ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການປະທ້ວງຍັງດຳເນີນໄປ ຢູ່ທົ່ວສະຫະລັດ ຕ້ານຕຳຫລວດຜິວຂາວ ທີ່ສັງຫານຄົນຜີວດຳ


ນັກສຶກສາກົດໝາຍ ຄົນນຶ່ງ ທີ່ມະຫາວິທະຍາໄລ Berkeley ນາງ Alyson Reimer ຖືປ້າຍປະທ້ວງ
ນັກສຶກສາກົດໝາຍ ຄົນນຶ່ງ ທີ່ມະຫາວິທະຍາໄລ Berkeley ນາງ Alyson Reimer ຖືປ້າຍປະທ້ວງ

ການ​ເດີນຂະ​ບວນ​ ໄດ້​ມີ​ຂື້ນ ອີກ​ຄືນ​ນຶ່ງໃນວັນ​ຈັນ​ວານ​ນີ້ ​ຢູ່
ຕາມເມືອງຕ່າງໆ ຈຳນວນ​ໜຶ່ງ ​ໃນ​ທົ່ວສະຫະລັດ ​ເພື່ອປະ
​ທ້ວງການ​ຕັດ​ສິ​ນຂອງຄະນະຕຸລາກ​ານ ທີ່​ບໍ່​ຟ້ອງ​ຮ້ອງຕຳ
ຫລວດຜິວ​ຂາວ​ ໃນ​ການ​ເສຍ​ຊີວິດ​ຂອງ​ຜູ້​ຊາຍ​ຜິວ​ດຳ ທີ່​ບໍ່
ຖື ອາວຸດ.

ພວກ​ປະ​ທ້ວງ​ທີ່ນະຄອນ​ນິວຢອກ ​ພາກັນ​ຕັນ​ຖະໜົນ​ຫົນ
ທາງ ຢູ່​ນອກ​ສູນ​ກາງ​ຫລີ້ນກິລາ Barclays Center ບ່ອນ
​ທີ່​ມີ​ການ​ແຂ່ງຂັນ​ຂອງສະມາ​ຄົມ​ບານບ້ວງ​ແຫ່ງ​ຊາດ ລະ
ຫວ່າງທິມ Cleveland Cavaliers ​ກັບ​ທິມ Brooklyn
Nets. ພວກ​ປະ​ທ້ວງ ພາກັນໂຮ່ຮ້ອງ ປະ​ໂຫຍ​ກ​ທີ່​ມີ​ຊື່​ສຽງ
ທີ່​ວ່າ “ຂ້ອຍ​ຫາຍ​ໃຈ​ບໍ່​ໄດ້” ຊຶ່ງ​ເປັນ​ຄຳ​ເວົ້າ​ສຸດ​ທ້າຍຂອງ ທ້າວ Eric Garner ​ໄວ 43 ປີ
ທີ່​ເສຍ​ຊີວິດ​ໄປ​ໃນ​ ເດືອນ​ກໍລະກົດ ຫລັງ​ຈາກ​ໄດ້​ຖືກຕຳຫລວດ Daniel Pantaleo ຮັດ
​ຄໍແລະ ປໍ້າ ລາວລົງ​ພື້ນ​ດິນ ​ຊຶ່ງເຫດການ​ດັ່ງກ່າວ​ໄດ້​ບັນທຶກໄວ້​ໃນ ກ້ອງ​ວົງ​ຈອນ​ປິດ.

ຢູ່​ທີ່​ເມືອງ​ເບີກ​ກລີ ​ລັດ​ແຄ​ລີ​ຟໍ​ເນຍ ພວກ​ເດີ​ນຂະ​ບວນ​ປະ​ທ້ວງ ​ໄດ້​ຕັນ​ທາງ​ຫລວງ​ສຳຄັນ
​ສາຍ​ໜຶ່ງ ​ເປັນ​ເວລາ​ສັ້ນໆ ​ແລະ​ເຮັດ​ໃຫ້ສະຖານີ​ລົດ​ໄຟ​ທ້ອງ​ຖິ່ນ​ແຫ່ງ​ໜຶ່ງ ຕ້ອງ​ອັດ​ລົງ.
ການ​ປະ​ທ້ວງ​ຢູ່​ໃນ​ເມືອງດັ່ງກ່າວ ​ເມື່ອຄືນ​ກ່ອນ ຫັນ​ກາຍ​ເປັນຄວາມ​ຮຸນ​ແຮງ ​ເວລາ​ພວກ
​ເດີນ​ຂະ​ບວນຈຳນວນ​ໜຶ່ງ​ພາກັນ​ທຸບ ກະຈົກ​ຮ້ານ​ຄ້າ​ຮ້າຍ​ຂາຍ ​ແລະ​ ລັກ​ເອົາ​ເຄື່ອງ​ຂອງ​
ໄປຈາກຮ້ານ​ຄ້າ​ຫຼາຍໆ​ແຫ່ງ ​ເຮັດ​ໃຫ້​ຕຳຫລວດ​ຕ້ອງ​ຍິງ​ແກັສນ້ຳຕາ​ໃສ່​.

US PROTESTS CNPK
please wait
Embed

No media source currently available

0:00 0:02:50 0:00

XS
SM
MD
LG