ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຈະພັດທະນາ ພູ​ເບ້ຍ ໃນແຂວງ ໄຊຊົມບູນ ໃຫ້ເປັນ ແຫຼ່ງທ່ອງທ່ຽວ ທຳມະຊາດ


ພູ​ເບ້ຍ ເປັນ​ພູ​ສູງ​ທີ່​ສຸດ​ ໃນແຂວງໄຊສົມບູນ ທາງພາກເໜືອຂອງລາວ ທີ່ເປັນສະຖານທີ່ ທາງການລາວ ຈະພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ.
ພູ​ເບ້ຍ ເປັນ​ພູ​ສູງ​ທີ່​ສຸດ​ ໃນແຂວງໄຊສົມບູນ ທາງພາກເໜືອຂອງລາວ ທີ່ເປັນສະຖານທີ່ ທາງການລາວ ຈະພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດ.

ທາງ​ການ​ແຂວງ​ໄຊ​ສົມບູນ ດຳ​ເນີນ​ການ​ເກັບ​ຂໍ້​ມູນ ​ແລະ ​ສຶກສາ
​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ພັດທະນາ​ເຂດ​ພູ​ເບ້ຍ ​ໃຫ້​ເປັນ​ເຂດ
​ທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ​ ສະຖານ​ທີ່​ພັກຜ່ອນ​ຕາກ​ອາກາດ​
ສຳ​ຫລັບ​ນັກ​ທ່ອງ​ທ່ຽວ.

ທ່ານ​ສົບ​ບັດ ​ເຢຍ​ລິ​ເຮີ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂວງ​ໄຊ​ສົມບູນ ຖະ​ແຫລ​ງຢືນຢັນ​ທາງ​
ການ​ແຂວງ​ໄຊ​ສົມບູນ ​ໄດ້​ເລີ້ມ​ດຳ​ເນີນ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ​ ສຶກສາ​ຄວາມ​ເປັນ​ໄປ​ໄດ້
​ໃນ​ການ​ພັດທະນາ​ເຂດ​ພູ​ເບ້ຍ ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ທີ່​ດີ​ທີ່​ສຸດ​ແຫ່ງ​ໜຶ່ງ​ໃນ
​ລາວ ​ເພື່ອ​ຮອງ​ຮັບ​ນັກ​ທ່ຽວ​ທັງ​ໃນ​ລາວ ​ແລະ​ຈາກ​ຕ່າງປະ​ເທດ​ເມື່ອ​ບໍ່​ນານ​ມາ​ນີ້.

​ໂດຍ​ການ​ເກັບ​ກຳ​ຂໍ້​ມູນ​ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້ ຍັງ​ລວມ​ໄປ​ເຖິງ​ການ​ສຶກສາຄົ້ນຄວ້າ
ທີ່​ກ່ຽວ​ກັບ​ປະວັດ​ຄວາມ​ເປັນ​ມາ ​ແລະ​ສະພາບ​ພື້ນ​ທີ່​ຂອງ​ພູ​ເບ້ຍ​ຢ່າງ​ລະອຽດ ​ເພື່ອ​ໃຊ້​ເປັນ
​ຂໍ້​ມູນ ທີ່​ສຳຄັນ​ໃຫ້​ແກ່​ການວາງ​ແຜນ​ພັດທະນາ ທີ່​ສອດ​ຄ້ອງ ກັບ​ຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ພື້ນ​ທີ່ ​ໂດຍ​ສະ​ເພາະ ​ແມ່ນ​ການ​ທີ່​ພູ​ເບ້ຍ ​ເປັນ​ພູ​ສູງ​ທີ່​ສຸດ​ໃນ​ລາວ ທັງ​ຍັງ​ມີ​ປ່າ​ໄມ້​ປົກ​ຫຸ້ມ​ໜາ​ແໜ້ນ ອາກາດ​ບໍລິສຸດ ​ແລະ​ທິວ​ທັດ​ງົດ​ງາມ​ດ້ວຍ​ນັ້ນ ຈຶ່ງ​ເໝາະ​ສົມ​ຢ່າງ​ຍິ່ງ ທີ່​ຈະ​ເປັນ​ສະຖານ​ທີ່​ພັກຜ່ອນ​ຕາກ​ອາກາດ​ສຳ​ຫລັບ​ນັກ​ທ່ອງ​ທ່ຽວ.

ທິວທັດທາງດ້ານເທິງ ແຂວງໄຊສົມບູນ
ທິວທັດທາງດ້ານເທິງ ແຂວງໄຊສົມບູນ

ແຕ່​ຢ່າງ​ໃດ​ກໍຕາມ ທ່ານ​ສົມບັດ ຍອມຮັບ​ວ່າ ທາງ​ການ​ແ​ຂວງ​
ໄຊ​ສົມບູນ​ມີ​ງົບ​ປະມານ​ຢ່າງ​ຈຳກັດ​ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ສົ່ງ​ເສີມ
​ການ​ລົງທຶນ ຂອງ​ພາກ​ເອກະ​ຊົນ​ທັງ​ໃນ​ລາ​ວ ​ແລະ​ຈາກ​ຕ່າງ
ປະ​ເທດ​ເປັນຫຼັກ ​ໂດຍ​ສະເພາະ​ແມ່ນ​ການ​ລົງທຶນ​ສ້າງ​ພື້ນຖານ
​ໂຄງ​ຮ່າງ ຊຶ່ງ​ທາງ​ການ​ແຂວງ​ໄຊ​ສົມບູນ ກໍ​ໄດ້​ລົງ​ນາມ ​ໃນ​ບັນ
ທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ​ກັບ​ບໍລິສັດ Green Partner Holding
ຈາກ​ປະ​ເທດ​ຈີນ​ເມື່ອ​ບໍ່​ນານ​ມາ​ນີ້.

ໂດຍ​ບໍລິສັດ​ດັ່ງກ່າວ​ຈະ​ລົງ​ທຶນ​ໃຫ້​ກ່ອນ ​ໃນ​ການ​ພັດທະນາ
​ພື້ນຖານ​ໂຄງລ່າງ​ຢູ່​ໃນ​ແຂວງ​ໄຊສົມບູນ ​ແຕ່ລັດຖະບານ​ລາວຈະ​ຕ້ອງ​ຜ່ອນ​ຊຳລະ​ໃຫ້​ຄືນ​
ພ້ອມ​ດອກ​ເບ້ຍ​ທັງ​ໝົດ​ພາຍ​ໃນ 15 ປີ ​ແລະ​ສາມາດ​ຈະ​ຜ່ອນ​ຊຳລະ​ດ້ວຍ​ການ​ຫັກ​ຈາກ
​ຜົນ​ປະ​ໂຫຍ​ດ​ໃນ​ໂຄງການ​ເຂື່ອນ​ທີ່ ບໍລິສັດ​ຈີນ​ລົງທຶນ​ໃນ​ລາວ ​ໄດ້​ດ້ວຍ.

ທ່ານ​ສົບ​ບັດ ​ເຢຍ​ລິ​ເຮີ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂງ​ໄຊ​ສົມບູນ
ທ່ານ​ສົບ​ບັດ ​ເຢຍ​ລິ​ເຮີ ​ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂງ​ໄຊ​ສົມບູນ

​ໂດຍ​ການ​ພັດທະນາ​ລະບົບ ພື້ນຖານ​ໂຄງ​ລ່າງ​ໃນ​ແຂວງ​
ໄຊ​ສົມບູນ ​ໄດ້​ແບ່ງ​ເປັນ 2 ​ໄລຍະ​ດ້ວຍ​ກັນ ຄື ​ໄລຍະ​ທີ 1 ​
ໃນ​ຊ່ວງ​ປີ 2014 ຫາ 2015 ​ແລະ ​ໄລຍະ​ທີ 2 ​ໃນຊ່ວງ​ປີ
2016 ຫາ 2020 ທີ່​ຈະ​ເປັນ​ການ​ດຳ​ເນີນ​ງານ ພາຍ​ໃຕ້​
ແຜນ​ແມ່​ບົດ ທີ່​ວ່າ​ດ້ວຍ​ຍຸດ​ທະ​ສາດ ​ແລະ​ວິ​ໄສ​ທັດ​ການ
​ພັດທະນາ​ເສດຖະກິດ-ສັງຄົມ​ ຕາມ​ທີ່ອົງການ​ປົກຄອງ
​ແຂວງ​ໄຊ​ສົມບູນ​ຕ້ອງການ ​ເຊັ່ນ ການ​ສຳ​ຫລວດ​ອອກ​ແບບ
​ການ​ພັດທະນາ ​ແລະ ລົງທຶນ​ໃນ​ຂົງ​ເຂດ​ການ​ຜະລິດ​ສິນຄ້າ
​ກະສິກຳ ການ​ສຳ​ຫລວດ​ອອກ​ແບບ ​ແລະ ລົງທຶນ​ໃນ​ການ​
ກໍ່ສ້າງ​ຂົວ-ທາງ ສຳນັກງານ​ຂອງ​ລັດ ການ​ກໍ່ສ້າງ​ຕົວ​ເມືອງ​ໃໝ່ ສະໜາມ​ບິນ ລະບົບ​ໄຟຟ້າ ​ແລະ​ນ້ຳປະປາ ​ເປັນຕົ້ນ ​ໂດຍ​ທີ່​ທາງ​ຝ່າຍ​ບໍລິສັດ​ຂອງ​ຈີນ ກໍ​ຈະ​ລົງທຶນ​ກໍ່ສ້າງ​ເຂື່ອນ​ໄຟຟ້າ
​ຄຽງ​ຄູ່​ກັນ​ໄປ.

​ແຕ່​ດ້ວຍ​ເຫດ​ທີ່​ລັດຖະບານ​ລາວ​ບໍ່​ມີ​ງົບປະມານ ຈຶ່ງ​ຕ້ອງ​ໃຫ້​ບໍລິສັດ​ຈີນ ​ເປັນ​ຜູ້​ລົງທຶນ​ໃຫ້​ກ່ອນ​ທັງໝົດ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ແຂວງ​ໄຊ​ສົມບູນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ພວກ​ເຮົາ​ບໍ່​ທັນ​ໄດ້​ມີ​ການ​ກະກຽມ​ ບຸ​ກຄະລາ​ກອນ​ພຽງພໍ ​ແລ້ວກະ​ທຶນຮອນ ​ເພື່ອ​ຈັດ​ຕັ້ງປະຕິ​ບັດ ​ແລະ​ກໍ​ບໍ່​ທັນ​ມີ​ແບບ​ສະບັບ​ວ່າ ຈະ​ເຮັດແນວ​ໃດ ຈະ​ໃຫ້​ກຳນົດ​ຄົນ​ໃສ່​ນີ້ ຊິໄດ້ ​ແຕ່​ວ່າ ​ເອົາ​ຄົນ​ທີ່​ຮູ້ຈັກ​ເຮັດ​ວຽກ​ແຕ່​ລະ​ວຽກ​ຫັ້ນ ມີ​ບັນຫາ ​ເພາະວ່າ​ລະດັບ​ການ​ສຶກສາ​ຂອງ​ຄົນ​ເຮົາ​ນີ້ ກໍ​ບໍ່​ທັນ​ສູງ ປະສົບ​ການ​ກໍບໍ່ທັນຫຼາຍ ຈັ່ງຊັ້ນ​ແລ້ວ ພວກ​ເຮົາ​ກະ​ເຫັນ​ວ່າ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຢູ່.”

ນອກຈາກ​ນີ້ ບໍລິສັດ​ຈີນ​ຍັງ​ຈະ​ພັດທະນາ​ເມືອງ​ລ່ອງ​ແຈ້ງ ​ເມືອງ​ອະນຸວົງ ​ແລະ​ເມືອງ​ຮົ່ມ ​ເປັນ​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ ​ແ​ລະ​ທຳ​ມະ​ຊາດ ​ໂດຍ​ຈະ​ສ້າງ​ບ້ານ​ພັກ​ຕາກ​ອາກາດ ທີ່​ມີ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຢ່າງ​ຄົບ​ຊຸດ​ ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ ທີ່​ມີ​ຖານະ​ດີ​ຈາກ​ຈີນ​ໃຫ້​ໄດ້​ຖຶງ 20,000 ຄອບຄົວ​ໃນ​ແຕ່ລະ​ປີ.

ທັງ​ນີ້​ລັດຖະບານ​ລາວ ​ໄດ້​ປະກາດ​ສ້າງຕັ້ງ​ແຂວງ​ໄຊ​ສົມບູນ ຢ່າງ​ເປັນ​ທາງ​ການ​ເມື່ອວັນ​ທີ 31 ທັນວາ 2013 ​ໂດຍ​ປະກອບ​ດ້ວຍ 5 ​ເມືອງ​ຄື ​ເມືອງ​ຮົ່ມ ທ່າ​ໂທມ ອະນຸວົງ ລ່ອງ​ຊານ ລ່ອງ​ແຈ້ງ ​ແລະ​ມີ​ປະຊາກອນ​ທັງໝົດ 81,801 ຄົນ​ ໃນ​ພື້ນ​ທີ່​ປົກຄອງ​ກວ້າງ​ກວ່າ 8,500 ກິ​ໂລ​ແມັດ​ມົນທົນ.

XS
SM
MD
LG