ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ເພີ້ມການຮັກສາ ຄວາມປອດໄພ ອ້ອມທຳນຽບຂາວ ຫຼັງຈາກມີຄົນກະໂດດ ຂ້າມຮົ້ວເຂົ້າໄປ


US Secret Service Boosts White House Security after Intrusion
please wait

No media source currently available

0:00 0:02:47 0:00

ເບິ່ງລາຍງານວີດີໂອ ຂອງ Zlatica Hoke.

ພະ​ແນກອາລັກຂາຮັກສາ​ຄວາມ​ປອດ​ໄພ ​ໃຫ້​ປະທານາທິບໍດີ
​ໄດ້​ເພີ່ມ​ການ​ລາດ​ຕະ​ເວນ ຢູ່​ຂ້າງ​ນອກ​ທຳນຽບຂາວ​ຫຼາຍ​ຂຶ້ນ
ຫຼັງ​ຈາກທີ່​ຊາຍ​ຄົນ​ນຶ່ງ​ໄດ້​ເຕັ້ນ​ຂ້າມ​ຮົ້ວ​ ​ແລ້ວ​ແລ່ນ​ເຂົ້າ​ໄປ​ໃນ
​ຕຶກ​ທຳນຽບຂາວ ​ເມື່ອ​ວັນ​ສຸກ ທີ 19 ເດືອນ​ກັນຍາ​ຜ່ານມາ
ກ່ອນ​ຖືກເຈົ້າໜ້າ​ທີ່​ຈັບ​ໂຕ​ໄດ້. ຜູ້​ຊາຍ​ອີກ​ຄົນ​ນຶ່ງ​ໄດ້​ຖືກ​ຈັບ​ກຸມ
ຂະນະທີ່ພະຍາຍາມຈະຂັບ​ລົດເຂົ້າໄປ ​ໃນ​ເດີ່ນ​ທຳນຽບຂາວ ​
ໃນ​ວັນເສົາ​ຕໍ່​ມາ. ທຳນຽບຂາວ​ກ່າວ​ວ່າ ທາງ​ພະ​ແນ​ກດັ່ງກ່າວ ​
ກຳລັງທົບ​ທວນ​ເບິ່ງ​ການ​ປະຕິບັດ​ງານ​ຂອງ​ຕົນ ​ຫຼັງ​ຈາກ​ເຫດ
ການ​ເກີດຂຶ້ນ​ໃນ​ວັນ​ສຸກ​ນັ້ນ​ແລ້ວ. ປະທາ​ນາ​ທິບໍດີ ບາຣັກ ​
ໂອບາ​ມາ​ ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ໃນ​ພະ​ແນກຮັກສາ​ຄວາມ
​ປອດ​ໄພ​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Zlatica Hoke ມີ​ລາຍ​ງານ
ກ່ຽວ​ກັບ​ເລື້ອງ​ນີ້​ ຊຶ່ງສິງ​ຈະ​ນຳ​ມາສະ​ເໜີ​ທ່ານ.



​ໃນ​ມື້​ວັນ​ຈັນຕໍ່​ມາ ຫລັງ​ຈາກ​ເກີດ​ເຫດການເລັດ​ລອດ​ເຂົ້າ​ໄປ​ໃນ​ທຳນຽບຂາວ​ນັ້ນ​ແລ້ວ ພວກ​ນັກ​ທ່ອງ​ທ່ຽວ​ຢູ່​ຂ້າງ​ນອກ​ທຳນຽບຂາວ ຊຶ່ງ​ເປັນ​ບ່ອນ​ທີ່​ດຶງດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ທີ່​
ສຸດ​ແຫ່ງ​ນຶ່ງ ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນນັ້ນ ​ແມ່ນ​ຍ່າງປະ​ປົນ​ກັນ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຍາມ​ທຳນຽບຂາວ​. ພວກເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ບາງ​ຄັ້ງ​ກໍ​ຍ່າງ​ລາດຕະ​ເວນ​ກັບ​ໝາ ​ພາກັນ​ກວດກາ​ເບິ່ງ​ຮົ້ວ. ບາງ​ພວກ​ກໍ​ສຳ​ຫລວດ​ເບິ່ງບໍລິ​ເວນ​ເດີ່ນ​ຈາກ​ຫຼັງຄາ​ຕຶກ​ທຳນຽບ
ຂາວ.

ຢູ່​ຂ້າງ​ໃນ ປະທານາທິບໍດີ​ໂອ​ບາ​ມາ ​ກຳລັງ​ລົງ​ນາມ​ ໃນ​ຄຳ​ປະກາດ​ວ່າ​ດ້ວຍ​ການ​ສຶກສາ
ແລະ​ການ​ພັດທະນາ​ວິຊາ​ຊີບ​ ສຳລັບ​ພວກ​ຍຸວະຊົນ​ອາ​ເມຣິກັນ. ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພະ​ແນກຮັກສາ​ຄວາມ​ປອດ​ໄພ ເຮັດ​ວຽກ “​ໄດ້ດີເລີດ”.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ​“​ແລະ​ຂ້າພະ​ເຈົ້າຮູ້ສຶກ​ເປັນ​ບຸນຄຸນຢ່າງຫຼວງ​ຫຼາຍ ສຳລັບ​
ການ​ເສຍ​ສະລະ​ຕ່າງໆ​ຂອງ​ພວກ​ຮັກສາຄວາມ​ປອດ​ໄພ ​ໃນ​ນາມ​ຂອງ​ຂ້າພະ​ເຈົ້າ ​
ແລະ​ໃນ​ນາມ​ຂອງ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ​.”


ການສະ​ແດງ​ຄວາມ​ໝັ້ນ​ໃຈ​ດັ່ງກ່າວ​ມີ​ຂຶ້ນ​ ໃນ​ເວລາ​ພຽງບໍ່​ເທົ່າ​ໃດ​ມື້ ຫຼັງຈາກ​ຊາຍ​ຄົນ​ນຶ່ງ​
ມາ​ຈາກ​ລັດ​ເທັກຊັສ ທີ່​ມີມີດ​ເປັນ​ອາວຸດ ສາມາດເລັດ​ລອດຂ້າມ​ຮົ້ວເຂົ້າ​ໄປ​ໃນ​ເດີ່ນ​ທຳ
ນຽບຂາວ​ ​ແລ້ວ​ແລ່ນ​ຂ້າມ​ເດີ່ນ​ ເຂົ້າ​ໄປ​ໃນເຮືອນ​ພັກ​ຂອງປະທານາທິບໍດີ ກ່ອນ​ຖືກຢຸດໄວ້.
ນາຍ Omar Gonzalez ​ໄວ 42 ປີ​ເປັນ​ນັກ​ລົບ​ເກົ່າ​ສະຫະລັດ ທີ່​ໄດ້​ຮັບ​ຫຼຽນ​ຕາ​ຄຳ​ຊອບ ຈາກ​ການ​ຮັບ​ໃຊ້​ໃນ​ສົງຄາມ​ອີຣັກ. ​ຫລັງ​ຈາກ​ຖື​ກຈັບ ລາວ​ກ່າວ​ຕໍ່​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ວ່າ ລາວ​ຢາກ​ໄປ​ບອກ​ປະທານາທິບໍດີ​ວ່າ ບັນຍາກາດ​ກຳລັງ​ພັງ​ທະລາຍ​ລົງ.

​ເພື່ອນ​ບ້ານ​ຂອງ​ລາວ​ທີ່​ລັດ​ເທັກ​ຊັສ ກ່າວ​ວ່າ ນາຍ Gonzalez ​ເຄີຍກ່າວ​ສະ​ແດງ​ຄວາມ​ເຫັນ ​ທີ່​ແປກໆ​ມາ​ກ່ອນ..

​ທ້າວ Andrew ກ່າວ​ວ່າ “​ຕອນ​ທີ່​ຂ້ອຍໄດ້ໂອ້​ລົມ​ກັບ​ລາວ ລາວ​ບອກ​ຂ້ອຍ​ວ່າ ລາວ​
ຄຶດ​ວ່າ​ ມີ​ຄົນ​ຕິດຕາມ​ສິ້ງ​ຊອມ​ເບິ່ງ​ລາວ ແລະ​ໂທລະສັບ​ຂອງ​ລາວ​ຖືກ​ດັກ​ຟັງ
.”

​ເຈົ້າ​ໜ້າ​ທີ່​ກ່​າວວ່າ​ນາຍ Gonzalez ມີ​ລູກ​ກະສຸນ 800 ລູກ ມີດ​ຂະໜາດ​ໃຫຍ່​ 1 ດວງ
ແລະ​ຂວານ​ດ້າມ​ນ້ອຍໆ 2 ດວງ​ຢູ່​ໃນ​ລົດ​ຂອງ​ລາວ. ​ໃນ​ລະຫວ່າງ​ການ​ໃຫ້ການ​ຕໍ່​ສານ​ໃນ
ມື້ວັນ​ຈັນ​ນັ້ນ ບັນດາໄອ​ຍະ​ການ​ກ່າວ​ວ່າ ນາຍ Gonzalez ​ເຄີຍ​ຖືກ​ຈັບ​ກຸມມາ​ແລ້ວ​ໃນ
ເດືອນ​ກໍລະກົດ​ຜ່ານ​ມາ ​ໃນ​ຂໍ້ຫາ​ມີ​ປືນ​ຍາວ​ໃຊ້​ດັກ​ຍິງ​ກະບອກ​ນຶ່ງ ​ແລະ​ມີ​ແຜນ​ທີ່​ ທີ່​ໝາຍ
ທຳນຽບຂາວ​ໄວ້. ຜູ້ກ່ຽວ​ຖືກ​ຕຳຫລວດ​ຢຸດ ​ແຕ່​ບໍ່​ໄດ້​ຖືກ​ຈັບ​ກຸມ​ໃນ​ເດືອນ​ສິງຫາ​ຜ່ານ​ມາ
ຫຼັງ​ຈາກ​ຜູ້​ກ່າວ​ຍ່າງ​ກາຍທຳນຽບຂາວ​ໄປ ​ໂດຍ​ມີ​ຂວານ​ນ້ອຍໆ​ດວງ​ນຶ່ງ​ຕິດ​ໂຕ. ນາຍ​Gonzalez ບໍ່ໄດ້​ເປັນ​ຄົນທຳ​ອິດ ທີ່​ລ່ວງ​ລ້ຳເຂົ້າ​ໄປ​ໃນ​ເດີ່ນ​ທຳນຽບຂາວ​ ​ແຕ່​ບໍ່​ມີ​ຄົນ​ໃດ​
ສາມາດ​ເຂົ້າ​ໄປໄດ້​ໄກ​ເທົ່າ​ກັນ​ກັບ​ລາວ ກ່ອນ​ຖືກ​ຈັບ​.

ທ່ານ Danny Spriggs ອະດີດ​ເຈົ້າ​ໜ້າ​ທີ່ອາລັກຂາ​ປະທານາທິບໍດີ ຖິ້ມ​ໂທດ​ເຫດ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ສຸກ​ນັ້ນໃສ່​ຄວາມ​ຜິດພາດຂອງ​ມະນຸດ.

ລາວ​ເວົ້າ​ວ່າ “ຂ້ອຍບໍ່​ຄຶດ​ວ່າ ມັນ​ເປັນເລື້ອງ​ທີ່​ເກີດ​ຂຶ້ນ​ເລື້ອຍໆ ຢ່າງ​ເປັນລະ​ບົບ
ບໍ່​ວ່າ​ໃນຮູບ​ແບບ ຫຼືແຟຊັ້ນ. ຂ້ອຍ​ຄິດ​ວ່າ ​ມັນ​ເປັນ​ສະຖານະ​ການ ທີ່​ເກີດ​ຂຶ້ນ​ຢ່າງ
ໂດດດ່ຽວ ເຖິງແມ່ນ​ມັນ​ໄດ້​ເກີດ​ຂຶ້ນ​ຫຼາຍ​ຄັ້ງ​ຫລາຍ​ຫົນ ​ເກີນກວ່າ​ທີ່ເຮົາ​ຢາກ​ເຫັນ ​
ແຕ່​ເປັນ​ສະຖານະ​ການ​ທີ່ເກີດ​ຂຶ້ນ​ຢ່າງໂດດດ່ຽວ​. ຂ້ອຍ​ບໍ່​ຄຶດ​ວ່າ ມັນ​ເປັນ​ບັນຫາ​
ທາງ​ດ້ານວັດທະນະທຳ.”

ທ່ານ Josh Earnest ​ໂຄສົກ​ປະຈຳ​ທຳນຽບຂາວ ກ່າວ​ວ່າ ທາງພະ​ແນ​ກ​ຮັກສາ​ຄວາມ​ປອດ​ໄພ ໄດ້​ທຳ​ການ​ທົບ​ທວນຄືນ​ເບິ່ງ​ຢ່າງຮອບດ້ານ ກ່ຽວ​ກັບ​ການ​ດຳເນີນ​ງານຮັກສາ​ຄວາມ​ປອດ​ໄພນັ້ນ.

ທ່ານ​ກ່າວ​ວ່າ: “ພະ​ແນ​ກຮັກສາ​ຄວາມ​ປອດ​ໄພ​ໄດ້​ປ່ຽນ​ວິທີ​ການ​ດຳ​ເນີນ​ການ​ ​ເພື່ອ​ຮັບ
ປະກັນ​ວ່າ ທາງ​ເຂົ້າ​ສູ່​ທຳນຽບຂາວນັ້ນປອດ​ໄພ ​ແລະ​ມີ​ການ​ເພີ້​ມການ​ເຝິກ​ແອບຕື່ມ​
ອີກ​ແລ້ວ ສຳລັບ​ພວກ​ເຈົ້າ​ໜ້າ​ທີ່ ທີ່​ພາກັນ​ຢືນ​ຍາມ ຢູ່​ແນວ​ໜ້າ​ຂອງ​ທຳນຽບຂາວນັ້ນ ​ເພື່ອ​ຮັບປະກັນ​ວ່າ ພວກ​ເຂົາ​ເຈົ້າ​ຮູ້ຈັກດີ​ກ່ຽວ​ກັບ​ນະ​ໂຍບາຍ​ແລະ​ວິທີ​ການ​ດຳ​ເນີນ​

ງານ​ຕ່າງໆ ທີ່​ພົວພັນ​ກັບ​ການ​ຮັກສາ​ທຳນຽບຂາວ​ໃຫ້​ປອດ​ໄພ ​ແລະ​ການ​ຮັບ​ມື​ກັບ​ເຫດການ​ຕ່າງໆ ​ເຊັ່ນ ເຫດການ​ທີ່​ພວກເຮົາ​ໄດ້​ເຫັນ​ເກີດ​ຂຶ້ນ​ໃນ​ວັນ​ສຸກກ່ອນ​ນັ້ນ.”

ນາຍ Gonzalez ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ ຖານ​ເຂົ້າ​ໄປໃນຕຶກ​ອາຄານ​ທີ່​ຫວງ​ຫ້າມ ຢ່າງ​ຜິດ​ກົດໝາຍ ​ໂດຍ​ຖື​ອາວຸດ “ທີ່​ເປັນ​ອັນຕະລາຍ​ ​ແລະ​ເຮັດ​ໃຫ້​ຕາຍໄດ້​.”

XS
SM
MD
LG