ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດານັກເຄື່ອນໄຫວ ຢາກໃຫ້ເອົາ ເຂື່ອນດອນສະໂຮງ ເຂົ້າໃນລາຍການ ກອງປະຊຸມ ສຸດຍອດ ສຫລ ອາຊຽນ


ບັນດານັກເຄື່ອນໄຫວ ຊາວກຳປູເຈຍ ຂອງອົງການ ທີ່ບໍ່ຂຶ້ນກັບລັດຖະບານ (NGOs) ຢູ່ໃນເຮືອນຳທ່ຽວ ທີ່ Tonle Sap ໃນນະຄອນຫຼວງພະນົມເປັນ ຮ້ອງໂຮຄຳຂວັນ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານໂຄງການເຂື່ອນ ດອນສະໂຮງ, ເມື່ອວັນພະຫັດ ທີ 11 ກັນຍາ 2014. ພວກນັກເຄື່ອນໄຫວນັ້ນ ໃຊ້ເຮືອນຳທ່ຽວ ເພື່ອໂຄສະນາ ການຄັດຄ້ານ ຕໍ່ການສ້າງເຂື່ອນໄຟຟ້າ ອັນໃຫຍ່ໂຕນັ້ນ. (AP Photo/Heng Sinith)
ບັນດານັກເຄື່ອນໄຫວ ຊາວກຳປູເຈຍ ຂອງອົງການ ທີ່ບໍ່ຂຶ້ນກັບລັດຖະບານ (NGOs) ຢູ່ໃນເຮືອນຳທ່ຽວ ທີ່ Tonle Sap ໃນນະຄອນຫຼວງພະນົມເປັນ ຮ້ອງໂຮຄຳຂວັນ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານໂຄງການເຂື່ອນ ດອນສະໂຮງ, ເມື່ອວັນພະຫັດ ທີ 11 ກັນຍາ 2014. ພວກນັກເຄື່ອນໄຫວນັ້ນ ໃຊ້ເຮືອນຳທ່ຽວ ເພື່ອໂຄສະນາ ການຄັດຄ້ານ ຕໍ່ການສ້າງເຂື່ອນໄຟຟ້າ ອັນໃຫຍ່ໂຕນັ້ນ. (AP Photo/Heng Sinith)

ບັນ​ດາກຸ່ມຈັດຕັ້ງສັງຄົມພົນລະເຮື​ອນຕ່າງໆ ກຳລັງຮຽກຮ້ອງໃຫ້ ນຳເອົາໂຄງການເຂື່ອນໄຟຟ້າພະລັງນ້ຳຕົກ ດອນສະໂຮງ ຂອງ
ລາວ ຂຶ້ນມາປຶກສາຫາລື ເວລາບັນດາຜູ້ນຳຂອງປະເທດ​ໃນ​ເຂດ
​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້ ພົບປະກັບ ປະທານາທິບໍດີ ສະຫະລັດ
ທ່ານ ບາຣັກ ໂອບາມາ ໃນສັບ ປະດາໜ້ານີ້. ຜູ້ສື່ຂ່າວວີໂອເອພະ
ແນກພາສາຂະແມ Phorn Bopha ມີລາຍລະອຽດກ່ຽວກັບເລື່ອງ
ນີ້ ຊຶ່ງໄຊຈະເລີນສຸກຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ບັນດາຜູ້ນຳ ຂອງ 10 ປະເທດທີ່ເປັນສະມາຊິກຂອງ​ສະມາຄົມບັນດາ ປະຊາຊາດ ໃນ
ຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ຫຼືອາຊຽນ ຈະມາເຕົ້າໂຮມກັນ ຢູ່ທີ່ Sunnylands
ໃນລັດ California ລະຫວ່າງ ວັນທີ 15 ຫາ 16 ກຸມພາ ຈະມາເຖິງນີ້. ກອງປະຊຸມ ສຸດ
ຍອດ ​ແບບທີ່ບໍ່ເຄີຍມີມາກ່ອນ ຊຶ່ງສະຫະລັດເປັນເຈົ້າພາບ ຈັດຂຶ້ນທ່າມກາງຄວາມພະ
ຍາຍາມຂອງລັດຖະບານ ທ່ານໂອບາມາ ທີ່ຈະ​ເພີ້ມການ​ມີໜ້າ ​ທາງດ້ານຄວາມໝັ້ນຄົງ
ແລະເສດຖະກິດໃຫ້ຫຼາຍຂຶ້ນຢູ່ໃນຂົງເຂດດັ່ງກ່າວ ​ເພື່ອ ໃຫ້ມີຄວາມກ້ຳເກິ່ງກັບ ຂອງອິດ
ທິພົນຂອງຈີນ ທີ່ພວມສູງຂຶ້ນນັ້ນ.

ບັນດານັກຕໍ່ສູ້ເພື່ອສະພາບແວດລ້ອມ ໃນກຳປູເຈຍ ໄດ້ກ່າວວ່າ ກອງປະຊຸມນີ້ ອາດຈະ
ສະໜອງ ໃຫ້ບັນດາປະເທດ ຢູ່ໃນຂົງເຂດ ມີໂອກາດຮຽກຮ້ອງໃຫ້ອາເມຣິກາ ຊ່ອຍເຫຼືອ
ຫຼື ເປັນຜູ້ໄກ່ເກ່ຍ ຕໍ່ບັນຫາການ​ສ້າງ​ເຂື່ອນ​ໃສ່​ລຳແມ່ນ້ຳຂອງຕອນລຸ່ມ ຊຶ່ງຍັງບໍ່ທັນມີການ
ສ້າງເຂື່ອນໃສ່ເທື່ອ ນັ້ນ.

ພວກນັກເຄື່ອນໄຫວ ຂອງກຸ່ມອົງການທີ່ບໍ່ຂຶ້ນກັບລັດຖະບານ ຖືປ້າຍຮຸບ ປາຄ່າ (ຊ້າຍ) ແລະຮູບສັດອື່ນໆ ໃນຂະນະທີ່ປະທ້ວງ ຕໍ່ຕ້ານໂຄງການ ເຂື່ອນດອນສະໂຮງ, ພະນົມເປັນ, ກຳປູເຈຍ, 11 ກັນຍາ, 2014.
ພວກນັກເຄື່ອນໄຫວ ຂອງກຸ່ມອົງການທີ່ບໍ່ຂຶ້ນກັບລັດຖະບານ ຖືປ້າຍຮຸບ ປາຄ່າ (ຊ້າຍ) ແລະຮູບສັດອື່ນໆ ໃນຂະນະທີ່ປະທ້ວງ ຕໍ່ຕ້ານໂຄງການ ເຂື່ອນດອນສະໂຮງ, ພະນົມເປັນ, ກຳປູເຈຍ, 11 ກັນຍາ, 2014.

ຄວາມຫວັງດັ່ງກ່າວນີ້ ​ແມ່ນໄດ້ສະແດງອອກ ໂດຍອົງການຕ່າງໆ
ທີ່ບໍ່ຂຶ້ນກັບລັດຖະບານ ຕໍ່ລັດຖະມົນຕີຕ່າງປະເທດ ສະຫະລັດ
ທ່ານ John Kerry ຕອນທ່ານໄດ້ເດີນທາງໄປຢ້ຽມຢາມ ປະເທດ
ກຳປູເຈຍ ເມື່ອທ້າຍເດືອນແລ້ວນີ້. ລາຍການເດີນທາງຂອງທ່ານ
Kerry ຍັງ ລວມທັງ ການ​ຢ້ຽມຢາມລາວ ແລະ ຈີນ ນຳດ້ວຍ ຊຶ່ງ
ສອງປະເທດນີ້ ຕ່າງ​ກໍ​ມີແມ່ນ້ຳຂອງ ໄຫລຜ່ານ ກ່ອນທີ່ຈະໄປ
ຮອດກຳປູເຈຍ.

ຄວາມກັງວົນໃນທັນທີທັນໃດ ສຳລັບກຸ່ມຕ່າງໆເຫຼົ່ານີ້ ແມ່ນແຜນ
ການກໍ່ສ້າງເຂື່ອນໄຟຟ້າທີ່ມີ​ຄວາມແຮງ 260 ເມກາວັດ ທີ່ຮູ້ຈັກ
ກັນ​ໃນ​ໂຄງການເຂື່ອນດອນສະໂຮງ ​ໃນພາກໃຕ້ ຂອງລາວ ຊຶ່ງຫ່າງຈາກຊາຍແດນຂອງກຳປູເຈຍ ພຽງ 1 ກິໂລແມັດ​ເຄິ່ງ ເທົ່ານັ້ນ.

ລັດຖະບານຂອງ ທັງກຳປູເຈຍ ແລະ ຫວຽດນາມ ໄດ້ສະ​ແດງຄວາມເປັນຫ່ວງເປັນໃຍຕ່າງໆ
ກ່ຽວກັບຜົນກະທົບທີ່ອາດເກີດຂຶ້ນ ຢູ່​ບໍລິ​ເວນ ລຸ່ມ​ເຂື່ອນ ບ່ອນທີ່ມີປະຊາຊົນຫຼາຍລ້ານຄົນ
ກາງຕໍ່ພວກປາຢູ່ໃນແມ່ນ້ຳຂອງ ​ເພື່ອ​ເປັນອາຫານການກິນ.

ທ່ານ Chhith Sam Ath ຜູ້ອຳນວຍການ ອົງການກອງທຶນສັດປ່າໂລກ ປະຈຳປະເທດ
ກຳປູເຈຍໄດ້ກ່າວວ່າ ການກໍ່ສ້າງເຂື່ອນ ຢ່າງນ້ອຍຄວນໂຈະໄວ້ກ່ອນ ໃນຂະນະທີ່ບັນດາ
ປະເທດ ໃນລຸ່ມແມ່ນ້ຳຂອງ ປຶກສາຫາລື ກ່ຽວ​ກັບບັນຫານີ້ຢູ່.

ທ່ານ Sam Ath ກ່າວຕໍ່ວີໂອເອ ພະແນກພາສາຂະແມ ວ່າ “ກຳປູເຈຍ ມີພວກປາຄ່າ
ຢູ່ໃນແມ່ນ້ຳຂອງ ຊຶ່ງພວກມັນຈະລອຍກັບໄປກັບມາ ລະຫວ່າງ ກຳປູເຈຍ ແລະ ລາວ.
ກຳປູເຈຍ ຍັງເປັນປະເທດໜຶ່ງ ໃນບັນດາປະເທດຢູ່ໃນເອເຊຍ ທີ່ມີປາຫຼາຍທີ່ສຸດ.
ພວກປາເຫຼົ່ານີ້ ມີທາດໂປຣຕີນ ທີ່ເປັນຜົນປະໂຫຍດ ໃຫ້ແກ່ປະຊາຊົນຫຼາຍລ້ານຄົນ.”

ທ່ານກ່າວຕໍ່ໄປວ່າ ເຊັ່ນດຽວກັນກັບ ການສະໜອງ ການ​ດຳ​ລົງ​ຊີວິດ ໃຫ້ແກ່ປະຊາຊົນ
ຫຼາຍໆຄົນແລ້ວ ການບໍ່ລົບກວນແມ່ນ້ຳຂອງ ແລະ ພວກສັດສາ​ວາ​ສິ່ງ ທີ່ໄດ້ພົບເຫັນຢູ່
​ໃນ​ນັ້ນ ຊຶ່ງມັນໄດ້ນຳມາ ສຳລັບການທ່ອງທ່ຽວທີ່ມີຄຸນຄ່າ, ທ່ານກ່າວຕື່ມອີກວ່າ ທັງໝົດນີ້
ອາດສູນເສຍໄປໄດ້ ຖ້າເຂື່ອນອັນໜຶ່ງ ຫາກລົບກວນ ລະບົບນິເວດ ຂອງແມ່ນ້ຳຂອງ ທີ່
ລະອຽດອ່ອນນີ້.

ທ່ານ Sam Ath ເວົ້າວ່າ “ພວກເຮົາເປັນຫ່ວງເປັນໃຍ ວ່າ ເຂື່ອນດອນສະໂຮງ ຈະມີ
ຜົນ ກະທົບຕໍ່ຄວາມພະຍາຍາມ ຂອງພວກເຮົາ ເພື່ອທີ່ຈະປົກປ້ອງປາຄ່າ ພ້ອມກັນກັບ
ເລື່ອງການຂຶ້ນລ່ອງຂອງປາ, ຄຸນນະພາບຂອງນ້ຳ ແລະ ການດຳລົງຊີວິດ ຂອງປະຊາ
ຊົນຫຼາຍລ້ານຄົນ.”

ທ່ານ Sam Ath ເວົ້າອີກວ່າ “ຂ້າພະເຈົ້າຫວັງວ່າ ບັນຫາທີ່ສຳຄັນ​ ໃນການສ້າງເຂື່ອນ
ຈະຖືກນຳຂຶ້ນມາປຶກສາຫາລືກັນ ໃນລະຫວ່າງ ກອງປະຊຸມລະຫວ່າງ ສະຫະລັດ ແລະ
ອາຊຽນ ທີ່ຈະມີຂຶ້ນ ຊຶ່ງເຂື່ອນອັນນີ້ ແມ່ນບັນຫາອັນໃຫຍ່ຫຼວງ ທີ່ພວກເຮົາຕ້ອງນຳມາ
ສົນທະນາກັນ ແລະ ຕ້ອງພິຈາລະນາ ຢ່າງຖີ່ຖ້ວນ.”

ນອກຈາກເຂື່ອນດອນສະໂຮງ​ ລາວ ແມ່ນໄດ້ເລີ່ມການກໍ່ສ້າງເຂື່ອນໄຊຍະບູລີ ໄປແລ້ວ
ຊຶ່ງ​ຢູ່​ຫ່າງ​ອອກ​ໄປທາງທິດເໜືອຕາມລຳແມ່ນ້ຳຂອງ. ແລະອີກ 10 ເຂື່ອນ ທີ່ໄດ້ຖືກນຳ
ສະເໜີໂດຍລາວ ຊຶ່ງໄດ້ຖືກຊຸກຍູ້ ໃຫ້ດຳເນີນການຕໍ່ໄປ ເຖິງແມ່ນວ່າ ມີການຄັດຄ້ານ
ຈາກບັນດາປະເທດ ໃນເຂດລຸ່ມແມ່ນ້ຳຂອງ ກໍຕາມ.

ການຍື່ນຄຳປະທ້ວງຢ່າງເປັນທາງການໄດ້ມີຂຶ້ນໂດຍຜ່ານຄະນະກຳມະທິການ ແມ່ນ້ຳຂອງ
ຫຼື MRC ຊຶ່ງເປັນອົງການຈັດຕັ້ງ ຫຼາຍຝ່າຍ ທີ່ໄດ້ຖືກກໍ່ຕັ້ງຂຶ້ນມາ ຈາກການຕົກລົງກັນເມື່ອ
ປີ 1995 ລະຫວ່າງ ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ.

ແຕ່ກົນໄກຫຼາຍຝ່າຍອີກອັນໜຶ່ງ ອາດເຮັດໃຫ້ມີຄວາມຫວັງ ເພື່ອການແຊກແຊງ ຈະມີປະ
ສິດທິພາບຫຼາຍຂຶ້ນ ຕໍ່ແຜນການກໍ່ສ້າງເຂື່ອນພະລັງນ້ຳຕົກຕ່າງໆ ຂອງລາວ.

ໂຄງການລິເລີ່ມເຂດລຸ່ມແມ່ນ້ຳຂອງ ທີ່ສະຫະລັດ ສະໜັບສະໜູນດ້ານທຶນຮອນ ໄດ້ຖືກ
ສ້າງຕັ້ງຂຶ້ນ ໃນປີ 2009 ຫຼັງຈາກທີ່ໄດ້ມີການພົບປະກັນ ລະຫວ່າງ ລັດຖະມົນຕີຕ່າງປະ
ເທດ ທ່ານນາງ Hillary Clinton ໃນເວລານັ້ນ ແລະ ບັນດາລັດຖະມົນຕີຕ່າງປະເທດ
ຂອງ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. ໂຄງການລິເລີ່ມນີ້ ທີ່ນຳສະເໜີ ເລື່ອງເຊັ່ນ ວ່າ ສະພາບແວດລ້ອມ ແລະ ແຫລ່ງນ້ຳ ທີ່ລວມຢູ່ໃນ 6 “ຫຼັກ ການ” ຂອງໂຄງການ ຊຶ່ງ
ໂດຍຜ່ານ 6 “ຫຼັກການ” ນີ້ ມັນຈະເກີດຜົນສົ່ງເສີມໃຫ້ມີການຮ່ວມມື ລະຫວ່າງປະເທດ
ຢູ່ອະນຸພາກພື້ນ.

ທ່ານ Kerry ກ່າວຕໍ່ບັນດານັກຂ່າວຢູ່ທີ່ນະຄອນຫຼວງພະນົມເປັນ ເມື່ອ ວັນທີ 26 ມັງກອນ
ປີນີ້ ວ່າ “ພວກເຮົາກຳລັງ​ເຮັດ​ວຽກຢ່າງຂຸ້ນຂ້ຽວ ເພື່ອເສີມສ້າງ ການປະຕິບັດແຜນພັດ
ທະນາ ທີ່ຍືນຍົງ ໃນແມ່ນ້ຳຂອງ. ແລະພວກເຮົາມີ ໂຄງການລິເລີ່ມລຸ່ມແມ່ນ້ຳຂອງ ຊຶ່ງ
ເພັ່ງເລັງໃສ່ ບັນຫາຫຼາຍໆຢ່າງເຫຼົ່ານີ້ ເປັນຕົ້ນ ແລະ ນຳເອົາທຸກໆ ປະເທດເຂົ້າມາ
ຮ່ວມກັນ.”

ອີງຕາມກະຊວງການຕ່າງປະເທດສະຫະລັດ ໂຄງການລິເລີ່ີມນັ້ນ ລວມມີການສ້າງເຄື່ອງ
ມື ເພື່ອເປັນຕົວແບບຂອງຜົນກະທົບຕ່າງໆ ​ໃນການປ່ຽນແປງຂອງດິນຟ້າອາກາດ ແລະ
ບັນຫາທ້າທາຍດ້ານສະພາບແວດລ້ອມອື່ນໆ ຢູ່ໃນອະນຸພາກພື້ນ.

ທ່ານ Tek Vannara ຜູ້ອຳນວຍການ ຂອງອົງການ NGO Forum ໃນກຳປູເຈຍ ໄດ້
ກ່າວວ່າ ໃນຂະນະທີ່ ປະຊາຊົນ 60 ລ້ານຄົນ ກາງຕໍ່ໂດຍກົງ ຢູ່ທີ່ເຂດລຸ່ມແມ່ນ້ຳຂອງ
ແລະ ປະຊາຊົນ 300 ລ້ານຄົນ ທີ່ອາໄສຢູ່ຂອບເຂດຂອງແມ່ນ້ຳຂອງ ສະນັ້ນແລ້ວ ພວກ
ເຂົາເຈົ້າຄວນ ເປັນຫ່ວງເປັນໃຍ ກ່ຽວກັບ ຜົນກະທົບຕ່າງໆ ທີ່ອາດເປັນໄປໄດ້ ຈາກເຂື່ອນ
ຄືກັບດອນສະໂຮງນັ້ນ.

ທ່ານໄດ້ກ່າວອີກວ່າ ລັດຖະບານອາເມຣິກາ ອາດມີບົດບາດທີ່ສຳຄັນ ໃນການສ້າງບັນຍາ
ກາດ ທີ່ຈະເຮັດໃຫ້ປະເທດຕ່າງໆ ຕັ້ງຢູ່​ແຄມແມ່ນ້ຳຂອງ ສາມາດເຈລະກັນ ​ແບບສ້າງສັນ
ກ່ຽວກັບເຂື່ອນດັ່ງກ່າວ ໂດຍຜ່ານໂຄງການລິເລີ່ມ ເຂດລຸ່ມແມ່ນ້ຳຂອງ.

ທ່ານເວົ້າຕື່ມອີກວ່າ “ພວກເຮົາຢາກໃຫ້ໂຄງການເພັ່ງເລັງໃສ່ ການພັດທະນາ ພະລັງ
ງານ ແລະ ປົກປ້ອງສະພາບແວດລ້ອມ. ພວກເຮົາຢາກໃຫ້ສະຫະລັດ ສະໜອງການ
ສະໜັບສະໜູນ ດ້ານເທັກນິກ ແລະ ດ້ານການເງິນ ຫຼື ກົນໄກອັນໜຶ່ງ ເພື່ອປົກປັກຮັກ
ສາໄວ້ ແມ່ນ້ຳຂອງ ເພາະວ່າ ການປົກປ້ອງແຫລ່ງນ້ຳ​ໄດ້​ດີ ແລະ ການນຳໃຊ້ ແຫລ່ງນ້ຳ
ດ້ວຍຄວາມສະເໝີພາບ ສາມາດຮັບປະກັນ ຄວາມໝັ້ນຄົງ ດ້ານອາຫານການກິນ ໃນ
ຂົງເຂດແມ່ຂອງ.”

ທ່ານ Vannara ໄດ້ກ່າວວ່າ ທ່ານພວມຮ່າງໜັງສືສະບັບໜຶ່ງ ເຖິງທ່ານ ໂອບາມາ ແລະ
ບັນດາຜູ້ນຳຢູ່ອະນຸພາກພື້ນ ແລະ ອົງການ ຈັດຕັ້ງອື່ນໆ ທີ່ຮ້ອງຂໍ ໃຫ້ເອົາໂຄງການດອນ
ສະໂຮງ ຂຶ້ນມາເປັນລາຍການ ກອງປະຊຸມ ຢູ່ທີ່ Sunnylands.

ສ່ວນທ່ານນາງ Luy Rasmey ຜູ້ອຳນວຍການໃຫຍ່ ຂອງ ປະຊາຄົມເພື່ອຮັກສາ ວັດທະ
ນະທຳ ແລະ ສະພາບແວດລ້ອມ ທີ່ມີຫ້ອງການ ຢູ່ໃນ ແຂວງ Stung Treng ຂອງ ກຳປູ
ເຈຍ ທີ່ຕັ້ງຢູ່ກົງກັນຂ້າມກັບສະຖານທີ່ ສ້າງເຂື່ອນດອນສະໂຮງ ບອກກັບວີໂອເອພາສາ
ຂະແມ ວ່າ ຄວາມກັງວົນຂອງປະຊາຄົມໃນທອ້ງຖິ່ນ ຄວນມີ​ການຍົກຂຶ້ນ​ມາ​ໂອ້​ລົມ ໃນ
ກອງປະຊຸມລະດັບສູງ ໃນສັບປະດາໜ້າ.

ທ່ານນາງ Rasmey ເວົ້າວ່າ “ເຂື່ອນດອນສະໂຮງ ຈະສົ່ງຜົນກະທົບ ຢ່າງຫລວງຫຼາຍ
ຕໍ່ປະຊາຊົນ ຜູ້ທີ່ກາງຕໍ່ ຊັບພະຍາກອນ ຂອງແມ່ນ້ຳນີ້.”

XS
SM
MD
LG