ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜັງສືພິມ ລາຍວັນ ເອກກະຊົນ ເລີ້ມພິມຈຳໜ່າຍ ໃນມຽນມາ


ໜັງສືພິມ​ລາຍ​ສັບປະດ​າ 4 ສະບັບ ຂອງ​ເອກ​ກະ​ຊົນ​ ໄດ້​ຫັນປ່ຽນ​ມາ​ເປັນໜັງ​ສື​ພິ​ມ​ລາຍວັນ
ໜັງສືພິມ​ລາຍ​ສັບປະດ​າ 4 ສະບັບ ຂອງ​ເອກ​ກະ​ຊົນ​ ໄດ້​ຫັນປ່ຽນ​ມາ​ເປັນໜັງ​ສື​ພິ​ມ​ລາຍວັນ
​ໃນ​ອີກ​ຂ່າວ​ນຶ່ງ ໜັງ​ສື​ພິມລາຍ​ວັນທີ່​ເປັນ​ອິດສະຫຼະຫຼາຍໆ​ສະບັບ
​ໄດ້ພິມ​ຈຳໜ່າຍ​ເປັນ​ເທື່ອ​ທຳ​ອິດ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນຮອບຫລາຍ​
ທົດ​ສະ​ວັດພາຍ​ໃຕ້ສິດເສຣີພາບ​ໃໝ່ທີ່​ສະ​ແດງໃຫ້​ເຫັນ​ເຖິງ​ການ
ປ່ຽນ​ແປງ​ຢ່າງ ​ໃຫຍ່​ສຳລັບ​ອຸດສາຫະກໍາ​ສື່​ມວນ​ຊົນ ທີ່​ໄດ້​ມີ​ການ
ຄວບ​ຄຸມ​ຢ່າງເຄັ່ງ​ຄັດ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ທະຫານນັ້ນ.

ໜັງສືພິມ​ລາຍ​ສັບປະດ​າ 4 ສະບັບ ຂອງ​ເອກ​ກະ​ຊົນ​ ໄດ້​ຫັນປ່ຽນ
​ມາ​ເປັນໜັງ​ສື​ພິ​ມ​ລາຍວັນ ໃນ​ຂະນະ​ທີ່​ກົດ​ລະບຽບ​ໃໝ່​ເລີ້ມ​ມີ​ຜົນ​
ບັງຄັບ​ໃຊ້ ໃນ​ວັນ​ທີ 1 ​ເດືອນ​ເມສານີ້ ຊຶ່ງເຮັດ​ໃຫ້ການ​ຜູກຂາດ
ກ່ຽວ​ກັບ​ການ​ຄວບ ຄຸມໜັງສືພິມ​ລາຍ​ວັນຂອງ​ລັດຖະບານ ທີ່​ມີ​ມາ​
ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ໝົດ​ໄປ.

ໜັງ​ສື​ພິມປະ​ຈໍາ​ສັບປະດາຂອງມຽນມາ ຈໍານວນທັງ​ໝົດ 16 ສະ
ບັບ​ໄດ້​ຮັບໃບ​ອະນຸຍາດ​ໃຫ້​ປະຕິບັດ​ງານ​ໄດ້ ແຕ່​ເນື່ອງ​ຈາກ​ບັນຫາ
​ທ້າ​ທາຍ ທາງດ້ານ​ການ​ເງິນ ແລະດ້ານ​ການ​ສະໜັບ​ສະ​ໜຸນ ສ່ວນ
​ໃຫຍ່ ຈຶ່ງ​ບໍ່​ສາມາດທໍາ​ການເຄື່ອນ​ໄຫວໄດ້​ໃນ​ທັນ​ທີ.

ໜັງສືພິມ​ 4 ສະບັບ ​ທີ່​ເຜີ​ຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຖືກ​ຊື້​ເອົາໄປ​ຢ່າງ​ວ່ອງ​ໄວຈາກຜູ້​ອ່ານທີ່​ມີ​ຄວາມ​ກະຕືລື​ລົ້ນ. ​ເຖິງ​ຢ່າງໃດ​ກໍ​ດີ ໜັງສືພິມ ອື່ນໆ​ ເຊັ່ນວ່າ D-Wave ຊຶ່ງ​ເປັນ​ໜັງສືພິມ ຂອງພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງຜູ້​ນໍາຝ່າຍ​ຄ້ານ ທ່ານ​ນາງ Aung San Suu Kyi ນັ້ນ ​ແມ່ນ​ຍັງ​ຕໍ່ສູ້​ດີ້ນຮົນ​ກັບ​ອຸບປະສັກ​ຕ່າງໆ ກ່ອນ​ທີ່​ຈະ​ມີ ການພິມ​ເຜີຍ​ແຜ່.

​ເນື່ອງ​ຈາກ​ບັນຫາ​ຝືດ​ເຄືອງດ້ານ​ການ​ເງິນ ​ເຄື່ອງ​ອຸປະກອນ​ເກົ່າ​ແກ່ ດານຂາດນັກ​ຂ່າວ ​ແລະ​ບັນຫາ​ການ​ຈຳໜ່າຍ ແມ່ນ​ເປັນ​ອຸບ​ປະ​ສັກຂັດ​ຂວາງຕໍ່​ບັນດາ​ສື່ມວນ​ຊົນ ທີ່​ຕ້ອງ
ການ​ຂະຫຍາຍ​ ​ໃຫ້ກາຍ​ເປັນ​ໜັງສືພິມ​ລາຍ​ວັນ.

​ໃນ​ເດືອນ​ສິງຫາປີ​ກາຍ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ພາກັນ​ຢຸດ​ກວດ​ສອບໜັງສື​ພິມ​ເອກ​ກະ​ຊົນ​ໃນ​ມຽນມາ.

ສີ່​ເດືອນ​ຕໍ່​ມາ ​ເຈົ້າ​ໜ້າ​ທີ່ໄດ້​ປະກາດ​ ອະນຸຍາດໃຫ້​ມີໜັງສືພິມ​ອິດສະ ຫຼະລາຍ​ວັນ​ໄດ້ ຊຶ່ງ​ໄດ້​ຖືກຫ້າມ​ ມາ​ແຕ່​ປີ 1964 ​ເພື່ອ​ປັບ​ໃຫ້​ເຂົ້າກັນ ກັບການກວດ​ສອບ​ທີ່​ເປັນ​ພາລະ​ຍຸ່ງຍາກທີ່ບັງຄັບ​ໂດຍ​ລັດຖະບານ.

ລັດຖະບານ​ທະຫານ ​ໄດ້​ອະນຸຍາດ​ໃຫ້​ພິມເຜີຍ​ແຜ່ໜັງສືພິມ​ລາຍສັບ ປະດາ ຊຶ່ງໝາຍ​ກຳນົດ​ໃນ​ການ​ນຳ​ອອກ​ຈຳໜ່າຍ​ອຳນວຍ​ໃຫ້​ມີ​ເວລາ ​ໃນການ​ກວດກາ​ເພື່ອ​ຊອກ​ຫາເລື່ອງ​ຕ່າງໆ​ທີ່ຖືກ​ຫ້າມ​ນັ້ນ​ໄດ້.
XS
SM
MD
LG