ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

HRW ກ່າວຫາ ກອງ​ກຳລັງ​​ຊີເຣຍ ​​ໃຊ້ອາວຸດ​ເຄມີ ຕໍ່ ພົນລະເຮືອນ


ምድራችንን በመዞር የመጀመሪያው አሜሪካዊ ጠፈርተኛ ጆን ግሌን
ምድራችንን በመዞር የመጀመሪያው አሜሪካዊ ጠፈርተኛ ጆን ግሌን

ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ​ປະຕິ​ເສດ
​ຕໍ່​ຂໍ້​ກ່າວ​ຫາ​ ​ໃໝ່​ໆ ທີ່​ວ່າ ກອງ​ກຳລັງ​ຂອງ​ທ່ານ ໄດ້ໃຊ້ອາວຸດ​
ເຄມີ​ຕ່າງໆ ລວມທັງສານ ​chlorine ຕໍ່ພົນລະ​ເຮືອນ ​ແລະ
ຄົນ​ອື່ນ ​ໃນ​ສົງຄາມ​ການ​ເມືອງ​ຂອງ​ປະ​ເທດ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຫຼື HRW ​
ໃນ​ອາທິດ​ນີ້ກ່າວ​ວ່າ ຕົນ​ມີ​ຫລັກ​ຖານ​ທີ່ “ສະ​ເໜີ​ແນະ​ ຢ່າງ​
ໜັກ​ແໜ້ນ”
ວ່າ Damascus ໄດ້​ໃຊ້​ເຄມີ​ທີ່​ເປັນ​ພິດ​ຕ່າ​ງໆ ​
ໃນ​ການ​ໂຈມ​ຕີ​ຫຼາຍໆ​ບັ້ນ ດ້ວຍລະ​ເບີດຖັງ ​ທີ່​ຮ້າຍ​ແຮງ​ເຖິງ
​ແກ່​ຊີວິດ ຢູ່​ໃນ​ແຂວງ Idlib ​ເມື່ອ​ເດືອນ​ແລ້ວ​ນີ້.

ບັນດາກຸ່ມປົກປ້ອງສິດທິ​ມະນຸດ​ ແລະ ລັດຖະບານ ຂອງປະເທດ​ຕາ​ເວັນ​ຕົກ ​ໄດ້​ກ່າວ​ຫາ​
ລັດຖະບານ Assad ວ່າ ນຳ​ໃຊ້​ອາວຸດ​ເຄມີ​ຕ່າງໆ ຕໍ່​ພົນລະ​ເຮືອນ ຢູ່​ເລື້ອຍໆ ຊຶ່ງ​ເປັນ
ການ​ກ່າວ​ຫາ ທີ່ໄດ້ຖືກ​ປະຕິ​ເສດໂດຍ Damascus.​

ຢູ່​ໃນ​ການ​ສຳພາດ ທີ່​ໄດ້​ນຳອອກເຜີຍ​ແຜ່​ໃຫ້​ຊາບ ​ໃນ​ວັນ​ສຸກ​ມື້​ນີ້ ປະທານາທິບໍດີ Assad
ບໍ່​ສົນ​ໃຈ​ນຳ​ ການ​ກ່າວ​ຫາ​ຕ່າງໆເຊັ່ນນັ້ນ ຊຶ່ງ​ເປັນການ “​ໂຄສະນາ​ຊວນ​ເຊື່ອ ຕໍ່ຕ້ານ​
ຊີ​ເຣຍ”
​ ໂດຍ​ທ່ານກ່າວ​ວ່າ ມັນໄດ້ອອກ​ແບບ​ມາ​ ເພື່ອ​ເຮັດ​ໃຫ້​ລັດຖະບານ​ຂອງ​ທ່ານ
ເປັນ​ຄື​ກັບ “ມານ​ຮ້າຍ.”

ທ່ານ Assad ກ່າວ​ຕໍ່ ​ໂທລະພາບ Expressen ທີ່​ມີ​ຫ້ອງການຕັ້ງຢູ່​ໃນ​ປະ​ເທດ Sweden
ວ່າ “ການໂຄສະ​ນາຊວນ​ເຊື່ອ ທາງສື່ມວນຊົນ​ອັນ​ນີ້ ບໍ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ ​ເຖິງ​
ສະພາບການໂຕ​ຈິງ ຢູ່​ໃນ​ຂົງ​ເຂດ ຂອງ​ພວກ​ເຮົາ ພວກ​ເຂົາ​ເຈົ້າ ບໍ່​ມີ​ຫລັກ​ຖານ
ແມ່ນແຕ່ອັນດຽວ ​ກ່ຽວ​ກັບ​ເລື້ອງ​ນີ້​ເລີຍ.”

ກຸ່ມ HRW ກ່າວ​ວ່າ ຕົນ​ໄດ້​ດຳ​ເນີນ​ການ ກວດ​ສອບ​ ໃນ​ການ​ໂຈມ​ຕີ 6 ບັ້ນ ຢູ່​ໃນ​ແຂວງ
Idlib ຊຶ່ງເປັນ​ ທີ່​ສົງ​ໄສ​ກັນ​ວ່າ ພວກ​ເຮ​ລິ​ຄອບ​ເຕີ້ ຂອງລັດຖະບານ​ຊີ​ເຣຍ ​ໄດ້​ຖິ້ມລະ​ເບີດ
ຖັງ​ ທີ່ບັນຈຸ​ສານຄລໍຣີນນັ້ນ.

ອົງການຫ້າມ​ໃຊ້​ອາວຸດ​ເຄມີ ຫຼື Organization for the Prohibition of Chemical
Weapons ​ກໍ​ໄດ້​ດຳ​ເນີນ​ການຄົ້ນຫາຄວາມ​ຈິງເຊັ່ນ ດຽວກັນ ​ໃນ​ເລື້ອງການ​ໂຈມ​ຕີ
ດັ່ງກ່າວ ​ແລະ ອື່ນໆ​ອີກ​ເຫຼົ່ານັ້ນ ​ແຕ່ກໍບໍ່​ມີ​ໜ້າ​ທີ່ ທີ່​ຈະ​ຖິ້ມໂທດໃສ່ ຝ່າຍໃດຝ່າຍນຶ່ງ.

Syria Assad Interview
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG