ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພິ​ທີ ມອບລາງວັນ ຄວາມສຳເລັດ ປະ​ຈຳ​ປີ ຄັ້ງ​ທີ 2 ທີ່ ແຊນ​ແຟ​ຣນ​ຊິ​ສ​ໂກ


ທ່ານນາງ Priscilla Chan ແລະ ທ່ານ Mark Zuckerberg ໄປຮອດພິທີມອບລາງວັນຄວາມສຳເລັດ ປະຈຳປີ ຄັ້ງທີ 2 ຢູ່ທີ່ ສູນຄົ້ນຄວ້າ NASA Ames ເມື່ອວັນອາທິດທີ 9 ພະຈິກ 2014.
ທ່ານນາງ Priscilla Chan ແລະ ທ່ານ Mark Zuckerberg ໄປຮອດພິທີມອບລາງວັນຄວາມສຳເລັດ ປະຈຳປີ ຄັ້ງທີ 2 ຢູ່ທີ່ ສູນຄົ້ນຄວ້າ NASA Ames ເມື່ອວັນອາທິດທີ 9 ພະຈິກ 2014.

ບັນ​ດານັກຄົ້ນຄວ້າ​ທົ່ວ​ໂລກ​ ດ້ານ​ຄະນິດ​ສາດ ວັດຖຸ​ວິທະຍາແລະ
ດາລາສາດ ​ແມ່ນ​ລວມຢູ່​ໃນ​ຈຳນວນຜູ້​ຊະ​ນະ​ ທີ່​ໄດ້​ຮັບ​ ລາງວັນ
ຂອງຄວາມ​ສຳ​ເລັດ​ ປະຈຳ​ປີ ​ຄັ້ງທີ 2 ໃນ​ວັນອາທິດ​ວານ​ນີ້ ​ໃນ​ນະ
ຄອນແຊນແຟຣນຊິ​ສ​ໂກ ລັດ​ກາລີ​ຟໍ​ເນຍ.

12 ລາງວັນ​ຄວາມ​ສຳ​ເລັດ ໄດ້​ຖືກປະກາດອອກ ຢ່າງ​ເປັນ​ທາງ
ການ​ ໃນ​ພິທີ​ສະ​ເຫຼີມສະຫຼອງ ມອບ​ລາງວັນ ທີ່ບໍ່​ເປັນ​ທາງ​ການ
ຢູ່​ນະຄອນຫຼວງ ດ້ານອຸດສາຫະກຳເທັກ​ໂນ​ໂລ​ຈີ​ສະຫະລັດ ອັນ​
ເປັນທີ່​ຮູ້ຈັກ​ກັນ​ໂດຍ​ທົ່ວ​ໄປຄື Silicon Valley ນັ້ນ​. ລວມຢູ່​ໃນ
​ຜູ້​ຊະນະ​ເລີດ​ນັ້ນ ມີ​ນັກ​ດາລາສາດ 2 ທີ​ມ ທີ່​ໄດ້​ຄົ້ນພົບ ວ່າ ການ​
ຂະຫຍາຍຕົວ​ ຂອງຈັກກະວານ ​ແມ່ນ​ເປັນ​ໄປ​ໄວຂຶ້ນ ​ແທນ​ທີ່​ຈະ
​ແມ່ນຊ້າ​ລົງ.

ນັກ​ຄະນິດສາດ 5 ທ່ານ ຮ່ວມ​ກັນ ຮັບ​ລາງວັນ​ຄວາມ​ສຳ​ເລັດ ​ເປັນ​ເທື່ອ​ທຳ​ອິດ ​ໃນ​ພາກ​
ວິຊາ​ ຂອງ​ເຂົ້າ​ເຈົ້າ ​ໃນ​ຂະນະ​ທີ່ ນັກວິທະຍາສາດ 6 ທ່ານ ຮ່ວມ​ກັນ ​ໄດ້ຮັບລາງວັນ​ ວິທະຍາສາດ ກ່ຽວ​ກັບຊີວິດ​ສຳຫລັບ​ວຽກ​ງານ ​ເລື້ອງ​ຕ່າງໆ ​ເຊັ່ນ ການຈັດ​ລະບຽບ​ຂອງ
​ພັນທຸ​ກຳ ​ແລະ ພູມຕ້ານທານ​ພະຍາດ.

​ແຕ່ລະ​ລາງວັນນັ້ນ ​ໃນ​ຈຳນວນ​ທັງ​ໝົດ 12 ລາງວັນ​ ​ແມ່ນ​ມີ​ມູນ​ຄ່າ 3 ລ້ານດອນ​ລາ.

XS
SM
MD
LG