ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະເທດຮັ່ງມີ ຖືກຕຳໜິຕິຕຽນ ຫຼັງຈາກ ບັນລຸຂໍ້ຕົກລົງ ການຫລຸດຜ່ອນ ຈາກໄພຫາຍຍະນະ (ວີດີໂອ ພາສາລາວ)


Rich Nations Criticized Following UN Disaster Risk Agreement
please wait

No media source currently available

0:00 0:02:55 0:00

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ບັນດາ​ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ນາໆ​ຊາດ ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມ​ສ່ຽງ​ຕໍ່​ໄພ​ທຳ​ມະ​ຊາດ ​ເມື່ອ​ອາທິດ​ແລ້ວ​ນີ້ ທີ່​ຍີ່ປຸ່ນ ​ໄດ້​ຕົກລົງ​ເຫັນ​ດີ​ນຳ​ໂຄງ​ຮ່າງ​ໃໝ່ ສຳລັບ​ຫລຸດ​ຜ່ອນຄວາມ
​ເສຍ​ຫາຍດ້ານ​ມະນຸດແລະເສດຖະກິດ ຈາກໄພ​ຫາຍຍະນະ​ ທີ່​ເກີດ​ຂຶ້ນຢູ່ໃນ​ທົ່ວ​ໂລກ. ​ແຕ່​ພວກ​ຕຳ​ໜິຕິຕຽນ ກ່າວ​ວ່າ ພວກ​ປະ​ເທດ​ຮັ່ງມີ ​ກຳລັງພາກັນຫລີກ​ລ່ຽງຄວາມ​ຮັບຜິດຊອບ
ຂອງ​ຕົນ ​ໃນ​ການ​ຊ່ອຍ​ເຫຼືອ​ພວກ​ປະ​ເທດ​ທຸກ​ຍາກ​ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນັ້ນ. Henry Ridgwell ​ມີ​ລາຍ​ງານ ຈາກ​ກອງ​ປະຊຸມ​ທີ່​ເມືອງ Sendai ຂອງ​ຍີ່ປຸ່ນ ຊຶ່ງ​ສິງ ຈະ​ນຳ​ມາສະ​ເໜີ​ທ່ານ​.

ເບິ່ງ ວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ກອງປະຊຸມ​ຂະໜາດ​ໃຫຍ່​ ທີ່​ມີ​ຜູ້ຕາງໜ້າ​ຈາກ​ຫຼາຍ​ກວ່າ 180 ປະ​ເທດ ​ເຂົ້າ​ຮ່ວມ ​ໄດ້​ຍຸດຕິ​ລົງ​ໃນ​ແລງ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ໂດຍ​ໄດ້​ບັນລຸ​ເອກະສານ​ໃໝ່ ທີ່​ເອີ້ນ​ວ່າ ໂຄງ​ຮ່າງ ​Sendai ​ເພື່ອ​ການລົດ​ຜ່ອນຄວາ​ມ​ສ່ຽງ​ຕໍ່ໄພ​ຫາຍຍະນະ.

ທ່ານນາງ​ Margareta Wahlstrom ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ວ່າ​ດ້ວຍ​ການ​ລົດ​ຜ່ອນ​ຄວາມ​ສ່ຽງ​ຕໍ່ໄພ​ຫາຍຍະນະ ປະກາດ​ແຜນການ​ໃໝ່ ກຳນົດ 15 ປີ​ນີ້​ ໃຫ້​ຮູ້.

ທ່ານນາງ​ Wahlstrom ກ່າວ​ວ່າ “ ​ແຜນການ​ນີ້ບັງຄັບ​ໃຫ້​ລັດຖະບານ ອຳນວຍ​ໃຫ້​ບັນ
ດາພົນລະເມືອງ ສາມາດ​ເຂົ້າ​ຫາ​ຂ່າວ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ສ່ຽງຕ່າງໆ ​ແລະ​ສາ
ມາດ​ທຳ​ການເລືອກ​ໄດ້ ກ່ຽວ​ກັບ​ການ​ສ່ຽງ​ໄພນັ້ນ. ນອກ​ນີ້ ພວກ​ເຮົາຍັງ​ຈະ​ເພ່ງ​ເລັງ​ໃສ່​ຄຸນ​ນະພາ​ບຂອງ​ສະ​ຖາ​ບັນ​ຕ່າງໆ ​ພ້ອມ​ທັງ​ການຈັດ​ແຈງ​ຕ່າງໆ ​ແລະ
ການ​ປະສານ​ງານກັນ​ຂອງ​ສະ​ຖາ​ບັນ. ພາກສ່ວນ​ທີ່​ແຂງ​ແຮງ​ຂອງ​ບູລິ​ມະ​ສິດ ​
ແມ່ນ​ຄວາມ ສາມາດ​ໃນ​ການ​ຟື້ນ​ໂຕ​ຄືນ​ສູ່ສະພາບ​ເດີມ​ຂອງ​ປະຊາຊົນ.”

ລູກ​ກະ​ແຈ​ສຳຄັນ​ໃນ​ຂໍ້​ຕົກລົງ​ກັນ​ດັ່ງກ່າວ ​ແມ່ນ 7 ​ເປົ້າ​ໝາຍ​ສຳຫລັບ​ການ​ວັດ​ແທກ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ລົດ​ຜ່ອນ​ຄວາມ​ສ່ຽງ​ໄພຕໍ່ໄພ ຫາຍຍະນະ. ​ໃນ​ທົດ​ສະ​ວັດ​ຜ່ານ​ມາ​ນີ້ ສະຫະ​ປະຊາ​ຊາດ​ກະ​ປະມານ​ວ່າ ມີ​ປະຊາຊົນ 7 ​ແສນ​ຄົນ ​ເສຍ​ຊີວິດ​ຍ້ອນ​ໄພ​ທຳ​ມະ​ຊາດ​ຕ່າງໆ​ ​ໂດຍ​ທີ່​ມູນຄ່າ​ເສຍ​ຫາຍ ມີຫຼາຍ​ກວ່າ 1300 ຕື້​ດອນ​ລາ.

ໄຕ້​ຝຸ່ນ ​ໄຫ​ຢ້ຽນ (Haiyan) ​ໄດ້​ເປັນ​ໜຶ່ງ​ໃນ​ບັນດາລົມພາຍຸ​ໄຊ​ໂຄລນ​ເມືອງ​ຮ້ອນ ທີ່​ມີ​
ຄວາມ​ແຮງ​ທີ່​ສຸດ ​ເທົ່າທີ່​ມີ​ການ​ບັນທຶກ​ໄວ້ ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຫຼາຍພັນ​ຄົນ​ໃນ​ຟີ​
ລິບ​ປິນ ​ແລະ​ເຮັດໃຫ້​ປະຊາຊົນ​ຫຼາຍ​ລ້ານ​ຄົນ ຂາດ​ບ່ອນ​ຢູ່ອາ​ໄສ. ທີ່​ກອງ​ປະຊຸມ​ເມືອງ Sendai ສະມາຊິກ​ສະພາ​ສູງ​ຟີລິບ​ປິນ ທ່ານນາງ Loren B. Lagarda ​ໂຕ້​ແຍ້​ງວ່າ
ຕ້ອງ​ມີ​ການ​ລົງທຶນ​ຂອງໂລກ ​ຫຼາຍ​ຂຶ້ນ​ຕຶຶ່ມອີກ​ໃນ​ການ​ລົດ​ຜ່ອນການ​ສ່ຽງ​ໄພ​ດັ່ງກ່າວ.

ທ່ານນາງ Lagarda ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ຖ້າ​ຫາກການ​ລົງ ທຶນ​ນີ້ມີ​ຂຶ້ນ ແລະມີ​ການສື່ສານໃຫ້​ຮູ້ ​ແລະເຮັດ​ໃຫ້ເຂົ້າ​ເຖິງ​ໄດ້ ​ແກ່ ໜ່ວຍ​ການ​ເມືອງ​ທີ່​
ນ້ອຍ​ທີ່​ສຸດ ​ໃນ​ເວລາ​ອັນ​ໄວ​ທີ່​ສຸດ​ເທົ່າທີ່​ເປັນ​ໄປ​ໄດ້ ແລ້ວ ​ບາງທີກໍ​ອາດ​ຈະ​ບໍ່​
ໄດ້​ມີ​ປະຊາຊົນເສຍ​ຊີວິດ​ໄປ​ຫຼາຍ​ກວ່າ 8 ພັນ​ຄົນ​ ການໃຊ້​ຈ່າຍເງິນ​ ​ຫຼາຍ​ຕື້​
ດອນ​ລາ​ທີ່​ຈຳ​ເປັນ​ສຳຫລັບ​ການ​ກໍ່ສ້າງ​ບ້ານ​ເຮືອນ​ຄືນ​ໃໝ່​ ແລະ​ການ​ຟື້ນ​ໂຕ​
ຄືນ​ຂອງ​ປະຊາຊົນ ກໍ​ຈະ​ບໍ່ຕ້ອງ​ໄດ້​ມີ​ຂຶ້ນ.”

ແຕ່​ມີ​ແຕ່​ຍີ່​ປຸນ​ເທົ່າ​ນັ້ນ ທີ່​ໄດ້​ສະ​ເໜີ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ໃນ​ການ​ລົດ​ຜ່ອນ​ຄວາມ​ສ່ຽງ​ຕໍ່ໄພ​ຫາຍຍະນະ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ 4 ຕື້​ດອນ​ລາ​ໃນໄລຍະ 4 ປີ​ຕໍ່ໜ້າ​. ຜູ້ຕາງໜ້າລັດ
ຖະບານ​ໂຕ​ກຽວ ທີ່​ໄປ​ຮ່ວມ​ກອງ​ປະຊຸມ​ນີ້ ​ແມ່ນ​ລັດຖະມົນຕີ Eriko Yamatani​..

ທ່ານນາງ Yamatani ກ່າວ​ວ່າ “ຍີ່ປຸ່ນ​ຢາກ​ສົ່ງ​ເສີມ ການ​ປັບປຸງ​ວິທີ ການ​ລົດ​ຜ່ອນ​ຄວາມ​ສ່ຽງຕໍ່​ໄພ​ຫາຍຍະນະ​ ໃຫ້​ດີ​ຂຶ້ນ ​ເພື່ອເຮັດ​ໃຫ້ ຄວາມ​ເສຍ​ຫາຍ​ມີ​ນ້ອຍ​ທີ່​
ສຸດ ​ຊຶ່ງ​ນັ້ນ​ກໍ​ແມ່ນຈະ​ນຳພາ​ໄປ​ສູ່​ການ​ລົບ​ລ້າງ​ຄວາມທຸກ​ຈົນ​ໃຫ້​ໝົດ​ໄປ. ທ່ານ​ນາງ​ກ່າວຕື່ມ​ວ່າ ການ​ກະທຳ​ເຊັ່ນ​ນີ້​ຈະ​ປົກ​ປ້ອງ​ພວກ​ປະຊາຊົນ​ທີ່ຢູ່​ໃນ​ສະຖາ
ນະ​ພາບ​ອ່ອນ​ແອເຊັ່ນ​ກັນ ແລະ​ວ່າ ກອງ​ປະຊຸມ ທີ່​ເມືອງ Sendai ຈະ​ເປັນຂີດ​ໝາຍ​ເຫດການ​ສຳຄັນ​ທີ່​ແທ້​ຈິງ​ ໄປ​ສູ່​ເປົ້າ​ໝາຍ​ນັ້ນ.
"

ບັນດາ​ອົງການ​ຈັດ​ຕັ້ງທີ່​ບໍ່​ຂຶ້ນກັບ​ລັດຖະບານ ​ແລະ​ອົງການ​ກຸສົນຕ່າງໆ ​ໄດ້​ຕຳ​ໜິຕິຕຽນ​ການ​ຂາດ​ເຂີນ​ເງິນ​ທຶນ​ຊ່ວຍ​ເຫຼືອ ຈາກ​ປະ​ເທດ​ທີ່​ຮັ່ງມີ​ອື່ນໆ ຊຶ່ງ​ຫຼາຍ​ຄົນ​ພາກັນ​ໂຕ້​ແຍ້​ງ
ວ່າ ພວກ​ປະ​ເທດ​ເຫຼົ່ານັ້ນ​ໄດ້ປ່ອຍ​ຄວັນ​ເສຍ ຫຼື CO2 ທີ່​ພາ​ໃຫ້​ດິນ​ຟ້າ​ອາກາດ​ປ່ຽນ​
ແປງ ​ແລະ​ພາ​ໃຫ້​ເກີດ​ພາຍຸ​ເມືອງ​ຮ້ອນ​ທີ່ຮ້າຍ​ແຮງ​ຂຶ້ນ. ທ່ານ Harjeet Singh ຈາກ​ອົງການ​ກຸສົນ Action Aid ມີ​ຄວາມ​ເຫັນ​ດັ່ງ​ນີ້:

ທ່ານ​ສິງ ກ່າວ​ວ່າ “ພວກ​ເຮົາ​ໄດ້​ຄາດ​ຫວັງ​ໄວ້​ວ່າ ຂໍ້​ຕົກລົງສະບັບນີ້​ໂດຍ​ສະ​ເພາະ​ ແມ່ນຈະ​ສ້າງ​ຄວາມ​ກ້າວໜ້າ​ຫຼາຍ​ຂຶ້ນກ່ວາ​ເກົ່າ ຍ້ອນ​ປະ​ເພດ​ຂອງ​ໄພ​ຫາຍຍະ
ນະ​ຕ່າງໆ​ ທີ່​ພວກ​ເຮົາ​ກຳລັງ​ປະ​ເຊີນ​ໜ້າຢູ່​ໃນ​ປັດຈຸບັນ ຄວາມ​ຊຳນິ​ຊຳນານ​ທີ່​ພວກ​ເຮົາ​ໄດ້​ສ້າງ​ຂຶ້ນ ​ແລະ​ຄວາມ​ສັບ​ຊ້ອນຫຍຸ້ງຍາກແບບໃໝ່ ທີ່​ພວກ​ເຮົາ​ກຳ
ລັງ​ເຫັນ​ຢູ່​ໃນ​ປັດຈຸບັນ ​ໃນ​ແງ່​ຂອງການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ ການ​ຂັດ​
ແຍ້​ງຕ່າງໆ ​ແລະ​ວິທີ​ການທີ່​ພວກ​ເຮົາ​ກຳລັງ​ພິຈາລະນາ​ ຈະ​ປັບປຸງການ​ພັດທະ
ນາ​ທີ່​ຍືນ​ຍົງ​ນັ້ນ.”

ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ບັນ​ລະ​ຍາຍ​ວ່າ ປີ​ນີ້​ເປັນ​ປີ​ສຳຄັນ​ທີ່​ສຸດ​ສຳລັບ​ອະນາ​ຄົດ​ຂອງ​ອົງການຂອງ​ທ່ານ.

ບັນດາ​ຜູ້ນຳ​ຂອງ​ໂລກ ມີກຳນົດ​ຈະ​ຫາລືກັນ​ເລື້ອງ​ການ​ເງິນ ສຳຫລັບ​ການ​ພັດທະນາ ​ໃນ​ເດືອນ​ກໍລະກົດ​ປີ​ນີ້ ທີ່​ນະຄອນຫຼວງ Addis Ababa ຂອງ​ປະ​ເທດອີ​ທິໂອ​ເປຍ ຫາລື​
ເລື້ອງ​ແຜນການ​ໃໝ່​ສຳ​ຫລັບ ການ​ພັດທະນາ​ຂອງ​ໂລກ​ ​ໃນ​ເດືອນ​ກັນຍາ​ທີ່​ນະຄອນ​ນີວຢອກ ​ແລະ​ເຮັດ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ໃນ​ເດືອນ​ທັນ
ວາທີ່​ນະຄອນ​ຫຼວງປາຣີ ປະ​ເທດ​ຝຣັ່ງ.

Delegates meeting in Japan have agreed on a new framework for reducing the human and economic toll of disasters around the world. But critics say rich countries are shirking their responsibilities to help poorer nations deal with climate change.

A mammoth session of talks involving delegations from more than 180 countries ended late Wednesday, with a new Sendai Framework for Disaster Risk Reduction. The United Nations Special Representative for Disaster Risk Reduction Margareta Wahlstrom announced the new 15-year plan.

“It requires that citizens have access to risk information and can make choices about risk. We will also focus on the quality of institutions and institutional arrangements, coordination," she said. "A strong part of the priority is on the resilience of people."

A key in the agreement is seven targets for measuring progress on disaster risk reduction. In the past decade the United Nations estimates that 700,000 people have died in natural disasters, with losses topping $1.3 trillion.

Typhoon Haiyan in 2013 was one of the strongest tropical cyclones ever recorded. It killed several thousand people in the Philippines and left millions homeless.

At the Sendai conference, Filipino Senator Loren B. Lagarda argued for far greater global investment in risk reduction.

“I believe if this was utilized and communicated and made accessible to the smallest political unit in the quickest and swiftest possible time, then perhaps the more than 8,000 deaths, the billions of dollars needed for reconstruction and recovery would not have to be this way," he said.

But only Japan has offered money towards disaster risk reduction, pledging $4 billion during the next four years.

"Japan wants to promote the streamlining of disaster risk reduction to minimize damage. And that would lead to abolishing poverty," said Tokyo’s representative at the conference Minister Eriko Yamatani. "That would also protect vulnerable people. The Sendai conference will mark a true milestone towards that goal."

Non-governmental organizations and charities have criticized the lack of funding from other rich countries, which many argue have caused the CO2 emissions that are driving climate change and more intense tropical storms.

“We were expecting that this particular agreement is going to take a much bigger leap because of the kind of disasters we are facing, the amount of experience we have generated, and the new complexities that we are seeing in terms of climate change, in terms of conflicts, and how we are really looking at our sustainable development," said Harjeet Singh, who is with the charity Action Aid.

U.N. Secretary-General Ban Ki-moon has described this year as critical for the future of the organization.

World leaders are to discuss finance for development in July in Addis Ababa, a new global development agenda in September in New York and a climate change agreement in December in Paris.

XS
SM
MD
LG