ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ລົງແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ໂຕ້ຖຽງກັນ ເລື້ອງເສດຖະກິດ


Republicans Clash Over Economy and Each Other in Debate
please wait

No media source currently available

0:00 0:02:24 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາຜູ້ລົງແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ
ຂັ້ນນຳ 10 ທ່ານ ໄດ້ຖົກຖຽງກັນ ເລື້ອງນະໂຍບາຍເສດຖະກິດ
ແລະ ບາງຄັ້ງ ກໍໂຕ້ຖຽງເລື້ອງສ່ວນຕົວ ຂອງກັນແລະກັນ ໃນການ
ໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງ
ກັດພັກຣີພັບບລີກັນ ເມື່ອວັນພຸດສັບປະດາແລ້ວນີ້ ຢູ່ທີ່ນະຄອນ
Boulder ລັດ Colorado ທີ່ໄດ້ຖ່າຍທອດອອກອາກາດໂດຍ ຕາ
ໜ່າງຂ່າວ CNBC. ຜູ້ສື່ຂ່າວແຫ່ງຊາດຂອງວີໂອເອ Jim Malone
ລາຍງານຈາກວໍຊິງຕັນ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ຕັ້ງແຕ່ເລີ້ມຕົນເລີຍ ການໂຕວາທີ ແມ່ນຄຶກຄື້ນ ໂດຍມີຜູ້ປົກຄອງລັດ Ohio ທ່ານ John
Kasich ກ່າວທ້າທາຍ ບັນດານັກການເມືອງນອກພັກ ເຊັ່ນທ່ານ Donald Trump ແລະ
ທ່ານ Ben Carson ສຳຫລັບການນຳສະເໜີ ອັນທີ່ທ່ານ ເອີ້ນວ່າ ຂໍ້ສະເໜີ “ແບບເພີ້
ຝັນ”
ນັ້ນ.

ທ່ານ Kasich ເວົ້າວ່າ “ທ່ານທັງຫຼາຍ ພວກເຮົາຕ້ອງຕື່ນນອນໄດ້ແລ້ວ. ພວກເຮົາບໍ່
ສາມາດຈະເລືອກເອົາ ຜູ້ໃດຜູ້ນຶ່ງ ທີ່ບໍ່ຮູ້ຈັກຫຍັງ ກ່ຽວກັບວິທີເຮັດວຽກ. ທ່ານຕ້ອງ
ເລືອກເອົາຜູ້ໃດຜູ້ນຶ່ງ ຜູ້ທີ່ມີປະສົບການ ຜູ້ທີ່ຮູ້ຈັກວິທີ ແລະ ຜູ້ມີລະບຽບວິໄນ.”


ຄຳເວົ້າອັນນັ້ນ ໄດ້ນຳມາຊຶ່ງການຕອບໂຕ້ ຢ່າງວ່ອງໄວຈາກທ່ານ Trump.

ທ່ານ Trump ເວົ້າວ່າ “ທ່ານເປັນຄົນດີຫຼາຍ. ທ່ານໄດ້ເວົ້າວ່າ ຂ້າພະເຈົ້າຈະບໍ່ກ່າວ
ໂຈມຕີໃຜເລີຍ. ແຕ່ຕໍ່ຈາກນັ້ນມາ ຕົວເລັກຂອງການຢັ່ງຫາງສຽງ ຂອງລາວກໍແມ່ນ
ຕົກຕ່ຳລົງສຸດ ແລະ ເພາະສະນັ້ນ ລາວຈຶ່ງຢູ່ທາງທ້າຍສຸດ ແລະ ລາວຈຶ່ງຂົມຂື່ນ.
ລາວມີຄວາມຂົມຂື່ນ. ສະນັ້ນແລ້ວ ທ່ານຮູ້ບໍ່ວ່າ ທ່ານເລືອກເອົາລາວສະ.”

ທ່ານ Marco Rubio (ຂວາ) ແລະ ທ່ານ Jeb Bush ຖົກຖຽງກັນ ໃນຈຸດນຶ່ງ ລະຫວ່າງ ການໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຈັດໂດຍ ຕາໜ່າງຂ່າວ CNBC ຢູ່ທີ່ ມະຫາວິທະຍາໄລ ລັດໂຄໂລຣາໂດ, ເມື່ອວັນພຸດ ທີ 28 ຕຸລາ 2015.
ທ່ານ Marco Rubio (ຂວາ) ແລະ ທ່ານ Jeb Bush ຖົກຖຽງກັນ ໃນຈຸດນຶ່ງ ລະຫວ່າງ ການໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຈັດໂດຍ ຕາໜ່າງຂ່າວ CNBC ຢູ່ທີ່ ມະຫາວິທະຍາໄລ ລັດໂຄໂລຣາໂດ, ເມື່ອວັນພຸດ ທີ 28 ຕຸລາ 2015.

ອະດີດຜູ້ປົກຄອງລັດ Florida ທ່ານ Jeb Bush ປະທະກັບ ສະມາຊິກສະພາສູງ ຈາກ
ລັດ Florida ທ່ານ Marco Rubio ຍ້ອນບໍ່ໄປລົງຄະແນນສຽງໃນສະພາສູງ ເພື່ອໄປ
ໂຄສະນາຫາສຽງ.

ທ່ານ Bush ເວົ້າວ່າ “ທ່ານ Marco ໃນເມື່ອທ່ານໄດ້ລົງນາມ ຮັບໜ້າທີ່ນີ້ແລ້ວ ອັນນີ້
ເປັນສັນຍາ ໄລຍະ 6 ປີ ແລະ ທ່ານຄວນໄປມີໜ້າ ຢູ່ບ່ອນເຮັດວຽກ. ຂ້າພະເຈົ້າໝາຍ
ເຖິງ ສະພາສູງ ມັນແມ່ນຫຍັງ? ຄືກັບສັບປະດາເຮັດວຽກ ຂອງປະເທດຝຣັ່ງບໍ່? ຂ້າພະເຈົ້າໝາຍເຖິງ ບ່ອນທີ່ທ່ານມີ 3 ມື້ ທີ່ທ່ານຕ້ອງໄດ້ໄປ ມີໜ້າເຮັດວຽກ. ທ່ານ
ສາມາດໄປໂຄສະນາຫາສຽງ ຫຼື ລາອອກສະ ແລ້ວ ໃຫ້ຜູ້ອື່ນໄປເອົາວຽກຂອງທ່ານ.”

ທ່ານ Rubio ຕອບໂຕ້ວ່າ “ຂ້້າພະເຈົ້າ ບໍ່ຈື່ວ່າ ທ່ານເຄີຍຈົ່ມວ່າ ກ່ຽວກັບ ບັນທຶກຂອງ
ການລົງຄະແນນສຽງ ຂອງທ່ານ John McCain ຫຼືບໍ່. ເຫດຜົນອັນດຽວ ທີ່ທ່ານເວົ້າ
ກ່ຽວກັບຂ້າພະເຈົ້າດຽວນີ້ ກໍເພາະວ່າ ພວກເຮົາແຂ່ງຂັນກັນ ເອົາຕຳແໜ່ງອັນດຽວກັນ
ແລະມີບາງຄົນໄດ້ເຮັດໃຫ້ທ່ານໝັ້ນໃຈ ວ່າ ການກ່າວໂຈມຕີຂ້າພະເຈົ້ານັ້ນ ຈະເປັນ
ການຊ່ອຍທ່ານ.”

ທ່ານ Ben Carson ແນມເບິ່ງ ທ່ານ Donald Trump ຂະນະທີ່ ທ່ານຂຶ້ນສູ່ເວທີ ລະຫວ່າງ ການໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຈັດໂດຍ ຕາໜ່າງຂ່າວ CNBC ຢູ່ທີ່ ມະຫາວິທະຍາໄລ ລັດໂຄໂລຣາໂດ, ເມື່ອວັນພຸດ ທີ 28 ຕຸລາ 2015.
ທ່ານ Ben Carson ແນມເບິ່ງ ທ່ານ Donald Trump ຂະນະທີ່ ທ່ານຂຶ້ນສູ່ເວທີ ລະຫວ່າງ ການໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຈັດໂດຍ ຕາໜ່າງຂ່າວ CNBC ຢູ່ທີ່ ມະຫາວິທະຍາໄລ ລັດໂຄໂລຣາໂດ, ເມື່ອວັນພຸດ ທີ 28 ຕຸລາ 2015.

ທ່ານ Ben Carson ປັດຈຸບັນນີ້ ເປັນຜູ້ທີ່ ມີຄະແນນສຽງນຳໜ້າ ໃນການຢັ່ງຫາງສຽງສອງ
ສາມຄັ້ງຜ່ານມາ ຊຶ່ງທ່ານປະຕິເສດ ທີ່ຈະໃຊ້ໂອກາດນີ້ ກ່າວໂຈມຕີຜູ້ໃດ.

ທ່ານ Carson ເວົ້າວ່າ “ຂ້າພະເຈົ້າກໍໂຈມຕີຢູ່ ແຕ່ຫາກວ່າ ຂ້າພະເຈົ້າເຊື່ອ ໃນຄຳບັນ
ຍັດ ທີ 11 ຂອງ ອະດີດປະທານາທິບໍດີ ທ່ານ Ronald Reagan ທີ່ບັນຍັດວ່າ ບໍ່ໃຫ້
ໂຈມຕີ ສະມາຊິກພັກຣີພັບບລີກັນດ້ວຍກັນ ແລະ ຂ້າພະເຈົ້າຈະບໍ່ກະທຳ ໃນສິ່ງທີ່ບໍ່ດີ
ຕ່າງໆ ກ່ຽວກັບເພື່ອນຮ່ວມຊາດ ຂອງຂ້າພະເຈົ້າ ຢູ່ທີ່ນີ້.”

ອະດີດຜູ້ປົກຄອງລັດ Arkansas ທ່ານ Mike Huckabee ໄດ້ປະຕິເສດ ການເຊື້ອເຊີນ
ໃຫ້ດູໝິ່ນທ່ານ Trump.

ທ່ານ John Harwood ຜູ້ຄວບຄຸມລາຍການ ຂອງຕາໜ່າງຂ່າວ CNBC ເວົ້າວ່າ “ໃນ
ເວລາ ທ່ານເບິ່ງທ່ານ Trump ແລ້ວ ທ່ານຈະມອງເຫັນ ຜູ້ທີ່ມີອຳນາດອັນທ່ຽງທຳ ເພື່ອ
ຈະປຸ້ມລຸມປະເທດຊາດໄດ້ຫຼືບໍ່?”

ທ່ານ Huckabee ຕອບວ່າ “ຂ້າພະເຈົ້າ ຮັກແພງທ່ານ Donald Trump. ເພິ່ນເປັນຄົນ
ດີ. ຂ້າພະເຈົ້າ ໃສ່ກາລະວັດຂອງທ່ານ Trump ໃນຄ່ຳຄືນນີ້. ໃຫ້ລືມເລື້ອງການໂຈມຕີ
ກັນໄປສະ ຊິດີບໍ່?”

ທ່ານ Trump ເວົ້າວ່າ “ຄຳຖາມທີ່ໜ້າກຽດ ເຊັ່ນນັ້ນ ແຕ່ຂອບໃຈທ່ານ ຜູ້ປົກຄອງລັດ.”

ທ່ານ Ted Cruz (ຂວາ) ອອກຄຳເຫັນ ໃນຈຸດນຶ່ງ ຂະນະທີ່ ທ່ານນາງ Carly Fiorina ເບິ່ງຢູ່ ໃນລະຫວ່າງ ການໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຈັດໂດຍ ຕາໜ່າງຂ່າວ CNBC ຢູ່ທີ່ ມະຫາວິທະຍາໄລ ລັດໂຄໂລຣາໂດ, ເມື່ອວັນພຸດ ທີ 28 ຕຸລາ 2015.
ທ່ານ Ted Cruz (ຂວາ) ອອກຄຳເຫັນ ໃນຈຸດນຶ່ງ ຂະນະທີ່ ທ່ານນາງ Carly Fiorina ເບິ່ງຢູ່ ໃນລະຫວ່າງ ການໂຕ້ວາທີ ຄັ້ງທີ 3 ຂອງບັນດາຜູ້ລົງສະໝັກ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ຈັດໂດຍ ຕາໜ່າງຂ່າວ CNBC ຢູ່ທີ່ ມະຫາວິທະຍາໄລ ລັດໂຄໂລຣາໂດ, ເມື່ອວັນພຸດ ທີ 28 ຕຸລາ 2015.

ບັນດາຜູ້ສະໝັກລົງແຂ່ງຂັນ ຕອບໂຕ້ກັນ ໃນບາງຄັ້ງ ກ່ຽວກັບ ແຜນການພາສີ ຂອງພວກ
ເພິ່ນ ໂຄງການລັດຖະບານຕ່າງໆ ສຳຫລັບບັນດາຜູ້ທີ່ກະສຽນແລ້ວ ການສ້າງວຽກເຮັດ
ງານທຳ ແລະ ຂະໜາດຂອງລັດຖະບານ. ແຕ່ສະມາຊິກສະພາສູງ ຂອງລັດ Texas ທ່ານ
Ted Cruz ໄດ້ແນເປົ້າໝາຍ ການຕຳນິຕິຕຽນ ໃສ່ພວກຜູ້ທີ່ຕັ້ງຄຳຖາມຕ່າງໆນັ້ນ.

ທ່ານ Ted Cruz ເວົ້າວ່າ “ອັນນີ້ ບໍ່ການຕໍ່ສູ້ກັນຢູ່ໃນຄອກ. ແລະ ເບິ່ງຄຳຖາມຕ່າງເບິ່ງ
ເຊັ່ນ: ທ່ານ Donald Trump ທ່ານເປັນ ຜູ້ຮ້າຍໃນປຶ້ມກາຕູນບໍ່? ຄືບໍ່ເວົ້າເຖິງເລື້ອງ
ຂອງເນື້ອໃນໃຈຄວາມ ບັນຫາຕ່າງໆ ທີ່ປະຊາຊົນສົນໃຈແດ່?”

ບັນດາຜູ້ແຂ່ງຂັນ ສັງກັດພັກຣີພັບບລີກັນ ຈະມີເວລາພັກຜ່ອນ ໜ້ອຍດຽວ. ການໂຕວາທີ
ຕໍ່ໄປ ຂອງພວກເພິ່ນ ແມ່ນພຽງອີກສອງອາທິດ ຂ້າງໜ້ານີ້ ເທົ່ານັ້ນ.

XS
SM
MD
LG