ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາກຸ່ມສິດທິມະນຸດ ເປັນຫ່ວງ ເລື້ອງການສົ່ງ ອົບພະຍົບມຽນມາ ຢູ່ໄທ ກັບຄືນບ້ານ (ວີດີໂອກ່ຽວຂ້ອງ)


ຊາວອົບພະຍົບ ກະຫລ່ຽງ ເລີກອອກຈາກໂບດ ຢູ່ທີ່ສູນອົບພະຍົບ Mae La ພາກເໜືອຂອງປະເທດໄທ
ຊາວອົບພະຍົບ ກະຫລ່ຽງ ເລີກອອກຈາກໂບດ ຢູ່ທີ່ສູນອົບພະຍົບ Mae La ພາກເໜືອຂອງປະເທດໄທ

ອຳນາດ​ປົກຄອງທະຫານ​ຂອງໄທ ກ່າວ​ວ່າ ຕົນ​ໄດ້​ບັນລຸຂໍ້​ຕົກລົງ
ກັບປະ​ເທດ​ເພື່ອນ​ບ້ານ​ມຽນມາ ທີ່​ຈະ​ສົ່ງອົບ​ພະຍົບກັບ​ຄືນ​ບ້ານ
ຈຳນວນ​ຫລາຍ​ເຖິງ 130,000 ຄົນ ຜູ້​ທີ່​ໄດ້​ຫລົບໜີ​ຈາກ​ຄວາມ
ຮຸນ​ແຮງ ​ແລະ​ການ​ຂັດ​ແຍ້​ງກັນ​ຢູ່​ໃນ​ຟາກ​ຊາຍ​ແດນມຽນມາ ​ໃນ
​ຫລາຍ​ສິບ​ປີ​ທີ່​ຜ່ານ​ມາ. ພວກກຸ່ມສິດທິ​ມະນຸດ ​ແລະນັກ​ເຄຶ່ອນ​
ໄຫວ ພາກັນກ່າວ​ວ່າ ຊາວ​ອົບ​ພະ​ຍົບ​ເຫລົ່າ​ນັ້ນຄວນ​ຈະຖືກ​ສົ່ງ​
ກັບຄືນ​ເມືອ​ບ້ານ ​ກໍ​ຕໍ່​ເມື່ອສະພາບ​ການ​ດ້ານຄວາມ​ປອດ​ໄພ​ດີ​
ຂື້ນ ​ແລະ​ເສດຖະກິດ​ ພາຍ​ໃນ​ປະ​ເທດມີ​ຄວາມ​ແຂງ​ແຮງຂຶ້ນ
​ແລ້ວ​ເທົ່າ​ນັ້ນ ອິງ​ຕາມ​ລາຍ​ງານ​ຂອງ Ron Coben ນັກ​ຂ່າວ
ວີ​ໂອ​ເອທີ່​ບາງກອກ ຊຶ່ງ ກິ່ງສະຫວັນ ມີລາຍລະອຽດມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:05:21 0:00
ລິງໂດຍກົງ

ຜູ້ນຳ​ທະຫານ​ໄທ ນາຍ​ພົນ ປຣະຍຸດ ຈັນ​ໂອຊາ ​ກ່າວ​ວ່າ ຈະ​ມີ​
ການດຳ​ເນີນ ຄວາມພະຍາຍາມຮ່ວມກັນ ​ໃນການຈັດ​ສົ່ງ​ຄືນເມືອບ້ານ ຊາວອົບ​ພະ​ຍົບ
ຫລາຍ​ກວ່າ 100,000 ຄົນ ທີ່​ອາ​ໄສຢູ່​ໃນ​ສູນ​ອົບພະຍົບຕ່າງໆເລາະຕາມ​ຊາຍ​ແດນ​ໄທ-ມຽນມາ ຊຶ່ງ​ຈຳນວນ​ນຶ່ງ​ໄດ້​ຢູ່​ທີ່​ນັ້ນ​ ມາ​ເປັນ​ເວລາ​ດົນ​ຮອດ 30 ປີແລ້ວກໍ​ມີ.

ນາຍພົນ ປຣະຍຸດ ຫົວໜ້າຄະນະຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ ກ່າວ​ວ່າ ປະ​ເທດ​ໄທ ແລະ
​ມຽນມາ ຈະ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ການ “ກັບ​ຄືນ​ບ້ານ ຢ່າງ​ປອດ​ໄພ” ​ຂອງຊາວ​ອົບ​ພະຍົບ​ ຢ່າງ​ຖືກຕ້ອງ​ຕາມ​ມາດຕະຖານ​ດ້ານສິດທິ​ມະນຸດ.

ຊາວ​ອົບ​ພະຍົບ​ເຫລົ່າ​ນັ້ນ ຊຶ່ງສ່ວນ​ໃຫຍ່​ເປັນຊາວ​ເຜົ່າ​ກະຫລ່ຽງ ຈາກ​ມຽນມາ ​ແລະ​ມີ​ຊົນ​
ເຜົ່າ​ສານຮ່ວມຢູ່​ດ້ວຍ ໃນ​ບັນດາກຸ່ມ​ອື່ນໆອີກ​ນັ້ນ ໄດ້​ຫລົບໜີມາ​ຈາ​ກ ການ​ຂັດແຍ້ງຄັ້ງ​
ກ່ອນໆ ​ຕອ​ນ​ທີ່ກຸ່ມ​ຊົນ​ເຜົ່າຕ່າງໆ​ໄດ້ຕໍ່​ສູ້ ກັບລັດຖະບານ​ກາງ ​ເພາະ​ຢາກ​ໄດ້​ສິດອຳນາດໃນ
​ການ​ປົກຄອງ​ຕົນ​ເອງ​ຫລາຍ​ຂຶ້ນ​. ກຸ່ມ​ຊົນ​ເຜົ່າ​ເຫລົ່າ​ນັ້ນ ສ່ວນ​ໃຫຍ່ແມ່ນໄດ້​ບັນລຸ​ການ​ຕົກລົງ​
ກັບລັດຖະບານ ຫລືບັນລຸ​ຂໍ້ຕົກລົງ​ຢຸດ​ຍິງກັນ. ​ແຕ່​ວ່າ ບໍ່​ແມ່ນໝົດທຸກຄົນມີ​ຄວາມຮູ້​ສຶກວ່າ
ມັນປອດ​ໄພແລ້ວ​ທີ່​ຈະ​ກັບ​ຄືນ​ເມືອບ້ານ.

ບັນດາ​ກຸ່ມ​ສິດທິ​ມະນຸດ ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບຄວາມ​ປອດ​ໄພ​ຂອງພວກອົບ​ພະຍົບ ​ແລະ​ຄວາມ​ສາມາດໃນ​ການກັບ​ຄືນ​ໄປ​ຫາຊັບ​ສິນບ້ານ​ເຮືອນເກົ່າ​ຂອງ​ເຂົາ​ເຈົ້າ ທີ່​
ອາດໄດ້​ຖືກ​ຍຶດ​ເອົາ​ໄປ​ແລ້ວ ຫລື​ອາດ​ໄດ້​ຖືກ​ວາງ​ລະ​ເບີດ​ຝັງ​ດິນ​ຢ່າງ​ຫລວງ ຫລາຍ.

ທ່ານ Bo Kyi ນັກ​ເຄຶ່ອນ​ໄຫວ ທີ່​ທຳ​ການ​ປຸກລະດົມ ​ເພື່ອ​ໃຫ້ມີ​ການ​ປົດ​ປ່ອຍ ນັກ​ໂທດ​ການ​ເມືອງ​ໃນ​ມຽນມາ ກ່າວ​ວ່າ ຄວາມ​ປອດ​ໄພ​ຍັງບໍ່​ແໜ້ນໜາ ຢູ່​ຕາມເຂດ​ຊາຍ​ແດນ.

“ການ​ສົ່ງ​ອົບ​ພະ​ຍົບກັນ​ຄືນ​ໄປ​ ມຽນມາ​ນັ້ນ ​ແມ່ນ​ເປັນ​ອັນ​ຕະລາຍ​ຫລາຍສຳ​ຫລັບ
ອົບ​ພະ​ຍົບທັງໝົດ ເພາະວ່າ ມຽນມາ​ຍັງ​ບໍ່ມີ​ສັນຕິພາບ ​ແລະ​ເຮົາ​ກໍ​ບໍ່​ຮູ້​ວ່າ ເວລາ
ໃດຈະ​ມີ​ການ​ຂັດ​ແຍ້​ງກັນອີກ​
ໃນ​ລັດ​ກະ​ຫລ່ຽງ. ມຽນມາຍັງ​ບໍ່​ຕຽມ​ພ້ອມ​ໃນ​ດ້ານ
ການ​ສ້າງ​ວຽກເຮັດງານທຳ ໃຫ້ແກ່​ພວກ​ອົບ​ພະ​ຍົບທີ່​ກັບ​ເມືອບ້ານ ​ແລະ ນອກ​ນັ້ນ
ບັນຫາການ​ຍຶດ​ເອົາ​ທີ່​ດິນ ​ແລະ​ບັນ​ຫາ​ລະເບີດ​ຝັງ​ດິນ ກໍ​ຍັງ​ບໍ່ໝົດ​ໄປ​ເທື່ອ.
​ເພາະ
ສະ​ນັ້ນ ຂ້າພະ​ເຈົ້າຈຶ່ງ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ.”

ລັດຖະບານ​ພົນລະ​ເຮືອນ​ໄທ ເຄີຍໄດ້​ຍົກ​ບັນຫາ​ການ​ສົ່ງ​ອົບ​ພະຍົບກັບ​ຄືນບ້ານ ຂຶ້ນ​ມາເວົ້າ
ກ່ອນ​ແລ້ວໃນ​ອະດີດ. ​ແຕ່​ວ່າ ຄວາມ​ຄືບ​ໜ້າ​ເລັກ​ນ້ອຍ​ໃດໆ​ທີ່ໄດ້​ມີ​ຂຶ້ນ ​ແມ່ນ​ໄດ້​ມາ ​ຕໍ່ໜ້າ​
ການ​ຕິ​ຕຽນ​ຈາກ​ນາໆ​ຊາດ.

ທ່ານ​ນາງ Debbie Stothard ​ໂຄສົກ​ຍິງ​ຂອງ​ກຸ່ມ​ສິດທິ​ມະນຸດ Alternative ASEAN Network ​ຫລື ເຄືອ​ຂ່າຍ​ທາງ​ເລືອກ​ອາ​ຊຽນ ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ ທະຫານ​ໄທ​ ​ໄດ້​ສະ​ແດງ
ໃນ​ເຫັນ​ເຖິງ​ການ​ຕົກລົງ​ໃຈ ທີ່​ຈະແກ້​ໄຂ​ບັນຫາອົບ​ພະ​ຍົບ ​ໃຫ້​ໝົດສີ້​ນ​ໄປ ນັບ​ຕັ້ງ​ແຕ່​ໄດ້​ຍຶດ​ເອົາອຳນາດ​ໃນ​ເດືອນ​ພຶດສະພາ.

“ບັດ​ນີ້ ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ຄວາມ​ຢ້ານ​ກົວ​ກັນຢ່າງ​ໃຫຍ່​ຫລວງວ່າ ການ​ສົ່ງ​ອົບ​ພະ
ຍົບກັບ​ຄືນ​ເມືອ ​ແມ່ນ​ຈະ​ເກີດ​ຂື້ນ​ແນ່ນອນ ​ໂດຍ​ສະ​ເພາະ​ແລ້ວ​ກໍ​ແມ່ນ​ຍ້ອນ​ວ່າ

ສະ​ຫະປະຊາ​ຊາດ ​ແລະບັນດາ​ອົງການ​ສາກົນ ​ໄດ້ພາກັນ​ພະຍາຍາມຈະ​ໃຫ້ມັນ​
ເກີດ​ຂຶ້ນ. ​ແຕ່​ວ່າ ສະຖານະ​ການ​ຍັງ
ບອບ​ບາງທີ່ສຸດ​ແລະ​ອັນຕະລາຍຫລາຍ.
ຕາມ​ຄວາມ​ເປັນ​ຈິງ​ແລ້ວ ​ເຮົາ​ເຫັນວ່າ ມີ​ຫລາຍ​ຄົນຕື່ມ​ອີກ ທີ່​ຖືກ​ພັດ​ພາກຈາກ​
ບ້ານ
ເຮືອນ. ​ແລະຖ້າ​ຫາກ​ວ່າ ທ່ານ​ເປັນ​ອົບ​ພະຍົບທີ່​ມີ​ພື້ນຖານ​ເປັນມຸສລິ​ມ
ທ່ານກໍຈະຕົກ​
ຢູ່​ໃນ​ສະຖານະ​ການ ທີ່ເປັນ​ອັນຕະລາຍ​ໄດ້​ງ່າຍ​ເປັນ​ພິ​ເສດ.”

ນັບ​ຕັ້ງແຕ່​ຄວາມຮຸນ​ແຮງ​ໄດ້​ເກີດ​ຂື້ນ ເມຶ່ອສອງ​ປີ​ກ່ອນ ຢູ່​ໃນເຂດຊົນເຜົ່າ​ໂຣຮິງຢາ ຂອງ​ມຽນ
ມາ ຄວາມ​ເຄັ່ງ​ຕືງ​ໄດ້​ເພີ້ມທະວີ​ຂື້ນ ລະຫວ່າງຊາວ​ພຸດກັບ ຊາວ​ມຸສລິ​ມ.

ທ່ານ​ນາງ Stothard ກ່າວ​ອີກ​ວ່າ ນອກ​ນັ້ນ ພວກອົບ​ພະຍົບຍັງ​ມີ​ຄວາມ​ຢ້ານ​ກົວ ​ການ​ຖືກ
​ປະ​ຫັດ​ປະຫານ​ໂດຍກອງທັບ​ມຽນມາ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ຍັງຄົງ​ຝ່າຝືນລະ​ເມີດສິດທິມະ
ນຸດ ​ໂດຍ​ບໍ່​ໄດ້​ຮັບ​ໂທດທັນ​ໃດໆ ຊຶ່ງ​ເປັນສາ​ເຫດສຳຄັນ​ທີ່ເຮັດ​ໃຫ້ຫລາຍໆ​ຄົນ ​ພາກັນ​ຫລົບ
ໜີ​ຂ້າມ​ຊາຍ​ແດນ​ມາ ​ໃນ​ເບື້ອງ​ຕົ້ນ.

ບັນດາ​ຜູ້​ຕິດຕາມ​ເບິ່ງ​ນຳ​ອົບ​ພະຍົບ ເຊັ່ນ​ ​ໂຄສົກ​ຂອງ​ຄະນະ​ກຳມະການອົບ​ພະ​ຍົບກະຫລ່ຽງ ທ່ານນາງ Blooming Night Zan ກ່າວ​ວ່າ ການ​ຂາດ​ລາຍ​ລະ​ອຽດຢູ່​ໃນ​ແຜນ​ການນັ້ນ ກໍ​ພາໃຫ້​ເປັນ​ຫ່ວງ​ຄື​ກັນ. ​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງຫວັງ ວ່າ​ ການ​ສົ່ງ​ອົບ​ພະຍົບກັບ​ຄືນເມືອ
ຈະສີ້ນສຸດລົງຕາມພື້ນຖານຂອງສາກົນ.

ກຸ່ມ​ສິດທິ​ມະນຸດທັງຫລາຍ ພາກັນ​ຮຽກຮ້ອງໄປ​ຍັງ ຫ້ອງການ​ອົບ​ພະ​ຍົບຂອງ ສະຫະ​ປະຊາ​
ຊາດ ​ໃຫ້​ຕິດຕາມ​ເບິ່ງ​ນຳ​ຢ່າງ​ໃກ້​ຊິດ​ ​ໂຄ​ງການ​ສົ່ງ​ອົບ​ພະຍົບ ມຽນມາ ຄືນ​ເມືອ​ບ້ານນັ້ນ. ​ເຂົາ​ເຈົ້າ​ກ່າວ​ວ່າ ການ​ກັບ​ຄືນ​ເມືອບ້ານ​ຂອງ​ເຂົາ​ເຈົ້າ​ ອາດ​ຈະ​ເປັນ​ການ​ໄວ​ກ່ອນ​ເວລາ​ອັນ​ຄວນ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຕໍ່​ໜ້າການ​ຕັດ​ການ​ຊ່ວຍ​ເຫລືອ​ແກ່​ມຽນມາລົງ ​ແລະ​ຄວາມ​ຈຳ​ເປັນ​ສຳ​ຫລັບການ​ປະຕິ​ຮູບ​ຕື່ມ​ອີກ ​ຢູ່​ພາຍໃນ​ປະ​ເທດ.

ເບິ່ງວີດີໂອ ພາສາລາວ ກ່ຽວກກັບອົບພະຍົບມຽມາ ຢູ່ໄທ:

XS
SM
MD
LG