ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢ່າງນ້ອຍ 3 ຄົນ ເສຍຊີວິດ ແລະເກືອບ 300 ຄົນຍັງ ຫາຍສາບສູນ ໃນເຫດເຮືອຫຼົ້ມ ທີ່ເກົາຫຼີໃຕ້ (ວີດີໂອ/ສະໄລດ໌)


Korea Ship VOSOT 1ST UPD
please wait

No media source currently available

0:00 0:01:30 0:00
ໜ່ວຍ​ຍາມ​ຝັ່ງຂອງ​ເກົາຫຼີ​ໃຕ້​ກ່າວ​ວ່າ ມີ 3 ຄົນ​ເສຍ​ຊີວິດ ​
ແລະ​ຢ່າງ​ນ້ອຍ 290 ຄົນ ຫາຍ​ສາບ​ສູນ ຫຼັງ​ຈາກ​ທີ່​ເຮືອ
ໂດຍສານລຳ​ນຶ່ງ ​ຈົມ​ລົງ​ໃນ​ບໍລິ​ເວນ​ນອກຝັ່ງ​ທະ​ເລ​ທາງ​
ພາກໃຕ້ຂອງ​ປະ​ເທດ​ ໃນ​ວັນ​ພຸດ​ມື້​ນີ້.

​ເຮືອໂດ​ຍສານລຳ​ນັ້ນ​ໄດ້​ບັນຈຸ​ຜູ້​ຄົນຫຼາຍ​ກວ່າ 459 ຄົນ
ຊຶ່ງ​ສ່ວນ​ໃຫຍ່ ​ແມ່ນ​ພວກ​ນັກຮຽນ ທີ່​ເດີນທາງ​ໄປ​ສູ່ເກາະ
​ຕາກ​ອາກາດ Jeju ​ເວລາມັນ​ຈົມ​ລົງ ໃນ​ສະພາບອາກາດ
​ທີ່​ປົກ​ຕິ.

​ໃນ​ຂັ້ນ​ຕົ້ນ​ນັ້ນ ທາງ​ເຈົ້າ​ໜ້າ​ທີ່ປະກາດວ່າ ວ່າ​ມີ​ປະມານ 100 ຄົນ
ທີ່​ຊອກ​ຫາ​ບໍ່​ເຫັນ ​ແຕ່​ຕໍ່​ມາ ​ໄດ້​ເພີ່ມ​ຈຳນວນ​ຂຶ້ນ​ເປັນ 290 ຄົນ ​ໂດຍ​ບໍ່​ຮູ້ເຫດຜົນ.

ອາດ​ຈະ​ຍັງມີ​ຫຼາຍໆ​ຄົນ ​ຕົກ​ຄ້າງຢູ່​ໃນ​ເຮືອ ທີ່​ເກີືອບວ່າ​ຈົມ​ໝົດລຳ​ນັ້ນ ​ເຖິງ​ແມ່ນເຈົ້າ​ໜ້າ​ທີ່ ກ່າວ​ວ່າ ​ຜູ້​ໂດ​ຍສານບາງ​ພວກ ອາດ​ໄດ້ຖືກ​ຊ່ອຍ​ຊີວິດໄວ້ ເຮືອ​ພານິດ​ທີ່ຢູ່​ໃກ້​ໆ​ນັ້ນ.

VOA Seoul Bureau Producer Youmi KIim Contributed to this report.

ຮອງ​ລັດຖະມົນຕີ​ກະຊວງ​ຮັກສາ​ຄວາມ​ໝັ້ນຄົງ​ແລະ​ຂໍ້​ມູນ​ສາທາລະນະ​ຂອງ​ເກົາຫຼີໃຕ້
ທ່ານ Lee Gyeong-og ​ກຳລັງ​ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມກູ້​ໄພ ຢ່າງຂະໜານ
ໃຫຍ່ ​ໃນ​ຂະນະ​ນີ້.

ທ່ານ Lee ກ່າວ​ວ່າ: “​ໄດ້​ ມີການ​ລະດົມ​ເອົາ​ເຮືອບິນ​ເຮ​ລິ​ຄອບ​ເຕີ 18 ລຳ ​ມາ
ປະຕິບັດ​ໜ້າ​ທີ່ຊ່ອຍ​ເຫຼືອ​ກູ້​ໄພ ຮ່ວມ​ກັບທີ​ມງານ ຈາ​ກໜ່ວຍ​ດັບ​ເພີງ ໜ່ວຍ
ທະຫານ​ຍາມ​ຝັ່ງ​, ກອງທັບ​ເຮືອ ​ແລະ​ກຳລັງຕຳຫຼວດ. ​ມີ​ເຮືອຈາກໜ່ວຍ
ຍາມ​ຝັ່ງ​ 34 ລຳ ​ແລະ 25 ລຳ ຈາກ​ກອງທັບ​ເຮືອ.”


ໜ່ວຍ​ກຳລັງໂຈມ​ຕີພິ​ເສດ SEALS ຂອງກອງທັບ​ເຮືອ​ເກົາຫຼີ​ໃຕ້ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​
ກູ້​ໄພ​ນີ້​ເຊັ່ນ​ກັນ.

ທາງ​ກອງທັບ​ເຮືອ​ສະຫະລັດ ​ໄດ້​ກ່າວ​ວ່າ ຕົນ​ກຳລັງ​ສົ່ງ​ເຮືອລົບ USS Bonhome
Richard ​ເຂົ້າ​ຮ່ວມ​ໃນ​ການ​ກູ້​ໄພເທື່ອ​ນີ້ນຳ.

ສ່ວນໃຫຍ່​ຂອງພວກ​ໂດຍສານ ນັ້ນ​ແມ່ນ​ບັນດາ​ນັກຮຽນ​ມັດທະຍົ​ມປາຍ ທີ່​ກຳລັງ​ມຸ່ງ​ໜ້າ​
ໄປ​ເກາະ Jeju ​ໃນ​ການ​ທັດສະນະ​ສຶກສາ​ ຢູ່​ນອກ​ໂຮງຮຽນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG