ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວຣັດເຊຍຫຼາຍໝື່ນຄົນ ໄວ້ອາໄລນຳ ທ່ານ Nemtsov ຜູ້ນຳຝ່າຍຄ້ານ ທີ່ຖືກສັງຫານ


ປະຊາຊົນ ພາກັນຖືຮູບພາບຂອງທ່ານ Boris Nemtsov ຜູ້ນຳຝ່າຍຄ້ານ ທີ່ຖືກຍິງຕາຍ ໃນວັນສຸກຜ່ານມາ ຮ່ວມໄວ້ອາໄລ ທີ່ມົສກູ ວັນທີ 1 ມີນາ 2015.
ປະຊາຊົນ ພາກັນຖືຮູບພາບຂອງທ່ານ Boris Nemtsov ຜູ້ນຳຝ່າຍຄ້ານ ທີ່ຖືກຍິງຕາຍ ໃນວັນສຸກຜ່ານມາ ຮ່ວມໄວ້ອາໄລ ທີ່ມົສກູ ວັນທີ 1 ມີນາ 2015.

ຫລາຍ​ພັນ​ຄົນກຳລັງ​ພາກັນ​ໄປ​ໂຮ​ມຊຸມນຸມ ຢູ່​ໃຈກາງ​ນະຄອນ
ຫລວງ​ມົສກູ ​ເພື່ອ​ຮ່ວມ​ການ​ຍ່າງ​ໄວ້ອາ​ໄລ ​ແກ່​ທ່ານ Boris
Nemtsov ຜູ້ນຳ​ຝ່າຍ​ຄ້ານ​ ທີ່​ໄດ້​ຖືກ​ຄາດ​ຕະກຳ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ຊຶ່ງ​ປົກກະຕິ​ແລ້ວ ​ແມ່ນ​ຊັກ​ຊ້າ​ໃນ​
ການ​ອະນຸມັດ​ໃຫ້​ມີ​ການໂຮມ​ຊຸມນຸມ​ຢ່າງ​ໃຫຍ່​ຂອງ​ຝ່າຍ​ຄ້ານ
ນັ້ນ ​ໄດ້​ອະນຸຍາດ​ໃຫ້​ມີ​ການ​ຍ່າງ​ໄວ້ອາ​ໄລ ​ໃນ​ວັນ​ອາທິດ​ມື້​ນີ້
ໂດຍ​ໄວ.

ທ່ານ Nemtsov ​ໄດ້ມີ​ໝາຍ​ກຳນົດ​ ຈະ​ເປັນ​ຜູ້ນຳ​ພາ​ໃນ​ການ
ໂຮມ​ຊຸມນຸມຕໍ່ຕ້ານ​ສົງຄາມ ​ແລະຕໍ່ຕ້ານ​ທ່ານ​ພູ​ຕິນ​ໃນ​ນະຄອນ
ຫຼວງ​ມົສກູ ​ແຕ່ກົງກັນຂ້າມ ຄາດ​ວ່າ ​ປະຊາຊົນ​ໃນ​ຈຳນວນ​ຫຼາຍ​ເຖິງ 5 ໝື່ນ​ຄົນ​ ຈະ​ພາກັນ
ອອກ​ມາ​ໄວ້ອາ​ໄລ​ນຳ​ບຸລຸດ​ທ່ານນີ້ທີ່​ປະທານ​ນາ​ທິບໍດີ ບາຣັກ ​ໂອ​ບາ​ມາແຫ່ງສະຫະລັດ
ເອີ້ນວ່າ“​ເປັນ​ຜູ້​ສະໜັບສະໜຸນທີ່​ບໍ່​ອິດ​ເມື່ອຍ” ຕໍ່​ສິດທິ​ຂອງ​ປະຊາຊົນຣັດ​ເຊຍ​.

ຕຳຫຼວດ​ກຳລັງ​ພາກັນ​ຕາມ​ລ່າ​ໂຕພວກ​ມື​ປືນ ທີ່​ໄດ້​ຍິງ​ທ່ານ Nemtsov 4 ນັດ​ຈາກ​ລົດຄັນ
​ນຶ່ງ ​ໃນ​ຂະນະ​ທີ່​ທ່ານ Nemtsov ​ແລະ​ເພື່ອນ​ແມ່ຍິງຄົນ​ນຶ່ງ ກຳລັງ​ຍ່າງຂ້າມ​ຂົວ​ແມ່​ນ້ຳ​ມົສກູ
ໃນ​ຄືນ​ວັນ​ສຸກ​ຜ່ານ​ມາພຽງ​ບໍ່​ເທົ່າ​ໃດ​ກ້າວ​ຈາກ​ວັງ Kremlin ​ແຕ່​ແມ່ຍິງ​ໝູ່​ຂອງ​ທ່ານ​ບໍ່​ໄດ້​ຮັບ​ບາດ​ເຈັບ​.

ທ່ານ Vladimir Putin ປະທານາທິບໍດີຣັດ​ເຊຍ ກ່າວ​ວ່າ ການ​ຍິງ​ດັ່ງ ກ່າວ ​ເບິ່ງ​ຄື​ວ່າ ​ເປັນ​ການ​ວ່າ​ຈ້າງ​ຂ້າ ​ແລະ​ທ່ານ​ເອີນ​ວ່າ “ ​ເປັນ​ການ​ເກາະ​ຜິດ​ອັນ​ນຶ່ງ”. ວັງ Kremlin ກ່າວ​ວ່າ ທ່ານ​ພູ​ຕິນ​ເອງ​ຈະ​ເປັນ​ຜູ້​ກຳກັບ​ເບິ່ງ​ນຳ​ການ​ສືບ​ສວນ​ສອບ​ສວນກ່ຽວ​ກັບ​ເລື້ອງ​ນີ້.

russianemtsovmurder1mars15
please wait

No media source currently available

0:00 0:01:55 0:00

XS
SM
MD
LG