ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫລວດ ເຢຍຣະມັນ ຄົ້ນຫາຮ່ອງຮອຍ ທີ່ເຮັດໃຫ້ ເຮືອບິນຕົກ


Deliberate Plane Crash to Have Lasting Effect on Industry
please wait

No media source currently available

0:00 0:03:07 0:00

ຕຳຫລວດ​ເຢຍຣະ​ມັນ ​ໄດ້​ຄົ້ນ​ເຮືອນ​ຂອງ ຜູ້​ຊ່ວຍນັກ​ບິນ​ເຢຍ
ຣະ​ມັນ ​ທີ່​ເຊຶ່ອວ່າ​ມີຄວາມຕັ້ງ​ໃຈ ນຳເອົາ​ເຮືອບິນ​ໂດຍສານ
Airbus ​ບິນຕຳພູ​ Alps ​ໃນ​ປະ​ເທດ​ຝຣັ່ງໂດຍໄດ້ສັງຫານ​ຕົນ​
ເອງ ​ແລະຄົນອື່ນໆອີກ​ 149 ຄົນ.

​ໃນ​ວັນ​ສຸກ​ມື້​ນີ້ ຕຳຫລວດ​ໄດ້​ຄົ້ນເຮືອນສອງ​ຫຼັງບ່ອນ​ທີ່ ທ້​າວ
Adreas Lubitz ອາຍຸ 27 ປີ​ພັກເຊົາ​ຢູ່ ​ເວລາ​ທີ່​ລາວ​ບໍ່​ໄດ້ໄປ
​ບິນ ນັ້ນຄື​ເຮືອນ​ພັກ ທີ່​ລາວ​ມີ​ຢູ່​ໃນ​ເມືອງ Dusseldorf ຂອງ​
ເຢຍຣະ​ມັນແລະ​ເຮືອນພໍ່​ແມ່​ຂອງ​ລາວ​ຢູ່ເມືອງ​ Montabour
ຊຶ່ງເປັນເມືອງນ້ອຍໆ ຂອງ​ເຢຍຣະມັນ. ຕຳຫລວດ ​ກ່າວ​ວ່າ
ສີ່​ງຂອງ​ຈຳນວນ​ນຶ່ງ​ ໄດ້​ຖືກຍຶດເອົາໄປເປັນ​ຫລັກ​ຖານ. ລາຍ​
ລະ​ອຽດຄາດ​ວ່າ​ ຈະ​ຮູ້​ໃນ​ຕອນ​ແລງ​ວັນ​ສຸກ​ມື້​ນີ້.

​ໃນ​ວັນ​ພະຫັດ​ວານ​ນີ້ ​ໄອ​ຍະ​ການ​ຝຣັ່ງ ທ່ານ Brice Robin ກ່າວໃນກອງປະຊຸມຖະແຫຼງ ຂ່າວທາງໂທລະພາບ​ວ່າ ທ້າວ Lubitz ປາກົດ​ວ່າ ​ເປັນຜູ້ວາງ​ແຜນ​ ເຮັດ​ໃຫ້​ເຮືອບິນຕົກ
ຫລັງ​ຈາກ​ໄດ້​ອັດ​ປະຕູ​ຕັນ ​ບໍ່​ໃຫ້ນັກ​ບິນ​ ກັບຄືນເຂົ້າ​ໄປ​ຫ້ອງ​ຂັບ​.

ທ່ານ Robin ກ່າວ​ວ່າ ເຄື່ອງ​ບັນທຶກ​ສຽງຢູ່​ຫ້ອງ​ຂັບ​ເຮືອບິນ ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ
Lubitz ​ໄດ້​ໃຊ້​ມື​ປ່ຽນ​ການ​ຄວບ​ຄຸມ ເພື່ອເຮັດໃຫ້​ເຮືອ​ບິນ​ໂດຍສານ Airbus A-320
ຄ່ອຍໆບິນຕໍ່າລົງ​ໃນ 8 ນາທີ​ສຸດ​ທ້າຍ ດ້ວຍ​ຄວາມ​ໄວ 700 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ທ້າວ Lublitz ບໍ່​ໄດ້​ຢູ່ ​ໃນ​ບັນຊີ​ລາຍ​ຊື່ ​ຜູ້​ກໍ່​ການ​ຮ້າຍ​ໃດໆ. ສື່
ມວນຊົນ​ເຢຍຣະ​ມັນ​ກ່າວ​ວ່າ ທ້າວ Lublitz ​ໄດ້​ລາ​ພັກ​ຈາກ​ວຽກ​ງານເທົ່າ​ທີ່​ຜ່ານ​ມາຍ້ອນ
ມີ “ຄວາມ​ອິດ​ເມື່ອຍ” ຫລື​ມີ​ຄວາມໂສກ​ເສົ້າ.

ທ່ານ Mattias Gabauer ຫົວໜ້າ​ນັກ​ຂ່າວ​ອິນເຕີແນັດຂອງ ໜັງສືພິມເຢຍຣະມັນ Der
Spiegel
ກ່າວ​ໃນ​ວັນ​ສຸກ​ມື້​ນີ້ ໂດຍ​ອ້າງ​ຄຳ​ເວົ້າ ​ເພື່ອນ​ນັກຮຽນ ຂອງ​ທ້າວ Lublitz ວ່າ
ລາວ​ໄດ້​ຢຸດ​ພັກຜ່ອນ​ຫົກ​ເດືອນ ​ຈາກ​ການ​ເຝິກ​ແອບການບິນ ​ໃນ​ປີ 2009 ​ເພາະວ່າ
“ອິດ​ເມື່ອຍ.” ໜັງສືພິມ​ເຢຍຣະ​ມັນ Bild ​ໄດ້ໃຫ້ການ ສະໜັບສະໜຸນຕໍ່ລາຍ​ງານໂດຍ
​ກ່າວ​ວ່າ ທ້າວ Lubitz ​ໄດ້​ຮັບ​ການ​ປິ່ນປົວດ້ານ ການ​ແພດ​ ກ່ຽວກັບເລື້ອງຄວາມ​ໂສກ​ເສົ້າ.

ບັນດາ​ເຈົ້າ​ໜ້າ​ທີ່ ຈາກ​ບໍລິສັດສາຍ​ການບິນ​ແມ່ Lufthansa ຍັງ​ບໍ່​ໄດ້ໃຫ້ການ ຢືນຢັນ
ຕໍ່ລາຍ​ງານ​ເຫລົ່າ​ນັ້ນ ​ເຖິງ​ແມ່ນ​ວ່າ ຜູ້​ບໍລິຫານ Lufthansa ທ່ານ Carsten Spohr ​ໄດ້​
ກ່າວ​ວ່າ ທ່ານ​ຈະ​ບໍ່​ຮູ້​ ຖ້າ​ຫາກ​ເປັນ​ບັນຫາ​ດ້ານ​ການ​ແພດ ທີ່​ເປັນ​ເຫ​ດ​ໃຫ້ທ້າວ Lublitz
ຢຸດ​ພັກ​ຈາກ​ການ​ເຝິກ​ແອບ ​ເພາະວ່າ ກົດ​ລະບຽບ​ສ່ວນ​ໂຕ​ຂອງ​ເຢຍຣະ​ມັນ ຫ້າມ​ບໍ່​ໃຫ້​
ເປີດ​ເຜີຍແກ່ສາທາລະນະຊົນ. ທ່ານ​ກ່າວ​ວ່າ ການ​ທົດ​ສອບ​ທາງການ​ແພດ ຂອງທ້າວ
Lubitz ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລາວ​ມີ​ສຸຂະພາບ​ດີ 100 ​ເປີ​ເຊັນສຳຫຼັບ​ການບິນ” ໂດຍ
ປາດ​ສະ​ຈາກ​ການ​ຫ້າມ​ໃດໆ.

France Plane Crash
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG