ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກວິທະຍາສາດ ສຫລ ໄດ້ມີສ່ວນ ໃນການພົບເຫັນ ເຊື້ອອີໂບລາ


Scientist Who Helped Identify Ebola in 1976 Optimistic On Current Outbreak
please wait

No media source currently available

0:00 0:02:34 0:00

ເຊື້ອ​ອີ​ໂບລາ ​ໄດ້​ຖືກ​ຄົ້ນພົບໃນຊຸມ​ປີ 1970 ຢູ່​ບ້ານ​ນ້ອຍໆແຫ່ງ​
ນຶ່ງ​ ໃນສາທາລະນະ​ລັດ ປະຊາ​ທິປະ​ໄຕຄອງ​ໂກ ບ່ອນ​ທີ່​ບັນດາ
​ນັກ​ຄົ້ນ​ຄວ້າ ປາດ​ສະ​ຈາກ​ຄວາມ​ຢ້ານ​ກົວ ໄດ້ພາ|ກັນຜະ​ຈົນ​ໄພ
ເຂົ້າໄປຮຽນ​ຮູ້​ເພີ້​ມ​ເຕີມ. ຮວມຢູ່​ໃນ​ນັ້ນກໍ​ມີທ່ານ David Hey-
mann ​ທີ່ເກີດ​ຢູ່​ໃນສະຫະລັດ ຊຶ່ງປັດຈຸບັນ​ນີ້​ເປັນສາ​ສະ​ດາ​ຈານ
ຝ່າຍລະບາດວິທະຍາ ທີ່ສະຖາ​ບັນ​ອະນາໄມ ​ແລະ​ການແພດ
ເຂດ​ຮ້ອນ ນະຄອນລອນດອນ. ນັກ​ຂ່າວ ວີ​ໂອ​ເອ Henry
Ridgwell ​ໂອ້ລົມ​ກັບສາ​ສະ​ດາຈານທ່ານນີ້ ກ່ຽວ​ກັບການລະ
ບາດຂອງ ​ອີ​ໂອລາ ຢູ່ເຂດອາຟຣິກາ​ຕາ​ເວັນ​ຕົກ ຊຶ່ງ​ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ໃນ​ຕອນທີ່ທ່ານ​ເປັນດອັກເຕີໜຸ່ມ​ນ້ອຍ ​ເຮັດ​ວຽກກັບສູນ​ກາ​ງຄວບ​ຄຸມແລະປ້ອງກັນພະຍາດ​
ຂອງ ສະຫະລັດ ຫລື Center for Disease Control ນັ້ນ ທ່ານ David Heymann ໄດ້
ເຫັນໄພຂົ່ມຂູ່ ທີ່ພວມໂຜ່ໂຕຂຶ້ນມາ​ຂອງ​ເຊື້ອ​ອີ​ໂບລາ ຈາກ​ບ່ອນ​ກຳ​ເນີ​ດຢູ່​ໃນ​ປ່າ​ດົງດິບ
ເຂດຮ້ອນທີ່ມີຝົນຕົກໜັກ ຂອງສາທາລະນະ​ລັດ ປະຊາທິປະ​ໄຕຄອງ​ໂກ ຊຶ່ງ​ເວລາ​ນັ້ນ ​ມີຊື່
ວ່າ Zaire ​ໃນ​ປີ 1976. ຄະນະນັກ​ຄົ້ນ​ຄວ້າ​ນາໆ​ຊາດ​ທີ່ນ້ອຍໆຈຸນຶ່ງ ໄດ້​ເອົາ​ບາດກ້າວ
ຢ່າງລະມັດລະວັງເປັນທີ່ສຸດ.

ດອັກ​ເຕີ Heymann ກ່າວ​ວ່າຄວາ​ມຢ້ານ​ກົວ​ນັ້ນແມ່ນ​ຮ້າ​ຍ​ແຮງ​ທີ່​ສຸດ ນຶ່ງ​ໃນ​ໜ້າ​ທີ່
ຖືກມອບ​ໝາຍ​ທຳ​ອິດ​ ຂອງຂ້າພະ​ເຈົ້າ ຄື​ໄດ້​ໄປອົງ ການ​ NASA ​ເພື່ອ​ເກັບ​ກຳ​ເອົາ
ເຄື່ອງນຸ່ງ​ປ້ອງ​ກັນ ທີ່​ພວກນັກ​ບິນ​ອະ​ວະ​ກາດໄດ້ໃຊ້ ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ກັບ​ຄືນ

ມາຈາກ​ເດືອນ.”

​ເວລາ​ໄປ​ເຖິງບ້ານ Yambuku ທີ່​ເປັນ​ສູນ​ກາງການ​ລ​ະບາດນັ້ນ ດອັກ​ເຕີ ​Hetymann
​ແລະ​ຄະນະຂອງ​ທ່ານ ບໍ່ໄດ້ຮູ້ຫຍັງຫຼາຍກ່ຽວ​ກັບ​ເຊື້ອ​ອີ​ໂບລາ ​ແລະ​ໄດ້​ຕັ້ງ​ຊື່​ເຊື້ອ​ພະຍາດ
ດັ່ງກ່າວຕາມຊື່​ຂອງ​ແມ່​ນໍ້າ ​ຢູ່ໃນເຂດ ​ທ້ອງ​ຖິ່ນ​.

ດອັກ​ເຕີ Haymann ກ່່າວ​ວ່າ “​ເຊື້ອ​ອີ​ໂບລາ ​ໄດ້ຖືກ​ພິຈາລະນາ​ວ່າເປັນໄພຂົ່ມຂູ່ທີ່
ຮ້າຍແຮງ ໃນປີ 1976 ​ເພາະວ່າຍັງບໍ່ໃຜ​ຮູ້ຫຍັງ​ໝົດ​ກ່ຽວກັບ​ເຊື້​ອພະຍາດນີ້. ມັນ​
ເປັນ​ທີ່​ຮູ້​ກັນວ່າ ມີສ່ວນພົວພັນຫລື​ປາກົດ​ວ່າ ​ພົວພັນ​ກັບເຊື້ອໄວຣັສ Marburg ທີ່​
ຜູ້ຄົນ​ເຂົ້າ​ໃຈ ແລະວິທະຍາສາດເຂົ້າ​ໃຈໃນຂັ້ນພື້ນຖານນັ້ນ.”

ນັບ​ແຕ່​ນັ້ນ​ມາ ບັນດາ​ນັກວິທະຍາສາດ ​ໄດ້​ຄົ້ນ​ພົບ​ໝາກ​ໄມ້ ​ທີ່​ເຈ​ຍກິນທີ່ມີ ​ເຊື້ອ​ອີ​ໂບລາ
​ແລະ​ໄດ້ຕິດຕໍ່ໃສ່​ມະນຸດ ​ແລະ​ລີງປະເພດຕ່າງໆ. ສາ​ສະ​ດາ​ຈານ Haymann ກ່າວ​ວ່າໃນ
​ເວລາບໍ່ດົນຕໍ່ມາ​ເຂົາ​ເຈົ້າກໍຮຽນ​ຮູ້​ວ່າ ການ​ບໍລິ​ໂພ​ກອັນທີ່​ຮ້ອງ​ວ່າ ຊີ້ນສັດ​ປ່ານັ້ນ ​ກໍເປັນອີກ
ຊ່ອງທາງ​ນຶ່ງ ທີ່ພາໃຫ້ຕິດເຊື້ອ​ພະຍາດນີ້.

ສາ​ສະ​ດາ​ຈານ Haymann ກ່າວ​ອີກ​ວ່າ “​ມີ​ການ​ແຜ່​ລະບາດ​ທີ່ປະ​ເທດ ກາ​ບົງ ​ໃນ​ປີ
1996 ​ເວລາ​ນັ້ນ ມີ​ພວກ​ນັກ​ໂຮ່​ເນື້ອ 18 ຄົນພາກັນ​ຍິງ​ລີງໂທນຈິມແພນຊີໄດ້ໂຕນຶ່ງ
​ແລະທັງ​ 18 ຄົນ ຊຶ່ງໄດ້ຕິດເຊື້ອໃນລະ ​ຫວ່າງ​ທີ່​ເຂົາ​ເຈົ້າພາກັນ​ຄົວລີງ​ຢູ່​ນັ້ນ ໄດ້​ນຳ
​ເອົາ​ເຊື້ອພະຍາດນີ້ກັບ​ເມືອ​ເຮືອນ ​ແລະ​ຕິດ​ແປດ​ໃສ່ບັນດາ​ສະມາຊິກ​ໃນຄອບຄົວ.
​ແຕ່​ວ່າມັນ​ບໍ່​ໄດ້ແຜ່​ລາມ​ອອກ​ໄປເກີນນັ້ນ.”

ສາ​ສະ​ດາ​ຈານ Heymann ​ໄດ້​ເປັນຜູ້ນຳພາ​ ການ​ຮັບມືຂອງໂລກໃນປີ 2003 ກັບການ
ລະບາດຢ່າງຮ້າຍແຮງຂອງໂຣກ SARS ໃນປະ​ເທດ​ຈີນ. ພະຍາດ​ດັ່ງກ່າວນີ້​ເຮັດ​ໃຫ້​ມີ
​ຜູ້ເສຍ​ຊີວິດ​ເຖິງ 700 ຄົນ ​ແຕ່​ໄດ້​ຖືກ​ຄວບ​ຄຸມໄວ້ໃນທີ່ສຸດ.

ສາ​ສະ​ດາ​ຈານ Heymann ກ່າວ​ວ່າ “ມັນ​ແຜ່​ຂະຫຍາຍ​ເຂົ້າ​ໄປ​ປະ​ເທດ ທີ່​ກຳລັງ​ພັດ
ທະນາ​ໃນ​ເອ​ເຊຍ ​ແລະ​ມັນ​ໄດ້ຖືກຍຸດຕິຢູ່​ທີ່​ນັ້ນ​ຢ່າງ​ວ່ອງ​ໄວ ໂດຍ​ຄວາມ​ພະຍາຍາມ
ຂອງໂລກ. ແລະ​ນີ້​ແມ່ນ​ເປັນ​ການ​ປະ ສານ​ງານ​ທີ່ແທ້​ຈິງຂອງ​ໂລກ ບ່ອນ​ທີ່​ບັນດາ​ນັກວິທະຍາສາດ ປະຕິບັດ​ງານຮ່ວມກັນ​ຢູ່​ເບື້ອງ​ຫລັງ ​ແລກປ່ຽນ​ຂໍ້ມູນໃນ​ແຕ່​ລະ​ວັນ.”

​ໃນທາງກົງກັນ​ຂ້າມ ສາ​ສະ​ດາ​ຈານ Heymann ກ່າວ​ວ່າ ກາ​ນຂໍຮ້ອງ​ຄວາມຊ່ວຍເຫຼືອໃນ
​ຂັ້ນ​ຕົ້ນ ກ່ຽວ​ກັບ​ການລະບາດຂອງ ອີໂບລາ​ໃນ​ປັດຈຸ ບັນ​ນີ້​ ​ບໍ່ໄດ້​ຮັບການເອົາຫົວຊາເລີຍ.
ເພື່ອຍຸດຕິການແຜ່ລະບາດດັ່ງກ່າວ ​ເວລາມັນ​ຍັງ​ຢູ່​ໃນ​ເຂດຊົນນະບົດທີ່ ສອກຫລີກຫ່າງ
ໄກ ​ແລະ​ບັດ​ນີ້ ມັນ​ໄດ້ແຜ່​ເຂົ້າ​ໄປໃນເຂດເມືອງຕ່າງໆ ບ່ອນ​ທີ່​ມັນມີ​ຄວາມຫຍຸ້ງຍາກ​ລຳ
ບາກຕື່ມຂຶ້ນ​.”

ມີຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ການປຸກລະດົມ ເພື່ອໃຫ້ມີການຕື່ນຕົວ​ ກ່ຽວກັບ ອີ​ໂບ
ລາ ຢູ່​ໃນ​ເຂດອາ​ຟຣິກາຕາ​ເວັນ​ຕົກ ກຳລັງ​ຊ່ວຍ​ຍຸດຕິ​ການ​ແຜ່ລະບາດຂອງເຊື້ອໄວຣັສນີ້.
ບັນດາ​ຢາປິ່ນປົວ​ພະຍາດຊະນິດໃໝ່​ພວມເລັ່ງລັດຜະລິດ​ອອກ​ມາໃຫ້ມີການນຳໃຊ້ໄວຂຶ້ນ.
ສາ​ສະ​ດາ​ຈານ Heymann ກ່າວ​ວ່າ ການ​ຄົ້ນຄວ້າກ່ຽວ​ກັບ​ຂົງເຂດ​ອຶ່ນໆກໍ​ສົມ​ຄວນ​ທີ່​ຈະ​
ຖືເປັນບູລິມະສິດເຊັ່ນດຽວກັນ.

ສາ​ສະ​ດາ​ຈານ Heymann ກ່່າວ​ວ່າ “​ເພື່ອ​ພິຈາລະນາວ່າ​ ເຮັດວິທີໃດ ຈຶ່ງຈະຮັກສາ​
ຄົນ​ປ່ວຍ​ໃຫ້​ມີ​ຊີວິດຢູ່ລອດໄດ້​ ​ໂດຍ​ການ​ຮັກສາ​ຄວາມ​ກໍ້າ​ ເກິ່ງ​ພາຍ​ໃນ ລະຫວ່າງ
ຂອງແຫຼວທີ່ເປັນອີເລັກໂທຣໄລທ໌ ແລະ​ສານເຄມີ​ຕ່າງໆ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​

ມີ​ຊີວິດ​ຢູ່​ໄດ້​ດົນພໍ ​ສຳຫລັບໃຫ້​ລະບົບ ພູມຕ້ານ​ທານຂອງເຂົາເຈົ້າເຂົ້າຄວບຄຸມ​
ດ້ວຍ​ຕົນ​ເອງ​.”

ອົງການ​ອະນາ​ໄມ​ໂລກກ່າວ​ວ່າປະມານ 6,000 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ ອີ​ໂບລາ ໃນເຂດ
​ອາ​ຟຣິກາ ຕາ​ເວັນ​ຕົກ ນັບ​ແຕ່່​ໄດ້​ເລີ້ມມີ​ການ​ລະບາດ​ຂື້ນ. ສາ​ສະ​ດາ​ຈານ Heymann ​ມີຄວາມຫວັງໄປໃນ​ແງ​ດີ​ວ່າ ​ການ​ລະບາດເຊື້ອອີໂບລາ ຈະ​ຖືກສະກັດກັ້ນໃຫ້ຍຸດຕິລົງ ​
|ໃນ​ຕົ້ນ​ປີ​ໃໝ່ຈາມາເຖິງນີ້.

XS
SM
MD
LG