ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣີພັບບລີກັນ ໄດ້ຮັບນໍ້າໜັກຕື່ມ ຈາກການແຂ່ງຂັນເປັນ ຜູ້ປົກຄອງລັດ


ຜູ້ປົຄອງລັດ Mississippi ທ່ານ Phil Bryant ກຳລັງລົງ ຄະແນນສຽງປ່ອນບັດ.
ຜູ້ປົຄອງລັດ Mississippi ທ່ານ Phil Bryant ກຳລັງລົງ ຄະແນນສຽງປ່ອນບັດ.

ການ​ເລືອກ​ຕັ້ງໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ໃນ​ ສະຫະລັດ ບໍ່​ໄດ້​ນຳ
​ເອົາ​ນໍ້າໜັກ​ຂອງ​ການ​ແຂ່​ງຂັນ​ປີ 2016 ທີ່​ຈະ​ຮວມທັງ​ການ​
ເລືອກເອົາ​ ປະທານາທິບໍດີ ຄົນ​ຕໍ່​ໄປ​ຂອງ​ປະ​ເທດແຕ່ຢ່າງໃດ
​ແຕ່ພັກ​ຣີພັບ​ບລິ​ກັນ ຍັງ​ໄດ້ສ້າງ​ຄະ​ແນນ​ນຳໜ້າທີ່​ສຳຄັນຢູ​ໃນ
​ການ​ແຂ່ງຂັນ​ຂອງ​ລັດຢູ່.

ທ່ານ Jimmy Gould, ຜູ້ກໍ່ຕັ້ງ Responsible Ohio, ທີ່ສໜັນສະໜູນການປູກກັນຊາ ໃຫ້ຖືກຕ້ອງຕາມກົດໝາຍ.
ທ່ານ Jimmy Gould, ຜູ້ກໍ່ຕັ້ງ Responsible Ohio, ທີ່ສໜັນສະໜູນການປູກກັນຊາ ໃຫ້ຖືກຕ້ອງຕາມກົດໝາຍ.

ທີ່​ລັດ Kentucky ບັນດາ​ຜູ້​ປ່ອນ​ບັດ​ໄດ້​ເລືອກ​ເອົາ ຜູ້​ປົກ​ຕອງ​ລັດ​ເປັນ​ເທີ​ມທີ່​ສອງ ​ໃນ​ຮອບ 40 ປີ​ທີ່​ຜ່າ​ນມາ ​ໃນ​ຂະນະ​ທີ່ ນັກທຸລະກິດ ທ່ານ Matt Bevin ໄດ້​ໃຊ້ການ​ໂຄສະນາ​ຫາ​ສຽງ​ຕ້ານ​ໂຄງການປະກັນ​ໄພ​ສຸຂະພາບ​ຂອງ ປະທານາທິບໍດີ Barack Obama ​ເພື່ອ​ເອົາ​ຊະນະ ຫົວໜ້າພະແນກ​ຍຸຕິ​ທໍາ ປະ​ຈຳ​ລັດ ທ່ານ Jack Conway.

ທ່ານ Glenna Bevin ພ້ອມດ້ວຍພັນລະຍາ ແລະ ຮອງຜູ້ປົກຄອງລັດ ພັກຣີດພັບບລິກັນ ກຳລັງກ່າວສະຫລອງໄຊຊະນະການເລືອກຕັ້ງ ທີ່ ລັດ Kentucky.
ທ່ານ Glenna Bevin ພ້ອມດ້ວຍພັນລະຍາ ແລະ ຮອງຜູ້ປົກຄອງລັດ ພັກຣີດພັບບລິກັນ ກຳລັງກ່າວສະຫລອງໄຊຊະນະການເລືອກຕັ້ງ ທີ່ ລັດ Kentucky.

ໃນ​ຂະນະ​ດຽວ​ກັນ ຢູ່​ທີ່​ລັດ Mississippi ຜູ້​ປົກ​ຄອງ​ລັດ ທ່ານ Phil Bryant ​ໄດ້ໄຊຊະນະ​ຢ່າງ​ງ່າຍດາຍ​ອີກ​ເທີ​ມໃໝ່. ພຽງລັດ​ດຽວ​ທີ່ ກ່ຽວກັບການ​ເລືອກ​ຕັ້ງ​ຜູ້ປົກຄອງ​ລັດ​ໃນ​ປີ​ນີ້​ທີ່ ລັດ Louisiana ທີ່​ຈະ​ມີ​ການ​ແຂ່​ງຂັນເ​ລື​ອກຕັ້ງ​ໃນ​ທ້າຍ​ເດືອນ​ນີ້ ​ເພື່ອ​ແທນ​ໜ້າ​ທີ່ ທ່ານ Bobby Jindal ພັກຣີພັບ​ບລິ​ກັນ. ພັກ​ຣີພັບ​ບລິ​ກັນ ​ເປັນ​ທີ​ນິຍົມ​ໃນ​ການ​ແຂ່ງຂັນ ໝາຍຄວາມ​ວ່າ​ໃນ​ປີ 2016 ສະຫະລັດ ອາດ​ຈະ​ມີ ຜູ້​ປົກຄອງ​ລັດ 31 ທ່ານ ຈາກ​ພັກຣີພັບ​ບລິ​ກັນ 17 ທ່ານ ຈາກພັກເດໂມກຮັດ​ ແລະນ່ຶງທ່ານ ຈາກພັກອິດສະລະ ຢູ່​ໃນ 50 ລັດ.

XS
SM
MD
LG