ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​ໂຈມ​ຕີ ທາງ​ອາ​ກາດ ຂອງຣັດ​ເຊຍ ຢູ່​​ຊີ​ເຣຍ ຈະຖືກຍົກ ຂຶ້ນມາຫາລືກັນ ຢູ່ ມິວນິກ


ຮູບພາບເຜີຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊຍ ທີ່ເຫັນ ເຣືອບິນລົບ Su-25 ຂອງຣັດເຊຍ ຈອດຢູ່ທີ່ຖານທັບ Hemeimeem ໃນຊີເຣຍ.
ຮູບພາບເຜີຍແຜ່ ໂດຍກະຊວງປ້ອງກັນປະເທດຣັດເຊຍ ທີ່ເຫັນ ເຣືອບິນລົບ Su-25 ຂອງຣັດເຊຍ ຈອດຢູ່ທີ່ຖານທັບ Hemeimeem ໃນຊີເຣຍ.

ການ​ໂຈມ​ຕີທາງ​ອາ​ກາດທີ່​ເພີ້ມທະວີ​ຂຶ້ນຂອງ​ຣັດ​ເຊຍຢູ່​ໃນ​ຊີ​ເຣຍ
​ຈະ​ເປັນ​ຈຸດເພັ່​ເລັງ​ຂອງສະຫະລັດ ​ແລະ​ບັນດາ​ສະມາຊິກ​ກຸ່ມນາ​ໆ​
ຊາດທີ່​ສະໜັບສະໜູນ​ຊີ​ເຣຍ ​ໃນ​ເວລາ​ກຸ່ມ​ດັ່ງກ່າວພົບ​ປະກັນໃນ​
ອາທິດ​ນີ້ ​ທີ່ ​ເຢຍຣະມັນ.

ກຸ່ມ​ດັ່ງກ່າວ ຊຶ່ງ​ຮວມທັງຣັດ​ເຊຍທີ່​ໜູນ​ຫລັງ​ຊີ​ເຣຍ ​ແລະ​ອີຣ່ານຈະ​
ພົບ​ປະກັນ​ໃນ​ວັນ​ພະຫັດ​ມື້​ອຶ່ນນີ້ຢູ່​ນອກ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ
​ໃນ​ນະຄອນ Munich.

ນີ້ເປັນ​ການ​ປະ​ຊຸມ​ໂດຍ​ເຕັມ​ເທຶ່ອທຳ​ອິດ​ຂອງ​ກຸ່ມນັບຕັ້ງ​ແຕ່ສະຫະ
​ປະຊາ​ຊາດ ​ໄດ້​ໄກ່​ເກ່ຍ​ໃຫ້​ມີ​ການ​ເຈລະຈາ ກ່ຽວ​ກັບການໂອນ​ອຳ
ນາດ ​ການເມືອງ​ຢູ່ໃນ​ຊີ​ເຣຍທີ່​ໄດ້ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ ສ່ວນນຶ່ງ​ກໍ​ເປັນ​ ຍ້ອນການ
ຄັດຄ້ານຂອງ​ພວກ​ຕໍ່ຕ້ານ ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ​ທີ່​ໄດ້ ຮັບ​ການ​ສະໜັບ​ສະນຸນຈາກ
ຣັດ​ເຊຍ ທີ່​ເມືອງ Aleppo.

ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ບັງຄັບ​ໃຫ້​ຊາວ​ຊີ​ເຣຍຫລາຍ​ພັນ​ຄົນຫລົບ​ໜີ​ຈາກ​ບ້ານ​ເຮືອນ​
ເຂົາ​ເຈົ້າ ພ້ອມ​ດ້ວຍຫລາຍໆ​ຄົນ​ກຳລັງ​ພາກັນ​ມຸ້ງ​ໜ້າ​ສູ່​ຊາຍ​ແດນ​ເທິ​ກີ ທີ່ມີ​ຜູ້ຫລົບໜີ​ໜາ
​ແໜ້ນ​ຢູ່​ແລ້ວ​ນັ້ນ.

​ໃນ​ວັນ​ອັງຄານ​ວານ​ນີ້ ກ່ອນທີ່​ທ່ານ​ເດີນທາງ​ໄປ​ນະຄອນ Munich ລັດຖະມົນຕີຕ່າງປະ
​ເທດສະຫະລັດ ທ່ານ John Kerry ​ໄດ້​ກ່າວເຖິງ ຄວາມ​ເປັນ​ຫວ່ງ ກ່ຽວ​ກັບຣັດ​ເຊຍ ລະ
ຫວ່າງ​ການ​ປາກົດ​ໂຕ ຢູ່ທີ່ກະ​ຊວງ​ຕ່າງປະ​ເທດ ຮ່ວມກັບລັດຖະມົນຕີຕ່າງປະ​ເທດອີ​ຈິບ
ທ່ານ Sameh Shoukry.

ທ່ານ Kerry ກ່າວວ່າ “ກິດຈະກຳຂອງຣັດເຊຍ ທີ່ເມືອງ Aleppo ແລະໃນຂົງເຂດ ປັດຈຸ
ບັນນີ້ ເຮັດໃຫ້ມີຄວາມຍາກລຳບາກຫຼາຍ​ຂຶ້ນ ຕໍ່ຄວາມສາມາດມານັ່ງຢູ່ໂຕະ ເພື່ອສົນທະ
ນາກັນຢ່າງແທ້ຈິງ.”

ອິຈິບ ກໍ​ເປັນສ່ວນນຶ່ງ​ ຂອງກຸ່ມນາໆ​ຊາດ​ທີ່ສະໜັບສະໜູນຊີເຣຍ ທີ່ໄດ້ ໜູນຫລັງສະຫະ
ປະຊາຊາດໄກ່ເກ່ຍ​ໃຫ້​ມີ​ການ​ເຈລະຈາທີ່​ແນ​ໃສ່​ເພື່ອ​ໃຫ້​ມີການຫັນປ່ຽນ​ທາງ​ການເມືອງ
ໃນຊີເຣຍ. ລັດຖະມົນຕີຕ່າງປະເທດ ອີ​ຈິບ ທ່ານ Shoukry ກ່າວວ່າ ການ​ຮື້ຟືນ​ການ​ເຈ
ລະຈາ​ຄືນໃໝ່ຢ່າງສຳ​ເລັດ​ຜົນ ໃນທີ່ສຸດອາດຈະເພີ້ມຄວາມໝັ້ນຄົງຢູ່ໃນຂົງເຂດ.

ເບິ່ງວີດີໂອກ່ຽວຂ້ອງ:

Families Flee Aleppo for Kurdish Regions in Syria
please wait

No media source currently available

0:00 0:01:01 0:00

XS
SM
MD
LG