ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາສູງ ໃຫ້ການອະນຸມັດ ຕໍ່ຮ່າງ ກ.ໝ. ເລັ່ງລັດການຄ້າ ຂອງ ປ. ໂອບາມາ


ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell
ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ Mitch McConnell

ສະພາສູງສະຫະລັດພາຍໃຕ້ການນຳພາຂອງພັກຣີພັບບລີກັນ
ໄດ້ມອບໄຊຊະນະ ທີ່ສຳຄັນ ໃຫ້ແກ່ປະທານາທິບໍດີບາຣັກ ໂອ
ບາມາໃນຄືນວັນສຸກນີ້ຫລັງຈາກສະພາສູງໄດ້ຮັບຜ່ານຮ່າງກົດ
ໝາຍ ວ່າດ້ວຍອຳນາດຊຸກຍູ້ການຄ້າ. ສະມາຊິກສະພາສູງໄດ້
ລົງຄະແນນສຽງ 62 ຕໍ່ 37 ເຫັນພ້ອມກັບອັນທີ່ເອີ້ນວ່າຮ່າງກົດ
ໝາຍເລັ່ງລັດການຄ້າ. ແຜນການຄ້າດັ່ງກ່າວຂອງປະທານາທິ
ບໍດີໄດ້ປະເຊີນ ກັບການຄັດຄ້ານ ໂດຍສະມາຊິກບາງຄົນ ໃນ
ພັກເດໂມແຄຣັດຂອງທ່ານ ທີ່ພະຍາຍາມຫາທາງຂັດຂວາງ ບໍ່
ໃຫ້ມີການຮັບຮອງເອົາ.

ທ່ານໂອບາມາໄດ້ກ່າວລຸນຫຼັງທີ່ໄດ້ມີການຮັບຜ່ານຮ່າງກົດໝາຍສະບັບນີ້ແລ້ວວ່າ ການ ຕົກລົງກັນນີ້ແມ່ນມີຄວາມສຳຄັນຫຼາຍ ໃນການຂະຫຍາຍໂອກາດສຳຫລັບພວກຊົນຊັ້ນ
ກາງ ເຮັດໃຫ້ມີຄວາມເປັນທຳສຳຫລັບພວກຄົນງານອາເມຣິກັນແລະສ້າງຕັ້ງກົດລະບຽບ ເສດຖະກິດໂລກ ທີ່ຊ່ອຍທຸລະກິດຂອງພວກເຮົາ ໃຫ້ເຕີບໂຕ ແລະວ່າຈ້າງພວກຄົນງານ ໂດຍການຂາຍສິນຄ້າທີ່ຜະລິດຢູ່ໃນອາເມຣິກາ ໃຫ້ແກ່ທົ່ວໂລກ.

ເປັນທີ່ຄາດກັນວ່າ ຮ່າງກົດໝາຍອຳນາດການຄ້ານີ້ ຈະປະເຊີນກັບສະພາບທີ່ບໍ່ລາບລື່ນ ປານໃດຢູ່ໃນສະພາຕ່ຳ ບ່ອນທີ່ຮ່າງກົດໝາຍນີ້ ຈຳເປັນຕ້ອງໄດ້ຮັບການສະໜັບສະໜຸນ ຈາກສະມາຊິກ ເກືອບທັງໝົດຂອງພັກຣີພັບບລີກັນ ທີ່ກຳສຽງສ່ວນຫຼາຍຢູ່ນັ້ນ ຈຶ່ງຈະຮັບ ຜ່ານໄດ້. ສະພາຕ່ຳບໍ່ຄາດວ່າຈະມີການລົງຄະແນນສຽງກ່ຽວກັບຮ່າງກົດໝາຍສະບັບດັ່ງ ກ່າວເທື່ອໃນເດືອນນີ້ ໃນເມື່ອວ່າສະມາຊິກຂອງສະພາ ໄດ້ພາກັນເດີນທາງກັບຄືນບ້ານ
ແລ້ວ ເນື່ອງໃນວັນພັກ ເພື່ອໄວ້ອາໄລໃຫ້ແກ່ທະຫານຜ່ານເສິກຫຼື Memorial Day.

ອຳນາດ ເພື່ອເລັ່ງລັດການເຈລະຈາການຄ້ານີ້ ຈະອະນຸຍາດໃຫ້ປະທານາທິບໍດີ ສາມາດ ສະເໜີຂໍ້ຕົກລົງການຄ້າທີ່ທາງສະພາອາດຈະປະຕິເສດຫຼືໃຫ້ສັດຕະຍາບັນກໍໄດ້ແຕ່ບໍ່ສາ ມາດທຳການປ່ຽນແປງ. ປະທານາທິບໍດີໂອບາມາຖືວ່າອຳນາດການຄ້າ ເປັນຈຸດເພັ່ງເລັງ ຂອງທ່ານສຳຫລັບເວລາທີ່ທ່ານຍັງເຫຼືອຢູ່ໃນຕຳແໜ່ງ ໂດຍເວົ້າວ່າ ມັນເປັນເລື້ອງສຳຄັນ ເພື່ອສ້າງຄວາມຄືບໜ້າ ໃຫ້ແກ່ພາຄີຂອງບັນດາປະເທດ ຂ້າມມະຫາສະມຸດປາຊີຟິກ ຫລື TPP. TPP ນີ້ຈະສ້າງຕັ້ງເຂດການຄ້າເສລີທີ່ໃຫຍ່ທີ່ສຸດໃນໂລກ ທີ່ຈະກວມເອົາ ເຄິ່ງນຶ່ງ ຂອງໂລກ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG