ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກສະແດງ Nyong'o ອອກໜ້າປົກ ວາຣະສານ People ໃນຖານະ ແມ່ຍິງ ທີ່ງາມທີ່ສຸດ (ວີດີໂອ)


Nyong'o People Magazine VO
please wait

No media source currently available

0:00 0:00:53 0:00
ນັກສະແດງຜູ້ທີ່ໄດ້ຮັບລາງວັນ Academy Award ໃນບົດ
ບາດຂອງນາງ ໃນເລື່ອງ 12 ປີແຫ່ງການເປັນຂ້າທາດຫລື
12 Years a Slave ນັ້ນໄດ້ຖືກເລືອກໃຫ້ເປັນ ແມ່ຍິງທີ່
ງາມທີ່ສຸດ
ຂອງວາລະສານ “People Magazine” ແຫ່ງ
ປີ 2014.

ວາລະສານຂອງສະຫະລັດ ໄດ້ປະກາດໃນວັນພຸດວານນີ້
ກ່ຽວກັບການຄັດເລືອກ ນາງສາວ Lupita Nyong’o ຂຶ້ນ
ປົກໜ້າວາລະສານ ເພື່ອເປັນການໃຫ້ກຽດ.

Lupita Nyong’o ນັກສະແດງ ໄວ 31 ປີ ເກີດທີ່ປະເທດ
Mexico ແລະເຕີບໂຕໃນປະ ເທດ Kenya. ນາງໄດ້ສ້າງຊື່ສຽງໃນປີກາຍນີ້ ໃນບົດ
ບາດການສະແດງຂອງນາງເປັນທາດ “Patsey” ໃນເລື່ອງ “12 Years a Slave” ແລະກໍໄດ້ຮັບລາງວັນຕຸກກະຕາຄຳ Oscar ໃນຖານະນັກສະແດງປະກອບຍອດ
ຢ້ຽມ.

ວາລະສານ “People Magazine” ກ່າວວ່າ ນາງ Nyong’o ເອີ້ນການເລືອກສັນ
ນາງໃຫ້ ເປັນແມ່ຍິງທີ່ ງາມທີ່ສຸດ ຫຼື “Most Beautiful” woman ນັ້ນ ແມ່ນເປັນ
ການ “ຍົກຍ້ອງ ທີ່ສູງສົ່ງ ແລະຍິ່ງໃຫຍ່ທີ່ສຸດ” ນາງໄດ້ກ່າວວ່າ ຄັ້ງນຶ່ງນາງໄດ້ບອກ
ວ່າ ຄວາມງາມນັ້ນແມ່ນ ຂຶ້ນຢູ່ກັບການມີຜີວຂາວ ແລະຜົມຢາວ ປີວສະບັດແຕ່ກໍໄດ້
ເຊື່ອແລ້ວວ່າ ລາວເອງນັ້ນ ກໍ ສວຍງາມເຊັ່ນກັນ.

ນາງ Nyong’o ກ່າວວ່າ ລາວດີໃຈທີ່ຈະເຫັນພວກເດັກນ້ອຍແມ່ຍິງໄດ້ເຫັນນາງຂຶ້ນ
ປົກໜ້າວາລະສານແລະນາງຍັງຮູ້ສຶກປາບປື້ມໃນຄຳເວົ້າຂອງນາງເອງວ່າ “a little
more seen ຫຼື ແບບວ່າ ໄດ້ເຫັນເພີ່ມອີກຕື່ມ.”
XS
SM
MD
LG