ພັນ ທີ່​ເປັນ​ເພງ​ດັງ​ໃນ​ອະດີດ ທີ່​ໄດ້​ມີ​ຫຼາຍໆ​ສິນລະປິນ​ນຳ​ມາ​ຂັບ​ຮ້ອງ ​ແຕ່​ຄັ້ງ​ນີ້​ເປັນ​ສຽງ​ຂອງ ​ແສ​ງນະພາ ດາຣານ້ອຍ ສິນລະປິນ​ສາວ ຈາກ
ສປປ ລາວ​ ຊຶ່ງ​ວັນນະສອນ ຕັ້ງ​ໃຈ​ຈັດ​ມອບ​ໃຫ້​ທ່ານ ນວນ​ຕາ ​ແກ້ວມະນີ ຜູ້​ຟັງປະຈຳ
​ລາຍການ VOA​ ທີ່​ສະຫວັນ​ນະ​ເຂດ ຊຶ່ງ​ຮັກ​ແພງ​ແລະ​ຄຸ້ນ​ເຄີຍ​ກັບ​ຍາ​ເອື້ອຍ ດາຣາ ຫົວໜ້າ​ພະ​ແນ​ກພາ​ສາ​ລາວ​ຂອງ VOA ຊຶ່ງ​ຄອຍ​ຂະຫຍັນ​ຂຽນ email ​ເຂົ້າ​ມາ​ຫາ​ທາງ​ເຮົາຢ່າງ​ສະໝ່ຳສະ​ເໝີ ​ແລະ​ຕ້ອງ​ຂໍ​ຂອບໃຈທີ່ສົ່ງ​ຂ່າວ ແລະສົ່ງ​ແຮງ​ໃຈ​ມາ​ໃຫ້​ຢ່າງ
​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ…​ພ້ອມ​ດຽວ​ກັນນີ້ ​ຍາ​ເອື້ອຍ​ດາຣາ ຍັງຝາກ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ທ່ານ​ນວນ​ຕາ ດ້ວຍ​ກັບການ​ທີ່​ໄດ້​ລູກ​ສະ​ໄພ້ຄົນ​ງາມ ຫວ່າງໄວໆມາ​ນີ້…​ແລະ​ຫວັງ​ວ່າ​ໃນ​ອານາ​ຄົດ​ຕໍ່​ໄປ ຄົງ​ຈະ​ໄດ້ເຫັນ email ຂອງ​ທ່ານນວນ​ຕາຂຽນ​ເຂົ້າ​ມາ​ຫາ​ເຮົາອີກ.

ອີກ​ຄັ້ງ​ນຶ່ງ ວັນນະ​ສອນ​ ​ຕ້ອງ​ຂໍ​ຂອບ​ໃຈທຸກໆ​ ຈມ, ທຸກໆ email ທີ່​ຂຽນ​ເຂົ້າ​ມາ​ຫາ​ທາງ​ລາຍການ VOA ຢ່າງ​ມາກ​ມາຍ​ກ່າຍ​ກອງ ​ທີ່ວ່າ ຕິດຕາມ​ຮັບ​ຟັງ​ຂ່າວ​ຈາກ​ພວກ​ເຮົາ​ແລະຍັງ​ບອກ​ມາວ່າ VOA ​ເປັນ​ສື່​ທີ່​ໃຫ້​ຂໍ້​ມູນ​ຊັດ​ເຈນ ມີ​ທັງ​ສາລະ ​ໃຫ້​ຄວາມ​ບັນ​ເທີງ ວັນນະ​ສອນ​ ຂໍ​ຈັດ​ເພງ Sophie ​ເປັນ​ເພງທີ່ໄດ້​ຟັງ​ທຸກໆ​ຄັ້ງ​ແລ້ວ​ປະ​ທັບ​ໃຈ…​ເປັນ​ສຽງ​ຂອງ​ນັກ​ຮ້ອງ​ໜຸ່ມ ຕີ​ເຕີ…ຂໍ​ມອບ​ເພງ​ນີ້​ ​ໃຫ້ ສໍຣະພົງ ວໍຣະຈິດ ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້ ​ໃນ website ຊຶ່ງ​ເປັນແຟນປະຈຳລາຍການ VOA ທີ່​ບອກ​ວ່າ ຟັງລາຍການ​ເປັນ​ປະ​ຈຳ ທຸກໆ​ເຊົ້າ ກ່ອນ​ອອກໄປເຮັດ​ວຽກ ປະຈຸ​ບັນນີ້ ທາງ​ເຮົາມີ app ສຳ​ຫຼັບ IPhone ແລະ
Android ທີ່​ຈະ​ໄດ້​ພົກ​ພາ​ຕິດ​ກັບ​ຕົວ​ຕະຫຼອດ​ເວລາ ຈະ​ຟັງ​ຍາມ​ໃດ ​ເມື່ອ​ໃດ​ກໍ​ໄດ້ ​ໃນ​ໂອກາດ​ທີ່​ເໝາະ​ສົມ. ​ເພງ Sophie ລໍຖ້າຢູ່​ແລ້ວ ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ…

ຂໍ້ຄວາມ​ຈາກ ທ່ານ​ສົມ​ນຶກ ຈາ​ກຫຼວງ​ນ້ຳ​ທາ ທີ່​ຂຽນ​ໄວ້​ໃນ website ​ເປັນ​ພາສາ​ຈີນ ​ເພາະບອກວ່າ ບໍ່​ມີ font ພາສາ​ລາວ​ ​ຊຶ່ງ​ໄດ້​ແປ​ເປັນ​ພາສາ​ລາວ​ ຈາກ google translation ທີ່​ມີ​ຄວາມ​ໝາຍວ່າ ຂໍ​ໂທດ​ທີ່​ບໍ່​ມີ font ພາສາ​ລາວ​ ມັກ​ຟັງ VOA ​ແລະ​ຍັງ​ບອກ​ມາ​ອີກ​ວ່າ ​ເປັນ​ຄົນ​ລາວເດີ. ​ເອົາ​…ຈັ່ງ​ໃຈ​ກໍ​ຂໍ​ຂອບໃຈ ທີ່​ພະຍາຍາມຂຽນ​ເຂົ້າ​ມາ
ຂໍມອບ​ເພງ ລຳວົງ​ພາເພີນ ທີ່​ຂັບ​ຮ້ອງ​ໂດຍ​ສາວ​ຜີວ​ຄ້າ ນ້ຳ​ສຽງ​ດີ​ ​ແສງດາວວີ ຊຶ່ງ​ເພງ​ນີ້ ກໍ​ຖື​ວ່າ​ເປັນ​ເພງ​ເປີດ​ງານ ​ເລີກ​ງາມ​ຍາມ​ດີ ທີ່​ມັກ​ຈະ​ຈັດ​ໃຫ້ທຸກໆທ່ານ ​ອອກ​ມາ​ຟ້ອນ
ລຳວົງ​ຮ່ວມ​ກັນ…​ແລະ​ຫວັງ​ວ່າ ຫຼັງ​ຈາກ​ທີ່​ໄດ້​ລຳວົງ​ມ່ວນ​ຊຶ່ນ​ກັນ​ໄປ​ແລ້​ວ ກໍ​ຢ່າ​ລືມ​ກັບ​ມາ​ຟັງ​ ເພງ​ລາວ​ມ່ວນໆກັບ​ວັນນະ​ສອນ​ອີກ ​ໃນ​ສັບປະດາ​ໜ້າ…
XS
SM
MD
LG