ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນຳ ຂອງໂລກ ເປີດກອງປະຊຸມສຸດຍອດ ເພື່ອຫາ ມາດຕະການຜູກມັດ ຕໍ່ພາວະໂລກຮ້ອນ

Protests Set Stage for Global Climate Talks in Paris
please wait

No media source currently available

0:00 0:02:13 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາຜູ້ນຳຂອງໂລກ ຫຼາຍກວ່າ 150 ທ່ານ ໄດ້ເຕົ້າໂຮມກັນ
ຢູ່ທີ່ນະຄອນຫຼວງປາຣີ ໃນວັນຈັນມື້ນີ້ ສຳລັບ ກອງປະຊຸມສຸດ
ຍອດ ອົງການສະຫະປະຊາຊາດ ຫຼື U.N. ໂດຍມີເປົ້າໝາຍ
ແນໃສ່ ຂໍ້ຕົກລົງເພື່ອໃຫ້ມີມາດຕະການ ແກ້ໄຂການປ່ຽນແປງ
ຂອງດິນຟ້າອາກາດ ທີ່ຜູກມັດ ແລະ ຮັກສາໄວ້ອຸນຫະພູມຂອງ
ໂລກ ບໍ່ໃຫ້ສູງຂຶ້ນເຖິງລະດັບທີ່ຈະເປັນຜົນກະທົບຫາຍຍະນະ.

ລັດຖະມົນຕີ ສະພາບແວດລ້ອມ ຂອງປະເທດເປຣູ ທ່ານ
Manuel Pulgar Vidal ຜູ້ທີ່ເປັນປະທານ ໃນກອງປະຊຸມສຸດ
ຍອດທີ່ຜ່ານມາ ໄດ້ເປີດກອງປະຊຸມ ໂດຍກ່າວວ່າ ຂໍ້ຕົງລົງສະ
ບັບນຶ່ງ ຄວນສະແດງໃຫ້ໂລກເຫັນວ່າ ປະເທດທັງຫຼາຍສາມາດ
ທຳງານຮ່ວມກັນ ເພີື່ອຕໍ່ຕ້ານພາວະໂລກຮ້ອນ ແລະ ການກໍ່ການຮ້າຍ.

ເປົ້າໝາຍຂອງກອງປະຊຸມສຸດຍອດຄັ້ງນີ້ ກໍແມ່ນ ຈຳກັດພາວະໂລກຮ້ອນ ໂດຍສະເລ່ຍ
ໃຫ້ຢູ່ໃນລະດັບ 2 ອົງສາ Celsius ຊຶ່ງບາງທີ ກໍໃຫ້ຕຳກວ່ານັ້ນຊໍ້າ ເມື່ອປຽບທຽບກັບ
ລະດັບກ່ອນມີການວິວັດທະນາການດ້ານອຸດສາຫະກຳ ດ້ວຍການຫລຸດຜ່ອນການປ່ອຍ
ຄວັນພິດຈາກເຊື້ອໄຟ fossil ທີ່ເປັນສາເຫດ ເຮັດໃຫ້ອາກາດປ່ຽນແປງ. ສະເພາະໃນປີນີ້
ເທົ້ານັ້ນ​ ອົງການສະພາບອາກາດຂອງ U.N. ກ່າວວ່າ ອຸນຫະພູມຂອງໂລກ ໂດຍສະເລ່ຍ
ແລ້ວ ແມ່ນມີກຳນົດຈະສູງຂຶ້ນ 1 ອົງສາ Celsius ອັນເປັນເຄິ່ງນຶ່ງຂອງກຳນົດທີ່ U.N.
ຕ້ອງການຕັ້ງເອົາໄວ້.

ຕຳຫຼວດປະທະ ກັບບັນດານັກເຄື່ອນໄຫວ ຢູ່ທີ່ de la Republique ໃນລະຫວ່າງ ການປະທ້ວງ ກ່ອນໜ້າ ກອງປະຊຸມສະພາບອາກາດ ທີ່ປາຣີ ປີ 2015, ໃນນະຄອນຫຼວງປາຣີ ຂອງຝຣັ່ງ, ວັນທີ 29 ພະຈິກ 2015.
ຕຳຫຼວດປະທະ ກັບບັນດານັກເຄື່ອນໄຫວ ຢູ່ທີ່ de la Republique ໃນລະຫວ່າງ ການປະທ້ວງ ກ່ອນໜ້າ ກອງປະຊຸມສະພາບອາກາດ ທີ່ປາຣີ ປີ 2015, ໃນນະຄອນຫຼວງປາຣີ ຂອງຝຣັ່ງ, ວັນທີ 29 ພະຈິກ 2015.

ກ່ອນໜ້າກອງປະຊຸມສຸດຍອດນີ້ຈະເປີດຂຶ້ນ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ໄດ້ເນັ້ນໃຫ້ເຫັນເຖິງ “ຄວາມຈຳເປັນ” ໃນການປະສານງານຮ່ວມກັນ ເພື່ອຕໍ່ສູ້ ກັບການ
ປ່ຽນແປງຂອງດິນຟ້າອາກາດ ລະຫວ່າງປະເທດຂອງທ່ານ ແລະ ປະເທດຈີນ ຂະນະທີ່
ທ່ານໄດ້ພົບປະກັບ ປະທານປະເທດຈີນ ທ່ານສີ ຈິ້ນຜິງ.

ທ່ານໂອບາມາ ເວົ້າວ່າ “ໃນຂະນະທີ່ ເປັນສອງປະເທດທີ່ປ່ອຍຄວັນພິດຫຼາຍທີ່ສຸດ ພວກ
ເຮົາທັງສອງໄດ້ພິຈາລະນາວ່າ ມັນເປັນຄວາມຮັບຜິດຊອບຂອງເຮົາ ທີ່ຈະຕ້ອງເລີ້ມ
ປະຕິບັດ. ການນຳພາຂອງພວກເຮົາ ຕໍ່ບັນຫາດັ່ງກ່າວນີ້ ເປັນເລື້ອງທີ່ສຳຄັນຍິ່ງ.”

ປະທານາທິບໍດີ Barack Obama (ຂົວ) ນາຍົກລັດຖະມົນຕີຝຣັ່ງ Francois Hollande (2-ຈາກຂວາ), ແລະ ເຈົ້າຄອງນະຄອນຫຼວງປາຣີ Anne Hidalgo ຢືນງຽບສະຫງົບ ຄາວໜຶ່ງ ຢູ່ທີ່ຫໍສະແດງຄອນເສີດ Bataclan ຫຼັງຈາກທຽງຄືນໜ້ອຍໜຶ່ງ, ວັນທີ 30 ພະຈິກ 2015, ໃນນະຄອນຫຼວງປາຣີ.

ທ່ານໂອບາມາ ຍັງຈະເປີດການເຈລະຈາ ຕ່າງຫາກ ໃນວັນຈັນມື້ນີ້ ກັບນາຍົກລັດຖະມົນຕີ
ອິນເດຍ ທ່ານ Narendra Modi. ສະຫະລັດ ຈີນ ແລະ ອິນເດຍ ຮ່ວມກັນ ຮັບຜິດຊອບ
ຕໍ່ການປ່ອຍຄວັນພິດ carbon dioxide ປະມານເຄິ່ງນຶ່ງຂອງໂລກ ອັນເປັນແກັສທີ່ກັກຂັງ
ຄວາມຮ້ອນຢູ່ໃນບັນຍາກາດ ແລະ ອັນທີ່ບັນດານັກວິທະຍາສາດ ໄດ້ລະບຸວ່າ ເປັນສາເຫດ ອັນດັບນຶ່ງ ທີ່ເຮັດໃຫ້ອຸນຫະພູມຂອງໂລກສູງຂຶ້ນ.

ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໄດ້ເຕືອນເຖິງອຸປະສັກຕ່າງໆ ທີ່ຈະກີດ
ກັນ 195 ປະເທດ ໃນການບັນລຸຂໍ້ຕົກລົງທີ່ບັງຄັບໃຊ້ ຢູ່ທີ່ກອງປະຊຸມສຸດຍອດ ໃນນະຄອນ
ປາຣີ ທີ່ລວມທັງ ຄວາມຖືກຕ້ອງດ້ານກົດໝາຍ ຂອງຂໍ້ຕົກລົງໃດໆນັ້ນ ການຊ່ວຍເຫຼືອດ້ານ
ການເງິນ ໃຫ້ບັນດາປະເທດທີ່ກຳລັງພັດທະນາ ແລະ ຕິດຕາມກວດກາ ບັນດາປະເທດທີ່
ໃຫ້ຄຳປະຕິຍານວ່າ ຈະຈຳກັດການປ່ອຍແກັສເຮືອນແກ້ວ. ມາເຖິງປີນີ້ 183 ປະເທດໄດ້
ອອກແຜນການໄລຍະຍາວ ເພື່ອຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແຕ່
ຄາດກັນວ່າ ການເຈລະຈາແມ່ນຈະມີຄວາມຫຍຸ້ງຍາກ ຢູ່ທີ່ກອງປະຊຸມສຸດຍອດ ແລະ
ກອງປະຊຸມນາໆຊາດ ທີ່ກ່ຽວພັນກັນເຫຼົ່ານັ້ນ ຊຶ່ງຈະມີໄປຈົນເຖິງວັນທີ 11 ທັນວາ.

ເກີບຫຼາຍຮ້ອຍຄູ່ ວາງລຽນກັນເປັນແຖວ ສະແດງໃຫ້ເຫັນ ຢູ່ ສະຖານ de la Republique, ໃນນະຄອນຫຼວງປາຣີ, ອັນເປັນສ່ວນໜຶ່ງ ຂອງ ສັນຍາລັກ ແລະ ການໂຮມຊຸມນຸມ ແບບສັນຕິ ທີ່ໄດ້ຮຽກຮ້ອງໂດຍ ອົງການບໍ່ຂຶ້ນກັບລັດຖະບານ Avaaz ວ່າ "ປາຣີ ເລີ້້ມຕົ້ນ ເພື່ອພາວະອາກາດ", ວັນທີ 29 ພະຈິກ 2015.

XS
SM
MD
LG