ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າ​ CDC ​ຢືນຢັນວ່າ ມີ​ຮ່ອງຮອຍ ​ແຫ່ງຄວາມ​ກ້າວໜ້າ ໃນການຕໍ່ສູ້ກັບ ອີໂບລາ


ລົດຂົນສົ່ງຄົນປ່ວຍ ນຳເອົາ ມືກ້ອງອິດສະລະ Ashoka Mukpo ທີ່ໄດ້ຕິດພະຍາດອີໂບລາ ຢູ່ໃນໄລບີເຣຍ ໄປຍັງ ສູນການແພດ ເນບຣັສກາ ຫຼື Nebraska Medical Center ໃນນະຄອນ ໂອມາຮາ, ລັດ ເນບຣັສກາ, ວັນທີ 6 ຕຸລາ 2014.
ລົດຂົນສົ່ງຄົນປ່ວຍ ນຳເອົາ ມືກ້ອງອິດສະລະ Ashoka Mukpo ທີ່ໄດ້ຕິດພະຍາດອີໂບລາ ຢູ່ໃນໄລບີເຣຍ ໄປຍັງ ສູນການແພດ ເນບຣັສກາ ຫຼື Nebraska Medical Center ໃນນະຄອນ ໂອມາຮາ, ລັດ ເນບຣັສກາ, ວັນທີ 6 ຕຸລາ 2014.

ຫົວໜ້າ​ສູນ​ຄວບ​ຄຸມພະຍາດ​ສະຫະລັດ ກ່າວ​ວ່າ ການ​ຕໍ່ສູ້​ຕ້ານ
​ເຊື້ອອີ​ໂບລາ ​ໃນ​ອາ​ຟຣິກາ ຈະ​ໃຊ້​ເວລາ​ດົນ​ນານ ​ແລະ ​ເປັນ​
ການຍາກ ​ແຕ່​ທ່ານ​ກ່າວ​ຕໍ່​ວ່າ ມີ​ຮ່ອງຮອຍ​ແຫ່ງຄວາມ​ກ້າວໜ້າ​
ຢ່າງ​ແທ້​ຈິງ.

ຢູ່​ບ່ອນ​ຖະ​ແຫລງຂ່າວ​ຕໍ່​ສື່​ມວນ​ຊົນ ​ໃນ​ເມືອງແອດ​ແລນ​ຕ້າ ລັດ
​ຈໍ​ເຈຍ​ ວັນ​ອັງຄານ​ວານ​ນີ້ ດຣ Thomas Frieden ​ກ່າວ​ວ່າ ນັ້ນ
ແມ່ນລວມ ທັງການ​ເຝິກອົບຮົມ​ທີ່​ດີ​ຂຶ້ນ ຄວາມ​ເຂົ້າ​ໃຈດີ​ຂຶ້ນກ່ຽວ
​ກັບ​ເຊື້ອ​ໄວຣັສ ​ແລະການ​ປະຕິບັດ​ທີ່​ປອດ​ໄພ​ກວ່າ​ເກົ່າ ຊຶ່ງ​ລວມ
​ເຖິງການ​ຝັງ​ສົບ​ພວກ​ທີ່​ຕາຍ​ຍ້ອນ​ອີ​ໂບລານັ້ນ ອີກ​ດ້ວຍ.

ທ່ານໝໍ Frieden ກ່າວ​ວ່າ ບໍ່​ມີ​ກໍລະນີ​ຕິດ​ເຊື້ອ​ນີ້ໃໝ່ໃດໆ ຢູ່​ໄນ​ຈີ​ເຣຍ ​ແລະການລະບາດ​ຢູ່ໃນ ສາທາລະນະ​ລັດປະຊາທິປະ​ໄຕຄອງ​ໂກ ​ກໍ​ຖືກ​ຄວບ​ຄຸມ​ໄວ້​ໄດ້​. ທ່ານ​ຍັງ​ໄດ້​ກ່າວ​ວ່າ ​ຈຳນວນ​ກໍລະນີຕິດ​ເຊື້ອ​ໃໝ່​ ກໍ ​ຫລຸດນ້ອຍ​ລົງ ຢູ່​ໃນ​ບາງເຂດ​ຂອງ​ປະ​ເທດ​ໄລ​ບີ​ເຣຍ ຊຶ່ງ​ເປັນ​ໜຶ່ງໃນ ບັນດາ​ປະ​ເທດ ​ທີ່​ໄດ້​ຖືກ​ກະທົບ​ຢ່າງໜັກ.

ຜູ້​ຊາຍ​ຊາວ​ໄລ​ບີ​ເຣຍ ທີ່​ໄດ້​ຖືກ​ວິນິ​ໄສ​ວ່າ ຕິດ​ເຊື້ອ​ອີ​ໂບລາ ຢູ່ນະຄອນ​ດາ​ລັສ ລັດ​ເທັກ​ຊັສ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ສະຫະລັດ​ນັ້ນ ໄດ້ເສຍຊີວິດໄປ ໃນເຊົ້າວັນພຸດມື້ນີ້.

ດຣ. Frieden ກ່າວ​ວ່າ ​ ບໍ່​ມີ​ຜູ້​ໃດ​ເລີຍ​ລົ້ມປ່ວຍ ໃນ​ຈຳນວນ 48 ຄົນ​ທີ່​ຖືກ​ຕິດຕາມ​ເບິ່ງ ຫຼັງຈາກ​ທີ່​ໄດ້​ສຳ​ພັດ​ໂດຍ​ກົງ ຫຼືບໍ່​ໂດຍ​ກົງ​ ກັບທ້າວ Thomas Eric Duncan ນັ້ນ​.

​ແຕ່​ວ່າ ​ບັນດາເຈົ້າໜ້າ​ທີ່ ຢູ່​ສະ​ເປ​ນ ກຳ​ລັງ​ພະຍາຍາມ​ຊອກ​ຮູ້​ວ່າ ນາງພະຍາບານຄົນ​ນຶ່ງ ​ໃນນະຄອນຫລວງ​ມາດຣິດ ​ຕິດ​ເຊື້ອ​ອີ​ໂບລາ ​ໄດ້​ແນວ​ໃດ ຫຼັງຈາກ​ນາງໃຫ້ການດູ​ແລ​ຮັກສາ ນັກ​ສອນ​ສາສະໜາ 2 ​ຄົນ ຊຶ່ງ​ພວກ​ກ່ຽວ​ໄດ້​ເດີນ​ທາງ​ມາ​ຈາກປະ​ເທດ ​ໄລ​ບີ​ເຣຍ ​ແລະ ຊີ​ເອຣາ ​ລີ​ອອນນັ້ນ.

EBOLA CNPK
please wait
Embed

No media source currently available

0:00 0:02:32 0:00

XS
SM
MD
LG