ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ພ້ອມທີ່ ຈະວາງ ມາດຕະການ ລົງໂທດ ຕໍ່ຈີນ ໃນຂໍ້ຫາ ລັກເຈາະຂໍ້ມູນທາງໄຊເບີ້


ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຖະແຫລງ ຢູ່ທີ່ທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກ່າວຖະແຫລງ ຢູ່ທີ່ທຳນຽບຂາວ.

ສະຫະລັດ ​ແມ່ນ​ພ້ອມ​ທີ່​ຈະ​ຕອບ​ໂຕ້ ​ການສອດ​ແນມ​ທາງ​ອິນ​ເຕີ​ເນັດ
ຫຼື cyber ນັ້ນ ດ້ວຍ​ການວາງ​ມາດ​ຕະການ​ລົງຫຼາຍຢ່າງ ​ຕໍ່​ບັນດາ​
ບຸກຄົນ ​ແລະ ບໍລິສັດ​ຕ່າງໆ ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການ​ລັກ
​ເອົາຂໍ້​ມູນ​ລັບ​ທາງ​ການ​ຄ້າ ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງສືພິມ
The Washington Post ເມື່ອ​ຕອນ​ແລງ​ວັນ​ອາທິດວານ​ນີ້.

​ໂດຍ​ການ​ອ້າງອີງ​ເຖິງບັນດາ​ເຈົ້າໜ້າ​ທີ່ ຜູ້​ທີ່​ບໍ່ປະສົງອອກ​ຊື່ ​ໃນ​
ລັດຖະບານ ຂອງ​ປະທານາທິບໍດີ ບາຣັກ​ ​ໂອ​ບາ​ມາ ຊຶ່ງ​ໜັງສືພິມ​ນັ້ນ
ກ່າວ​ວ່າ ສະຫະລັດ ຍັງ​ບໍ່​ໄດ້​ຕັດສິນ​ໃຈ ​ເທື່ອ​ວ່າ ຈະ​ອອກມາດ​ຕະ
ການ​ລົງ​ໂທດຫຼືບໍ່ ​ແຕ່​ຄາດ​ກັນວ່າ ​ການ​ຕັດສິນ​ໃຈ​ແມ່ນ​ຈະ​ມີ​ຂຶ້ນ​ໃນ
​ໄວໆ​ນີ້.

ທ່ານ​ໂອ​ບາ​ມາ ​ໄດ້​ລົງ​ນາມ​ໃນ ຄຳ​ສັ່ງຂອງ​ປະທານາທິບໍດີ ​ເມື່ອ​ວັນ​ທີ 1 ​ເມສາ ຜ່ານ​ມາ ທີ່​ອະນຸຍາດ​ໃຫ້ ກະຊວງ​ການ​ເງິນ ​ໃນ​ການ​ປຶກສາ​ຫາລື​ຮ່ວມກັບ ລັດຖະມົນຕີ​ຍຸດຕິ​ທຳ ​ແລະ ລັດຖະມົນຕີ​ຕ່າງປະ​ເທດ ​ເພື່ອ​ອາ​ຍັດ​ຊັບ​ສິນຕ່າງໆ ​ແລະ ກີດ​ກັນ ການ​ດຳ​ເນີນ​ທຸລະ​ກິດ ກັບ​ບຸກຄົນ​ໃດ​ກໍ​ຕາມ ທີ່​ຮັບຜິດຊອບ​ຕໍ່​ການ​ລັກ​ເຈາະ​ເອົາ​ຂໍ້​ມູນ ຂອງ​ໜ່ວຍ​ງານ​ສະຫະລັດ ຫຼື ​ໄດ້​ຮັບ​ຂໍ້​ມູນ​ ທີ່​ເກີດ​ຜົນ​ໄດ້​ທາງ​ການ​ເງິນ.

ບັນຫາ​ດັ່ງ​ກ່າວ​ນັ້ນ ​ເປັນ​ຈຸດ​ເພັ່ງ​ເລັງ ຂອງລັດຖະບານ​ທ່ານ​ໂອ​ບາ​ມາ ​ໃນ​ປີ​ນີ້ ລວມທັງ​ການ​ສ້າງຕັ້ງໜ່ວຍງານ​ຂອງ​ລັດ​ໃໝ່ ​ໃນ​ເດືອນ​ກຸມພາ ທີ່​ຜ່ານ​ມາ ​ເພື່ອ​ວິ​ເຄາະ​ການ​ຂົ່ມ​ຂູ່ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ດ້ານ​ໄຊ​ເບີ້​ ​ແລະ ອອກຄຳ​ສັ່ງ​ປະທາ​ນາ​ທິບໍດີ ອີກ​ອັນ​ນຶ່ງ ທີ່​ຊຸກຍູ້​ບັນດາ​ບໍ​ລິ​ສັດ​ຕ່າງໆ ໃຫ້​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ການຂົ່ມຂູ່ ​ລັກລອບ​ເຈາະ​ຂໍ້​ມູນ ກັບລັດຖະບານ ​ແລະ ນຳ​ກັນ​ໃຫ້ຫຼາຍຂຶ້ນ.

ຈີນ​ໄດ້​ເປັນ​ ​ຈຸດ​ເພັ່ງ​ເລັງ ມາ​ໄດ້​ດົນ​ນານ​ແລ້ວ ຂອງການ​ຖືກ​ກ່າວ​ຫາ ວ່າ ທຳ​ການ​ລັກ​ລອບ​ເຈາະ​ຂໍ້​ມູນ​ຂອງ​ບໍລິສັດ​ອາ​ເມຣິກັນຫຼາຍ​ແຫ່ງ ​ແລະ ​ເປົ້າໝາຍ​ແນ​ໃສ່ໜ່ວຍ​ງານ​ລັດຖະບານ​ນຳ​ດ້ວຍ. ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ສະຫະລັດ ​ໄດ້​ຟ້ອງ​ຮ້ອງ ​ເຈົ້າໜ້າ​ທີ່​ທະຫານ​ຈີນ 5 ຄົນ ​ໃນ​ຖານ​ປະຕິບັດ​ການ ສອດ​ແນມ ຕໍ່​ບໍລິສັດ​ອາ​ເມຣິກັນຈຳນວນ​ນຶ່ງ. ສ່ວນ​ຈີນ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ​ເຫຼົ່ານັ້ນ.

ການ​ວາງ​ມາດ​ຕະການ​ລົງ​ໂທດ ຈະ​ເປັນການ​ຕອບ​ໂຕ້​ແບບ​ແຕກ​ຕ່າງ​ ​ໂດຍສະຫະລັດ ອັນ​ເປັນ​ວິທີ​ອັນ​ນຶ່ງ ທີ່​ໜັງສື​ພິມດັ່ງກ່າວ​ນັ້ນ ​ໄດ້​ອ້າງ​ອີງ​ເຖິງ​ຄຳ​ເວົ້າຂອງເຈົ້າໜ້າ​ທີ່​ລັດຖະບານ ທ່ານ​ນຶ່ງ ທີ່​ກ່າວວ່າ ເປັນ​ສ່ວນ​ນຶ່ງຂອງ “ຍຸດ​ທະສາດ​ຮອບດ້ານ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ພວກ​ກະທຳ​ຄວາມ​ຜິດ​.” ​ເຈົ້າໜ້າ​ທີ່​ຄົນ​ນັ້ນ ກ່າວ​ອີກ​ວ່າ ບາດກ້າວ​ເຫຼົ່ານັ້ນ ຍັງ​ລວມທັງ ຄວາມ​ພະຍາຍາມ​ດ້ານ​ການ​ທູດ ນະ​ໂຍບາຍ​ດ້ານ​ການ​ຄ້າ ​ແລະ ການ​ບັງຄັບ​ໃຊ້​ກົດ​ໝາຍ ​ແລະ ວ່າ ຖ້າເຮັດ​ພ້ອມໆ​ກັນ​ແລ້ວ ມັນ​ອາດສະ​ແດງໃຫ້​ຈີນ​ເຫັນ​ວ່າ ພຶດຕິ​ກຳ​ບາງ​ຢ່າງ​ນັ້ນ ຈະ​ຕ້ອງ​ສົ່ງຜົນ​ກະທົບ ຕໍ່​ສາຍສຳ​ພັນ ​ລະຫວ່າງ​ສະຫະລັດ ​ແລະ ຈີນ.

​ເຈົ້າໜ້າ​ທີ່​ອີກ​ທ່ານ​ນຶ່ງ ​ໄດ້​ຖືກ​ອ້າງ​ເຖິງ​ຄຳ​ເວົ້າ ​ໃນ​ບົດ​ລາຍ​ງານ ທີ່​ກ່າວ​ວ່າ ​ໂດຍ​ວາງ​ມາດ​ຕະການ​ລົງ​ໂທດ​ຕ່າງໆນັ້ນ ອາດ​ສົ່ງ​ສັນຍານ​ໃນ​ສອງ​ດ້ານ ຕໍ່​ຈີນ ວ່າ ສະຫະລັດ ​ແມ່ນ “ຈະ​ເລີ້ມ​ຕໍ່ສູ້​ຄືນ ​ດ້ວຍ​ການ​ສອດ​ແນມທາງ​ດ້ານ​ເສດຖະກິດ” ​ແລະ ຕໍ່​ບໍລິສັດ​ສະຫະລັດ​ຕ່າງໆ ວ່າ ພວກ​ເຂົາ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ.

ມາດ​ຕະການ​ລົງ​ໂທດທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ ມີ​ຂຶ້ນ​ໃນ​ຂະນະ​ທີ່ ທ່ານໂອ​ບາ​ມາ ກຽມທີ່​ຈະ​ເປັນ​ເຈົ້າ​ພາບ ຕ້ອນ​ຮັບປະທານ​ປະ​ເທດ​ຈີນ ທ່ານສີ ຈິ້ນຜິ​ງ ສຳ​ຫລັບ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ງານ​ລ້ຽງ​ອາຫານ​ຄ່ຳ​ຂັ້ນລັດຖະບານ ​ໃນ​ເດືອນ​ກັນຍານີ້.

The United States is preparing to respond to China's cyber espionage by levying sanctions against individuals and companies who have benefited from the theft of trade secrets, The Washington Post reported late Sunday.

Citing unnamed officials in President Barack Obama's administration, the Post said the U.S. has not yet decided whether to issue the sanctions, but that a decision is expected soon.

Mr. Obama signed an executive order on April 1 authorizing the Treasury Department, in consultation with the Attorney General and Secretary of State, to freeze assets of and block transactions with anyone responsible for hacking of U.S. entities or receiving that information for financial gain.

The issue has been a focus of his administration this year, including the creation in February of a new federal agency to analyze threats to the nation's cybersecurity, and another executive order encouraging companies to share more information about hacking threats with the government and each other.

China has long been the focus of accusations of hacking against American companies and government targets.In May, the U.S. charged five Chinese military officers with conducting economic espionage against American companies.China rejected the allegations.

Issuing sanctions would be a different kind of response by the U.S., one that an administration official quoted by the Post said was part of a "comprehensive strategy to confront such actors."The official said those steps also include diplomatic efforts, trade policy and law enforcement, and that taken together they would show China that certain behavior will have costs to U.S.-Chinese relations.

Another official quoted in the report said imposing sanctions would both signal to China that the U.S. is "going to start fighting back on economic espionage" and to U.S. companies that they have the support of the government.

The possible sanctions come as Mr. Obama prepares to host Chinese President Xi Jinping for a visit and state dinner in September.

XS
SM
MD
LG