ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບເຮືອ ຊາອຸດີ ອາຣາເບຍ ຍົກຍ້າຍ ນັກການທູດ ຕ່າງປະເທດ ອອກຈາກເຢເມນ


ແຜນທີ່ສະແດງໃຫ້ເຫັນບັນດາປະເທດສະມາຊິກຂອງແນວໂຮມ ພາຍໃຕ້ການນຳພາຂອງຊາອຸດີ ໂຈມຕີກະບົດຢູ່ເຢເມນ.
ແຜນທີ່ສະແດງໃຫ້ເຫັນບັນດາປະເທດສະມາຊິກຂອງແນວໂຮມ ພາຍໃຕ້ການນຳພາຂອງຊາອຸດີ ໂຈມຕີກະບົດຢູ່ເຢເມນ.

ໂທລະພາບຂອງ​ລັດລາ​ຍງານ​ໃນ​ວັນ​ເສົາ​ມື້​ນີ້ວ່າ ກອງທັບ​ເຮືອ
ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ທຳ​ການ​ຍົກຍ້າຍ ບັນດາ​ນັກ​ການ​ທູດ
ຕ່າງປະເທດ​ຫລາຍ​ສິບ​ຄົນ​ອອກ​ຈາກປະ​ເທດ​ເຢ​ເມນທີ່​ກຳລັງ
​ມີ​ຄວາມ​ວຸ້ນວາຍ ຮວມທັງນັກ​ການທູດ​ ຊາ​ອຸ​ດີ ນຳດ້ວຍ.

ບັນດາ​ນັກ​ການ​ທູດ ​ໄດ້​ຖືກ​ຂົນ​ສົ່ງ​ຈາກ ​ເມືອງ​ທ່າ Aden ໃນ
ພາກໃຕ້ຂອງປະ​ເທດ​ເຢ​ເມນ ​ໄປ​ສູ່​ທ່າ​ເຮືອ Jeddah ໃນທະ​
ເລ​ແດງ​ ຂອງຊາ​ອຸ​ດີ ອາ​ຣາ​ເບຍ.

ການ​ຍົກຍ້າຍນັກການທູດດັ່ງກ່າວ​ ໄດ້​ມີ​ຂື້ນ​ທ່າມ​ກາງ​ການ​ສູ້​
ລົບ​ທີ່​ຮ້າຍ​ແຮງໃນ​ນະຄອນ Aden ລະຫວ່າງ​ບັນດາ​ຜູ້​ສະໜັບ
ສະໜູນ ​ແລະຝ່າຍ​ຄ້ານ​ຂອງ ປະທານ​ນາ​ທິບໍດີ Abd-Rabbu Mansour Hadi ​ທີ່​ຫາ​
ກໍ່​ຫລົບໜີ​ອອກ​ຈາກ​ປະ​ເທດໄປນັ້ນ.

​ໃນ​ວັນ​ສຸກ​ວານ​ນີ້ ​ໂຄສົກ​ກອງທັບ​ຊາ​ອຸ​ດີ ອາ​ຣາ​ເບຍ ກ່າວ​ວ່າ ຊາ​ອຸ​ດີ ການ​ໂຈມ​ຕີ​ທາງ​
ອາກາດ​ຕໍ່ພວກ​ກະບົດ Houthi ຂອງຊາວ Shi’ite ພາຍໃຕ້ການນຳພາຂອງຊາອຸດີ ຢູ່​
ໃນເຢ​ເມນຈະ​ດຳ​ເນີນ​ຢູ່​ຕໍ່​ໄປຕາບໃດ​ທີ່ຍັງມີຄວາມ​ຕ້ອງການເພື່ອປົກ​ປ້ອງ​ລັດຖະບານ​
ເຢ​ເມັນ.

​ນາຍ​ພົນ​ຈັດຕະວາ Ahmed Asseri ຊຶ່ງເປັນໂຄສົກ ກ່າວ​ວ່າ ການ​ປະຕິບັດ​ງານ​ປ້ອງ
​ກັນ​ລັດຖະບານ ​ແມ່ນເປັນ​ເປົ້າ​ໝາຍ​ຫລັກ. ​ເອກ​ອັກຄະ​ລັດຖະທູດຊາ​ອຸ​ດີປະຈຳສະຫະ
ລັດ ທ່ານ Adel al-Jubeil ​ກ່າວ​ອີກ​ວ່າ ມັນຍັງແນ່​ໃສ່ເພື່ອ ຢັບຢັ້ງ ບໍ່ໃຫ້ພວກທະຫານ
ບ້ານ​ຫົວ​ຮຸນ​ແຮງ​ ເຂົ້າ​ຄວບ​ຄຸມ​ປະ​ເທດເຢ​ເມນ​ທັງ​ໝົດ.

Yemen Conflict Is Local, Not Regional, Experts Argue
please wait

No media source currently available

0:00 0:02:07 0:00

​ນອກນັ້ນ ໃນ​ວັນ​ສຸກ​ວານ​ນີ້​ ບັນດາ​ກຳ​ປັ່ນ​ລົບຂອງຊາ​ອຸ​ດີ ​ແລະ​ອີ​ຈິບ ​ໄດ້ຖືກ​ສົ່ງ​ໄປ​ຍັງ
ຊ່ອງແຄບ Bab al-Mandab ຊຶ່ງເປັນຈຸດ​ຍຸດ​ທະ​ສາດ​ທີ່​ສຳຄັນ ຢູ່ນອກແຄມ​ຝັ່ງ​ທະ​ເລ
ປະ​ເທດ​ເຢ​ເມນ.

ຊ່ອງແຄບ Bab Al-Mandab ​ເປັນເສັ້ນ​ທາງທະເລ ​ທີ່ມີຄວາມສຳຄັນ​ ຕໍ່​ຄວາມ​ປອດ​ໄພ
ແຫ່ງ​ຊາດ​ຂອງອີ​ຈິບ. ມັນ​ເປັນ​ທາງ​ເຂົ້າ​ທີ່​ສຳຄັນ ​ໄປ​ສູ່​ທະ​ເລ​ແດງ​ສຳຫລັບບັນດາ​ກຳ​ປັ່ນ
ທີ່ຈະແລ່ນຜ່ານ​ຄອງ Suez.

Yemen
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG