ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະນາຄານກາງຣັດເຊຍ ຈະຊ່ວຍເຫລືອ ພວກສະຖາບັນ ທີ່ຖືກລົງໂທດ (ວີດີໂອ/ສະໄລດ໌)


UKRAINE VOSOT
please wait
Embed

No media source currently available

0:00 0:01:57 0:00

ທະນາຄານ​ກາງຂອງຣັດ​ເຊຍ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະສະໜັບ
ສະໜູນ​ພວກສະ​ຖາ​ບັນການ​ເງິນ ທີ່​ຖືກ​ລົງ​ໂທດໃໝ່ຈາກ ສະຫະ
ລັດ ​ແລະ​ສະຫະພາບ​ຢູ​ໂຣບ.

​ໃນ​ວັນ​ພຸດ​ມື້​ນີ້ ທະນະ​ຄານກາງຣັດ​ເຊຍ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
“​ຈະ​ເອົາ​ມາດ​ຕະການ​ຢ່າງ​ພຽງພໍ” ​ເພື່ອ​ສະໜັບສະໜູນ​ບັນດາສະ​
ຖາ​ບັນ​ທີ່ໄດ້​ຮັບ​ຜົນ​ກະທົບ ຈາກ​ມາດຕະການ​ລົງ​ໂທດ ທີ່​ແນ່​ໃສ່​ລົງ​
ໂທດຣັດ​ເຊຍ ຍ້ອນ​ການສະໜັບສະໜູນ ພວກ​ກະບົດ ທີ່​ພາກ​ຕາ​
ເວັນ​ອອກ​ຂອງ ຢູ​ເຄຣນ.

ຕະຫລາດ​ຮຸ້ນ​ໃນມົສກູ ​ໄດ້​ເປີດ​ຕໍ່າ​ກວ່າ​ ໃນ​ວັນ​ພຸດ​ມື້​ນີ້ ໃນ​ຂະນະ​
ທີ່​ມາດ​ຕະການ​ຕ້ານບັນດາ​ພາກສ່ວນການທະນາຄານ ນຳ້ມັນ ​ແລະປ້ອງ​ກັນ ຂອງຣັດ​ເຊຍ
ໄດ້​ເລີ້ມ​ມີ​ຜົນ​ບັງຄັບ​ໃຊ້.

​ຍັງ​ເປັນ​ທີ່​ບໍ່​ແນ່ນອນ​ວ່າ ການ​ລົງ​ໂທດທີ່​ໜັກ​ກວ່າ​ເກົ່ານີ້ ຈະສົ່ງ​ຜົນ​ກະທົບໃດໆຕໍ່ການປະພຶດ
​ຂອງຣັດ​ເຊຍ ​ໃນ​ຢູ​ເຄຣນ ​ແລະ​ກໍ​ບໍ່ເປັນ​ທີ່​ແຈ້ງ​ຂາວ​ວ່າ ສະຫະລັດ ​ແລະສະຫະພາບ​ຢູ​ໂຣບ ​ເຕັມ​ໃຈຈະ​ເອົາ​ບາດກ້າວ​ແນວ​ໃດໃນ​ຂັ້ນ​ຕໍ່​ໄປ ຖ້າ​ຫາກ​ວ່າ​ສະຖານະ​ການ​ຍັງບໍ່ມີ​ການ​ປ່ຽນ​ແປງ.

​ໃນການ​ປະກາດ​ລົງ​ໂທດໃໝ່ຂອງສະຫະລັດ ​ທີ່ແນ່ໃສ່ ພາກສ່ວນພະລັງງານ​ ການ​ເງິນ ​
ແລະ​ປ້ອງ​ກັນ ຂອງຣັດ​ເຊຍນັ້ນ ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​
ໄດ້ເອົາ​ການ​ລົງ​ໂທດ​ໃໝ່ນັ້ນ ​ໄປ​ພົວພັນ​ກັບ​ ການ​ຍິງ​ຖ້ຽວ ບິນມາ​ເລ​ເຊຍ​ຕົກ ​ໃນ​ວັນ​ທີ
17 ເດືອນ​ກໍລະ​ກົດ ທີ່​ເຮັດ​ໃຫ້ທັງ​ໝົດ 298 ຄົນ ​ຢູ່ໃນ​ເຮືອບິນ​ເສຍ​ຊີວິດນັ້ນ. ບັນດາ​ນັກ
ວິ​ເຄາະສະຫະລັດ ກ່າວ​ວ່າ ​ເຮືອບິນທີ່ຕົກລົງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ໄດ້​ຖືກ
ທຳລາຍໂດຍລູກ​ສອນ​ໄຟຣັດ​ເຊຍ ທີ່​ອາດແມ່ນ ພວກ​ກະບົດ​ເປັນ​ຜູ້ຍິງ​ມາ​ໃສ່ ​ເພາະ​ເຂົາ​
ເຈົ້າ​ເຊື່ອ​ວ່າ ​ເປັນ​ເຮືອບິນຂອງຢູ​ເຄຣນ.

​ໃນ​ຂະນະ​ດຽວ​ກັນ​ຢູ່​ທີ່ນະຄອນບຣັສ​ເຊີ​ລ ບັນດາ​ເອກ​ອັກຄະ​ລັດຖະທູດ​ຈາກ 28 ປະ​ເທດ
ສະມາ​ຊິກຂອງສະຫະພາບ​ຢູ​ໂຣບ ​ກໍໄດ້​ເຫັນ​ດີ​ນຳ​ການ​ລົງ​ໂທດ​ໃໝ່​ຕໍ່ຣັດ​ເຊຍ ຊຶ່ງ​ຮວມ​ທັງ
ການ​ຫ້າມ​ຂາຍ​ອາ​ວຸດ​ໃຫ້ຣັດ​ເຊຍ ​ແລະ​ຫ້າມຄ້າຂາຍ​ອຸບປະກອນ​ ​ໃຫ້​ແກ່​ພາກສ່ວນ​ການ
ນຳ້ມັນ​ແລະປ້ອງ​ກັນຂອງ​ເຊຍ. ​ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ​ນາງ Angela Merkel ກ່າວ​ວ່າ​ ມາດ​ຕະການ​ຂອງສະຫະພາບ​ຢູໂຣບ ຕ້ານຣັດເຊຍ ​ເປັນ​ທີ່ "ຫລີກ​ລ່ຽງ​ບໍ່​ໄດ້.”

ວີດີໂອ: ສະຫະລັດ ແລະອີຢູ ວາງມາດຕະການລົງໂທດໃໝ່ ຕໍ່ຣັດເຊຍ:

New US, EU Sanctions Imposed Against Russia Over Ukraine
please wait

No media source currently available

0:00 0:03:03 0:00

XS
SM
MD
LG