ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນໄຫວ ສັ່ນສະເທືອນ ເຂດອ່າວ San Francisco ຫລາຍສິບຄົນ ໄດ້ຮັບບາດເຈັບ (ສະໄລດ໌)


ອຳນາດປົກຄອງເມືອງ ນາປາ ກ່າວວ່າ ຫລາຍສິບຄົນໄດ້ຮັບ
ບາດເຈັບ ໃນນັ້ນສອງຄົນມີອາການສາຫັດ ເວລາແຜ່ນດິນໄຫວ
ແຮງຂະໜາດ 6.1 ຣິກເຕີ້ ປະທະເມືອງດັ່ງກ່າວໃນເຂດຜະລິດ
ເຫລົ້າວາຍນ໌ ຂອງພາກເໜືອລັດແຄລິຟໍເນຍ.

ຫົວໜ້າພະແນກດັບເພີງຂອງເມືອງນາປາ ທ່ານ Darren
Drake ບອກອົງການຂ່າວ Associated Press ວ່າ ແຜ່ນດິນ
ໄຫວໄດ້ກໍ່ໃຫ້ເກີດໄປໄໝ້ຢູ່ 6 ບ່ອນ ຮວມທັງເຮືອນເຄື່ອນທີ່ 4
ຫລັງ ຊຶ່ງສອງບ່ອນຍັງໄໝ້ຢູ່ ໃນເຊົ້າວັນອາທິດມື້ນີ້.

ທ່ານ Drake ກ່າວວ່າ ຄວາມເສຍຫາຍຈາກໄຟໄໝ້ ບໍ່ເປັນທີ່
ແຈ້ງຂາວ ແຕ່ກໍປາກົດວ່າ ເປັນໄຟໄໝ້ທີ່ໃຫຍ່ສົມຄວນ. ມີລາຍງານວ່າ ເກີດໄຟໄໝ້
ຂະໜາດນ້ອຍກ່ວາ ຢູ່ຫລາຍໆແຫ່ງ ແລະຄວາມພະຍາຍາມມອດໄຟ ໄດ້ຮັບຄວາມ
ຫຍຸ້ງຍາກ ຍ້ອນທໍ່ນ້ຳປະປາ ແຕກ.

ອຳນາດປົກຄອງເມືອງກ່າວວ່າ ມີທໍ່ແກສແຕກແລະແກສຮົ່ວໄຫລອອກມາ ຢູ່ 50 ບ່ອນ ທໍ່ນ້ຳແຕກ 30 ແຫ່ງ ແລະເກີດຄວາມເສຍຫາຍແກ່ຕຶກເກົ່າແກ່ປະຫວັດສາດ ແລະອາຄານ
ພານິດ ຫລາຍຫລັງ.

ຈຸດບ່ອນເກີດແຜ່ນດິນໄຫວ ໃນລັດແຄລິຟໍເນຍ (Credit: USGS)
ຈຸດບ່ອນເກີດແຜ່ນດິນໄຫວ ໃນລັດແຄລິຟໍເນຍ (Credit: USGS)

ແຜ່ນດິນໄຫວຄັ້ງນີ້ ແມ່ນເປັນຄັ້ງໃຫຍ່ທີ່ສຸດ ໃນຂົງເຂດດັ່ງກ່າວ
ໃນຮອບ 25 ປີ ແລະເກີດຂຶ້ນໃນເວລາປະມານ 3:20 ເຊົ້າຕາມ
ເວລາທ້ອງຖິ່ນ ຫລືປະມານ 5:20 ຕອນແລງຕາມເວລາໃນປະ
ເທດລາວ ແລະມີຈຸດໃຈກາງຢູ່ຫ່າງ ຈາກເມືອງ American
Canyon ໄປທາງຕາເວັນຕົກສຽງເໜືອ ປະມານ 8 ຫລັກກິໂລ
ແມັດ ອິງຕາມກົມສຳຫລວດທໍລະນີວິທະຍາ ຂອງສະຫະລັດ
(U.S. Geological Survey). ເມືອງ American Canyon
ຕັ້ງຢູ່ແຄມອ່າວ ແຊນ ແຟຣນຊິສໂກ ທາງກ້ຳເໜືອ.

ມີສອງຄົນໄດ້ຮັບບາດເຈັບສາຫັດ ອິງຕາມທ່ານ Barry Martin
ເຈົ້າໜ້າທີ່ພະແນກຂໍ້ມູນສາທາລະນະ ຂອງເມືອງ Napa ແຕ່
ທ່ານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບບາດແຜ.

ທ່ານ Martin ກ່າວຕື່ມວ່າ ບໍ່ມີລາຍງານວ່າ ກ່ຽວກັບຄົນເສຍຊີວິດ.

XS
SM
MD
LG