ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງ ໃຫ້ລົງໂທດ ພວກທີ່ພົວພັນກັບ ການໃຊ້ວິທີສອບສວນ ຂອງ CIA


US Releases Report on CIA Interrogation Methods
please wait

No media source currently available

0:00 0:03:03 0:00

ລັດຖະສະພາ ສະຫະລັດ ເປີດເຜີຍ ລາຍງານກ່ຽວກັບ ວິທີການສອບສວນນັກໂທດ ຢ່າງໂຫດຮ້າຍ ຂອງອົງການ CIA.

ບັນດາ​ນັກ​ເຄື່ອນ​ໄຫວເພື່ອສິດທິ​ມະນຸດ ພາກັນ​ຮຽກຮ້ອງ​ໃຫ້
​ດຳເນີນ​ຄະດີ ບັນດາ​ເຈົ້າ​ໜ້າ​ທີ່ ມີ​ສ່ວນພົວພັນ​ກັບ ວິທີ​ການ​
ປະຕິບັດ​ທີ່​ຮຸນ​ແຮງ​ຂອງ​ອົງກາງ​ສຶືບລັບ​ CIA ຂອງສະຫະລັດ
​ໃນ​ການ​ສອບ​ສວນ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍນັ້ນ.

ທ່ານ Ben Emmerson ທູດ​ພິ​ເສດ ສະຫະ​ປະຊາ​ຊາດດ້ານ
​ສິດ​ທິມະນຸດ ​ແລະ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ກ່າວ​ວ່າລາຍງານ
​ຂອງ ສະພາ​ສູງ ສະຫະລັດ ກ່ຽວ​ກັບ​ການ​ປະຕິບັດ​ງານ​ຂອງ
CIA ຫລັງ​ຈາກການ​ໂຈມ​ຕີ​ໃນ​ເດືອນ​ກັນຍາ​ປີ 2001 ນັ້ນ
​ແມ່ນ​ເນ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ ທີ່​ຕ້ອງ​ໃຫ້​ມີ​ຜູ້​ຮັບຜິດ
ຊອບ ​ໃນການ​ກະທຳ​ຄວາມ​ຜິດ ທາງ​ອາຍາ.”

ທ່ານ Kenneth Roth ຫົວໜ້າອົງການ​ສິ້ງ​ຊອມ​ສິດທິ​ມະນຸດ Human Right Watch
ທີ່​ຕັ້ງ​ຢູ່ສະຫະລັດ ກ່າວ​ວ່າ ການ​ທໍລະມານ “ຈະຍັງຄົງເປັນທາງ​ເລືອກ ​ດ້ານນະ​ໂຍບາຍ
ຂອງບັນດາປະທານາທິບໍດີຄົນ​ຕໍ່​ໆໄປ”
ຖ້າ​ຫາກ​ວ່າ ​ບັນດາ​ເຈົ້າ​ໜ້າ​ທີ່​ບໍ່​ຖືກ​ລົງ​ໂທດ.

ຄະນະ​ກຳມາທິການ​ສື​ບລັບ ຂອງສະພາ​ສູງ ​ໄດ້​ເຜີຍ​ແຜ່​ບົດສະຫ​ລູບ ຂອງລາຍ​ງານທີ່​ຍາວ
​ກວ່າ ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ກ່າວ​ວ່າ CIA ​ໄດ້​ປະຕິບັດ​ຢ່າງ​ໂຫດ ຮ້າຍຕໍ່​ພວກນັກ​ໂທດ
​ໃນ​ລະຫວ່າງ​ການ​ສອບ​ສວນ​ຢູ່​ນັ້ນ. ລາຍ​ງານ​ໄດ້​ກ່າວ​ຫາ CIA ວ່າ ​ບໍ່​ບອກ​ຄວາມ​ຈິງ ​ແລະ
​ເຮັດ​ໃຫ້ລັດຖະສະພາ ​ແລະ​ປະຊາຊົນ​ອາ​ເມຣິ ກັນ​ເຂົ້າ​ໃຈ​ຜິດ ​ກ່ຽວ​ກັບປະສິດທິ​ຜົນ​ຂອງ​
ວິທີ​ການ​ສອບ​ສວນ​ເຫລົ່າ​ນັ້ນ ອັນ​ມີ ຮວມທັງການ​ກັກ​ຂັງຢູ່​ບ່ອນ​ຄັບ​ແຄບ ບໍ່ໃຫ້​ໄດ້​ຫ​ລັບ​ໄດ້
​ນອນ ​ແລະຖອກ​ນ້ຳ​ໃສ່​ໜ້າ ​ເຮັດ​ໃຫ້​ຮູ້ສຶກຄືກັບ​ວ່າ ກຳລັງ​ຈະ​ຈົມ​ນໍ້າ​ ຕາຍ.

ຜູ້​ແທນ​ສະພາ​ສູງ ​ພັກ​ເດ​ໂມແຄຣັດ ຈາກລັດ California ທ່ານ​ນາງ Dianne Feinstein
​ປະ​ທານຄະນະ​ກຳມາທິການສື​ບລັບຂອງສະພາ​ສູງ ກ່າວ​ວ່າ “ບໍ່​ວ່າ​ຈະ​ຕີ​ຄວາມ​ໝາຍຂອງ​
ວິ​ທີ​ການ​ເຫລົ່ານັ້ນ​ແບບ​ໃດ​ກໍ​ຕາມ ບັນດານັກ​ໂທດ​ຂອງ CIA ​ກໍ​ແມ່ນໄດ້​ຖືກ​ທໍລະມານ.”
ທ່ານ​ນາງ​ເອີ້ນ​ພາກປະ​ຕິ​ບັດ​ດັ່ງກ່າວ​ຂອງ CIA ວ່າ ເປັນ​ຮອຍ​ດ່າງຫລື​ມົນທິນ ​ໃນ​ຄຸນຄ່າ
ຂອງ​ຊາວ​ອາ​ເມຣິກັນ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ຕໍ່ ​ໂທລະພາບ ພາສາ​ສະ​ແປ
​ນິສ ຊ່ອງ Univision ວ່າ ສະຫະລັດ​ໄດ້​ພົວພັນ ​ກັບ​ກິດຈະການ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ
​ແລະ ທ່ານ​ກ່າວວ່າ ມັນ​ເປັນຄວາມ​ຜິດພາດ​ຢ່າງ​ຮ້າຍ​ແຮງ ທີ່​ບໍ່​ສົມຄວນ​ຈະ​ປະຕິບັດ​ຄືນ​ອີກ.

Republican Senator Defends Release of CIA Interrogation Report
please wait

No media source currently available

0:00 0:03:14 0:00

XS
SM
MD
LG