ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານ​ລາວ ​ເປັນ​ໜີ້ ​​ບັນດາ​ບໍລິສັດ​ເອກະ​ຊົນ ສຳຫຼັບ ໂຄງການ​ພັດທະນາຕ່າງໆ


ໜຶ່ງໃນ ບັນດາໂຄງການ​ພັດທະນາ ທີ່​ລັດຖະບານ​ລາວ ອະນຸຍາດ​ໃຫ້​ບໍລິສັດ ​ເອກະ​ຊົນ​ເປັນ​ຝ່າຍ​ ອອກທຶນ​ໃຫ້​ກ່ອນ
ໜຶ່ງໃນ ບັນດາໂຄງການ​ພັດທະນາ ທີ່​ລັດຖະບານ​ລາວ ອະນຸຍາດ​ໃຫ້​ບໍລິສັດ ​ເອກະ​ຊົນ​ເປັນ​ຝ່າຍ​ ອອກທຶນ​ໃຫ້​ກ່ອນ

ບັນດາ​ໂຄງການ​ພັດທະນາ ທີ່​ລັດຖະບານ​ລາວ ອະນຸຍາດ​ໃຫ້​
ບັນດາ​ບໍລິສັດ ​ເອກະ​ຊົນ​ເປັນ​ຝ່າຍ​ອອກທຶນ​ໃຫ້​ກ່ອນ​ນັ້ນ ​ເຮັດ
​ໃຫ້​ລັດຖະບານລາວ ຕ້ອງ​ແບກ​ຮັບ​ພາລະ​ໜີ້​ສິນ​ຄິດ​ເປັນ​ມູນ​ຄ່າ
ຫຼາຍກວ່າ 70​,​000 ຕື້​ກີບ.

ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ລາຍ​ງານ​ສະພາບ​ການ​ດ້ານ​
ງົບປະມານ ​ໃນ​ໄລຍະ 6 ​ເດືອນ​ຕົ້ນປີ ​ແລະ​ຮ່າງ​ແຜນການ​ໃນໄລຍະ 6 ​ເດືອນທ້າຍ​ປີ
2014-2015 ນີ້ ວ່າ ບັນດາ​ໂຄງການ​ພັດທະນາ​ຕ່າງໆ ທີ່​ລັດຖະບານ​ລາວ ​ໄດ້​ອະນຸຍາດ​
ໃຫ້​ບັນດາ​ບໍລິ​ສັດ​ເອກະ​ຊົນ​ໃນ​ລາວ ​ເປັນ​ຝ່າຍ​ອອກທຶນ​ໃຫ້​ກ່ອນ​ນັ້ນ ​ເຮັດ​ໃຫ້​ລັດຖະບານ
​ລາວ ຕ້ອງ​ຕົກ​ເປັນ​ໜີ້​ຕໍ່​ບັນດາ​ບໍລິສັດ​ເອກະ​ຊົນ​ຄິດ​ເປັນ​ມູນ​ຄ່າ ລວມຫຼາຍກວ່າ 70,000
ຕື້​ກີບ ຫຼື ປະມານ 8,750 ລ້ານ​ດອນ​ລາ ​ແລະ ຫຼາຍກວ່າ 50 ​ເປີ​ເຊັນ ຂອງ​ມູນຄ່າໜີ້
ດັ່ງກ່າວນີ້ ເປັນໂຄງການທີ່ບັນດາບໍລິສັດເອກະຊົນ ໄດ້ດຳເນີນການສຳເລັດແລ້ວ.

ໂຄງການກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງສາຍໜຶ່ງ ໃນແຂວງວຽງຈັນ
ໂຄງການກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງສາຍໜຶ່ງ ໃນແຂວງວຽງຈັນ

ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ລັດຖະບານລາວ ມີພັນທະທີ່ຈະຕ້ອງຊຳລະໜີ້ພ້ອມດອກເບ້ຍຄືນ ໃຫ້ແກ່ບັນດາ
ບໍລິສັດເອກະຊົນ ຄິດເປັນມູນຄ່າຫຼາຍກວ່າ 40,000 ຕື້ກີບ
ພາຍໃນ 3 ປີ ທັງກໍຍັງຈະມີພັນທະໜີ້ເພີ້ມຂຶ້ນ ໃນແຜນການປີ
2015-2016 ເພາະມີຫຼາຍໂຄງການ ທີ່ຈະດຳເນີນການແລ້ວ
ສຳເລັດເພີ້ມຕື່ມອີກ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ບັນດາສະມາຊິກ
ສະພາແຫ່ງຊາດລາວ ເປັນຫ່ວງວ່າ ລັດຖະບານລາວຈະບໍ່​
ສາມາດ​ຊຳລະ​ໜີ້​ຄືນ​ໃຫ້​ແກ່​ບັນດາ​ບໍລິສັດ​ເອກະ​ຊົນ​ໄດ້ ຢ່າງ
​ຄົບ​ຖ້ວນ ເນື່ອງຈາກລັດຖະບານລາວ ກຳລັງປະເຊີນກັບ ບັນຫາຂາດແຄນດ້ານງົບປະມານ ຢ່າງໜັກໜ່ວງ​ນັ້ນ​ເອງ.

ທາງ​ດ້ານ ​ທ່ານ​ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ​ລາວ ຖະ​ແຫລ​ງຍອມຮັບ​ວ່າ ທະນາຄານ​ຂອງ​ລັດຖະບານ​ລາວ ມີ​ມູນ​ຄ່າ​ສິນ​ເຊື່ອ ທີ່​ບໍ່​ກໍ່​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດ ຫຼື ໜີ້​ເສຍ (NPL) ​ໃນ​ລະບົບ​ທະນາຄານ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ຈົນ​ເຖິງ​ທ້າຍ​ປີ 2014 ທີ່​ຜ່ານ​ມາ​ກໍ​ປາກົດ​ວ່າ NPL ມີ​ມູນ​ຄ່າ​ລວມ​ຫຼາຍກວ່າ 1,055 ຕື້​ກີບ ຊຶ່ງ​ຄິດ​ເປັນ 2.16 ​ເປີ​ເຊັນ ຂອງ​ສິນ​ເຊື່ອ​ທັງ​ໝົດ ​ໃນ​ລະບົບ​ທະນາຄານ ທີ່​ມີ​ມູນ​ຄ່າ​ລວມຫຼາຍກວ່າ 48,855 ຕື້​ກີບ​ໃນ​ທົ່ວ​ປະ​ເທດ ທັງຍັງ​ມີ​ທ່າ​ອຽງ​ເພີ້​ມຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງອີກ​ດ້ວຍ.

ທ່ານ​ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ​ລາວ
ທ່ານ​ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ​ລາວ

ໂດຍສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ໜີ້​ເສຍ​ ​ໃນ​ລະບົບ​ທະນາຄານ
ເພີ້​ມຂຶ້ນດັ່ງກ່າວ ກໍ​ຍ້ອນ​ວ່າ​ທະນາຄານ​ຂອງ​ລັດຖະບານ​ຕ້ອງ
​ແບກ​ຮັບ​ພາລະ​ ຈາກ​ການ​ຂາດທຶນ​ ຂອງບັນດາ​ວິ​ສາ​ຫະກິດ
​ຕ່າງໆ ຂອງ​ລັດຖະບານ ທັງ​ກໍ​ຍັງ​ຕ້ອງ​ໃຫ້ການ​ຊ່ວຍ​ເຫຼືອ
ກະ​ເສດ​ຕະກອນລາວ ທີ່​ປະສົບ​ໄພ​ທຳ​ມະ​ຊາດ ດ້ວຍ​ການ​
ຂະຫຍາຍ​ໄລຍະ​ເວລາ ​ໃນ​ການ​ຊຳລະ​ໜີ້​ຄືນ​ໃຫ້​ທະນາຄານ
​ແລະ​ ຍັງ​ຕ້ອງ​ເພີ້​ມວົງ​ເງິນ​ກູ້ ​ໃຫ້​ກັບ​ກະ​ເສດ​ຕະກອນ ​ເປັນ​
ກໍລະນີ​ພິ​ເສດ​ອີກ​ດ້ວຍ.

​ນອກຈາກ​ນີ້ ການ​ໃຫ້​ສິນ​ເຊື່ອ​ແກ່​ບັນດາ​ບໍລິສັດ​ເອກະ​ຊົນ ທີ່​ໄດ້​ຮັບ​ສຳ​ປະທານ ​ໂຄງການ
​ພັດທະນາ​ຕ່າງໆ ທີ່​ລັດຖະບານ​ລາວ​ ຂໍ​ໃຫ້ບັນດາ​ບໍລິສັດ​ເອກະ​ຊົນ ​ເປັນຝ່າຍ​ລົງທຶນ​ໃຫ້​
ກ່ອນ ​ໂດຍ​ທີ່​ລັດຖະບານ​ລາວ ຈະ​ຊຳລະ​ຄືນ​ໃຫ້​ໃນ​ພາຍຫຼັງນັ້ນ ກໍ​ຖື​ເປັນ​ອີກ​ພາກສ່ວນ​ໜຶ່ງ
​ທີ່​ເຮັດ​ໃຫ້ໜີ້​ເສຍ ​ໃນ​ລະບົບ​ທະນາຄານເພີ້​ມຂຶ້ນ ຊຶ່ງ​ເຮັດ​ໃຫ້​ທະນາຄານ​ ຂອງ​ລັດຖະບານ ​ຕ້ອງ​ໂຈະ​ການ​ໃຫ້​ສິນ​ເຊື່ອ ​ແກ່​ບັນດາ​ບໍລິສັດ​ເອກະ​ຊົນ​ເຫຼົ່ານີ້ ນັບ​ຕັ້ງ​ແຕ່​ທ້າຍ​ປີ 2014 ເປັນ ຕົ້ນມາ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາໜີ້​ເສຍ​ ໃນ​ລະບົບ​ທະນາຄານຂອງ​ລາວ ​ເພີ້ມຂຶ້ນ ດັ່ງ​ທີ່ ທ່ານ​ສົມ​ພາວ ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

“ຖື​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ​ໂຄງການ​ໃໝ່ໆ ຫຼືວ່າ​ໂຄງການ​ທີ່​ວ່າ ຫາ​ກໍ​ເລີ້ມ​ກໍ່ສ້າງ​
ນີ້ນະ ຖື​ວ່າ​ທະນາຄານ​ທຸລະ​ກິດ ຫຼືວ່າ​ທະນາຄານ​ກາງ​ແມ່ນ​ຂາດ​ຕົວ​ເລີຍ ຄື​ບໍ່​ປ່ອຍ
​ໃນ​ເມື່ອ​ພວກ​ເຮົາ​ ຢຸດ​ພາກ​ສ່ວນ​ດັ່ງກ່າວ​ນີ້ ພວກ​ເຮົາ​ກະ​ເອົາ​ເງິນ​ດັ່ງກ່າວ​ນັ້ນ ​ໄປ​
ໃຫ້​ພາກ​ສ່ວນ ທີ່​ທຳ​ການ​ຜະ​ລິດ ​ແລະ​ ການ​ບໍລິການ ຍ້ອນ​ວ່າ ທະນາຄານ​ນີ້ ຕ້ອງ​
ໄດ້​ນຳ​ໃຊ້​ທຶນ​ເດ້ ​ເພື່ອ​ໄປ​ປ່ອຍ​ກູ້ ​ເພື່ອ​ການ​ກຸ້ມ​ຕົວ​ຂອງ​ຕົນ​ເອງ ​ແລະ ປ່ອຍ​ກູ້​ຢ່າງ​
ມີ​ປະສິດທິ​ຜົນ.”

ສ່ວນ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ກໍ​ລາຍ​ງານ​ວ່າ ລັດຖະບານ​ລາວ​ມີ​ພັນທະ ທີ່​ຈະ​ຕ້ອງ​ຊຳລະ​ຄືນ​ໜີ້ ທີ່ເກີດ​ຈາ​ກ​ໂຄງການ ທີ່​ບັນດາ​ບໍລິສັດ​ເອກະ​ຊົນ​ລົງທຶນ​ໃຫ້​ກ່ອນ​ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 18,000 ຕື້​ກີບ​ໃນ​ແຜນການ​ປີ 2015-2016 ​ໂດຍ​ເປັນ​ໜີ້ ທີ່​ເກີດ​ຈາກ​ການ​ທີ່​ບໍລິສັດ​ເອກະ​ຊົນ ​ໄດ້​ລົງທຶນ​ໃຫ້​ກ່ອນ​ໃນ 6,600 ກວ່າ​ໂຄງການ ​ແລະ​ໃນ​ນີ້ ກໍ​ມີ​ຢູ່​ເຖິງ 2,600 ​ໂຄງການ​ທີ່​ເປັນ​ການ​ອະ​ນຸມັດ ຫຼັງຈາກ​ທີ່​ນາຍົກລັດຖະມົນຕີລາວ ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ໂຈະ​ການ​ອະນຸມັດ​ໂຄງການ​ໃໝ່ ນັບ​ແຕ່​ທ້າຍ​ປີ 2013 ມາ​ແລ້ວ​ອີກ​ດ້ວຍ.

XS
SM
MD
LG