ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄາດຕະກອນ ປິດບັງໜ້າ ຂອງກຸ່ມລັດອິສລາມ ຢູ່ໃນວີດີໂອ ຖືກລະບຸໂຕ ໄດ້ແລ້ວ


ພາບຖ່າຍຈາກວີດີໂອທີ່ເຜີຍແຜ່ໂດຍກຸ່ມລັດອິສລາມ ທີ່ສະແດງໃຫ້ເຫັນຊາຍປິດບັງໜ້າຫົວຮຸນແຮງ ຖືມີດ ແລະທຳທ່າທີໃນຂະນະທີ່ເວົ້າຕໍ່ໜ້າກ້ອງກ່ອນໜ້າການສັງຫານຕັດຄໍ ນັກຂຽນຂ່າວອິດສະຫລະສະຫະລັດ ທ້າວ Steven Sotloff.
ພາບຖ່າຍຈາກວີດີໂອທີ່ເຜີຍແຜ່ໂດຍກຸ່ມລັດອິສລາມ ທີ່ສະແດງໃຫ້ເຫັນຊາຍປິດບັງໜ້າຫົວຮຸນແຮງ ຖືມີດ ແລະທຳທ່າທີໃນຂະນະທີ່ເວົ້າຕໍ່ໜ້າກ້ອງກ່ອນໜ້າການສັງຫານຕັດຄໍ ນັກຂຽນຂ່າວອິດສະຫລະສະຫະລັດ ທ້າວ Steven Sotloff.

ສື່​ມວນຊົນ​ລາຍ​ງານ​ວ່າ ຊາຍ​ປິດບັງ​ໜ້າຂອງກຸ່ມ​ຫົວ​ຮຸນ​ແຮງ
​ລັດ​ອິສລາມ ​ທີ່​ໄດ້​ປາກົດ​ໂຕ ​ຢູ່ໃນ​ວີ​ດີ​ໂອຂອງ​ການສັງຫານ​
ຕັດ​ຄໍ​ໂຕ​ປະກັນ ຫຼາຍຄັ້ງ​ແລ້ວນັ້ນ ​ແມ່ນ​ໄດ້​ຖືກ​ລະ​ບຸໂຕໃນ
​ຂັ້ນຕົ້ນ ​ແຕ່​ແຫ​ລ່ງຂ່າວໃນ ດ້ານຄວາມໝັ້ນຄົງ ໄດ້​ເຕືອນ​ວ່າ
ລາຍ​ງານ​ນັ້ນອາດ​ຈະບໍ່​ຖືກຕ້ອງ.

ລາຍ​ງານ​ຂ່າວຕ່າງໆ ​ໄດ້​ອ້າງ​ເຖິງ​ຄຳ​ເວົ້າຂອງ​ພວກ​ໝູ່ເພື່ອນ
ຂອງທ້າວ Mohammed Emwazi ​ທີ່ກ່າວ​ວ່າ ພວກ​ເຂົາ​ເຈົ້າ​
ເຊື່ອ​ກັນ​ວ່າ ລາວ​ເປັນ​ຄົນ​ຮູບ​ຮ່າງ​ສູງ ທີ່​ເວົ້າສຳນຽງ​ຂອງ
London ທີ່​ຖືກຕັ້ງຊື່ວ່າ “Jihadi John” ນັ້ນ.

​ແຫ​ລ່ງຂ່າວສອງ​ແຫ່ງ​ຂອງ​ສະຫະລັດ ບອກ​ນັກຂ່າວ​ສືບສວນ​ຂອງ ອົງ ການ​ຂ່າວ Reuters ວ່າ​ພວກ​ຕົນ​ເຊື່ອ​ວ່າ ທ້າວ Emwazi ​ແມ່ນ​ຊາຍ​ປິດບັງ​ໜ້າ​ໃນ​ວີ​ດີ​ໂອ.

​ແຕ່ ນັກ​ຂ່າວ​ຂອງ​ວີໂອ​ເອ ທ່ານ Jamie Dettmer ຢູ່​ທີ່ນະຄອນ Rome ກ່າວ​ວ່າ ​ແຫລ່ງ
ຂ່າວໜ່ວຍ​ສືບ​ລັບ​ຂອງ​ຢູ​ໂຣບຕ່າງໆ ​ໄດ້​ປະຕິ​ເສດ ທີ່​ຈະ​ໃຫ້ການຢືນຢັນ ກ່ຽວກັບການ​
ລະບຸ​ໂຕ​ດັ່ງກ່າວ​ນັ້ນ ​ໂດຍ​ກ່າວ​ວ່າ “​ເລື້ອງ​ນີ້​ມັນ​ສັບສົນຫຼາຍກວ່າ​ນັ້ນ.”

​ໂຄ​ສົກຍິງ ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ກ່າວ​ວ່າ ການ​ຄາດ​ຕະກຳ​ຂອງ​
ພົນລະ​ເມືອງ​ສະຫະລັດ ​ໂດຍ​ພວກ​ລັດ​ອິສລາມ ​ແມ່ນ​ຈະ​ຕ້ອງ​ໄດ້​ສືບສວນ​ສອບ​ສວນຕໍ່​ໄປ ​ແຕ່​ຈະ​ບໍ່​ໃຫ້ການຢືນຢັນ ຫຼື ປະຕິ​ເສດຕໍ່ລາຍ​ງານ​ຕ່າງໆ​ເຫຼົ່ານັ້ນກ່ຽວ​ກັບ​ການ​ລະບຸ​ໂຕ​ຂອງ Jihadi John. ​ທ່ານ​ນາງ ກ່າວ​ອີກ​ວ່າ ​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ ກຳລັງ​ທຳ​ງານ​ຢ່າງ​ໃກ້ຊິດ​ ກັບ​ພາຄີ​ນາໆ​ຊາດ ລວມທັງ​ອັງກິດ ​ເພື່ອນຳ​ເອົາ​ພວກ​ຄາດ​ຕະກອນ ມາ​ລົງ​ໂທດ​ຕາມ​ກົດໝາຍ.

Is Mohammed Emwazi 'Jihadi John'?
please wait

No media source currently available

0:00 0:00:09 0:00

XS
SM
MD
LG