ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຢືນຢັນ ເຖິງການທີ່ກຸ່ມລັດອິສລາມ ທຳລາຍວັດ ໃນຊີເຣຍ


Syria Palmyra
please wait
Embed

No media source currently available

0:00 0:01:23 0:00

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ພວກ​ຮູບ​ພາບ​ທີ່​ຖ່າຍ​ຈາກ​
ດາວ​ທຽມ​ຢືນຢັນ​ວ່າ ກຸ່ມ​ລັດ​ອິສລາມ ​ໄດ້​ທຳລາຍ​ອີກວັດ​ນຶ່ງ
ທີ່​ເມືອງໂບຮານ​ທາງ​ປະຫວັດ​ສາດ Palmyria ​ໃນ Syria.

ພະແນກການນຶ່ງ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໄດ້ນຳ​ອອກ
​ເຜີຍ​ແຜ່ຮູບ​ຂອງວັດ Temple of Bel ເມື່ອ​ວັນ​ທີ 27 ສິງ​ຫາ
ຜ່ານ​ມານີ້ ​ແລະ​ຮູບຂອງສະຖານ​ທີ່​ດຽວ​ກັນ​ທີ່​ຖ່າຍໃນ​ວັນ​ຈັນ​
ວານ​ນີ້ ນຶ່ງ​ມື້ ຫຼັງ​ຈາກທີ່​ພວກ​ສັງ​ເກດ​ການ​ໄດ້​ກ່າວ​ວ່າ ວັດ​ທີ່​
ກ່າວ​ມາ​ນີ້ ​ໄດ້​ຖືກ​ທຳລາຍ​ແລ້ວ.

​ແຕ່​ຜູ້ອຳນວຍການອົງການຄຸ້ມຄອງວັດ​ຖຸ​ໂບຮານ​ຊີ​ເຣຍ ທ່ານ Maamoun Abdulkarim ​ໄດ້​ກ່າວ​ວ່າ ທ່ານ​ເຊື່​ອ ຢ່າງ​ນ້ອຍ​ສ່ວນ​ນຶ່ງ​ຂອງ​ວັດ​ດັ່ງກ່າວ ຍັງ​ເຫຼືອ​ຢູ່. ທ່ານ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ມັນໄດ້​ມີ​ການລະ​ເບີດຢ່າງ​ໃຫຍ່ ​ຢູ່​ໃນ​ສະຖານ​ທີ່​ນັ້ນ ​ແຕ່​ວ່າ ຍັງ​ບໍ່​ມີ​ຜູ້​ໃດສາມາດ​ເຂົ້າ​ໄປໃກ້​ສະຖານ​ທີ່​ດັ່ງກ່າວ ​ເພື່ອໃຫ້ການ​ຢືນຢັນໄດ້​ເທື່ອວ່າ ​ວັດ​ນັ້ນຍັງເຫຼືອ​ຢູ່ ຫລາຍປານໃດ.

ວັດTemple of Bel ​ແມ່ນ​ມີອາຍຸມາ​ໄດ້​ເກືອບ 2000 ປີ ​ແລະ​ທາງການ​ຊິ​ເຣຍ ຈັດ​ໃຫ້​ເປັນ​ສະຖານສຳຄັນສຸດທາງ​ສາສະໜາ​ຂອງ​ປະ​ເທດ.

​ໃນ​ສັບປະດາ​ແລ້ວ ທາງ​ກຸ່ມ​ລັດ​ອິສລາມ ​ໄດ້​ນຳ​ຮູບ​ພາບ​ ອອກ​ມາ​ເຜີຍ​ແຜ່ທາງສື່​ສັງຄົມ
on-line ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ຫົວ​ຮຸນ​ແຮງ​ໄດ້​ທຳລາຍອີກ​ວັດ​ນຶ່ງ​ຂອງ Palmyria
ກໍ​ຄື​ວັດ Baal Shamin. ອົງການ​ສະຫະ​ປະຊາ​ຊາດ​ເອີ້ນ​ການ​ກະທຳ​ດັ່ງກ່າວ​ ວ່າ ​ເປັນການກໍ່ອາຊະຍາກຳ​ສົງຄາມ.

ກຸ່ມ​ສິ້ງຊອມ​ສິດທິມະນຸດ​ໃນ​ຊິ​ເຣຍ ທີ່ມີສຳນັກງານຢູ່ ​ໄດ້​ກ່າວ​ວ່າ 2 ສັບປະດາ​ທີ່​ຜ່ານ​ມາ ກຸ່ມ​ລັດ​ອິສລາມ​ໄດ້​ຕັດ​ຫົວ​ຂອງອະດີດ​ຜູ້ອຳນວຍການອົງການຄຸ້ມຄອງວັດ​ຖຸ​ ໂບຮານທ່ານ Khaled Assad ​ແລະ​ໄດ້​ວາງສະ​ແດງ​ສົບ​ຂອງ​ທ່ານ​ຕໍ່​ສາທາລະນະ.

ກຸ່ມ ​ລັດ​ອິສລາມ​ໄດ້​ເຂົ້າ​ຍຶດເອົາເມືອງ Palmyria ໃນເດືອນພຶດສະພາຜ່ານ​ມາ​ນີ້ ​ແລະ​ພວກ ​ນັກ​ປະຫວັດ​ສາດ ​ໄດ້​ສົ່ງຄຳ​ເຕືອນຕໍ່ທົ່ວໂລ​ກ. ກຸ່ມຫົວ​ຮຸນ​ແຮງ ເອີ້ນໂບຮານ​ສະຖານ ​ແລະ​ຮູບ​ປັ້ນ​ທັງຫຼາຍ​ນີ້​ວ່າ ໝິ່ນປະໝາດຕໍ່ສາສະໜາອິສລາມ. ພວກ​ເຂົາ​ຍັງ​ໄດ້​ທຳລາຍ​ສະຖານທີ່​ປະຫວັດສາດອື່ນໆ​ໃນ​ອິຣັກ ນຳ.

​ແຕ່​ ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ ກ່າວ​ວ່າ ກຸ່ມ​ລັດ​ອິສລາມ​ໄດ້​ຂາຍ​ຊິ້ນສ່ວນ​ວັດຖຸ​ໂບຮານ​ນີ້ ​ເພື່ອ​ຫາ​ເງິນ. ກຸ່ມ​ດັ່ງກ່າວ​ຍັງ​ກ່າວ​ອີກ​ວ່າ ພວກ​ເຂົາ ຍັງ​ໄດ້​ທຳລາຍ ​ແມ່ນ​ກະ​ທັງຮູບ​ປັ້ນ​ຈຳລອງ​ ​ແລະຖ່າຍ​ທຳ​ວີ​ດີ​ໂອ ເຮັດ​ຕົວະ ຄື​ກັນ​ກັບ​ວ່າ​ພວກ​ເຂົາ​ທຳລາຍ​ຂອງ​ຈິງ.

XS
SM
MD
LG