ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອ ປະຫານຊີວິດ ລັດຖະມົນຕີ ປ້ອງກັນປະເທດ


ອະດີດລັດຖະມົນຕີປ້ອງກັນປະເທດ ເກົາຫລີເໜືອ ທ່ານ Hyon Yong Chol ທີ່ໄດ້ຖືກປະຫານຊີວິດ ໃນເດືອນເມສາ ຜ່ານມາ.
ອະດີດລັດຖະມົນຕີປ້ອງກັນປະເທດ ເກົາຫລີເໜືອ ທ່ານ Hyon Yong Chol ທີ່ໄດ້ຖືກປະຫານຊີວິດ ໃນເດືອນເມສາ ຜ່ານມາ.

ອົງການ​ສືບ​ລັບແຫ່ງຊາດເກົາຫລີໃຕ້ ​ກ່າວ​ວ່າ ຜູ້ນຳ​ເກົາຫລີ​
ເໜືອ ທ່ານ Kim Jong Un ​ໄດ້​ສັ່ງ​ໃຫ້​ປະຫານ​ຊີວິດ ລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ ຂອງ​ທ່ານ ​ໃນ​ອັນທີ່ປາກົດວ່າ ​ເຫງົາ
ນອນໃນລະຫວ່າງ​ພິທີ​ທາງ​ທະຫານ.

​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຄົນ​ນຶ່ງ ກ່າວ​ວ່າ ທ່ານ Hyon Yong Chol
ຊຶ່ງ​ຕຳແໜ່ງຢ່າງ ເປັນ​ທາງ​ການ ​ແມ່ນລັດຖະມົນຕີ​ກອງທັບ
​ປະຊາຊົນນັ້ນ ​ໄດ້​ຖືກ​ຍິງ​ຕາຍ​ໂດຍປືນ ​ຕໍ່​ຕ້ານ​ເຮືອບິນ. ບັນ
ດາ​ເຈົ້າ​ໜ້າ​ທີ່​ຫລາຍ​ຮ້ອຍ​ຄົນ ​ໄດ້​ພາກັນ​ເບິ່ງ​ການ​ປະຫານ​ຊີ
ວິດທ່ານ Hyon ​ໃນ​ວັນ​ທີ 30 ​ເດືອນ​ເມສາທີ່​ຜ່ານ​ມາ. ທ່ານ
Han Ki-beom ຮອງ​ຫົວໜ້າອົງການສືບ​ລັບ​ແຫ່ງ​ຊາດ​ເກົາ
ຫຼີ​ໃຕ້​ໄດ້ ​ລາຍງານ​ຕໍ່​ຄະນະ​ກຳມະການ ສະພາ ​ຢູ່ນະຄອນຫຼວງ​ໂຊ​ລ ​ໃນ​ວັນ​ພຸດ​ມື້​ນີ້.

ອົງການ​ຂ່າວ Yonhap ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ ທ່ານ Kim ​ເຊື່ອ​ວ່າ ທ່ານ Hyon ​ທີ່​
ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້ເຂົ້າຮັບຕຳແໜ່ງດັ່ງກ່າວບໍ່ຮອດ​ນຶ່ງ​ປີກ່ອນນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ
​ເຖິງຄວາມ​ບໍ່​ຈົງ​ຮັກ​ພັກດີ ແລະ​ບໍ່​ໃຫ້ການ​ນັບຖື ໂດຍ​ການເຫງົາ ນອນ. ຍັງມີ​ລາຍ​ງານ
ອີກ​ວ່າທ່ານໄດ້ທ້າ​ທາຍ​ຕໍ່ທ່ານ Kim ​ໃນຢູ່​ໃນຫລາຍໆ ໂອກາດກ່ອນໜ້ານັ້ນ.

ຢູ່ໃນ​ເກົາຫລີ​ເໜືອ ລັດຖະມົນຕີ​ປ້ອງກັນ​ປະ​ເທດມີໜ້າ​ທີ່​ຫລັກເປັນຜູ້ຮັບຜິດຊອບ​ ໃນ
ດ້ານພະລາທິການ ​ແລະ​ການ​ແລກປ່ຽນ​ນາໆ​ຊາດ. ກ່ຽວກັບການ​ການຕັດສິນ ໃຈດ້ານ​
ນະ​ໂຍບາຍນັ້ນ ແມ່ນ​ເຮັດ​ໂດຍ​ກຳມາທິການ​ປ້ອງ​ກັນຊາດ ​ແລະ​ກຳມາທິ ການສູນ​ກາງ​ກອງທັບທີ່ີມີອິດທິພົນຂອງເກົາຫຼີເໜືອ.

ບໍ່​ໄດ້​ມີ​ການຖະ​ແຫລ​ງ​ຕໍ່ປະຊາຊົນໃດ​ໆ ກ່ຽວກັບລາຍງານຈາກ​ເກົາຫລີ​ເໜືອ.

ທ່ານ Kim ​ເປັນ​ທີ່​ຊາບ​ກັນ​ວ່າ ບໍ່​ມີການໂຍະຍານຜ່ອນຜັນເດັດຂາດ ​ແມ່ນ​ແຕ່ ການ​ບໍ່​
ເຫັນ​ພ້ອມພຽງ​ເລັກໆ​ນ້ອຍໆ ຫລື​ທ້າ​ທາຍ​ຕໍ່​ການຜະເດັດ​ການ​ຂອງ​ທ່ານ. ທ່ານ​ໄດ້​ປະ
ຫານ​ລຸງ ຂອງທ່ານໃນ​ປີ 2013 ​ຍ້ອນຖືກ​ກ່າວ​ຫາວ່າ ບໍ່ມີ​ຄວາມ​ຈົງຮັກ​ພັກ​ດີ. ອົງການ​
ສຶບລັບ​ເກົາຫລີໃຕ້ກ່າວ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້ວ່າ ທ່ານ Kim ​ໄດ້​ສັ່ງ​ໃຫ້​ປະຫານ​ຊີວິດ
​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 15 ຄົນ​ໃນ​ປີ​ນີ້ ​ເພື່ອເປັນ​ການ​ລົງ​ໂທດ​ໃນການທ້າ​ທາຍ​ຕໍ່​ອຳນາດ​ຂອງ​
ທ່ານ.

North Korea Exercution
please wait

No media source currently available

0:00 0:01:23 0:00

XS
SM
MD
LG