ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເລີ້ມບິນກວດກາ ຊອກຫາອົບພະຍົບ ທີ່ຍັງຕົກຄ້າງ ຢູ່ກາງທະເລ


ອົບພະຍົບທາງເຮືອ ທີ່ລໍຖ້າການກູ້ໄພ ຢູ່ນອກຝັ່ງທະເລຂອງ ແຂວງ Aceh ປະເທດອິນໂດເນເຊຍ.
ອົບພະຍົບທາງເຮືອ ທີ່ລໍຖ້າການກູ້ໄພ ຢູ່ນອກຝັ່ງທະເລຂອງ ແຂວງ Aceh ປະເທດອິນໂດເນເຊຍ.

ສະຖານທູດສະຫະລັດ ຢູ່​ບາງກອກ ກ່າວ​ວ່າ ກອງທັບ​ສະຫະລັດ
​ໄດ້​ເລີ້ມ​ປະຕິ ບັດ​ງານ​ບິນກວດກາທາງ​ທະ​ເລ ຢູ່​ນອກ​ຝັ່ງກ້ຳຕາ
ເວັນຕົກ​ຂອງມາ​ເລ​ເຊຍ ​ໃນ​ຄວາມ​ພະຍາຍາມເພື່ອຊອກ​ຄົ້ນ​ຫາ
ພວກອົບພະຍົບທາງ​ເຮືອຫລາຍ​ພັນ​ຄົນ ທີ່ ​ເຊື່ອກັນ​ວ່າ ​ຍັງ​ຕົກ
​ຄ້າງ​ຢູ່່​ໃນທະ​ເລ ໃນ​ເຮືອ​ໄມ້​ທີ່​ອ່ອນ​ແອບໍ່ແຂງແຮງນັ້ນ.

ສະຖານທູດສະຫະລັດ ​ໄດ້ກ່າວໃນ​ຖະ​ແຫລ​ງການສະບັບນຶ່ງ ​ທີ່
ສົ່ງຜ່ານ​ທາງອີ​ແມ​ລ ມາ​ຫາຫ້ອງ​ຂ່າວ ວີ​ໂອ​ເອ ວ່າ “​ໃນ​ການ​ປຶກ
ສາ​ຫາລື ກັບ​ບັນດາ​ລັດຖະບານ​ຢູ່​ໃນ​ຂົງ​ເຂດ ​ສະຫະລັດ​ໃນ​ວັນ​
ທີ 24 ​ເດືອນ​ພຶດສະພານີ້ ​ໄດ້​ເລີ້​ມຖ້ຽວບິນປະຕິ ບັດ​ງານ​ສັງ​ເກດ
​ທາງທະເລ ຢູ່​ນອກ​ຝັ່ງກ້ຳຕາເວັນຕົກຂອງມາ​ເລ​ເຊຍ”

“ຖ້ຽວບິນນີ້ແມ່ນສອດຄ່ອງ​ກັບ​ຂໍ້ສ​ະ​ເໜີ​ຂອງ​ພວກ​ເຮົາ ​ເພື່ອ​ໃຫ້
ການ​ຊ່ວຍເຫລືອ​ແກ່​ບັນດາລັດ​ຖະບານ​ຢູ່​ໃນ​ຂົງ​ເຂດ ​ເພື່ອ​ປັບປຸງສະພາບ​ຄວາມ​ເຂົ້າ​ໃຈ
ຂອງ​ເຂົາ​ເຈົ້າ ຢູ່​ໃນທະ​ເລ Andaman ​ແລ​ະອ່າວ Bengal.”

ຖະ​ແຫລ​ງການ​ກ່າວເພີ້​ມ​ເຕີມ​ອີກ​ວ່າ ພວກເຈົ້າ​ໜ້າ​ທີ່ ສະຫະລັດ ກຳລັງ​ສືບຕໍ່ “ປຶກສາ​ຫາລື​
ກັບບັນດາ​ລັດຖະບານຢູ່​ໃນ​ຂົງ​ເຂດ ກ່ຽວ​ກັບ​ຄວາມ​ຕ້ອງ​ການຂອງ ​ເຂົາເຈົ້າແລະ​ທາງທີ່ດີ​
ສຸດທີ່ສະຫະລັດ ສາ​ມາດ​ໃຫ້ການ​ສະໜັບສະໜູນເຂົາ​ເຈົ້າ ​ໃນ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດ​
ສະ​ທຳ ​ແກ່​ພວກ​ອົບ​ພະຍົບທາງ​ເຮືອ​ທີ່ຕົກຢູ່​ໃນ​ອັນ​ຕະລາຍ ​ໃນ​ຂົງ​ຂົງ​ເຂດນັ້ນ.”

​ໂຄສົກ​ສະຖານທູດກ່າວ​ວ່າ ​ເຂົາ​ເຈົ້າບໍ່​ມີ​ລາຍ​ລະອຽດ​ເພີ້ມ​ເຕີມ ກ່ຽວ​ກັບ​ຈຳນວນ ​ຫລື
ຊະ​ນິດເຮືອບິນ ທີ່​ເຂົ້າ​ຮວມ.

Southeast Asia Boat People
please wait

No media source currently available

0:00 0:01:30 0:00

XS
SM
MD
LG