ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມລັດ​ອິສລາ​ມ ກຳນົດເສັ້ນຕາຍໃໝ່ ໃນການແລກປ່ຽນ ຕົວປະກັນ


Islamic State Japan Jordan CNPK
please wait

No media source currently available

0:00 0:01:44 0:00

ຂໍ້ຄວາມ​ ທີ່​ເປັນ​ສຽງ ​ທີ່ອ້າງວ່າ ເປັນຂອງ​ນັກ​ຂ່າວ​ຍີ່ປຸ່ນ ທີ່​ໄດ້​ຖືກ
​ຈັບ​ເປັນ​ຕົວ​ປະກັນໂດຍ​ພວກຫົວ​ຮຸນ​ແຮງກຸ່ມລັດ​ອີສລາ​ມໄດ້​ກ່າວ
​ວ່າ ນັກ​ບິນ​ທະຫານ​ອາກາດຊາວ​ຈໍ​ແດນ ທີ່ໄດ້ຖືກ​ຈັບ​ກຸມໂດຍ​ກຸ່ມ
​ດັ່ງກ່າວເຊັ່ນ ກັນນັ້ນ ​ຈະ​ຖືກ​ສັງຫານ​ ຖ້າ​ຫາກ​ວ່າ Amman
ບໍ່ມອບແມ່ຍິງທີ່ທຳການໂຈມຕີດ້ວຍລະ​ເບີດ​ສະລະ​ຊີບ ໃຫ້ແກ່ຕົນ
ພາຍ​ໃນ​ເວລາພະ​ອາທິດ​ຕົກ ​ໃນ​ວັນ​ພະຫັດ​ມື້​ນີ້.

ບັນດາ ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ແລະ​ຈໍ​ແດນ ​ພວມ​ພະຍາຍາມ​ທີ່​ຈະ​ກວດ
ພິສູດ​ເບິ່ງ​ສຽງ​ບັນທຶກ​ອັນ​ໃໝ່ ທີ່​ອ້າງວ່າ​ເປັນ​ສຽງ​ຂອງ​ພວກ​ນັກ​
ຂ່າວ​ຊາວ​ຍີ່ປຸ່ນ ທ້າວ Kenji Goto.

ໃນບັນທຶກສຽງທີ່ນຳອອກ​ເຜີຍ​ແຜ່ທາງ​ອິນ​ເຕິ​ເຕີແນັດ ​ໃນ​ແລງ​ວັນ​ພຸດ​ວານ​ນີ້ ຜູ້ຊາຍ​ທີ່​ລະບຸຕົນ​ເອງ​ວ່າ​ແມ່ນທ້າວ Goto ກ່າວ​ວ່າ ຕົວ​ປະກັນ​ທີ່​ຈັບ​ຢູ່​ນຳ​ກັນ​ນັ້ນ ນັກ​ບິນ​ທະຫານ​ອາກາດຊາວ​ຈໍ​ແດນ Mu’ath al Ka-saesbeh ຈະ​ຖືກ​ສັງຫານ​ໃນ​ທັນທີ ຖ້າ​ຫາກ​ວ່າ ຈໍ​ແດນ ບໍ່ນຳເອົາຜູ້​ກໍ່​ການ​ຮ້າຍ ທີ່ຖືກຕັດສິນໂທດປະຫານຊີວິດ ນາງ Sajida al-Rishawi ໄປທີ່​ຊາຍ​ແດນເທີ​ກີ ພາຍ​ໃນ​ແລງວັນ​ພະຫັດ​ມື້​ນີ້.

ຈໍ​ແດນ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຕົນ​ຈະ​ຕົກລົງ​ທີ່ແລກປ່ຽນ​ນັກ​ໂທດແມ່ຍິງຄົນນີ້ ກັບ​ຕົວ​ປະກັນ​ຊາວ​ຈໍ​ແດນ​ທີ່​ຖືກ​ຈັບ​ໄວ້​ນັ້ນ. ​ແຕ່​ວ່າ​ ສຽງ​ທີ່​ບັນທຶກນັ້ນ​ບໍ່​ໄດ້​ຢືນຢັນວ່າ ຜູ້​ໃດ​ຜູ້​ນຶ່ງ​ຂອງຕົວ​ປະກັນຈະ​ຖືກ​ປ່ອຍ ​ໃນ​ການ​ແລກປ່ຽນ​ນັກ​ໂທດ​ຄັ້ງ​ນີ້.

ນາງ Al-Rishawi ​ແມ່ນ​ແມ່ຍິງ​ອິຣັກ ທີ່​ໄດ້ຖືກ​ຈັບ​ໃນ​ຖານະ​ທີ່​ໄດ້​ປະກອບສ່ວນ​ໃນ ການໂຈມ
ຕີກໍ່​ການ​ຮ້າຍ​ປີ 2005 ທີ່​ໄດ້ສັງ​ຫານ 60 ຄົນ ຢູ່ນະຄອນຫລວງ Amman ຂອງ​ຈໍ​ແດນ.

​ທີ່ ​ໂຕ​ ກຽວ ​ໂຄສົກ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga ​ໄດ້​ກ່າວ​ວ່າ ຍີ່ປຸ່ນ​ແມ່ນ​ໄດ້​ກະທຳ​ເຖິງ​ທີ່​ສຸດ​ແລ້ວ ​ເພື່ອ​ໃຫ້ປ່ອຍ ທ້າວ Goto ໂດຍປະສານ​ງານ​ກັບ​ບັນດາ​ປະ​ເທດ​ທີ່ຢູ່​ໃນ​ຂົງ​ເຂດ ຊຶ່ງ​ຮວມທັງ ​ເທີ​ກີ ຈໍ​ແດນ ​ແລະ Israel.

ວິກິດການ​ຕົວ​ປະກັນ​ ມີ​ຂຶ້ນຫຼັງ​ຈາ​ກທີ່​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທຳ​ການ​ຢ້ຽມຢາມ ​ພາກຕາ​ເວັນ​ອອກ​ກາງ ​ແລະ​ປະກາດ​ໃຫ້​ເງິນ​ສະໜັບສະໜຸນ 200 ລ້ານ​ໂດ​ລ່າ ​ໃນ​ການ​ຊ່ອຍ​ເຫຼືອ​ທີ່​ບໍ່​ແມ່ນ​ທາງ​ທະຫານ ​ໃຫ້​ແກ່ບັນດາ​ປະ​ເທດ​ ທີ່​ໄດ້ຮັບຜົນກະທົບ​ໂດ​ຍກຸ່ມ​ລັດ​ອີສລາມ​ນັ້ນ.

XS
SM
MD
LG