ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະ​ສືບ​ຕໍ່​ສະ​ໜັບສະ​ໜຸນ ກອງ​ທະຫານ​ໄນ​ຈີ​ເຣຍ ​ໃນ​ການ​ຕໍ່ສູ້ຕ້ານ​ ກຸ່ມ​ຫົວ​ຮຸນ​ແຮງ​ໂບ​ໂກ​ຮາຣຳ


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບ ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ຢູ່ທີ່ທຳນຽບຕ້ອນຮັບແຂກຕ່າງປະເທດ ໃນນະຄອນຫລວງ Lagos, ວັນທີ 25 ມັງກອນ 2015.
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry (ຊ້າຍ) ໂອ້ລົມກັບ ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ຢູ່ທີ່ທຳນຽບຕ້ອນຮັບແຂກຕ່າງປະເທດ ໃນນະຄອນຫລວງ Lagos, ວັນທີ 25 ມັງກອນ 2015.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ
ສະຫະລັດ ຈະ​ສືບ​ຕໍ່​ສະ​ໜັບສະ​ໜຸນ ກອງ​ທະຫານ​ໄນ​ຈີ​ເຣຍ ​ໃນ
​ການ​ຕໍ່ສູ້ຕ້ານ​ ກຸ່ມ​ຫົວ​ຮຸນ​ແຮງ​ໂບ​ໂກ​ຮາຣຳ.

ທ່ານ Kerry ຜູ້​ທີ່​ເດີນທາງ​ໄປ​ເຖິງ​ເມືອງ Lagos ຂອງໄນ​ຈີ​ເຣຍ​ ​
ເມື່ອ​ວັນ​ອາທິດ​ວານ​ນີ້ ​ໄດ້ກ່າວ​ຖະ​ແຫລ​ງສັ້ນໆ ຫຼັງຈາກ​ທີ່​ກອງ​
ທະຫານ​ໄນ​ຈີ​ເຣຍ ​ໄດ້​ຕີ​ຕ້ານ ການ​ໂຈມ​ຕີ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​
ໂບ​ໂກ​ຮາຣຳ ຢູ່​ທີ່​ເຂດ​ນອກເມືອງ Maiduguri ຊຶ່ງ​ເປັນ​ເມືອງ
​ຫລວງ​ຂອງ​ລັດ Borno.

ທ່ານ Kerry ​ໄດ້​ພົບ​ປະ​ກັບ ຜູ້ນຳໜ້າ ສະໝັກ​ເປັນ​ປະທານາທິບໍດີ
ທັງ​ສອງທ່ານ​ຂອງ​ປະ​ເທດ ຄື ທ່ານ Goodluck Johnathan ຜູ້​ດຳລົງ​ຕຳ​ແໜ່​ງຢູ່ ​ແລະ ທ່ານ Muhammadu Buhari ຜູ້​ສະໝັກ​ຈາກ​ພັກ​ຝ່າຍ​ຄ້ານ​ທີ່​ສຳຄັນ ກ່ອນ​ໜ້າການ​ເລືອກ​ຕັ້ງຂອງ​ປະ​ເທດ​ ​ໃນ​ວັນ​ທີ 14 ກຸມພາ​ຈະ​ມາ​ເຖິງ​ນີ້.

Kerry Warns Against Violence in Nigeria Election
please wait

No media source currently available

0:00 0:02:05 0:00

ແຜນທີ່ປະເທດ ໄນຈີເຣຍ
ແຜນທີ່ປະເທດ ໄນຈີເຣຍ

​ລັດຖະມົນຕີ​ຕ່າງປະ​ເທດ Kerry ກ່າວ​ວ່າ “ມັນມີ​ຄວາມ​ສຳຄັນ
​ທີ່​ສຸດ”
ວ່າການ​ເລືອກ​ຕັ້ງ ​ແມ່ນ​ຕ້ອງ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສັນຕິ
​ແລະ​ວ່າ ຕ້ອງ​ເຊື່ອ​ຖື​ໄດ້ ​ມີ​ຄວາມໂປ່​ງ​ໃສ ​ແລະ ຄວາມ​ຮັບຜິດຊອບ
ທ່ານເວົ້າ​ຕື່ມ​ອີກ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ເຮັດໃຫ້ການ​ເລືອກ​ຕັ້ງ​ເກີດ
ຄວາມ​ຮຸນ​ແຮງ ສະຫະລັດ​ຈະ​ບໍ່​ຍອມຮັບ​ເອົາ​ເຂົ້າ​ມາໃນສະຫະລັດ.

ປະທານາ​ທິບໍດີ Johnathan ກ່າວໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ວ່າ
ທ່ານມີຄວາມໝັ້ນໝາຍ ​ຢ່າງ​ເລີກ​ເຊິ່ງ ​ເພື່ອ​ຮັບປະກັນວ່າ ການ
​ເລືອກ​ຕັ້ງທີ່​ຈະ​ມາ​ເຖິງ​ນີ້ ​ແມ່ນມີ “ອິສະຫລະ ຍຸດຕິ​ທຳ ​ແລະ​
ເຊື່ອ​ຖື​ໄດ້”
​ແລະ ຖະ​ແຫລ​ງ​ອີກ​ວ່າ ມັນ​ມີ​ຄວາມ​ສຳຄັນຫຼາຍ ທີ່​ທຸກໆ​ພັກ ໝັ້ນ​ໝາຍ​ຈະ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ ທັງກ່ອນ​ໜ້າ ແລະ ຫຼັງຈາກ​ການ​ປ່ອນ​ບັດ​ລົງ​ຄະ​ແນນສຽງ.

NIGERIA BOKO HARAM VIDEO
please wait

No media source currently available

0:00 0:00:36 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG