ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ໃຊ້ສິດຢັບຢັ້ງ ຕໍ່ຮ່າງກົດໝາຍ ສ້າງທໍ່ນ້ຳມັນ Keystone


ສາງແຫ່ງນຶ່ງທີ່ນຳໃຊ້ໃນການເກັບມ້ຽນໄວ້ທໍ່ຕ່າງໆ ຂອງບໍລິສັດ TransCanada Corp. ທີ່ມີແຜນການ ຈະກໍ່ສ້າງວາງທໍ່ລຳລຽງນ້ຳມັນ ຂອງໂຄງການ Keystone XL ຢູ່ທີ່ເມືອງ Gascoyne, ລັດ North Dakota, ວັນທີ 14 ພະຈິກ 2014.
ສາງແຫ່ງນຶ່ງທີ່ນຳໃຊ້ໃນການເກັບມ້ຽນໄວ້ທໍ່ຕ່າງໆ ຂອງບໍລິສັດ TransCanada Corp. ທີ່ມີແຜນການ ຈະກໍ່ສ້າງວາງທໍ່ລຳລຽງນ້ຳມັນ ຂອງໂຄງການ Keystone XL ຢູ່ທີ່ເມືອງ Gascoyne, ລັດ North Dakota, ວັນທີ 14 ພະຈິກ 2014.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ໃຊ້​ສິດ
ຢັບຢັ້ງຕໍ່​ໂຄງການ​ສ້າງທໍ່ລຳລຽງ​ນ້ຳມັນ Keystone XL ທີ່​ເປັນ
​ບັນຫາຖົກ​ຖຽງ​ໂຕ້ແຍ້ງ.

ທຳນຽບຂາວໄດ້​ສົ່ງ​ແຈ້ງ​ການ​ສະບັບ​ນຶ່ງ​ ກ່ຽວກັບການ​ໃຊ້​ສິດ
​ຢັບຢັ້ງ ​ໄປໃຫ້​ສະພາ​ສູງ ​ໃນ​ວັນ​ອັງຄານ​ວານ​ນີ້. ການ​ໃຊ້​ສິດ
​ຢັບຢັ້ງນີ້ ​ເປັນເທື່ອ​ທີ 3 ຂອງ​ທ່ານ​ໂອ​ບາ​ມາ ​ໃນ​ລະຫວ່າງ
ດຳລົງ​ຕຳ​ແໜ່ງປະທານາທິບໍດີ.

​ການໃຊ້ສິດ​ຢັບຢັ້ງໃນ​ເທື່ອ​ນີ້ ຈະ​ຢຸດ​ຢັ້ງບຸລິມະສິດ​ອັນ​ສູງ​ສຸດ​
ຂອງ​ພັກຣີພັບ​ບລີ​ກັນ ໄດ້ຢ່າງ​ນ້ອຍ​ໃນ​ເວລາ​ນີ້. ​ເມື່ອ​ຕົ້ນປີ​ນີ້ ລັດຖະສະພາ​ທີ່​ນຳພາ​ໂດຍ
ພັກຣີພັບ​ບລີ​ກັນ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ ​ເພື່ອ​ບັງຄັບ​ໃຫ້ເລີ້ມ​ກໍ່ສ້າງທໍ່ສົ່ງດັ່ງກ່າວ.

ສະພາ​ຕ່ຳໄດ້​ລົງ​ຄະ​ແນນ​ສຽງ ຜ່ານ​ຮ່າງ​ກົດໝາຍນີ້ ​ດ້ວຍຄະ​ແນນ​ສຽງ 270 ຕໍ່ 152 ສຽງ
​ໃນ​ວັນ​ທີ 11 ກຸມພາ​ຜ່ານມາ ຫຼັງຈາກ​ທີ່​ສະພາ​ສູງ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ​
ນັ້ນ​ແລ້ວ​ໃນ​ວັນ​ທີ 29 ມັງກອນ​ປີ​ນີ້.

ທັງສະພາ​ຕ່ຳ ​ແ​ລະສະ​ພາ​ສູງ ບໍ່​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍດັ່ງກ່າວດ້ວຍ​ຄະ​ແນນ​ສຽງ​ ໃນ​
ຂອບ​ເຂດ​ອັນ​ກວ້າງ​ພຽງພໍ ​ທີ່ຈະລົບ​ລ້າງການ​ໃຊ້​ສິດ​ຢັບຢັ້ງຂອງ​ປະທານາ​ທິບໍດີ ທີ່​ຄາດ​ກັນ​ໄວ້ຢູ່​ແລ້ວນັ້ນ.

​ໂຄງການ​ສ້າງ​ທໍ່​ລຳລຽງ​ນ້ຳມັນ Keystone XL ​ໄດ້​ຖືກ​ນຳ​ສະ​ເໜີ​ເທື່ອ​ທຳ​ອິດ​ໃນ​ປີ 2008 ຊຶ່ງ​ ທໍ່​ດັ່ງກ່າວຈະເນັ່ງຈາກ​ກາ​ນາ​ດາໄປ​ເຖິງ​ທ່ານ Pavel Karlikອ່າວ​ເມັກຊິໂກຂອງສະຫະລັດ.

US KEYSTONE VETO VIDEO
please wait

No media source currently available

0:00 0:00:59 0:00

XS
SM
MD
LG