ບັນດາຂາທຽມລຸ້ນໃໝ່ ສາມາດເຮັດໃຫ້ ຜູ້ນຳໃຊ້ພວກມັນ
ຍ່າງໄດ້ງ່າຍຄືກັນກັບ ຄົນອື່ນໂດຍທົ່ວໄປ. ນຶ່ງໃນບັນດາ
ພວກອົງຄະທຽມເຫຼົ່ານີ້ ສາມາດເຮັດໃຫ້ຜູ້ທີ່ສຸບໃສ່ມັນນັ້ນ
ຮູ້ຊຶກເຖິງພື້ນດິນໄດ້ດ້ວຍ. ຜູ້ສື່ຂ່າວວີໂອເອ Carol
Pearson ມີເລື້ອງນີ້ຕື່ມ ເຊິ່ງໄຊຈະເລີນສຸກ ຈະນຳມາສະເໜີ
ທ່ານໃນອັນດັບຕໍ່ໄປ.
ໃນເວລາທີ່ເຮົາຍ່າງພວກເຮົາສ່ວນໃຫຍ່ແມ່ນບໍ່ໄດ້ໃສ່ໃຈເລີຍວ່າຂາມັນພາເຮົາຍ່າງໄດ້
ຈັ່ງໃດ. ພວກເຮົາຍ່າງໄດ້ກໍເພາະວ່າ ມີສັນຍານ ໄຟຟ້າໜ້ອຍໆແລ່ນໄປຍັງຂາຂອງເຮົາ
ເຮັດໃຫ້ກ້າມເນື້ອຂາຮັດແໜ້ນ ເຂົ້າ ເພື່ອຊ່ວຍໃຫ້ຂໍ້ຕໍ່ເຄື່ອນຍ້າຍໄດ້. ທຸກສິ່ງເຫຼົ່ານັ້ນ
ແມ່ນຄວບຄຸມ ໂດຍສະໝອງ ຂອງພວກເຮົາ.
ບັນດານັກຄົ້ນຄວ້າໄດ້ທຳງານມາໄລຍະໜຶ່ງແລ້ວ ເພື່ອຜະລິດຂາທຽມ ແບບຫຸ່ນຍົນ
ທີ່ຮຽນແບບການເຄື່ອນໄຫວ ຂອງຂາທຳມະຊາດ.
ທ່ານ Terry Karpowicz ຜູ້ຮ່ວມຄົ້ນຄ້ວາຄົນໜຶ່ງ ເວົ້າວ່າ “ຂານີ້ແມ່ນອຳນວຍໃຫ້ ຂ້າພະເຈົ້າມີໂອກາດ ໄຫລລົງຂັ້ນໄດໄດ້ ແລະໂດຍ ທີ່ບໍ່ຕ້ອງໄດ້ຄິດເຖິງວິທີ
ການຂອງຂັ້ນຕອນຕໍ່ໄປ.”
ທ່ານ Terry Karpowicz ພວມທົດລອງ ຂາຫຸ່ນຍົນອັນນີ້ ຢູ່ທີ່ ສະຖາບັນຟື້ນຟູບຳບັດ
ຂອງນະຄອນ Chicago (( www.ric.org )) .
ຂາທຽມທີ່ແລ່ນດ້ວຍເຄື່ອງຈັກນີ້ ແມ່ນນຳໃຊ້ສັນຍານໄຟຟ້າ ທີ່ຜະລິດໂດຍກ້າມເນື້ອຂອງ
ກົກຂາ ທີ່ເອີ້ນວ່າ electromyographic ຫຼື E-M-G.
ທ່ານ Levi Hargrove ຈາກສະຖາບັນຟື້ນຟູບຳບັດ ຂອງນະຄອນ Chicago ເວົ້າວ່າ
“ພວກເຮົາຮັບເອົາສັນຍານ E-M-G ໂດຍການໃຊ້ ເສົາອາກາດໜ້ອຍໆ ທີ່ເອີ້ນ
ວ່າ electrodes ຫຼື ຂົ້ວໄຟຟ້າ ຄືເວລາ ຂົ້ວໄຟຟ້າ ສຳພັດກັບຜິວໜັງ ເຮົາຈະ
ສາມາດຮູ້ສຶກເຖິງສັນຍານ EMG ແລະ ພວກເຮົາກໍຮັບເອົາພວກສັນຍານເຫຼົ່ານັ້ນ
ແລະ ຖອດລະຫັດມັນ ອອກມາ.”
ທ່ານ Levi Hargrove ເປັນຫົວໜ້ານຳພາ ການຄົ້ນຄວ້າດັ່ງກ່າວ ທີ່ຜະລິດອຸປະກອນ
ອັນນີ້. ຫົວເຂົ່າ ແລະ ຂໍ້ເທົ້າ ຂອງຂາຫຸ່ນຍົນ ແມ່ນໃຊ້ເຄື່ອງຈັກທີ່ແລ່ນດ້ວຍສັນຍານໄຟຟ້າ
ດັ່ງກ່າວ ເພື່ອຮຽນແບບວິທີການເຄື່ອນໄຫວຕາມທຳມະດາ ຂອງຂາທຳມະຊາດ.
ທ່ານ Levi Hargrove ເວົ້າວ່າ “ແຮງໄຟຟ້າໃນເຄື່ອງຈັກຢູ່ໃນຂາທຽມ ຈະຊຸກເຈົ້າ
ໄປເລື້ອຍໆ. ມັນສາມາດຊຸກເຈົ້າໃຫ້ຢືນຂຶ້ນ ແລະ ອອກຈາກບ່ອນນັ່ງໄດ້. ມັນສາ
ມາດຊຸກເຈົ້າຂຶ້ນຂັ້ນໄດ ຫຼື ຂຶ້ນຄ້ອຍ ລົງຄ້ອຍໄດ້.”
ຢູ່ທີ່ມະຫາວິທະຍາໄລແຫ່ງເມືອງ Linz (University of Linz) ປະເທດອອສເຕຣຍ
ອາຈານ Hubert Egger ຫາກໍເປີດໂຕ ຂາທຽມ ອັນທຳອິດ ທີ່ສາມາດ ສົ່ງຄວາມຮູ້ສຶກ
ຕ່າງໆ ໄປຫາສະໝອງໄດ້ ຄືກັນກັບຂາແທ້. ບັນດາໝໍຜ່າຕັດ ໄດ້ຕັດຕໍ່ ສົ້ນສຸດຂອງເສັ້ນ
ປະສາດ ທີ່ຍັງເຫຼືອຢູ່ ຂອງຕີນຜູ້ຖືກຂາຄົນໜຶ່ງ ໃສ່ກັບເນື້ອເຍື່ອຂອງຂາໂຕ້ຂອງຜູ້ກ່ຽວ.
(( http://www.fh-ooe.at/ ))
ພວກນັກຄົ້ນຄ້ວາ ໄດ້ເອົາເຄື່ອງ sensors ໄປຕິດຕັ້ງໃສ່ພື້ນຕີນທຽມ ແລະເຊື່ອມຕໍ່ໃສ່
ກັບເຄື່ອງກະຕຸ້ນສັນຍານທຽມ ທີ່ຕິດຢູ່ກັບຂາ. ອຸປະກອນດັ່ງກ່າວ ຍັງເຮັດໃຫ້ຜູ້ທີ່ໃສ່ຂາ
ທຽມນີ້ ຮູ້ສຶກໄດ້ວ່າ ຕົນກຳລັງຍ່າງຢູ່ເທິງພື້ນດິນ.
ທ່ານ Wolfgang Rangger ທີ່ທົດລອງໃສ່ຂາຫຸ່ນຍົນດັ່ງກ່າວ ເວົ້າວ່າ ດ້ວຍຂາທຽມອັນນີ້
ລາວສາມາດບອກໄດ້ວ່າ ມັນແມ່ນພື້ນດິນປະເພດໃດ ທີ່ລາວກຳລັງຍ່າງຢູ່ເທິງນັ້ນ ແລະ
ໃນລະດູໜາວ ລາວກໍບໍ່ພະລາດ ນ້ຳກ້ອນອີກຕໍ່ໄປ.
ບັນດາຜູ້ເຂົ້າຮ່ວມ ໃນທັງສອງໂຄງການຄົ້ນຄວ້ານີ້ ໄດ້ສະແດງຄວາມຮູ້ສຶກ ເຖິງຄວາມສົມ
ບູນຂອງຮ່າງກາຍ ຂອງເຂົາເຈົ້າ ຄືນໃໝ່ອີກ. ນາງ Hailey Danisewicz ໄດ້ປະກອບ
ສ່ວນໃນການສຶກສາຄົ້ນຄວ້າ ຢູ່ Chicago.
ນາງ Danisewicz ເວົ້າວ່າ “ອັນນີ້ ເປັນສິ່ງທີ່ໃກ້ຄຽງທີ່ສຸດ ກັບການ ມີຂາສອງຂ້າງ
ທີ່ຂ້າພະເຈົ້າສາມາດເຂົ້າໃກ້ໄດ້. ສິ່ງທີ່ພວກເຮົາກຳລັງທຳງານຢູ່ໃນຫ້ອງທົດລອງ
ນີ້ ໃນທີ່ສຸດແລ້ວ ມັນກໍຈະປ່ຽນແປງຊີວິດ ຂອງພວກທີ່ຖືກຕັດແຂນຂາ ໃນທົ່ວທຸກ
ແຫ່ງ. ຂ້າພະເຈົ້າ ໝາຍຄວາມວ່າ ມັນດີແທ້ໆ.”
ການສຶກສາຄົ້ນຄວ້າ ທີ່ໄດ້ດຳເນີນການ ຢູ່ທີ່ສະຖາບັນຟື້ນຟູບຳບັດ ຂອງນະຄອນ Chicago ໄດ້ຖືກພິມລົງໃນ ວາລະສານ ສະມາຄົມການແພດ ອາເມຣິກັນ.
((NATS: treadmill))
ຢູ່ໃນປະເທດ ອອສເຕຣຍ ອາຈານ Egger ພວມພະຍາຍາມ ທີ່ຈະຊອກຫາ ວິທີທາງ
ເຮັດໃຫ້ ອົງຄະທຽມຂອງທ່ານ ມີລາຄາຖືກລົງ ເພື່ອໃຫ້ຜູ້ຄົນ ໃນຈຳນວນຫລາຍຂຶ້ນ
ສາມາດໄດ້ຮັບຜົນປະໂຫຍດຈາກມັນ ລວມທັງ ພວກຄົນຢູ່ໃນບັນດາປະເທດ ທີ່ກຳລັງ
ພັດທະນາ.