ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ກ່າວຫາ ປະເທດຕາເວັນຕົກ ທີ່ຢາກປ່ຽນ ລະບອບ ການປົກຄອງ ຂອງມົສກູ


ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວຖະແຫລງ ຕໍ່ບັນດາຜູ້ສື່ຂ່າວ ຫຼັງຈາກ ເຂົ້າພົບປະ ກັບ ຄູ່ຕຳແໜ່ງຈາກ ຊາອຸດີ ອາຣາເບຍ ທ່ານ Saud al-Faisal ໃນມົສກູ, ວັນທີ 21 ພະຈິກ 2014.
ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວຖະແຫລງ ຕໍ່ບັນດາຜູ້ສື່ຂ່າວ ຫຼັງຈາກ ເຂົ້າພົບປະ ກັບ ຄູ່ຕຳແໜ່ງຈາກ ຊາອຸດີ ອາຣາເບຍ ທ່ານ Saud al-Faisal ໃນມົສກູ, ວັນທີ 21 ພະຈິກ 2014.

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​
ກ່າວ​ຫາ​ບັນດາປະ​ເທດ​ຕາ​ເວັນ​ຕົກ ວ່າ ຊອກ​ຫາ​ທາງທີ່​ຈະ
“ປ່ຽນລະບອບການ ປົກຄອງ” ​ ຢູ່ໃນຣັດ​ເຊຍ ​ໂດຍໃຊ້ວິທີ​
ການ​ລົງ​ໂທດ​ຕ່າງໆ ຍ້ອນ​ຂໍ້​ຂັດ​ແຍ້​ງ ​ໃນ​ຢູ​ເຄຣນ.

ທ່ານ Lavrov ກ່າວ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ບັນດາ​ຜູ້​ມີ​ຊື່​ສຽງ
ຢູ່​ໃນ​ປະ​ເທດ​ຕາ​ເວັນຕົກ​ ແມ່ນ​ພາກັນເວົ້າວ່າ ຈຳເປັນ​ຕ້ອງ
ທຳການລົງ​ໂທດຕ່າງໆ ​ທີ່ຈະ​ທຳລາຍ​ເສດຖະກິດ​ຂອງຣັດ​ເຊຍ
​ແລະ ຈະ​ສົ່ງ​ເສີມ​ໃຫ້ປະຊາ​ຊົນ​ອອກ​ມາ​ປະ​ທ້ວງ.

ການໃຫ້ຄວາມເຫັນຂອງ​ທ່ານ Lavrov ມີ​ຂຶ້ນ 2 ມື້ ຫຼັງຈາກ​
ປະທາ ນາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານຕ້ອງ​
ປ້ອງ​ກັນບໍ່ໃຫ້ເກີດ “ການປະຕິວັດສີ” ທີ່​ອ້າງ​ອີງເຖິງ ການ​ປະ​ທ້ວງ​ທີ່​ໄດ້​ໂຄ່ນ​ລົ້ມບັນດາ​
ຜູ້ນຳ ​ໃນອະດີດ​ສາທາ​ລະນະ​ລັດ ​ຂອງສະຫະພາບໂຊ​ຫວຽດ ຫຼາຍໆ​ແຫ່ງ​ນັ້ນ.

​ວິ​ກິດ​ການ​ໃນຢູ​ເຄຣນ ​ໄດ້​ເຮັດ​ໃຫ້ສາຍສຳພັນ ລະຫວ່າງ ມົສກູ ​ແລະ ວໍ​ຊິງ​ຕັນ ​ເຄັ່ງ​ຕຶງຂຶ້ນ
ຊຶ່ງໄດ້ກໍ່​ໃຫ້​ມີ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ຫຼາຍບັ້ນ ​ຢ່າງ​ໜັກ​ໜ່ວງ ຈາກ​ປະ​ເທດ​
ຕາ​ເວັນ​ຕົກ ທີ່​ມີ​ເປົ້າໝາຍ​ເພື່ອ​ທຳ​ໂທດຣັດ​ເຊຍ ສຳ​ຫລັບ​ບົດບາດ​ຂອງ​ຕົນ ໃນ​ວິ​ກິດ​ການ
ດັ່ງກ່າວ​ນັ້ນ. ຣັດ​ເຊຍ ຖືກ​ລົງ​ໂທດ​ຫຼາຍໆ​ຄັ້ງ ຍ້ອນການສົ່ງອາວຸດຕ່າງໆ ​ແລະ ທະຫານ
​ໄປຮ່ວມ​ສູ້ລົບ ກັບພວກ​ແບ່ງ​ແຍ​ກດິນ​ແດນ​ນິຍົມຣັດ​ເ​ຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຊຶ່ງເປັນຂໍ້ຫາທີ່ວັງ​ເຄຣມລີ​ນ ​ໄດ້​ປະຕິ​ເສດ​ຕະຫລອດມາ.

XS
SM
MD
LG