ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ໃຫ້ການຊ່ອຍເຫຼືອ​ ທາງ​ດ້ານ​ອຸບປະກອນ ​ເພີ້ມຕື່ມ ແກ່ຢູເຄຣນ


US Ukraine
please wait
Embed

No media source currently available

0:00 0:00:41 0:00

ເຈົ້າ​ໜ້​າທີ່ຂອງ​ສະຫະລັດ ກ່າວໃນວັນພຸດວານນີ້​ວ່າ ຕົນຈະໃຫ້
ການ​ຊ່ອຍ​ເຫຼືອ​ເພີ້​ມ​ຕື່ມ 75 ລ້ານໂດລາ​ທາງ​ດ້ານ​ອຸບປະກອນ
​ທີ່​ບໍ່​ຮ້າຍແຮງ ແກ່​ຢູ​ເຄຣນ ຮວມທັງ​ເຄື່ອງ​ເຣດ້າ ຕໍ່ຕ້ານລູກປືນ
​ຄົກ​ເຮືອ​ບີນທີ່​ບໍ່​ມີ​ຄົນ​ຂັບ ວິທະຍຸສື່ສານ ​ແລະ​ອຸປະກອນ​ການ
​ແພດ​ຕ່າງໆ.

​ນອກນັ້ນແລ້ວໃນ​ມື້​ວານ​ນີ້ ລັດຖະບານ​ທ່ານ​ໂອ​ບາ​ມາ ​ຍັງໄດ້​ທຳການ​ລົງ​ໂທດຕໍ່​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິຍົມຣັດ​ເຊຍ ​ແລະ​ບຸກຄົນ​ອື່ນໆຈຳນວນນຶ່ງ ​ທີ່​ມີການຖິ້ມໂທດໃສ່ວ່າ ເປັນຜູ້ກໍ່​ສົງຄາມ​ກາງ​ເມືອງ ທີ່​ໄດ້​ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່​ພາກ​ຕາ​ເວັນ​ອອກຂອງຢູເຄຣນ​ນັ້ນ.

ການ​ຊ່ອນ​ເຫຼື​ອໃໝ່​ນີ້ ແມ່ນບໍ່ໄດ້ຮວມທັງອາວຸດ ທີ່ຢູ​ເຄຣນ​ມີຄວາມຕ້ອງການແລະ​ມີ​ເຈົ້າ​ໜ້າ ​ທີ່ຫລາຍໆຄົນ ​ໃນລັດຖະບານ​ທ່ານ​ໂອ​ບາ​ມາ ​ແລະ​ສະມາຊິກ​ສະພາຂອງ​ທັງ​ສອງພັກ​ໃນ​ລັດ ຖະສະພາໄດ້​ຮ້ອງ​ຂໍ​ໃຫ້​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໃຫ້ການ​ສະໜອງຕອບນັ້ນ. ແຕ່​ທ່ານ​ໂອ​ບາ​ມາ ຕົກລົງ​ທີ່​ຈະ​ສົ່ງລົດ​ Humvee ຫຸ້ມ​ເກາະ 30 ຄັນ ​ແລະອີກ 300 ຄັນ ແມ່ນຊະ ນິດທີ່ບໍ່​ຫຸ້ມ​ເກາະ.

ການລົງ​ໂທດໃໝ່ໃນ​ວັນ​ພຸດ​ວານ​ນີ້ ​ແມ່ນ​ບໍ່​ຮ້າຍ​ແຮງ ​ແລະ​ບໍ່​ໄດ້​ມີ​ເປົ້າ​ໝາຍທີ່​ຈະ​ແນໃສ່ບຸກຄົນ​ສຳຄັນໆ​ ຫຼື ບໍລິ​ສັດໃດໆຂອງຣັດ​ເຊຍ.

XS
SM
MD
LG