ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານເລື້ອງເສລີພາບ ທາງສາສະໜາຂອງ ສຫລ ເນ້ນໜັກໃສ່ ການປາບປາມ (ວີດີໂອ ພາສາລາວ/ອັງກິດ)


US: Respecting Religious Freedoms Safeguards Stability
please wait

No media source currently available

0:00 0:03:38 0:00

ວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ
ພວກ​ປະ​ເທດ​ທີ່​ບັ່ນ​ທອນ​ເສລີ​ພາບ​ທາງ​ສາສະໜາ​ນັ້ນ ​ໃນ​ບັ້ນ​ສຸດ
​ທ້າຍ​ແລ້ວ ກໍ​ແມ່ນ​ຈະ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຕົນ​ເອງ. ທ່ານ
​ແຄຣີ​ໄດ້​ກ່າວ​ເຊັ່ນ​ນັ້ນ ​ໃນ​ວາລະ​ນຳ​ສະ​ເໜີ​ລາຍ​ງານ​ປະຈຳ​ປີ​ຂອງ​
ສະຫະລັດວ່າ​ດ້ວຍ ​ເສລີ​ພາບ​ທາງ​ສາສະໜາຢູ່​ໃນ​ນາໆ​ປະ​ເທ​ດ.
Scott Stearns ຜູ້​ສື່ຂ່າວ​ວີ​ໂອ​ເອ ປະຈຳ​ກະຊວງ​ຕ່າງປະ​ເທດ​
ມີ​ລາຍງານ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ລັດຖະມົນຕີ​ຕ່າງປະ​ເທດ Kerry ກ່າວ​ວ່າ ພວກ​ທີ່​ໂຈມ​ຕີ​ເສລີພາບ
​ທາງສາສະໜາ​ນັ້ນ ບໍ່​ພຽງ​ແຕ່​ຂົ່ມຂູ່​ຢ່າງ​ບໍ່​ຍຸດຕິ​ທຳ ຕໍ່ບັນດາປະຊາ
ຊົນ​ທີ່ເປັນ​ເປົ້າ​ການໂຈມ​ຕີ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ ​ແຕ່ຍັງ​ບັ່ນ​ທອນ​
ສະຖຽນ​ລະ​ພາບ​ຂອງ​ພວກ​ເຂົາ​ເອງນຳດ້ວຍ. ທ່ານ Kerry ​ເວົ້າ​ວ່າ:

“ຈາກ​ເອ​ເຊຍ​ໃຕ້ ​ໄປ​ຫາ​ເຂດ Sahel ຫລາຍໆ ລັດຖະບານ​ແມ່ນ​ໄດ້​ປິດ​ປາກ
​ປິດ​ສຽງ ​ບັນດາ​ສະມາຊິກ​ຂອງ​ກຸ່ມ​ສາສະໜາ​ຕ່າງໆ ຜ່ານ​ການ​ອອກ​ກົດໝາຍ​
ທີ່​ກົດ​ຂີ່​ໜີບ​ເຕັງ ຜ່ານ​ການ​ລົງ​ໂທດ​ຢ່າງ​ຮຸນ​ແຮງ ​ແລະ​ວິທີ​ການ​ທີ່​ໂຫດຮ້າຍ​
ປ່າ​ເຖື່ອນ ທີ່​ບໍ່​ມີ​ບ່ອນຢູ່​ໃນ​ສັດຕະວັດ ທີ 21 ນີ້.”

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ລາຍ​ງານ​ວ່າ​ດ້ວຍ​ເສລີພາບ​ທາງ​ສາສະໜາໃນ​ນາໆ​ປະ​ເທດ​ສຳ​ຫລັບ​ປີ​ນີ້ ກວມ​ເອົາ​ຄວາມ
ເປັນ​ຫ່ວງກ່ຽວ​ກັບ ສະຖານະ​ການ​ຢູ່​ໃນ​ພາກ​ເໜືອ​ຂອງ​ປະ​ເທ​ໄນ​ຈີ​ເຣຍ ບ່ອນ​ທີ່​ຄວາມ​ຮຸນ​ແຮງລະຫວ່າງ​ພວກ​ຫົວ​ຕໍ່ສູ້​ອິສລາມ

Boko Haram ກັບກຳລັງ​ຮັກສາ​ຄວາມ​ປອດໄພ​ໄນ​ຈີ​ເຣຍ ​ໄດ້​ເອົາ​ຊີວິດ​ຂອງ​ຊາວ​ມຸສລິ​ມ
ແລະ​ຊາວ​ຄຣິສ​ໄປ ​ເປັນ​ຈຳນວນ​ຫລາຍ. ລັດຖະມົນຕີ​ຕ່າງປະ​ເທດ Kerry ​ກ່າວ​ດັ່ງ​ນີ້:

“ຢູ່​ໄນ​ຈີ​ເຣຍ ກຸ່ມໂບ​ໂກ ຮາຣຳ ​ໄດ້​ສັງຫານ​ຫລາຍ​ກ່ວາ ນຶ່ງ​ພັນ​ຄົນ ​ໃນ​ໄລຍະ
ປີຜ່ານມາ​ນີ້​ ພຽງ​ປີ​ດຽວ​. ​ແລະ​ນັ້ນ​ແມ່ນ​ຮວມທັງ ພວກ​ຜູ້ນຳ​ສາສະໜາ​ຄຣິສ​
ແລະ​ອິສລາມຫລາຍ​ຄົນ ​ແລະ​ພວກ​ຄົນ​ທີ່ຢູ່​ໃກ້ໆ​ ກັບໂບດ​ແລະ​ສຸ​ເຫລົາ
ທັງ​ພວກ​ທີ່​ໄປ​ຂາບ​ໄຫວ້ບູຊາ ​ແລະພວກ​ຄົນ​ເດີນ​ຖະໜົນ.”

ລັດຖະມົນຕີ​ຕ່າງປະ​ເທດ Kerry ກ່າວ​ວ່າ ຢູ່​ອິຣັກນັ້ນ ​ໂລກ​ໄດ້​ເຫັນ “​ຄວາມ​ປ່າ​ເຖື່ອນ​ແລະ​ຄວາມໂຫດຮ້າຍຢ່າງ​ບໍ່​ໜ້າ​ເຊື່ອ” ຂອງ​ພວກ​ກຸ່ມ ລັດ​ອິສລາມ​ແຫ່ງ​ອິຣັກ ​ແລະ Levant
ທີ່​ມີ​ຖານທີ່​ໝັ້ນ​ຕັ້ງ​ຢູ່ໃນ​ປະ​ເທດຊີ​ເຣຍ ຊຶ່ງທ່ານເວົ້າ​ວ່າ:

“ການ​ສັງຫານ​ຍົກ ຊາວມຸສລິ​ມຊີ​ໄອ້​ ການ​ບັງຄັບ​ໃຫ້​ຊາວ​ຄຣິສຫັນປ່ຽນ​ສາສະໜາ​
ໃນ​ເມືອງ​ໂມ​ຊູ​ລ ການ​ຂົມ​ຂືນຊຳ​ເລົາ ​ແລະ​ການ​ນຳ​ໃຊ້​ແມ່ຍິງ​ກັບ​ເດັກນ້ອຍເປັນ
ໂລ່​ມະນຸດ ຫລື​ເປັນມະນຸດ​ກຳ​ບັງ ການ​ກະທຳ​ຂອງ​ຄວາມ​ຊົ່ວ​ຮ້າຍ​ປ່າ​ເຖື່ອນທັງ​
ໝົດ​ທີ່​ກ່າວ​ມາ​ນັ້ນ ​ແມ່ນ​ເນ້ນ​ໜັກ​ສິ່ງ​ທີ່​ເປັນ​ເດີມ​ພັນ ຢູ່​ໃນ​ອິຣັກ.”

ທ່ານ​ນາງ Sarah Margon ຈາກ​ອົງການ ສິ້ງ​ຊອມ​ສິດທິ​ມະນຸດ ຫລື Human Rights Watch ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງອິຣັກ​ເອງ ກໍ​ໄດ້ມີ​ສ່ວນ​ຊ່ວຍ​ເຮັດ​ໃຫ້
ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ກຸ່ມ​ສາສະໜາ​ເພີ້​ທມະ​ວີ​ຂຶ້ນ​ເຊັ່ນ​ກັນ ​ຊຶ່ງເຮັດ​ໃຫ້​ເປັນ​ການ​ຍາກ
ສຳຫລັບລັດຖະບານ​ວໍ​ຊິງ​ຕັນ ທີ່​ຈະໃຫ້ການສະໜັບສະໜູນ​ແກ່ ​ລັດຖະບານຊຸດ​ໃດ​ກໍ​ຕາມ
ໃນ​ນະຄອນຫລວງ​ແບກ​ແດດ ທີ່​ບໍ່​ໄດ້​ຮັບ​ການ​ສະ​ໜັ​ບສະ​ໜູນ​ຈາກ​ພວກ Sunnis ​ແລະ
ພວກ Kurds. ທ່ານ​ນາງ Sarah Margon ​ເວົ້າ​ວ່າ:

“ພວກ​ເຮົາ​ກຳລັງ​ ຕິດຕາມ​ເບິ່ງສະຖານະ​ການ​ທາງ​ການ​ເມືອງ​ຢ່າງ​ໃກ້ຊິດອີ​ຫລີ່ ​
ເພື່ອ​ເບິ່ງ​ວ່າ ມັນ​ຈະ​ອອກ​ມາ​ໃນ​ຮູບ​ໃດ. ​ແຕ່​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ຫລາຍ​ວ່າ ກຳ
ລັງ​ຮັກສາ​ຄວາມ​ປອດ​ໄພ ຈະ​ບໍ່​ທຳ​ການ​ປ້ອງ​ກັນ​ ປະ​ເທດ​ອິຣັກ ທີ່​ກວມເອົາ​ໝົດ
ທຸກຝ່າຍ ​ແລະ​ເປີດ​ກ້ວາງ​ແກ່​ ຊາວ​ອິຣັກທັງ​ໝົດ ​ເວ້ນ​ເສຍ​ແຕ່​ວ່າຈະ​ມີ​ການ​
ເຄື່ອນ​ໄຫວໃນ​ທາງການ​ເມືອງ ທີ່​ແຕກ​ຕ່າງ​ໄປ​ຈາກເກົ່າ ຢູ່​ໃນ​ອິຣັກນັ້ນ.”

ຢູ່​ໃນ​ມຽນມາ ລາຍ​ງານ​ກ່ຽວ​ກັບ​ເສລີພາບ​ທາງ​ສາສະໜາ​ຂອງ​ກະຊວງ​ຕ່າງ​ປະ​ເທດ​ສະຫະ
ລັດ ປະນາມ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕ້ານ​ຊາວ​ມຸສລິ​ມ ທີ່​ທ່ານ​ແຄຣີກ່າວ​ວ່າ “ຍັງ​ສືບ​ຕໍ່​ເຮັດ​ໃຫ້ຫລາຍໆ​ຄອບຄົວ​ຕ້ອງ​ຍົກຍ້າຍ​ບ່ອນຢູ່ ​ແລະທຳລາຍລ້າງ ​ຫລາຍໆ​ຊຸມ​ຊົນ.”

“ຊາວ​ມຸສລິ​ມ​ໂຣຮິງ​ຢາຫລາຍ​ພັນ​ຄົນ ​ໄດ້​ຖືກ​ພັດ​ພາກ​ຈາກ​ບ້ານ​ເຮືອນ ຢູ່​ໃນ​
ປະ​ເທດ​ມຽນມາ ຫລັງ​ຈາກ​ເກີດ​ຄວາມຮຸນ​ແຮງ​ທາງສາສະໜາ ​ແລະ​ອີກ​
ຫລາຍ​ໝື່ນ​ຄົນ ກຳລັງ​ອາ​ໄສ​ຢູ່​ໃນ​ສູນອົບ​ພະຍົບທີ່ໜ້າ​ອະ​ໜາດ ​ໂດຍ​ບໍ່​ໄດ້
​ຮັບ​ການ​ດູ​ແລ​ດ້ານ​ການ​ແພດ​ຢ່າງ​ພຽງພໍ.”


ສ່ວນຢູ່ຣັດ​ເຊຍ ທ່ານ​ແຄຣີ​ເວົ້າວ່າ ລັດຖະບານ​ຂອງ​ທ່ານ Vladimir Putin ກໍ​ກຳລັງ​ບັ່ນ
ທອນ​ເສລີ​ພາບ​ທາງ​ສາສະໜາ ຢ່າງເປັນ​ລະບົບ.

“ຢູ່ຣັດ​ເຊຍ ລັດຖະບານ​ໄດ້​ນຳ​ໃຊ້​ພວກ​ກົດໝາຍ​ທີ່​ລົງ​ໂທດ​ໜັກ​ກ່ວາ​ເກົ່າ
ຊຸດ​ແລ້ວ​ຊຸດ​ເຫລົ່າ ຕ້ານ​ອັນ​ທີ່​ພວກ​ເຂົາ​ເອີ້ນ​ວ່າ “ລັດທິ​ຮຸນ​ແຮງ​ຈັດ” ນັ້ນ ​
ເພື່ອເປັນ​ເຫດຜົນ​ໃນການ​ເອົາ​ ມາດ​ຕະການ​ໂຫດຮ້າຍ​ຂອງ​ພວກ​ເຂົາ
ຕໍ່ຕ້ານ​ປະຊາຊົນ​ທີ່​ນັບຖືສາສະໜາ​ນັ້ນ.”


ທ່ານ​ແຄຣີ ກ່າວ​ວ່າ ພວກ​ລັດຖະບານ​ທີ່​ກົດ​ຂີ່ໜີບ​ເຕັງ ​ແລະ​ພວກກຸ່ມ​ຫົວຮຸນ​ແຮງ​ຈັດ
ທັງຫລາຍ ຢູ່​ໃນ​ທົ່ວ​ໂລກ ​ແມ່ນ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ຈະ​ແຈ້ງກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ຢືນ​ຢັດ
​ຕໍ່​ຕ້ານ ສະ​ນັ້ນ ສະຫະລັດ​ກໍ​ຈະ​ຕ້ອງ​ເຮັດ​ໃຫ້​ເປັນ​ທີ່​ຈະ​ແຈ້ງ​ເທົ່າ​ໆ​ກັນ ກ່ຽວ​ກັບ​ສິ່ງ​ທີ່​ຕົນ
​ຢືນ​ຢັດ​ຕໍ່ສູ້​ເພື່ອ​ນັ້ນ. ທ່ານ​ແຄຣີກ່າວ​ດັ່ງ​ນີ້:

“ພວກ​ເຮົາ​ບໍ່​ໄດ້ ກຳລັງ​ບອກ​ຜູ້​ຄົນ ​ແບບ​ຄົນ​ໂອ​ຫັງວ່າ ​ເຂົາ​ເຈົ້າ​ຄວນ​ຈະ​ເຊື່​ອ
ຫລື​ບໍ່​ເຊື່ອ​ສາສະໜາໃດ. ພວກ​ເຮົາ​ບໍ່​ໄດ້​ ກຳລັງບອກ​ເຂົາ​ເຈົ້າ​ວ່າ ​ເຂົາ​ເຈົ້າ​
ຄວນ​ມີຊີວິດ​ຢູ່​ແບບ​ໃດ ​ໃນ​ແຕ່​ລະ​ມື້. ພວກ​ເຮົາ​ພຽງ​ແຕ່​ຮ້ອງ​ຂໍ​ໃຫ້ ​ມີ​ການ​ເຄົາ
ລົບນັບຖື ຄຸນຄ່າ​ສາກົນຂອງ​ການ​ໂຍະ​ຍານ​ໃຫ້​ແກ່​ຄົນ​ອື່ນ ​ແລະ​ຄຸນຄ່າ​ຂອງ
ຄວາມ​ສາມາດ​ຂອງ​ຜູ້​ຄົນ ​ໃນ​ການ​ເຄົາລົບ​ຄວາມ​ເປັນ​ສ່ວນ​ບຸກຄົນ​ຂອງ​ເຂົາ
ເຈົ້າ​ເອງ ​ແລະ​ທາງ​ເລືອກ​ຂອງ​ເຂົາ​ເຈົ້າ​ ເທົ່າ​ນັ້ນ.”


ທ່ານ​ນາງ Margon ກ່າວວ່າ ນັ້ນ​ແມ່ນສານຫລື​ຂໍ້ຄວາມ ທີ່​ບາງ​ເທື່ອ​ວໍ​ຊິງ​ຕັນ ກໍ​ນຳ​ໃຊ້
ຢ່າງບໍ່ສະເໝີຕົ້ນ​ສະ​ເໝີ​ປາຍ. ທ່ານ​ນາງ Margon ​ກ່າວຕໍ່ໄປວ່າ:

“ມັນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ພັດທະນາ ​ແບບ​ສະຫລາດ​ສ່ອງ​ໃສ ​ແມ່ນ​ສ່ວນ
​ນຶ່ງ​ຂອງ​ມາດ​ຕະການ​ຄວາມ​ໝັ້ນຄົງ​ທີ່​ດີ. ​ແລະ​ສະຫະລັດ​ກໍ​ໄດ້​ສົ່ງຂໍ້ຄວາມ​
ເຫລົ່າ​ນັ້ນ​ອອກ​ໄປ ບາງ​ເທື່ອ​ກໍ​ໃນ​ເວລາ​ທີ່​ມັນສະ​ດວກ​ສຳ​ຫລັບ​ຕົນ ​ແຕ່​ກໍ​
ມີ​ຢູ່​ເລື້​ອຍໆທີ່​ວ່າ ບໍ່​ສອດຄ່ອງ​ກັບ​ສະຖານະ​ການ​ເລີຍ.”

ລາຍ​ງານ​ເລື້ອງ​ເສລີພາບ​ທາງ​ສາສະໜາ ສະບັບ​ປີ​ນີ້​ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ
ໄດ້ເອົາ​ປະ​ເທດ Turkmenistan ຕື່ມ​ເຂົ້າໃສ່ ບັນຊີ​ພວກ​ປະ​ເທດ​ທີ່​ໜ້າ​ເປັນ​ຫ່ວງ​ເປັນພິ
ເສດ ຊຶ່ງ​ລັດຖະບານ​ໂອ​ບາ​ມາ ​ເວົ້າ​ວ່າ ຢູ່​ທີ່​ນັ້ນ ປະຊາຊົນ​ແມ່ນ​ຖືກ​ທຸບ​ຕີ​ແລະ​ທໍລະມານ
ຍ້ອນຄວາມ​ເຊື່ອ​ຖື​ທາງ​ສາສະໜາ​ຂອງ​ເຂົາ​ເຈົ້າ.

XS
SM
MD
LG