ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບົດສຳພາດ ທ່ານ Bob Corker ປະທານກຳມະການ ພົວພັນ ຕ່າງປະເທດ ຂອງ ສະພາສູງ ສຫລ


ນັກຂ່າວວີໂອເອປະຈຳສະພາສູງ ສະຫະລັດ Michael Bowman ໄດ້ທຳການສຳພາດພິເສດ ກັບສະມາຊິກສະພາສູງ ສັງກັດພັກ ຣີ ພັບບລີກັນ ທ່ານ Bob Corker ຈາກ​ລັດ Tennessee ເຊິ່ງທ່ານ ແມ່ນປະທານຄະນະກຳມະການພົວພັນຕ່າງປະ​ເທດ​ຂອງສະພາ ສູງ. ການສຳພາດທີ່ມີຄວາມຫຼາກຫຼາຍດັ່ງກ່າວ ໄດ້ເວົ້າເຖິງຫຼາຍ ຫົວຂໍ້ ລວມມີການເຈລະຈາສັນຕິພາບ​ໃນ ຊີເຣຍ, ຂໍ້ຕົກລົງ ນິວ ເຄລຍກັບ ອີຣ່ານ, ພວກ ລັດອິສລາມ,​ ເກົາຫຼີເໜືອ ແລະ ຣັດເຊຍ ຊຶ່ງ​ ພຸດທະ​ສອນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຕໍ່ຄຳຖາມທີ່​ວ່າ ການເຈລະຈາສັນຕິພາບ ຊີເຣຍ ແມ່ນກຳລັງຢູ່ໃນຂັ້ນຕອນການເລີ່ມຕົ້ນ ທີ່ນະຄອນ ເຈນີວາ ທ່ານສາມາດມອງ​ເຫັນຜົນທີ່ຈະອອກມາຂອງ​ການເຈລະຈາທາງການ ທູດດັ່ງ ກ່າວ ເຊິ່ງການເຂັ່ນຂ້າກັນຈະໄດ້ຢຸດລົງ ແລະ ເປົ້າໝາຍຂອງ ອາເມຣິກາ ກ່ຽວກັບ ການລາອອກຈາກຕຳແໜ່ງຂອງທ່ານ Assad ຈະສາມາດບັນລຸໄດ້ແນວໃດ?

ສະມາຊິກສະພາສູງ Bob Corker ກ່າວວ່າ “ຍາກຫຼາຍ... ພວກຝ່າຍ​ຕໍ່ຕ້ານ…ທີ່ພວກ ເຮົາ ໄດ້ຕິດຕໍ່ສື່ສານນຳໄດ້ຖືກເຮັດໃຫ້ຢູ່ໃນສະຖານະການທີ່ລຳບາກ.. ແມ່ນແຕ່ການປ່ອຍຕົວ ພວກແມ່ຍິງ ແລະ ເດັກນ້ອຍທີ່ເກີດມາຈາກການຖືກຂົ່ມຂືນ.. ມັນໄດ້ເລີ່ມຈາກສະຖານທີ່ໆ ຍາກເພື່ອຈະນຳໄປສູ່ສະຖານທີ່ປະເພດນັ້ນ.. ຂ້າພະເຈົ້າສະໜັບສະໜູນການເຈລະຈາທາງ ການທູດ.. ອົງປະກອບໃນປະຈຸບັນນີ້ມັນບໍ່ໄດ້ເຮັດໃຫ້ພວກເຂົາເຈົ້າຮູ້ວ່າ ຢູ່ໃນສະຖານທີ່ໆ ເໝາະສົມ.. ຄວາມເປັນຈິງຢູ່ເທິງພື້ນດິນແມ່ນກຳລັງປ່ຽນແປງ.. ຣັດເຊຍ ໄດ້ຮັບຜົນປະ ໂຫຍດຈາກການເຂົ້າໄປແຊກແຊງເທິງພື້ນດິນ.. ໃນເມື່ອເຈົ້າຈະໄປປ່ຽນສິ່ງຕ່າງໆຢູ່ເທິງພື້ນ ດິນນັ້ນ ມັນຈະເຮັດໃຫ້ຍາກທີ່ຈະໄປຮອດຈຸດທີ່ຈະເຮັດໃຫ້ມີຄວາມເພິງພໍໃຈ.”

ຕໍ່ຄຳຖາມທີ່​ວ່າ ທ່ານເຄີຍຄິດວ່າ ປະທານາທິບໍດີ Assad ຈະລາອອກຈາກຕຳແໜ່ງດ້ວຍ​ຄວາມສະໝັກໃຈບໍ່?

ທ່ານ Corker ຕອບວ່າ “ດັ່ງໃນປະຈຸບັນນີ້.. ​ໃນ​ຂະນະ​ທີ່​ລາວເຫັນວ່າລາວໄດ້ຮັບຜົນປະ ໂຫຍດ.. ແລະ ມະຕິສະພາຄວາມໝັ້ນຄົງ ຂອງ ອົງການສະຫະປະຊາຊາດ ທີ່ໄດ້ກ່າວມາ ບໍ່​ມີ​ຜົນ​ຫຍັງ​ເລີຍ. ລາວກໍຍັງບໍ່ໄດ້ລົ້ມເລີກການຖິ້ມຖັງລະເບີດ ໃສ່ປະຊາຊົນຂອງຕົນເອງ.. ລາວ ຍັງບໍ່ໄດ້​ເອົາຄຳຮຽກຮ້ອງໃນລະດັບຕ່ຳ.. ເລື່ອງຢູ່ເທິງພື້ນດິນແມ່ນກຳລັງເຄື່ອນ​ໄຫວໄປໃນ ທິດທາງຂອງລາວ.. ສະພາບແວດລ້ອມແມ່ນຍັງບໍ່ທັນອຳນວຍ​ໃຫ້ລາວຈະເຮັດແນວນັ້ນເທື່ອ.

ຕໍ່ຄຳຖາມທີ່​ວ່າ ຄະນະກຳມະການຂອງທ່ານໃນສັບປະດາທີ່ຜ່ານມາ ໄດ້ຮອງຮັບເອົາມາດ ຕະການລົງໂທດທີ່ໜັກຂຶ້ນ ເຊິ່ງແນເປົ້າໃສ່ໂຄງການນິວເຄລຍຂອງເກົາຫຼີເໜືອ .. ໜ່ວຍງານ ທີ່ຊ່ວຍເຫຼືອ ເກົາຫຼີເໜືອ ໃນການສະໜອງອຸປະກອນໃຫ້ກັບສະຖານ ທີ່ທາງທະຫານຂອງ ພວກເຂົາເຈົ້າ.. ເຊິ່ງບາງໜ່ວຍງານນັ້ນ ອາດແມ່ນຂອງຈີນ ແລະ ມັນຈະມີຄວາມສົບສົນເກີດ ຂຶ້ນຈາກສິ່ງດັ່ງກ່າວນັ້ນບໍ່?

ທ່ານ Corker ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າມັນຈະມີຄຳຖາມໃດໆວ່າ ບາງໜ່ວຍງານນັ້ນ ແມ່ນຂອງຈີນ.. ພວກເຮົາໄດ້ໂອ້ລົມກັບທູດສະຫະປະຊາຊາດ ແລະ ລັດຖະບານຂອງພວກ ເຮົາ ກັບ​ສະພາ​ຄວາມ​ໝັ້ນຄົງ ​ສະຫະ​ປະຊາ​ຊາດ ກ່ຽວກັບ ຄວາມພະຍາຍາມຂອງພວກເຂົາ ເຈົ້າ ໃນການທີ່ຈະນຳເອົາ ຈີນ ເຂົ້າມາຮ່ວມ ແລະ ສິ່ງດັ່ງກ່າວນັ້ນມັນໄດ້ດຳເນີນໄປຢ່າງຊັກ ຊ້າ.. ເຊິ່ງມັນບໍ່ດຳເນີນໄປຕາມທີ່ພວກເຮົາທຸກຄົນຕ້ອງການ.. ສະພາ​ກຳລັງ​ເຄື່ອນ​ໄຫວ ​ເຊິ່ງ​ໃນ​ຄວາມ​ຮູ້ສຶກ​ຂອງ​ຂ້າພະ​ເຈົ້າ​ແລ້ວ ການ​ຕັດສິນ​ໃຈ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ບໍ່​ໄດ້​ມີ​ຄວາມ​ກ້າວໜ້າ​ຕາມ​ທີ່​ພວກ​ເຮົາ​ຢາກ​ໃຫ້​ເປັນ ມັນໜ້າອັບອາຍຂາຍໜ້າຫຼາຍ.. ເພາະວ່າປະເທດທີ່ສາມາດຄ້ຳຢັນສິ່ງທີ່ ເກົາຫຼີເໜືອ ກຳລັງເຮັດໄດ້ແທ້ໆກໍແມ່ນ ຈີນ.. ພວກ ເຂົາເຈົ້າເພັ່ງເລັງໃສ່ສະຖຽນ​ລະ​ພາບ ແລະ ຈະບໍ່ຢາກມາມີອິດທິພົນຮ່ວມນຳ..ຂ້າພະ ເຈົ້າ ຫວັງວ່າ ມາດຕະການລົງໂທດ​ເຫລົ່ານີ້ ຈະປ່ຽນແປງສິ່ງດັ່ງກ່າວນັ້ນ ແລະ ຫວັງວ່າຈະຮຽກ ຮ້ອງໃຫ້ພວກເຂົາເຈົ້າຕອບຮັບໃນທາງທີ່ແຕກຕ່າງ.”

ຕໍ່ຄຳຖາມທີ່ວ່າ ສຳລັບ ສະຫະລັດ ແລ້ວ ເກົາຫຼີເໜືອ ແມ່ນບັນຫາຂອງອີກຟາກໜຶ່ງຂອງມະ ຫາສະໝຸດທີ່ໃຫຍ່ທີ່ສຸດຂອງໂລກ, ດັ່ງທີ່ທ່ານໄດ້ໄຕ່ຕອງເອົາໄວ້, ມັນມີການພິຈາລະນາໃດໆ ແດ່ ສຳລັບຜົນກະທົບທີ່ບໍ່ໄດ້ຕັ້ງໃຈໃຫ້ເກີດຂຶ້ນນັ້ນ?

ທ່ານ Corker ກ່າວວ່າ “ຂ້າພະເຈົ້າຄຸ້ນເຄີຍກັບມັນຫຼາຍ.. ພວກເຮົາມີກອງທະຫານ 28,500 ຄົນ, ນະຄອນຫຼວງ ໂຊລ ແມ່ນຢູ່ພາຍໃນລັດສະໝີຂອງກອງທະຫານປືນໃຫຍ່ຂອງພວກເຮົາ ຄວາມປາຖະໜາຂອງ ຈີນ ແມ່ນຢູ່ເໜືອສຳລັບທຸກໆຢ່າງ. ສິ່ງທີ່ໃຫຍ່ທີ່ສຸດແມ່ນຄວາມສະຖຽນ​ ລະ​ພາບ. ຜົນກະທົບທີ່ບໍ່ໄດ້ຕັ້ງໃຈເຮັດໃຫ້ເກີດຂຶ້ນແມ່ນການບໍ່ເຮັດຫຍັງ. ປະຊາຄົມນານາ ຊາດແມ່ນໄດ້ເພັ່ງເລັງໃສ່ ອີຣ່ານ ເຊິ່ງວ່າຍັງຢູ່ຫ່າງໄກຕາມຫຼັງ ເກົາຫຼີເໜືອ ຫຼາຍ. ພວກເຂົາ ເຈົ້າມີຄວາມລົ້ມແຫຼວ 3 ເທື່ອຖ້າປຽບທຽບໃສ່ ເກົາຫຼີເໜືອ. ສິ່ງທີ່ທ່ານເຫັນແມ່ນຄວາມເຂົ້າໃຈ ຂອງປະຊາຊົນ ມັນກຳລັງສືບຕໍ່ໄປຄືກັນກັບພວກເຮົາ. ມັນຈະບໍ່ນຳພາເອົາພວກເຮົາໄປບ່ອນ ທີ່ດີ, ພວກເຂົາເຈົ້າສືບຕໍ່ທົດລອງລູກສອນໄຟຂີປະນາວຸດຂອງພວກເຂົາເຈົ້າ, ເຊິ່ງເປັນອົງປະ ກອບໜຶ່ງ ເພື່ອບັນຈຸຫົວ​ລະ​ເບີດນິວເຄລຍ. ພວກເຂົາເຈົ້າບໍ່ມີຄວາມໝັ້ນຄົງຫຼາຍ. ມີຄວາມ ເປັນໄປໄດ້ວ່າ ພວກເຂົາເຈົ້າຕັ້ງໃຈທີ່ຈະຕັດສິນໃຈໃນຢ່າງທີ່ບໍ່ມີເຫດຜົນໃນອະນາຄົດ. ເບິ່ງຄື ວ່າຈະມີໃຜບາງຄົນຈົບລົງດ້ວຍຄວາມບໍ່ໝັ້ນຄົງ, ຜູ້ທີ່ສາມາດຄອບງຳ ຄວາມບໍ່ໝັ້ນຄົງນັ້ນ ດັ່ງ ນັ້ນພວກເຂົາເຈົ້າຈຶ່ງສ້າງຄວາມວຸ້ນວາຍ​ຂຶ້ນກັບເພື່ອນບ້ານຂອງ ພວກເຮົາ. ບາງເທື່ອສິ່ງນີ້ ອາດຈະປຸກໃຫ້ ຈີນ ກ້າວຂຶ້ນມາຮັບມືໂດຍກົງ.

ຕໍ່ຄຳຖາມ ທີ່ທ່ານໄດ້ກ່າວເຖິງ ອີຣ່ານ .. ທ່ານໄດ້ວິຈານຢ່າງແຮງກ່ຽວກັບຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ ຕອນນີ້ມັນກໍກຽມພ້ອມທີ່ຈະນຳມາຈັດຕັ້ງປະຕິບັດແລ້ວ. ທ່ານຢາກໃຫ້ມັນປະສົບ ຜົນສຳເລັດບໍ່? ມີສິ່ງໃດທີ່ສະພາສູງພັກຣີພັບບລີກັນ ສາມາດເຮັດເພື່ອໃຫ້ມັນປະສົບຜົນສຳ ເລັດບໍ່?

ທ່ານ Corker ຕອບວ່າ “ຂ້າພະເຈົ້າບໍ່ໄດ້ມັກຂໍ້ຕົກລົງນັ້ນ ເພາະວ່າມັນເປັນການຍົກມາດຕະ ການທາງດ້ານການເງິນທີ່ດ່ວນໂພດ. ຕອນນີ້ ອີຣ່ານ ສາມາດເຂົ້າເຖິງແຫຼ່ງຊັບພະຍາກອນ ຕ່າງໆທີ່ພວກເຂົາເຈົ້າບໍ່ເຄີຍມີມາກ່ອນ. ແລະ ຂ້າພະເຈົ້າຄິດວ່າພວກເຂົາເຈົ້າຍັງສືບຕໍ່ຄົ້ນ ຄວ້າ ແລະ ພັດທະນາສຳລັບເປົ້າໝາຍອາວຸດນິວເຄລຍຂອງພວກເຂົາເຈົ້າ. ແນ່ນອນ ຂ້າພະ ເຈົ້າຢາກໃຫ້ມັນປະສົບຄວາມສຳເລັດ.. ຂ້າພະເຈົ້າຢາກໃຫ້ມັນເປັນສິ່ງທີ່ດີສຳລັບພາກພື້ນ.. ໃນລັກສະນະທີ່​ໄດ້​ຮັບ​ການສະ ໜັບສະ​ໜູນ​ຈາກສອງພັກ. ຂ້າພະເຈົ້າຢາກໃຫ້ພວກເຮົາເຮັດ ແໝົດທຸກຢ່າງ ເພື່ອຍຶດຕີນຂອງພວກເຂົາເຈົ້າໄວ້ກັບໄຟ.. ຕັ້ງແຕ່ໄດ້ມີການບັນລຸຂໍ້ຕົກລົງ.. ພວກເຂົາເຈົ້າໄດ້ລະເມີດສັນຍາ ທີ່ກ່ຽວຂ້ອງກັບການທົດລອງລູກສອນໄຟຂີປະນາວຸດ. ມັນບໍ່ ໄດ້ມີການຕອບໂຕ້ຄືນເລີຍ. ສິ່ງທີ່ທ່ານໄດ້ເຫັນ. ທ່ານເຫັນກຸ່ມພັນທະມິດປະສົບຜົນສຳ ເລັດ ມັນມີຜົນປະໂຫຍດທາງດ້ານເສດຖະກິດທີ່ຍັງມີຢູ່ຈາກທະວີບ ຢູໂຣບ ຫຼາຍໂພດ. ປະ ເທດ ຣັດເຊຍ ແມ່ນກຳລັງຂາຍອາວຸດ. ຈີນ ກໍກຳລັງຂາຍນ້ຳມັນ. ທ່ານຈະບໍ່ໄດ້ເຫັນການ ຕອບໂຕ້ ຄືນໃນທັນທີ. ທ່ານຈະໄດ້ເຫັນພວກເຮົາໃຫ້ນິຍາມວ່າການ ລ່ວງລະເມີດສັນຍາ ແມ່ນຫຍັງ ແລະ ຕອບໂຕ້ ກັບເມື່ອມັນເກີດຂຶ້ນ. ຂ້າພະເຈົ້າກໍຢາກຈະໃຫ້ມັນປະສົບຜົນ ສຳເລັດ. ການ ສົ່ງສັນຍານ ໄປໃຫ້ ອີຣ່ານ ຮູ້ການລ່ວງລະເມີດແມ່ນມີຄວາມ ສຳຄັນຫຼາຍ ມັນເປັນພຽງວິທີ ດຽວເທົ່ານັ້ນ ທີ່ມັນຈະສາມາດປະສົບຜົນສຳເລັດໄດ້.

ຕໍ່ຄຳຖາມທີ່​ວ່າ ​ໃນເມື່ອທ່ານ ໂອບາມາ ກ່າວວ່າ ມັນເປັນຂໍ້ບັງຄັບທີ່ເຄັ່ງຄັດທີ່ສຸດ ແລະ ວາງ ມາດຕະການລົງໂທດຢ່າງວ່ອງໄວດັ່ງທີ່ຕ້ອງການ, ທ່ານບໍ່ເຊື່ອແມ່ນບໍ່?

ທ່ານ Corker ກ່າວວ່າ “ພຽງແຕ່ເບິ່ງໃນສິ່ງທີ່ຫາກໍໄດ້ເກີດຂຶ້ນ.. ທ່ານໄດ້ເຫັນຄູ່ຮ່ວມງານ ຂອງພວກເຮົາຕອບໂຕ້ຕໍ່ການທົດລອງລູກສອນໄຟຂີປະນາວຸດບໍ່? ບໍ່ ພວກເຂົາເຈົ້າຈະບໍ່ ເຮັດ​ແນວ​ນັ້ນດອກ.. ນອກຈາກວ່າມັນຜິດປົກກະຕິ. ມັນຄືກັບການຕົ້ມໄຂ່.. ໃຊ້ເວລາກ້າວ ໜ້າໄປເທື່ອລະເລັກລະນ້ອຍ.. ຂ້າພະເຈົ້າຄິດວ່າ ລັດຖະສະ ພາສະຫະລັດ ໃນວິທີທາງ​ແບບ ສອງພັກການເມືອງ ຕ້ອງຢຶນຢັດ ບໍ່ໃຫ້ສິ່ງດັ່ງກ່າວນັ້ນເກີດຂຶ້ນ.

ຕໍ່​ຄຳຖາມ ສະມາຊິກສະພາສູງພັກ ຣີພັບບລີກັນ ຈຳນວນຫຼາຍກ່າວວ່າ ຂໍ້ຕົກລົງຄວນຖືກຈີກ ຖິ້ມໃນເວລາທີ່ປະທານາທິບໍດີຄົນໃໝ່ເຂົ້າປະຈຳຕຳແໜ່ງໃນທຳນຽບຂາວປີໜ້າ. ເພື່ອນຮ່ວມ ງານຂອງທ່ານຫຼາຍຄົນກໍຫວັງວ່າຈະໄດ້ເປັນປະທານາທິບໍດີຄົນນັ້ນ.. ໃນຂະນະທີ່ພັນທະມິດ ທີ່ໃກ້ຊິດທີ່ສຸດຂອງ ອາເມຣິກາ ໄດ້ຊ່ວຍເຫຼືອໃນການເຈລະຈາຂໍ້ຕົກລົງນິວເຄລຍ.. ໃນທາງ ປະຕິບັດແລ້ວ… ສະຫະລັດ ສາມາດດີດນິ້ວມື ແລະ ຍ່າງໜີຈາກມັນໄດ້ບໍ່?

ທ່ານ Corker ກ່າວວ່າ “ຂ້າພະເຈົ້າໄດ້ຜິດຫວັງກັບບັນດາພັນທະມິດຂອງພວກເຮົາ. ຜົນປະ ໂຫຍດທາງເສດຖະກິດທີ່ຫຼວງຫຼາຍໄດ້ກໍ່ໃຫ້ເກີດການຕັດສິນໃຈແນວນັ້ນ. ສິ່ງສ່ວນໃຫຍ່ ແມ່ນບໍ່ມີຜົນຫຍັງ ມັນມີສິ່ງອື່ນທີ່ເຮັດໃຫ້ມີການຢື້ຫາ. ປະທານາທິບໍດີຄົນໃໝ່ເຂົ້າມາ ສ່ວນ ໃຫຍ່ຈະເບິ່ງສະຖານະການໃນເວລານັ້ນ, ເບິ່ງການລ່ວງລະເມີດຂໍ້ຕົກລົງ ແລະ ເລີ່ມໄປຈາກ ບ່ອນນັ້ນ. ທຸກໆຄົນຢາກຈະເຮັດໃຫ້ຕົນເອງຟັງຄືວ່າເຂັ້ມແຂງທີ່ສຸດ. ປະທານາທິບໍດີຄົນໃດກໍ ຕ້ອງຢາກຈະປະເມີນສະຖານະການ ແລະ ເບິ່ງໃນສິ່ງທີ່ເປັນວິທີທີ່ດີທີ່ສຸດ ຈາກການເຮັດໃຫ້ ອີຣ່ານ ມີອາວຸດນິວເຄລຍໃນຄອບຄອງ.

ຕໍ່ຄຳຖາມ ມັນມີຄວາມຄາດຫວັງທີ່ໄດ້ຕັ້ງຂຶ້ນກັບການເລືອກຕັ້ງວ່າ ຖ້າມີປະທານາທິບໍດີເປັນ ຄົນຈາກພັກ ຣີພັບບລີກັນ, ຂໍ້ຕົກລົງຈະສິ້ນສຸດລົງ.. ທ່ານກ່າວວ່າມັນສັບສົນຍິ່ງກວ່ານັ້ນອີກ ແມ່ນບໍ່?

ທ່ານ Corker ກ່າວວ່າ “ທ່ານໄດ້ຍິນຜູ້ລົງແຂ່ງຂັນບາງຄົນກ່າວວ່າພວກເຂົາເຈົ້າ ຈະປະເມີນ ບາງຢ່າງ ໃນການເລືອກຕັ້ງຂັ້ນຕົ້ນ, ພວກເຂົາເຈົ້າໃຊ້ສິນລະປະໃນການເວົ້າເພື່ອແກ້ໄຂບັນ ຫາ. ບາງຄົນຜູ້ທີ່ເຂົ້າມາ ແລະ ປະເມີນສະຖານະການ ອາດມີຂໍ້ແກ້ໄຂຍິ່ງຫຼາຍກວ່ານັ້ນ. ທ່ານຢາກຄິດໄລ່ ໃນວິທີຂອງການເວົ້າ ເຊິ່ງເປັນສິ່ງໜຶ່ງທີ່ໄດ້ເຮັດໃນການວາງມາດຕະການ ລົງໂທດ.. ເປັນຫຍັງຂ້າພະເຈົ້າຈຶ່ງຜິດຫວັງ.. ພວກເຮົາມີພັນທະມິດຈາກນານາຊາດ.ຂ້າພະ ເຈົ້າໄດ້ເປັນຄົນອະນຸມັດການແກ້ໄຂກົດໝາຍ ດັ່ງກ່າວ, ມາດຕະການລົງໂທດທີ່ໄດ້ຖືກຕັ້ງ ຂື້ນແມ່ນແບບສາກົນ ຜ່ານອຳນາດຂອງປະທານາທິບໍດີ. ສະຫະລັດ ມີອຳນາດທີ່ຍິ່ງໃຫຍ່ທີ່ ສຸດໃນໂລກນີ້. ເບິ່ງແມວ່າຂໍ້ຕົກລົງນັ້ນແມ່ນຢູ່ໃສໃນເວລານັ້ນ ແລະ ພະຍາຍາມທີ່ຈະເຄື່ອນ ຍ້າຍຄູ່ຮ່ວມຂອງພວກເຮົາໄປນຳກັນ. ຖ້າພວກເຮົາຮູ້ສຶກໃນສິ່ງທີ່ພວກເຮົາໄດ້ນຳໄປສູ່ອາວຸດ ນິວເຄລຍ ໂດຍສ່ວນຕົວແລ້ວມັນໄດ້ເຮັດແນວນັ້ນ, ແລ້ວພວກເຮົາຕ້ອງພະຍາຍາມປ່ຽນທິດ ທາງຂອງມັນ.

ຕໍ່ຄຳຖາມ ພວກລັດອິສລາມ ໄດ້ເສຍໄຊໃນສະໜາມຮົບບາງຄັ້ງ.. ໃນເວລາດຽວກັນພວກ ເຂົາໄດ້ແຜ່ຂະຫຍາຍສາຂາອອກໄປປະເທດ ລີເບຍ ແລະ ອັຟການິສຖານ. ທ່ານໄດ້ອະທິ ບາຍມັນວ່າຄວາມພະຍາຍາມຂອງ ສະຫະລັດ ແມ່ນຊັກຊ້າ. ນັ້ນແມ່ນຄວາມຈິງບໍ?

ທ່ານ Corker ກ່າວວ່າ “ຂ້າພະເຈົ້າຫາກໍກັບມາແຕ່ປະເທດ ກາຕ້າ, ການປະຕິບັດການທາງ ອາກາດແມ່ນໄດ້ມີການປະສານງານກັນ. ປະເທດສ່ວນໃຫຍ່ແມ່ນປະທັບໃຈ ກັບການນຳພາ ທາງ​ພາກພື້ນດິນ. ຫຼັງຈາກນັ້ນຂ້າພະເຈົ້າກໍໄດ້ໄປປະເທດ ອັຟການິສຖານ.. ທະຫານຂອງ ພວກເຮົາສາມາດຕໍ່ສູ້ກັບພວກ al-Qaida. ແຕ່ວ່າພວກເຮົາບໍ່ສາມາດເຮັດຫຍັງໃຫ້ພວກ ລັດ ອິສລາມ ໄດ້. ມັນເປັນຕາຢາກຫົວແທ້ໆ. ກົນໄກຂອງພວກເຮົາ ໂຊກບໍ່ດີທ່ານ Ash Carter ໄດ້ເຮັດໃນທາງກົງກັນຂ້າມກັບມັນ. ພວກເຂົາເຈົ້າບໍ່ສາມາດຕໍ່ສູ້ກັບພວກ ລັດອິສລາມ ຫຼື Deash ໃນອີກຊື່ໜຶ່ງຂອງພວກເຂົາ. ພວກເຮົາຊັກຊ້າ. ບໍ່ຄິດວ່າຈະມີໃຜບໍ່ເຫັນດີກັບມັນ. ມັນ ມີຫຼາຍຢ່າງທີ່ໄດ້ນຳພາໃຫ້ພວກເຂົາໄປສູ່ບ່ອນທີ່ພວກເຂົາຢູ່ໃນຕອນນີ້. ພວກເຮົາສາມາດ ຫວນກັບຄືນຜ່ານປະຫວັດສາດ. ທະຫານໄດ້ຖອນຕົວອອກຈາກ ອີຣັກ ເມື່ອປີ 2011 ກໍແມ່ນ ໜຶ່ງໃນນັ້ນ. ພວກເຮົາບໍ່ໄດ້ດຳເນີນການຫຍັງໃນປີ 2013. ມັນເປັນການເສຍໄຊຄັ້ງໃຫຍ່. ການມີທະຫານໄວ້ທີ່ນັ້ນມັນແມ່ນຄວາມຫວັງຂອງຂ້າພະເຈົ້າ. ການຂະຫຍາຍສາຂາຂອງ ພວກຫົວຮຸນແຮງໄປປະເທດ ລີເບຍ ແລະ ອັຟການິສຖານ ແມ່ນຈະເຮັດໃຫ້ພວກເຮົາເພີ່ມ ການປະຕິບັດການຂອງພວກເຮົາຂຶ້ນຕື່ມອີກ.

ຕໍ່ຄຳຖາມທີ່​ວ່າ ກະຊວງການເງິນ ສະຫະລັດ ໄດ້ລະບຸວ່າທ່ານ ປູຕິນ ສໍ້ລາດບັງຫຼວງ. ນີ້ແມ່ນ ການລະບຸທີ່ວ່າໄດ້ໝົດກຳນົດແລ້ວແມ່ນບໍ່?

ທ່ານ Corker ກ່າວວ່າ “ຂ້າພະເຈົ້າໄດ້ໄປເຂົ້າຮ່ວມອີກກອງປະຊຸມໜຶ່ງໃນວັນເສົາທີ່ຜ່ານມາ ປະຊາຊົນ ຣັດເຊຍ ເລີ່ມເຫັນແລ້ວ, ປະຊາຊົນ ຣັດເຊຍ ເລີ່ມທີ່ຈະຮັບຮູ້ແລ້ວວ່າ ພວກເຂົາ ເຈົ້າມີຜູ້ນຳທີ່ສະສົມຄວາມຮັ່ງມີສ່ວນຕົວໄວ້ຈຳນວນຫຼວງຫຼາຍ. ມັນຈະເປັນການສ້າງຄວາມ ບໍ່ໝັ້ນຄົງອີກອັນໜຶ່ງໃຫ້ກັບ ຣັດເຊຍ. ຄະນະກຳມະການເພື່ອຄວາມປອດໄພແຫ່ງລັດຄົນໜຶ່ງ ຈະສາມາດເຂົ້າມາມີບົດບາດໃນລັດຖະບານ ແລະ ສ້າງຄວາມຮັ່ງມີ, ຈັດງານແຕ່ງງານທີ່ມີ ລາຄາແພງໃຫ້ເຫັນໄດ້ແນວໃດ. ຂ້າພະເຈົ້າຄິດວ່າມັນຈະຕ້ອງມີບາງຢ່າງເພີ່ມເຕີມ ໃນລັດ ຖະບານຂອງ ຣັດເຊຍ. ມີເສດຖີພັນລ້ານເປັນຈຳນວນຫຼາຍ.. ທ່ານບໍ່ສາມາດເຮັດແນວນັ້ນໄດ້ ຜ່ານການປະຕິບັດການທາງລັດຖະບານທຳມະດາ. ມັນຈະຕ້ອງຜ່ານການສໍ້ລາດບັງຫຼວງ. ຂ້າພະເຈົ້າຄິດວ່າຜ່ານໄລຍະໃດໜຶ່ງ ມັນຈະເຮັດໃຫ້ລະບອບການປົກຄອງປະເທດຂອງລາວ ບໍ່ມີຄວາມໝັ້ນຄົງ ໃນຂະນະທີ່ຫຼາຍ ແລະ ຫຼາຍຄົນໄດ້ຄົ້ນພົບກ່ຽວກັບມັນ.

XS
SM
MD
LG