ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການ ຂອງກຸ່ມ Nusra ຖືກສັງຫານ ໃນການໂຈມຕີ ຢູ່ຊີເຣຍ


ພວກນັກລົບຂອງກຸ່ມ al-Nusra ທີ່ເປັນເຄືອຂ່າຍຂອງ al-Qaida ເຕົ້າໂຮມກັນ ຢູ່ໃກ້ກັບຊາຍແດນເລບານອນ.
ພວກນັກລົບຂອງກຸ່ມ al-Nusra ທີ່ເປັນເຄືອຂ່າຍຂອງ al-Qaida ເຕົ້າໂຮມກັນ ຢູ່ໃກ້ກັບຊາຍແດນເລບານອນ.

ຜູ້​ບັນຊາ​ການ​ສູງ​ສຸດ​ ຂອງກຸ່ມຫົວ​ຮຸນແຮງ Nusra ​ຊຶ່ງເປັນເຄືອ
ຂ່າຍຂອງກຸ່ມ ກໍ່ການຮ້າຍ al-Qaida ​ໃນຊີເຣຍ ​ໄດ້​ຖືກ​ສັງຫານ
​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ອັນທີ່ປາກົດວ່າ ເປັນການ​ໂຈມຕີ​ທີ່​ແນ
ໃສ່​ກອງ​ປະຊຸມ​ລະດັບ​ສູງ​ຂອງ​ກຸ່ມ​ດັ່ງກ່າວ.

ທ້າວ Abu Human al-Shami ​ໄດ້​ຖືກສັງຫານພ້ອມ​ກັບ​ສະມາ
ຊິກ​ຄົນ​ອຶ່ນໆ ອີກຫລາຍ​ຄົນ​ຂອງກຸ່ມ Nusra.

ສື່ມວນຊົນຂອງທາງການຊີເຣຍ​ລາຍ​ງານ​ວ່າ ກຳລັງ​ລັດຖະບານ
​ໄດ້​ທຳ​ການ​ໂຈມ​ຕີ​ຕໍ່ພວກ​ຫົວ​ຮຸນ​ແຮງ​ກຸ່ມນີ້ ໃນ​ແຂວງ idlib. ກຸ່ມ​
ສິ້ງຊອມ​ສິດທິ​ມະນຸດ​ ຢູ່ໃນ​ຊີ​ເຣຍ ທີ່ມີສຳນັກງານ ຢູ່ອັງກິດ ລາຍ​
ງານ​ວ່າ ທ້າວ al-Shami ​ໄດ້​ຖືກ​ສັງຫານ​ແຕ່​ບໍ່ໄດ້ແຈ້ງໃຫ້ຊາບ​ວ່າໃຜ​ເປັນ​ຜູ້ຮັບຜິດຊອບ.

​ເຈົ້າ​ໜ້າ​ທີ່​ຄົນນຶ່ງຂອງພວກ​ຫົວ​ຮຸນ​ແຮງ​ຈຸນີ້ ຮ້ອງ​ການ​ເສຍ​ຊີວິດຂອງ​ລາວວ່າ “ເປັນການສູນ
ເສຍທີ່ສຳຄັນຕໍ່ກຸ່ມ Nusra ເຈັບປວດແທ້ໆ ເປັນການຖືກໂຈມ ຕີທີ່ຮ້າຍແຮງ.”

ກຸ່ມ Nusra ແມ່ນເປັນຄູ່ແຂ່ງ ຂອງກຸ່ມລັດອິສລາມ ທີ່ຮູ້ກັນດີກວ່າ ໃນຄວາມພະ ຍາຍາມ
ເພື່ອຍຶດເອົາເນື້ອທີ່ໃນຊີເຣຍ ແລະໂຄ່ນລົ້ມ ປະທານາທິບໍດີ Bashar al-Assad. ກຸ່ມດັ່ງ
ກ່າວນີ້ ໄດ້ເປັນເປົ້າໝາຍໃນການໂຈມຕີທາງອາກາດ ຂອງ ພວກແນວໂຮມ ພາຍໃຕ້ການ
ນຳພາຂອງສະຫະລັດ ໃນຊີເຣຍ.

XS
SM
MD
LG