ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 48 ຄົນ ເສຍຊີວິດ ຍ້ອນເຮືອບິນຕົກ ທີ່ໄຕ້ຫວັນ (ສະໄລດ໌/ວີດີໂອ)


ພວກພະນັກງານຊ່ອຍກູ້ໄພ ຊອກຫາຜູ້ລອດຊີວິດ ຈາກສາຍການບິນ TransAsia Airways ທີ່ຕົກລົງໃນວັນທີ 23 ກໍລະກົດ 2014 ທີ່ເກາະ Penghu .
ພວກພະນັກງານຊ່ອຍກູ້ໄພ ຊອກຫາຜູ້ລອດຊີວິດ ຈາກສາຍການບິນ TransAsia Airways ທີ່ຕົກລົງໃນວັນທີ 23 ກໍລະກົດ 2014 ທີ່ເກາະ Penghu .

ມາຮອດເວລາ​ນີ້ ປະຊາຊົນ 48 ຄົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເສຍ​
ຊີວິດ​ໄປ​ແລ້ວ ຫຼັງຈາກ​ເຮືອບິນ​ໂດຍສານ​ລຳ​ນຶ່ງໄດ້​ເກີດ​ອຸບັດ
​ເຫດ​ຕົກ ຍ້ອນ​ດິນ​ຟ້າ​ອາກາດ​ປັ່ນປ່ວນ ໃນ​ເກາະ​ແຫ່ງ​ນຶ່ງ ນອກ​
ຝັ່ງ​ທະ​ເລ​ທາງ​ພາກຕາ​ເວັນ​ຕົກຂອງ​ເກາະ​ໄຕ້​ຫວັນ.

ຖ້ຽວ​ບິນ​ຂອງສາຍ​ການບິນ TransAsia Airways ​ໄດ້​ພະຍາ
ຍາມ​ລົງ​ຈອດຄັ້ງ​ທີ​ສອງ​ໃນ​ແລງວັນ​ພຸດ​ວານ​ນີ້ ​ເວລາ​ມັນ​ເກີດ
​ອຸບັດ​ເຫດ ​ຕົກລົງ​ໃສ່​ຄຸ້ມທີ່ປະຊາຊົ​ນອາ​ໄສ​ຢູ່​ແຫ່ງ​ນຶ່ງ​ໃກ້ໆ​ກັບ
​ເດີ່ນ​ເຮືອບິນ Magong ​ເທິງ​ເກາະ Penghu.

ປະຊາຊົນ 10 ຄົນ​ໃນ​ເຮືອບິນ ATR-72 ສອງ​ໝາກ​ປິ່ນ ​ໄດ້
​ຮັບບາດເຈັບ ​ແລະ​ສົ່ງ​ໄປ​ຍັງ​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ທ້ອງ​ຖິ່ນ. ປະຊາຊົນ​ຕື່ມ​ອີກ 5 ຄົນ​ຢູ່​ພາກ​ພື້ນ​ດິນ ກໍ​ໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ກັນ.

ທ່ານ Li Wan-li ຮອງ​ລັດຖະມົນຕີ ອົງການ​ຄຸ້ມ​ຄອງ​ການບິນ​ພົນລະ​ເຮືອນ​ໄຕ້​ຫວັນ ກ່າວ​ວ່າ ​ເວລາ​ນີ້ ກຳລັງ​ທຳ​ຄວາມ​ພະຍາຍາມ​ເພື່ອຢັ້ງ ຢືນ​ຊື່​ ຂອງພວກ​ສົບ​ຜູ້​ທີ່​ໄດ້​ຮັບ​ເຄາະ​
ຮ້າຍ​ທັງ​ໝົດໃນ​ຄັ້ງ​ນີ້​.

ທ່ານ Li Wan-li ກ່າວ​ວ່າ “​ໃນເ​ວ​ເລາ​ນີ້ ພວກ​ເຮົາ​ຢືນຢັນ​ວ່າ ພວກ​ເຮົາ​ໄດ້​ອອກ​
ໃບ​ຢັ້ງຢືນ​ການ​ເສຍ​ຊີວິດ​ຂອງ​ປະຊາຊົນ 14 ຄົນແລ້ວ. ມາ​ຮອດ​ປັດຈຸບັນ​ນີ້ ​ເຮົາ​ຈະ​ຕ້ອງ​ມີ​ການ​ຢືນຢັນ​ປະຊາຊົນ​ຕື່ມ​ອີກ 30 ຄົນ ​ແລະ​ພວກ​ຈຸ​ບິນ​ອີກ 4 ຄົນ​ວ່າ​ເສຍ​ຊີວິດ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າ ມີ ປະມານ 34 ຄົນ​ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ເທື່ອ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ນັກ​ສຶກສາ​ການ​ແພດ​ຝຣັ່ງ 2 ຄົນ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ທີ່​ເສັຍ​ຊີວິດ​ໄປ​ນັ້ນ. ສ່ວນ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ອື່ນໆ​ ​ແມ່ນ​ຄົນ​ໄຕ້​ຫວັນ. ສາຍ​ການບິນ Trans Asia Airways ສະ​ເໜີ​ໃຫ້​ເງິນ 33 ພັນ​ດອນ​ລາ​ເປັນ​ຄ່າຫົວ​ຊົດ​ເຊີຍ​ສຳລັບ​ແຕ່ລະຄອບ ຄົວ​ຂອງ​ພວກ​ທີ່​ເສຍຊີວິດ​ໄປ​ນັ້ນ.

ປະທານາທິບໍດີ Ma Ying-jeou ​ແຫ່ງ​ໄຕ້​ຫວັນ ​ເອີ້ນ​ເຫດການ​ດັ່ງ ກ່າວ​ນີ້ວ່າ “​ເປັນ​ມື້​
ທີ່​ໂສກ​ເສົ້າ​ໃນ​ປະຫວັດສາດ​ການບິນ​ຂອງ​ໄຕ້​ຫວັນ​.”

ປະ​ທານ​ປະ​ເທດ​ຈີນ ທ່ານ Xi Jinpeng ຊຶ່ງ​ເວລາ​ນີ້​ກຳລັງ​ທຳ​ການ ຢ້ຽ​ມຢາມ​ປະ​ເທດ​
ໃນ​ເຂດ​ອາ​ເມ​ຣິກາ​ລາ​ຕິນ ກໍ​ໄດ້​ກ່າວ​ເຊັ່ນ​ກັນ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ “​ໂສກ​ເສົ້າ​ເສຍ​
ໃຈ​ຢ່າງ
ເລິກ​ເຊິ່ງ” ນຳ​ອຸບັດ​ເຫດ​ດັ່ງກ່າວ.

ເຮືອບິນ ATR-72 ​ທີ່​ມີ 70 ບ່ອນ​ນັ່ງ​ລຳ​ນີ້​ກຳລັງ​ບິນ​ຈາກ​ສະໜາມ​ບິນ​ລະຫວ່າງ​ຊາດ Kaohsiung ​ໃນ​ພາກ​ໃຕ້​ຂອງ​ເກາະ​ໄຕ້​ຫວັນ ຫຼັງ​ຈາກ​ໄດ້ຊັກ​ຊ້າ​ມາ​ເກືອ​ບ 2 ຊົ່ວ​ໂມງ ຍ້ອນ​ຝົນຕົກ​ໜັກ ​ແລະ​ພາຍຸ​ຝົນ​ໃນ​ຂົງ​ເຂດ ຈາກ​ລົມ​ໄຕ້​ຟຸ່ນ Matmo ທີ່​ໄດ້​ປະ​ທະ​ໄຕ້​
ຫວັນ​ໃນ​ວັນ​ພຸດວານ​ນີ້.

taiwanplane24july14
please wait
Embed

No media source currently available

0:00 0:00:43 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG